ວິກິຕຂາດນໍ້າມັນ ເກີດຂຶ້ນຢູ່ຫຼາຍແຂວງ ໃນລາວ

0:00 / 0:00

ປັດຈຸບັນຫຼາຍແຂວງໃນປະເທດລາວ ປະສົບບັນຫານໍ້າມັນຂາດເຂີນຕລາດ ຢ່າງໜັກໜ່ວງເຮັດໃຫ້ປະຊາຊົນລາວ ໄດ້ຮັບຄວາມເດືອດຮ້ອນຫຼາຍຂຶ້ນ ຍ້ອນແຕ່ລະປໍ້າບໍ່ມີນໍ້າມັນເຊື້ອໄຟຂາຍ ຕ້ອງໄດ້ປິດຊົ່ວຄາວ ສ່ວນປໍ້າທີ່ເປີດໄດ້ກໍເປັນປໍ້ານໍ້າມັນ ຂນາດໃຫຍ່ເທົ່ານັ້ນ ຊຶ່ງປະຊາຊົນຕ້ອງໄດ້ເຂົ້າຄິວ ລໍຖ້າຫຼາຍຊົ່ວໂມງ ເພື່ອຊື້ນໍ້າມັນໃສ່ຣົຖ ແລະທາງປໍ້າກໍຍັງຈຳກັດການຊື້.

ດັ່ງຊາວບ້ານ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 11 ພຶສພາ ນີ້ວ່າ:

" ມັນບໍ່ມີຮອດນໍ້າມັນສິຂາຍພຸ້ນຕົ໋ວ ມື້ນີ້ກໍຖືວ່າຄັກຍັງມີຜູ້ໄປຍາດໃສ່ຢູ່ ເພິ່ນກໍບໍ່ໃຫ້ປະຊາຊົນຊື້ກັກຕຸນ ໃຫ້ແຕ່ສະເພາະຜູ້ນຶ່ງ 30 ພັນກີບ ຄັນສົມມຸດເຮົາບໍ່ມີນໍ້າມັນ ເຮົາກໍບໍ່ໄດ້ໄປວຽກ ໄປງານນາຍກໍຮ້າຍຫຼາຍວິກິຕຮັບກະທົບໝົດ ໂຄວິດມາເປັນນໍ້າມັນຍາກຫຼາຍ "

ຂະນະທີ່ພະນັກງານຣັຖກອນ ແຂວງຈຳປາສັກອີກທ່ານນຶ່ງກ່າວວ່າ ໃນແຂວງຈຳປາສັກນໍ້າມັນ ກໍຂາດເຂີນຕລາດເຊັ່ນກັນ ແຕ່ລະປໍ້າເກືອບບໍ່ມີຂາຍ ແລະຖ້າປໍ້າໃດທີ່ມີຂາຍກໍໝົດໄວ ສ່ວນເຣື່ອງຜູ້ສວຍໂອກາດກັກຕຸນນໍ້າມັນ ແລ້ວນໍາໄປຂາຍໃສ່ແກ້ວນັ້ນກໍມີຢູ່ ພົບເຫັນຫຼາຍແຕ່ປະຊາຊົນ ກໍຕ້ອງຍອມຈຳເປັນຊື້ໃສ່ຣົຖ ເນື່ອງຈາກໃນປໍ້າບໍ່ມີນໍ້າມັນຂາຍ.

" ແຕ່ລະປໍ້າມັນກາມີຢູ່ດອກ ເຂົາເປີດຢ່າງກາຊົ່ວໂມງນຶ່ງ ຊື້ບໍ່ທັນກາໝົດ ວິກິຕຄັກຈຳປາສັກໜັກໜ່ວງເລີຍ ນໍ້າມັນນີ້ຈະໄປຊື້ຍັງບໍ່ມີນີ້ນ່າ ຈັກຈະໄປຊື້ຢູ່ໃສມັນກາສິມີ ແລ້ວຜູ້ຊື້ໄປຂາຍຕໍ່ຈຳເປັນແລ້ວ ດີກ່ວາບໍ່ມີຊື້ເທົ່າໃດກາຊື້ນັ້ນແຫຼະ. "

