ຊາວລາວຍັງວິຈານວ່າຫວຍ ຖືກລ໊ອກ

ໄມຊູລີ
2016.11.29
f-lotto ການອອກຫວຍ ຂອງ ຣັດວິສາຫະກິຈ ຫວຍພັທນາ ໃນ ນະຄອນຫຼວງວຽງຈັນ
Screen captured from TVLao3 video

ສັງຄົມ ຍັງຄົງວິພາກ ວິຈານ ເຣື້ອງ ການລ໊ອກ ເລກ ຂອງ ບໍຣິສັດ ວິສາຫະກິດ ຫວຍ ພັທນາ ຢ່າງຕໍ່ເນື່ອງ ຫລັງຈາກ ຜົນການອອກ ຫວຍ ແມ່ນ ອອກເລກ ແມວ ຫຼາຍງວດ ຕິດຕໍ່ກັນ, ແຕ່ ເຈົ້າໜ້າທີ່ ກຳລັງ ມີການປັບປຸງ.

ງວດວັນທີ 10 ສິງຫາ 2016 ເລກອອກ 354,

ງວດວັນທີ 22 ກັນຍາ 2016 ເລກອອກ ແມ່ນ 314,

ງວດວັນທີ 5 ຕຸລາ 016 ເລກອອກແມ່ນ 154,

ງວດວັນທີ 3 ພືສຈິກາ 2016 ເລກອອກແມ່ນ 694 ແມວບ້ານ,

ແລະ ງວດວັນທີ 10 ພືສຈິກາ 2016 ເລກອອກແມ່ນ 314

ຊຶ່ງທັງໝົດ ທີ່ອອກນີ້ ແມ່ນເລກ ສັນຍາລັກ ຂອງ ແມວບ້ານ ຫລື (ເລກແມວບ້ານ) ຊຶ່ງເປັນເລກ ທີ່ ຄົນບໍ່ມັກຊື້. ໃນການຂາຍ ເລກ ອອນລາຍ ໂດຍທົ່ວໄປແລ້ວ ເຈົ້າແມ່ເລກ ຈະຮູ້ວ່າ ເລກໃດ ທີ່ ຄົນຊື້ຫຼາຍ ແລ້ວເຂົາເຈົ້າ ຈະລ໊ອກໄວ້ ບໍ່ອອກເລກນັ້ນ. ດັ່ງ ພະນັກງານ ຂາຍຫວຍ ອອນລາຍ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ:

"ເຂົາມີອັນນະ ເຂົາມີໜ່ວຍແມ່ ມັນຫັ້ນນ່າ ເຂົາຮູ້ວ່າ ເຂົາເຈົ້າຊື້ວ່າ ຫຼາຍຊ່ຳໃດເດ້ ເຂົາເບິ່ງໄດ້ ຫັ້ນນ່າ ໂປແກມນີ້ ແບບສູນ ເຂົາເບິ່ງໄດ້ ເລກໂຕໃດ ມັນງາມ ເຂົາກະບໍ່ເອົາອອກ ແບບນີ້ນ່າ ເຂົາໄປຊື້ ເລກປາ ຄື ສົມມຸດວ່າ ໄປຊື້ 8 ໂມງ, 7 ໂມງ ບໍ່ມີລະໄດ໋ ເຮົາໄປຊື້ ອອນລາຍ ບໍ່ມີວ່າເຕັມໆ ທີ່ແທ້ເຂົາ ລ໊ອກ ເລກ ໄວ້ຫັ້ນນະ".

ໃນເວລາດຽວກັນ ເຈົ້າໜ້າທີ່ ກ່ຽວຂ້ອງ ກະຊວງການເງິນ ກໍໃຫ້ຄຳເຫັນວ່າ ມີການ ປັບປຸງ ຫລັງຈາກ ມີສຽງ ວິພາກວິຈານ ຈາກສັງຄົມ ກ່ຽວກັບ ເຣື້ອງ ອອກຫວຍ. ທ່ານ ວິລະສັກ ພົມມະລັກ ເຈົ້າໜ້າທີ່ ກະຊວງ ການເງິນ ແລະ ທັງເປັນນຶ່ງ ໃນຄນະຊີ້ນຳ ຣັຖວິສາຫະກິດ ຫວຍ ພັທນາ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 28 ພຶສຈິກາ ວ່າ:

ຫຼັງຈາກມີຫາງສຽງ ຂອງສັງຄົມ ພວກເຮົາ (ຄນະຊີ້ນຳ) ກໍໄດ້ແຈ້ງຫາ ຫວຍ ງົດການ ອອກຫວຍລົງ ຈາກ 3 ຄັ້ງ ມາເປັນ 2 ຄັ້ງຕໍ່ ອາທິດ ນັບແຕ່ເດືອນ ພຶສຈິກາ ເປັນຕົ້ນມາ ແລະ ໄດ້ມີການ ຖ່າຍທອດສົດ ທາງ ໂທຣະພາບ ທຸກຄັ້ງ ຕັ້ງແຕ່ ກາງເດືອນ ພຶສຈິກາ ເປັນຕົ້ນມາ ຫລັງຈາກທີ່ ກ່ອນໜ້ານີ້ ມີການ ຖ່າຍທອດສົດ ທາງ ໂທຣະພາບ ເດືອນລະຄັ້ງ ເທົ່ານັ້ນ.

ກ່ຽວກັບເຣື້ອງທີ່ ສັງຄົມ ສົງສັຍ ວ່າມີການຖ່ວງ ນ້ຳໜັກ ລູກບານ ນັ້ນ, ທ່ານ ວິລະສັກ ກ່າວວ່າ:

ຄນະກັມມະການ ອອກຫວຍ ມີການສັ່ງ ນໍ້າໜັກທຸກຄັ້ງ ດ້ວຍຊິງຊັ່ງ ຣະບົບ Digital ກ່ອນທີ່ ຈະມີການ ອອກຫວຍ ເພື່ອ ຮັບປະກັນ ວ່າ ລູກບານ ແຕ່ລະໜ່ວຍ ມີນ້ຳໜັກ ເທົ່າກັນໝົດ ແລະ ຖ້າທ່ານໃດ ຍັງສົງສັຍ ກໍຂໍໃຫ້ມາເບິ່ງ ດ້ວຍຕົນເອງ ກໍໄດ້ ຢູ່ໃນ ສະຖານທີ່ ອອກຫວຍ ເພື່ອຄວາມໝັ້ນໃຈ ແລະ ບໍ່ມີຂໍ້ ຄະລຶຫາ.

ທ່ານກ່າວອີກວ່າ: ເຣື້ອງການອັດເລກ ຫລື ບໍ່ຂາຍເລກ ບາງໂຕນັ້ນ ແມ່ນ ເປັນໜ້າທີ່ ຮັບຜິດຊອບ ຂອງບໍຣິສັດ ແລະ ສາຂາ ຂອງ ຫວຍພັທນາ ເອງ ແລະ ນອກຈາກນີ້ ກະຊວງການເງິນ ກໍາລັງ ພິຈາຣະນາ ລົດຈຳນວນ ການ ອອກຫວຍ ລົງອີກ ຊຶ່ງ ອາດຈະປັບ ການອອກຫວຍ ເປັນອາທິດ ລະເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.