ຊາວລາວໄປຊື້ສິນຄ້າຢູ່ໄທ ຫຼຸດລົງ

ມະນີຈັນ
2016.11.06
F-Immigration ການຂ້າມໄປມາ ຕາມຊາຍແດນ ລາວ-ໄທ ຫຼື ດ່ານກວດຄົນເຂົ້າເມືອງ ທີ່ແອອັດ
RFA/LX

ການເກັບອາກອນ ນຳເຂົ້າ ມູນຄ່າເພີ້ມ 10 ເປີເຊັນ ສຳລັບ ເຄື່ອງຂອງ ຕິດຕົວ ຜູ້ໂດຍສານ ທີ່ຜ່ານດ່ານ ຂົວ ມິຕພາບ ລາວ-ໄທ ວຽງຈັນ-ໜອງຄາຍ ທີ່ໄດ້ເລີ້ມ ມາຕັ້ງແຕ່ ວັນທີ 1 ພຶສຈິກາ ເຮັດໃຫ້ ຄົນລາວ ຂ້າມໄປ ຊື້ເຄື່ອງຂອງ ຢູ່ ປະເທດໄທ ຫລຸດລົງຫຼາຍ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ດ່ານພາສີ ແຂວງໜອງຄາຍ ຕໍ່ RFA ໃນວັນທີ 4 ພຶສຈິກາ 2016:

"ທ່ານກ່າວວ່າ  ຄົນລາວ ເພື່ອນບ້ານ ເຂົາມາທ່ຽວ ເຂົາຍັງມາທ່ຽວ ເໝືອນເດີມ ແຕ່ວ່າຣົດ ທີ່ມາຊື້ຂອງ ໜ້ອຍລົງ. ສ່ວນຣົດ ພໍ່ຄ້າ ແມ່ຄ້າລາວ ທີ່ເຄີຍມາ ຊື້ເຄື່ອງຂອງ ໄປຂາຍຢູ່ ປະເທດລາວ ຫລືພໍ່ຄ້າ ແມ່ຄ້າໄທ ທີ່ ເຄີຍສົ່ງເຄື່ອງ ເຂົ້າໄປຂາຍ ຢູ່ລາວ ດ້ວຍເງິນ ຈໍານວນ ບໍ່ເກີນ 5 ໝື່ນນັ້ນ ຫລຸດລົງຫຼາຍ".

ທ່ານເວົ້າວ່າ ໃນວັນທີ 1 ພຶສຈິກາ ຄົນລາວ ທີ່ຂ້າມໄປ ຊື້ເຄື່ອງຂອງ ຢູ່ໄທ ຜ່ານດ່ານນີ້ ຫລຸດລົງ 50 ປາຍ ເປີເຊັນ. ກ່ຽວກັບ ເຣຶ່ອງນີ້ ຕາມຣາຍງານ ຂອງ ສື່ມວນຊົນ ທາງການລາວ ທ່ານ ສຸດໃຈ ອິນທະວົງ ຮອງຫົວໜ້າ ດ່ານພາສີ ຂົວ ມິຕພາບ ວຽງຈັນ-ໜອງຄາຍ ກ່າວວ່າ ຫລັງຈາກ ວັນທີ 1 ພຶສຈິກາ ມານີ້ ຈຳນວນ ຄົນໂດຍສານ ທີ່ຂ້າມໄປ ຊື້ເຄື່ອງຂອງ ຢູ່ໄທ ຜ່ານດ່ານນີ້  ຫລຸດລົງຫຼາຍ ໃນ ແຕ່ລະວັນ ຄືເມື່ອກ່ອນ 20-30 ຄັນ ມາເປັນ 8 ຄັນ ຕໍ່ວັນ ເທົ່ານັ້ນ.

ຊຶ່ງສິ່ງດັ່ງກ່າວ ສົ່ງຜົລ ໃຫ້ຜູ້ປະກອບ ທຸຣະກິຈບ້ານພັກ ສ່ວນຫຼາຍ ຕ້ອງໄດ້ເພີ້ມ ຄ່າບ້ານພັກ ຂຶ້ນແນ່ນອນ ຍ້ອນວ່າ ເຄື່ອງຂອງ ທີ່ໃຊ້ ໃນບ້ານພັກ ນັ້ນ ຊື້ມາຈາກ ປະເທດໄທ. ຕາມຄຳເວົ້າ ຂອງ ຜູ້ປະກອບການ ບ້ານພັກ ແຫ່ງນຶ່ງ ໃນນະຄອນຫຼວງ ວຽງຈັນ ຕໍ່ RFA ໃນວັນທີ 4 ພຶສຈິການີ້:

"ເອີ ອ້າຍໄປຕລອດ ເຄື່ອງສິນຄ້າ ຊື້ຢູ່ໄທ ໝົດ ເຂົ້າຮ້ານອາຫານ ເຂົ້າບ້ານພັກ ບັດນີ້ ພາຍຫລັງ ທີ່ວ່າ ຣັຖບານ ເພິ່ນອອກແຈ້ງການ ກ່ຽວກັບ ພາສີ ມູນຄ່າເພີ່ມ 10 ເປີເຊັນ ແນ່ນອນວ່າ ທຸກຄົນ ກໍຕ້ອງໄດ້ ບວກແຫຼະ ຖ້າຜູ້ໃດ ເຮັດການຄ້າ".

ຜ່ານມາ ຊາວລາວ ເປັນຕົ້ນ ຜູ້ທີ່ຢູ່ຕາມ ແຄມ ແມ່ນ້ຳຂອງ ຈຳນວນນຶ່ງ ມັກໄປຊື້ ສິ່ງຂອງ ເຄື່ອງໃຊ້, ເຄື່ອງຢູ່ ຂອງກິນ ຢູ່ໄທ. ເວົ້າ ສະເພາະ ທີ່ຜ່ານ ຂົວ ມິຕພາບ ວຽງຈັນ-ໜອງຄາຍ ແຫ່ງດຽວ ແຕ່ລະວັນ ກໍມີຣົດ ເຂົ້າອອກ ປະມານ 1 ພັນ ຄັນ ຍ້ອນວ່າ ທາງຝັ່ງໄທ ບໍ່ໄດ້ ເກັບອາກອນ ມູນຄ່າເພີ້ມ ຄີກັນກັບ ຢູ່ຝັ່ງລາວ ແລະ ຣາຄາ ສິນຄ້າ ກໍຖືກກວ່າ ຢູ່ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.