ປະຊາຊົນ ເດືອດຮ້ອນ ຍ້ອນຄ່ານໍ້າມັນຂຶ້ນ

ມະນີຈັນ
2018.10.04
f-gas ປັ້ມນໍ້າມັນ ໃນເສັ້ນທາງ ໄປຫາເມືອງວັງວຽງ ສປປ ລາວ
RFA

ປະຊາຊົນລາວ ບໍ່ພໍໃຈ ທີ່ຣັຖບານລາວ ປັບຣາຄານໍ້າມັນ ທຸກຊນິດ ຂຶ້ນຕື່ມອີກ 200 ກີບ ຫາ 230 ກີບຕໍ່ລິດ ຊຶ່ງຈະປະຕິບັດ ຕັ້ງແຕ່ ມື້ວັນທີ 4 ຕຸລາ 2018 ນີ້ເປັນຕົ້ນໄປ. ການຂຶ້ນຣາຄານໍ້າມັນນີ້ ຈະສົ່ງຜົນໃຫ້ ຣາຄາເຂົ້າຂອງເຄື່ອງໃຊ້ ແລະອາຫານ ການກິນຕ່າງໆ ຂຶ້ນນໍາ ດັ່ງປະຊາຊົນ ແຂວງຄໍາມ່ວນ ທ່ານນຶ່ງ ກ່າວຕໍ່ ວິ​ທ​ຍຸ ເອ​ເຊັຽ ເສ​ຣີ ໃນມື້ວັນທີ 3 ຕຸລານີ້ວ່າ:

"ນໍ້າມັນຂຶ້ນບໍ ເບິ່ງຂ່າວແລ້ວ ສິຂຶ້ນມື້ອື່ນນີ້ ເຫັນມັນຈະຂຶ້ນ ກໍຂຶ້ນຕລອດ ມັນກໍຂຶ້ນໆ ລົງໆ ກໍເດືອດຮ້ອນ ເພາະຖ້ານໍ້າມັນຂຶ້ນ ແລ້ວເຄື່ອງ ກໍຈະຂຶ້ນຕລອດ.”

ຣັຖບານ ຈະປັບຂຶ້ນຣາຄານໍ້າມັນ ທຸກຊນິດທົ່ວທຸກແຂວງ. ນໍ້າມັນແອັດຊັງພິເສດ ຂຶ້ນ 230 ກີບຕໍ່ລິດ, ນໍ້າມັນແອັດຊັງ ທັມມະດາ ແລະ ນໍ້າມັນ ກາຊວນ ຂຶ້ນ 200 ກີບ ຕໍ່ລິດ, ຕາມການແຈ້ງການ ຂອງທາງການລາວ.

ເຣື່ອງດັ່ງກ່າວ ສ້າງຄວາມບໍ່ພໍໃຈ ໃຫ້ປະຊາຊົນລາວຫຼາຍ ຍ້ອນວ່າ ນັບຕັ້ງແຕ່ ຕົ້ນປິ 2018 ນີ້ມາ ມີການຂຶ້ນຣາຄານໍ້າມັນ ເຖິງ 6 ຄັ້ງແລ້ວ ແລະ ຄັ້ງຫລ້າສຸດ ຫາກໍປັບຂຶ້ນມາ ເມື່ອວັນທີ 5 ກັນຍາ ທີ່ຜ່ານມາ. ນອກຈາກປະຊາຊົນ ທີ່ໃຊ້ຣົຖບໍ່ພໍໃຈແລ້ວ, ເຈົ້າຂອງຮ້ານອາຫານ ແຫ່ງນຶ່ງ ຢູ່ນະຄອນປາກເຊ ກໍເວົ້າວ່າ ບໍ່ເຫັນດີນໍາ ທີ່ຣັຖບານ ປັບຂຶ້ນຣາຄານໍ້າມັນ ຍ້ອນມັນຈະກະທົບ ຕໍ່ຣາຍຈ່າຍ ຂອງຮ້ານອາຫານຕື່ມອີກ.

”ຖາມມວ່າ ພໍໃຈບໍ ກໍບໍພໍໃຈປານໃດລະ ຜູ້ປະກອບການນີ້ເນາະ ນໍ້າມັນຂຶ້ນປຸບ ອິຫຍັງມັນກໍຂຶ້ນໆ ຕາມຣະດັບນະ ຈາກເສັຽສໍ່ານີ້ ມັນກໍຕ້ອງ ເສັຽເພີ່ມອີກ ພວກຂາຍຂອງ ຂາຍຫຍັງ ມັນຂຶ້ນມັນຄວບຄຸມບໍ່ໄດ້.”

ທ່ານກ່າວຕື່ມວ່າ ທີ່ຜ່ານມາ ການຂຶ້ນຣາຄາ ນໍ້າມັນຫຼາຍຄັ້ງ ສົ່ງຜົນກະທົບ ຕໍ່ຣາຄາສິນຄ້າ ໃນຕລາດຫຼາຍ ເປັນຕົ້ນ ຊີ້ນແຕ່ລະປະເພດ ຈະຂຶ້ນຕື່ມກິໂລລະ 100 ກີບ ຊຶ່ງຈະກະທົບ ຕໍ່ຜູ້ທີ່ເປັນເຈົ້າຂອງ ຮ້ານອາຫານ ຍ້ອນວ່າ ບໍ່ສາມາດ ຂຶ້ນຣາຄາອາຫານໄດ້ ໃນຂນະທີ່ ຕົ້ນທຶນ ຊື້ມາ ສູງຂຶ້ນ ນຳເລື້ອຍໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.