ຜູ້ຂັບຣົຖຂົນສົ່ງສິນຄ້າໃນແຂວງສວັນນະເຂດທ່ານນຶ່ງ ກໍໄດ້ກ່າວວ່າໃນແຂວງສວັນນະເຂດ ກໍພົບບັນຫານໍ້າມັນຂາດປໍ້າເຊັ່ນກັນ ແຕ່ຕົນເອງກໍຍັງດຳເນີທຸຣະກິຈ ຮັບຂົນສົ່ງສິນຄ້າຕ່າງແຂວງຄືເກົ່າ ຊຶ່ງເມື່ອປໍ້າໃດເປີດຂາຍນໍ້າມັນ ຕົນເອງກໍຕ້ອງໄດ້ໄປເຂົ້າຄິວໃສ່ນໍ້າມັນເຊັ່ນກັນ.

" ກໍບໍ່ຢຸດ ກາຍັງໄປຕລອດຢູ່ ຍັງໄປຢູ່ແຂວງສວັນນະເຂດ ມັນກໍມີບາງປໍ້າເປີດ ບາງປໍ້າບໍ່ເປີດ ຈຳເປັນໄດ້ຖ້າໃສ່ແຫຼະ ຈຳເຂົາຫັ້ນແຫຼະ ສ່ວນຫຼາຍກໍປໍ້ານ້ອຍໆ ແຖວບ້ານແຖວເມືອງກໍຖືວ່າປິດແຫຼະ ໃນຂອບເຂດໂຕເມືອງຖືວ່າບໍ່ມີເລີຍດຽວນີ້. "

ທ່ານກ່າວຕື່ມວ່າ ບາງເທື່ອຕ້ອງເລາະຫາຊື້ນໍ້າມັນ ຕາມແຄມທາງ ເພາະຍັງຕ້ອງແລ່ນຣົຖປົກກະຕິຢູ່ ກໍພົບວ່າມີຊາວບ້ານນໍານໍ້າມັນ ໃສຕຸກນໍ້າດື່ມກາຫົວເສືອນ້ອຍ ໃສ່ບໍ່ເຕັມຕຸກວາງຂາຍຕຸກລະ 40-50 ພັນກີບຊຶ່ງກໍຖືວ່າເປັນການສວຍໂອກາດ ແຕ່ຫຼາຍຄົນກໍຈຳເປັນຕ້ອງຊື້ໃສ່ຣົຖໄວ້ ເນື່ອງຈາກປໍ້າບໍ່ມີນໍ້າມັນ.

" ເລາະໃສ່ນໍ້າມັນທົ່ວທີບແຫຼະ ຍັງເຫັນເຂົາເຈົ້າໄປຊື້ນໍ້າມັນ ມາວາງຂາຍໜ້າບ້ານ ຕຸກນໍ້າຫົວເສືອນ້ອຍ ຕຸກ 40-50 ພັນນີ້ ມັນບໍ່ເຕັມຖືວ່າສວຍໂອກາດນັ້ນແລ້ວ ພວກນີ້ເພາະວ່າມັນບໍ່ແມ່ນອາຊີບເຂົາເຈົ້າເດ ມັນກໍຈຳເປັນນັ້ນແຫຼະປໍ້າບໍ່ມີເດ້. "

ທາງດ້ານປໍ້ານໍ້າມັນແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກໍໄດ້ກ່າວວ່າສາເຫດທີ່ນໍ້າມັນໝົດປໍ້າ ຍ້ອນວ່າທາງສາງຂອງບໍຣິສັດນໍ້າມັນ ທີ່ຣັຖບານລາວນໍາເຂົ້າມາໝົດ ບໍ່ມີສຳຮອງກໍຕ້ອງໄດ້ລໍຖ້າ ຈົນກ່ວານໍາເຂົ້າມາໃໝ່ ຖ້າມື້ໃດບໍຣິສັດຂົນສົ່ງນໍ້າມັນ ມາສົ່ງນໍ້າມັນໃຫ້ກັບທາງປໍ້າ ມື້ຖັດໄປທາງປໍ້າກໍເປີດຂາຍປົກກະຕິ ແຕ່ກໍຈະໝົດໄວກ່ວາປົກກະຕິ ເນື່ອງຈາກປະຊາຊົນມີຄວາມຕ້ອງການຫຼາຍ.

