ການທ່ອງທ່ຽວ ຢູ່ແຂວງຫຼວງພຣະບາງ ກໍາລັງດີ້ນຮົນ ຍ້ອນບໍລິສັດທ່ອງທ່ຽວຈີນ ຈັບຈອງ ເອົານັກທ່ອງທ່ຽວຈີນ
2025.02.11
ເຖິງແມ່ນວ່າແຂວງຫຼວງພຣະບາງ ເປັນເປົ້າໝາຍທີ່ຄົນຈີນ ມັກເດີນທາງມາທ່ອງທ່ຽວ ຫຼາຍກໍຕາມ, ແຕ່ການທ່ອງທ່ຽວ ຂອງນັກທ່ອງທ່ຽວຈີນ ຢູ່ແຂວງຫຼວງພຣະບາງ ໃນລັກສະນະທົວສູນຫຼຽນ ນັ້ນ ຍັງປະກົດມີຢູ່ເລື້ອຍໆ
ຫຼ້າສຸດ ມີຊາວຈີນ ໄດ້ເຂົ້າມາເປີດບໍລິສັດນຳທ່ຽວ ຢູ່ນະຄອນຫຼວງພຣະບາງ ຫຼາຍແລ້ວ ປະມານ 10 ປາຍ ບໍລິສັດ ເຊິ່ງໄດ້ຮັບນັກທ່ອງທ່ຽວຈີນແບບກຸ່ມ ແລ້ວນຳພາທ່ຽວ ຕາມສະຖານທີ່ທ່ອງທ່ຽວຕ່າງໆ ແລະ ອຸດໜຸນແຕ່ຮ້ານອາຫານ ຂອງຄົນຈີນ, ພັກຢູ່ແຕ່ໂຮງແຮມ ຂອງຄົນຈີນ ລວມທັງ ໃຊ້ບໍລິການດ້ານຕ່າງໆ ທີ່ເປັນທຸລະກິດ ຂອງຄົນຈີນນຳກັນ, ຈຶ່ງເຮັດໃຫ້ຜູ້ປະກອບການ ຊາວລາວ ບໍ່ໄດ້ຮັບລາຍໄດ້ ຈາກນັກທ່ອງທ່ຽວຈີນ ຫຼາຍເທົ່າທີ່ຄວນ,
ດັ່ງ ຜູ້ປະກອບການທຸລະກິດນຳທ່ຽວ ຢູ່ນະຄອນຫຼວງພະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11 ກຸມພາ ນີ້ ວ່າ:
“ແມ່ນສ່ວນຫຼາຍ ຮັບແຕ່ຄົນຈີນ ຂອງເຂົາເຈົ້າ ຫັ້ນແຫຼະ. ໂອ ຫຼາຍເຕີບໃດ໋, ເກືອບຮອດ 10 ປາຍບໍລິດສັດ. ເພິ່ນໄປຄືກັນ, ໄປຂອງເພິ່ນໝົດຄືກັນ. ແມ່ນແຫຼະ, ຊິໂຣ້ ທົວຣິສ ເຂົາເອີ້ນ. ບໍ່ວ່າທາງການ ກະບໍ່ແນ່ໃຈ ວ່າເພິ່ນຈະເຮັດແນວໃດເນາະ.”
ໃນຂະນະດຽວກັນ ຜູ້ປະກອບການບໍລິສັດນຳທ່ຽວ ອີກທ່ານໜຶ່ງ ຢູ່ນະຄອນຫຼວງພຣະບາງ ກໍລະບາຍຄວາມຮູ້ສຶກວ່າ ນັບແຕ່ບໍລິສັດຈີນ ມາເປີດບໍລິສັດນຳທ່ຽວ ແຂ່ງກັບຄົນລາວ ກໍໄດ້ຮັບນັກທ່ອງທ່ຽວຊາວຈີນ ຈຳນວນຫຼາຍເທື່ອຕໍ່ສັບປະດາ ແລ້ວກໍພານຳທ່ຽວ ໃນຮູບແບບທົວສູນຫຼຽນ ກະຈາຍລາຍໄດ້ ໄປສູ່ບັນດາທຸລະກິດ ຂອງຈີນ ທີ່ມາເປີດຢູ່ນະຄອນຫຼວງພຣະບາງ ຈຶ່ງເກີດຄຳຖາມວ່າ– ແລ້ວຜູ້ປະກອບການ ລາວ ໄດ້ຮັບຜົນປະໂຫຍດຫຍັງ?