" ມັນບໍ່ມີນໍ້າມັນມື້ນີ້ ຂາຍລູກຄ້າຫຼາຍ ຂາຍໝົດແລ້ວ ບໍຣິສັດສັ່ງຊື້ໄປນ່າ ມັນຢູ່ສາງບໍ່ມີ ເພິ່ນສົ່ງໃຫ້ເຮົາກໍໄດ້ຂາຍຕໍ່ ຄັນເພິ່ນວ່າໂອ້ບໍ່ມີນໍ້າມັນເດີ້ ເຮົາກໍຕ້ອງລໍຖ້າເພິ່ນເອົານໍ້າມັນເຂົ້າເດ້ ສຕ໊ອກໃນສາງແຫຼະມັນໜ້ອຍແລ້ວ ມັນພາໃຫ້ນໍ້າມັນບໍ່ມີຈັ່ງສິ ສ່ວນຫຼາຍປໍ້າກໍເຈິບັນຫາຈັ່ງສິແຫຼະ ຄືກັນໝົດ. "

ກ່ຽວກັບເຣື່ອງນີ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃນແຂວງຈຳປາສັກ ທ່ານນຶ່ງທີ່ຂໍສງວນຊື່ແລະຕຳແໜ່ງກໍໄດ້ກ່າວເຖິງບັນຫາ ນໍ້າມັນຂາດເຂີນປໍ້າວ່າ. ໃນແຂວງຈຳປາສັກ ນໍ້າມັນຂາດຕລາດແທ້ ທາງການບໍ່ໄດ້ມີເງິນພຽງພໍ ຈະນຳເຂົ້ານໍ້າມັນ ເຂົ້າມາຫຼາຍ ສ່ວນນຶ່ງເນື່ອງຈາກອັດຕຣາເງິນເຟີ້ ການນຳເຂົ້ານໍ້າມັນ ຈຶ່ງໜ້ອຍລົງເຮັດໃຫ້ບໍ່ພຽງພໍ.

" ຖ້າເປັນຊົ່ວໂມງກໍບໍ່ໄດ້ ໃສ່ຂອງມີແຕ່ນໍາເຂົ້າຢ່າງດຽວເດ້ ແພງເດ້ຍັງບໍ່ມີໃສ່ອີກນ່າເດີນ ທາງໄກລຳບາກ ກຳລັງຫາວິທີແກ້ຢູ່ນີ້ ເປັນໝົດທົ່ວປະເທດ ນໍາເຂົ້າບໍ່ໄດ້ມັນແພງເນາະຈັ່ງບໍ່ມີເງິນ. "

ນອກຈາກນີ້ ເຈົ້າໜ້າທີ່ອຸດສາຫະກັມ ແລະການຄ້າ ນະຄອນຫຼວງວຽງຈັນ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແໜ່ງກໍໄດ້ກ່າວວ່າ ເຣື່ອງນໍ້າມັນຂາດປໍ້ານີ້ ກໍມີຫຼາຍສາເຫດ ນຶ່ງໃນນັ້ນແມ່ນມີອັດຕຣາເງິນເຟີ້ ຈຶ່ງເຮັດໃຫ້ເງິນບໍ່ພຽງພໍ ຕໍ່ການນຳເຂົ້ານໍ້າມັນ.

ປັດຈຸບັນນີ້ ກໍບໍ່ສາມາດປະຕິເສດໄດ້ ກໍຍັງພົບເຫັນຄົນສວຍໂອກາດ ກັກຕຸນນໍ້າມັນໄວ້ຂາຍເອົາກຳໄລຢູ່ ກໍຖືວ່າມີຄວາມຜິດ ແຕ່ກໍຈະມີເຈົ້າໜ້າທີ່ ລົງກວດກາໃນໄລຍະນີ້ ຖ້າເຈົ້າໜ້າທີ່ພົບກໍຈະຖືກປັບໃໝ ຕາມຣະບຽບກົດໝາຽ.

" ໂຕນີ້ເຮົາກາເພີ່ມກວດກາ ເຮົາປາດສະຈາກໄດ້ວ່າ ບໍ່ໃຫ້ມີເນາະ ເອົາໄປວາງເປັນແກ້ວນັ້ນນ່າ ກາບໍ່ຖືກຣະບຽບ ບາດນີ້ພັດກ່່ຽວກັບເຣື່ອງວິກິຕການນໍ້າມັນແພງ ຂາດແຄນນີ້ກາອີງໃສ່ພັຍເງິນເຟີ້ ຂອງເຮົາ ອັດຕຣາການແລກປ່ຽນ ຊື້ວັດຖຸດິບຕ່າງປະເທດ ມັນຕ້ອງໃຊ້ເງິນຕຣາ ເຂົາເຈົ້າບໍ່ສາມາດສນອງເງິນຕຣາ ໄດ້ຕາມກຳນົດ. "

ຫຼ້າສຸດໃນວັນທີ 11 ພຶສພາ 2022 ນີ້ບໍຣິສັດນໍາເຂົ້ານໍ້າມັນໃນລາວ ໄດ້ນໍາເອົານໍ້າມັນເຊື້ອໄຟເຂົ້າມາ ໃນລາວແລ້ວຈຳນວນຫຼາຍຄັນຣົຖ ແຕ່ກໍອາດຈະຍັງບໍ່ໄດ້ພຽງພໍ ຕໍ່ຄວາມຕ້ອງການຂອງສັງຄົມ ເນື່ອງຈາກບັນຫານໍ້າມັນຂາດເຂີນ ໃນແຕ່ລະປໍ້າເປັນທົ່ວປະເທດ.

ອີງຕາມການຣາຍງານຂອງ ທ່ານ ຄຳແພງ ໄຊສົມແພງ ຣັຖມົນຕຣີກະຊວງອຸດສາຫະກັມ ແລະ ການຄ້າຣາຍງານເມື່ອວັນທີ 10 ພຶສພາ 2022 ຕໍ່ກອງປະຊຸມວ່າ ຣັຖບານຈະຫາທາງແກ້ໄຂ 3 ໄລຍະ ແມ່ນຈະຊຸກຍູ້ໃຫ້ບັນດາບໍຣິສັດນໍ້າມັນ ຈຳນວນນຶ່ງຊຶ່ງຈະບໍ່ສາມາດສນອງໄດ້ ທັງໝົດອາດຈະສນອງໄດ້ປະມານ 50-60% ຊຶ່ງອາດຈະນຳເອົາເງິນ ຈາກການຂາຍແຮ່ທາດຕ່າງໆ ເພາະເດືອນນຶ່ງຕ້ອງການປະມານ 100 ລ້ານໂດລ້າຣ໌ສະຫະຣັຖ ຖ້າຫາກສນອງໄດ້ 50-60 ລ້ານໂດລ້າຣ໌ສະຫະຣັຖ ຈະສາມາດແກ້ໄຂໄດ້ ແລະຈະເຮັດໃຫ້ນໍ້າມັນບໍ່ຂາດເຂີນ. ພ້ອມນີ້ພາກສ່ວນທີ່ກ່ຽວຂ້ອງ ກຳລັງເຈຣະຈາຊື້ນໍ້າມັນຈາກແຫຼ່ງອື່ນ ນອກເໜືອຈາກການຕົກລົງຊື້-ຂາຍ ກັບຕ່າງປະເທດໃນປັດຈຸບັນ.