“ຈີນຫັ້ນນ່າ ມີກຸ່ມລູກຄ້າ ຂອງເຂົາເຈົ້າ ມາແຕ່ປະເທດຈີນແລ້ວ ກໍເລີຍວ່າ ສົ່ງມາລາວ ມາທ່ຽວລາວ ກໍເລີຍວ່າ ເຂົາເຈົ້າມາເປີດບໍລິສັດ ຢູ່ລາວພີ້ຕື່ມ ແລ້ວໃຫ້ຄົນຈີນຫັ້ນ ຖ່າຍຂອງເຂົາເຈົ້າມາ ມາໃຊ້ບໍລິການເຂົາເຈົ້າ ມາບ້ານເຮົາ ແຕ່ເຂົາເຈົ້າກິນອາຫານຈີນ ປະຊາຊົນເຮົາ ມັນບໍ່ໄດ້ ບໍ່ມີລາຍຮັບຫຍັງຫຼາຍ, ແມ່ນແຕ່ເຄື່ອງທີ່ລະລຶກ ທີ່ເຮົາຂາຍ ຢູ່ບ້ານເຮົານີ້ ກະບໍ່ຄ່ອຍໄດ້ຂາຍ.”
ທ່ານກ່າວຕື່ມວ່າ ເລີກໆ ແລ້ວ ກໍເຊື່ອວ່າ ພາກສ່ວນທີ່ກ່ຽວຂ້ອງ ກໍຮັບຮູ້ບັນຫາດັ່ງກ່າວ ແຕ່ກໍຍັງບໍ່ເຫັນວ່າມີການແກ້ໄຂແນວໃດເທື່ອ ເຊິ່ງກໍໄດ້ແຕ່ຫວັງວ່າ ບັນຫານີ້ ຈະໄດ້ຮັບການແກ້ໄຂ ຢ່າງຖືກຕ້ອງ ເພື່ອໃຫ້ຜູ້ປະກອບການລາວ ມີລາຍໄດ້ ຈາກນັກທ່ອງທ່ຽວຈີນ ຢ່າງທີ່ຄວນຈະເປັນ.
ກ່ຽວກັບເລື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ສອບຖາມ ໄປຍັງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ແຂວງຫຼວງພຣະບາງ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສະດວກທີ່ຈະຕອບຄຳຖາມນີ້ ຢ່າງກົງໄປກົງມາໄດ້.
ແຕ່ພະນັກງານນຳທ່ຽວ ນາງໜຶ່ງ ທີ່ຂຶ້ນກັບພະແນກຖະແຫຼງຂ່າວ , ວັດທະນະທຳ ແລະທ່ອງທ່ຽວ ແຂວງຫຼວງພຣະບາງ ກໍຍອມຮັບວ່າ ມີຄົນຈີນ ມາເປີດບໍລິສັດນຳທ່ຽວແທ້ ແຕ່ກໍບໍ່ໄດ້ພານັກທ່ອງທ່ຽວຈີນ ໃຊ້ບໍລິການ ແຕ່ທຸລະກິດ ຂອງຄົນຈີນ ທັງໝົດ ແລະ ກໍພານັກທ່ອງທ່ຽວຈີນ ໄປໃຊ້ບໍລິການ ທຸລະກິດ ຂອງຄົນລາວ ຄືກັນ ແບບໝູນວຽນກັນໄປ.
“ມັນຂຶ້ນກັບບາງກຣຸ໊ບທົວ ລູກຄ້າບາງຄົນ ເຂົາເຈົ້າມັກອາຫານລາວ ບາງກຣຸ໊ບ ເຂົາເຈົ້າ ຈະໄປກິນອາຫານລາວ ເຮືອນພັກ ໂຮງແຮມ. ມັນກະສະຫຼັບກັນ. ບາງເທື່ອ ກະເປັນເຮືອນພັກ ໂຮງແຮມ ຂອງຄົນລາວ ບາງເທື່ອ ກະເປັນເຮືອນພັກ ໂຮງແຮມ ຂອງຄົນຈີນເອງ.”
ຢ່າງໃດກໍຕາມ ການເປີດປີທ່ອງທ່ຽວລາວ 2024 ມີນັກທ່ອງທ່ຽວ ເຂົ້າມາທ່ຽວແຂວງຫຼວງພຣະບາງ ທັງໝົດ 2,326,758 ຄົນ ໂດຍນັກທ່ອງທ່ຽວ ທີ່ເດີນທາງ ມາທ່ຽວແຂວງຫຼວງພຣະບາງ ຫຼາຍທີ່ສຸດ ອັນດັບ 1 ແມ່ນນັກທ່ອງທ່ຽວຈີນ 438,355 ຄົນ.
ອີກທັງຫຼ້າສຸດນີ້ ທາງການແຂວງຫຼວງພຣະບາງ ຍັງໄດ້ສະເໜີ ໃຫ້ລັດຖະບານ ຊ່ວຍຄົ້ນຄວ້າ ແລະ ພິຈາລະນາ ໃນການຍົກເວັ້ນວິຊາ ໃຫ້ນັກທ່ອງທ່ຽວຈີນ ແບບເປັນກຸ່ມ ເພື່ອດຶງດູດນັກທ່ອງທ່ຽວຈີນຫຼາຍຂຶ້ນ.