ມ.ສິງ ມ.ລອງ ຮວມເງິນ ແປງໂຮງຮຽນ

0:00 / 0:00

ປະຊາຊົນ ຢູ່ເມືອງສິງ ແລະ ເມືອງລອງ ພາກັນອອກເງິນກັນເອງ ເພື່ອສ້າງ ແລະ ສ້ອມແປງໂຮງຮຽນປະຖົມ ແບບຊົ່ວຄາວໃຫ້ລູກຫຼານ ເຂົາເຈົ້າໄດ້ຮຽນ, ຊຶ່ງຢູ່ເມືອງສິງ ແລະ ເມືອງລອງ ມີນັກຮຽນປະຖົມ ທັງຫມົດປະມານ 5 ພັນຄົນ, ມີໂຮງຮຽນປະຖົມທັງໝົດ 130 ແຫ່ງ, ໃນນັ້ນມີ ໂຮງຮຽນປະຖົມ ທີ່ ຊາວບ້ານສ້າງຂຶ້ນແບບຊົ່ວຄາວ 40 ແຫ່ງ. ໃນຈໍານວນໂຮງຮຽນ 40 ແຫ່ງ ທີ່ຊາວບ້ານໄດ້ຮ່ວມກັນສ້າງ ສ້ອມແປງ ໄວ້ກ່ອນທີ່ຈະເປິີດພາກຮຽນນັ້ນ ກໍມີຮວມທັງໂຮງຮຽນ ຢູ່ບ້ານຂວາງນໍາດ້ວຍ, ດັ່ງນາຍບ້ານ ບ້ານຂວາງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 20 ເມສາ ຜ່ານມາ ວ່າ:

“ບ້ານໝົດໂອໄດ້ເກັນກັນເນາະ ກະດານ ກໍ່ໄປຊື້ເອົາ ຄອມຕໍ່ໄຟ ບ້ານໄດ້ຊື້ເອົາຄືກັນໝົດ ທາງຫ້ອງການບໍ່ໄດ້ຊ່ວຍຫຍັງຈັກຢ່າງ ຊິວ່າໂຕະ ກໍ່ບ້ານ ເກັບກັນໃສ່ຊໍ້າ ນິເນາະໂຕະຕັ່ງ ກໍ່ບໍ່ຊ່ວຍກະດານກະໄດ້ຊື້ເອົາໝົດ ໂຕະກະໄດ້ແປງໃຜແປງມັນ ລູກໃຜລູກມັນ ແປງເອົາ, ບ້ານ ຊ່ວຍເຄິ່ງນຶ່ງ ເກັບກັນແດ່ ບໍ່ພໍກໍ່ແປງໂຮງຮຽນນີ້ ເກັບເປັນຫົວເຮືອນໂລດ.”

ອຸປກອນທີ່ມີການສ້ອມແປງລວມມີ ຫລັງຄາ, ຝາແອ້ມໂຮງຮຽນ, ໂຕະ-ຕັ່ງ ແລະ ທີ່ຜ່ານມາທາງອຳນາດການປົກຄອງບ້ານ ກໍໄດ້ສະເໜີ ຂໍທຶນ ຈາກທາງເມືອງ, ແຕ່ທາງເມືອງ ກໍບໍ່ມີງົບປະມານ ທີ່ຈະຕອບສະໜອງໃຫ້ ແລະ ໄດ້ແນະນຳ ໃຫ້ທາງບ້ານຊອກວິທີແກ້ໄຂກ່ອນ ໃຫ້ລໍຖ້າທຶນ. ນາຍບ້ານທ່ານນີ້ ກ່າວວ່າ ມູນຄ່າການກໍ່ສ້າງ ທີ່ຊາວບ້ານສ້າງໂຮງຮຽນ ແບບຊົ່ວຄາວ ປະມານ 10 ລ້ານ ກີບ.

ການກໍ່ສ້າງໂຮງຮຽນປະຖົມ ແບບຖາວອນຫຼາຍແຫ່ງຢູ່ເມືອງສິງ ແລະ ເມືອງລອງ ແຂວງຫຼວງນໍ້າທາ ສ່ວນຫຼາຍກໍແມ່ນ ການຊ່ວຍເຫຼືອ ຈາກອົງການສາກົນຕ່າງໆ ຫລາຍປະເທດ. ດັ່ງຄູສອນໂຮງຮຽນປະຖົມແຫ່ງ ນຶ່ງຢູ່ເມືອງລອງ ໄດ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ເມສາ ນີ້ວ່າ:

“ໂຮງຮຽນແບບຖາວອນສ່ວນຫລາຍ ກໍຈະແມ່ນໂຄງການຕ່າງປະເທດ ນີ້ແຫລະມາຊ່ວຍ ເປັນຕົ້ນກະແມ່ນໂຄງການຈີທີເຊັດ ແລະກະອີຢູ ແລະກະໂຄງການບີຄົວ ຍັງມີທຶນ ຈາກປະເທດຈີນ ທີ່ເຂົາເຈົ້າມາຊ່ວຍ, ແຕ່ມັນກະບໍ່ທົ່ວ ບໍ່ເຖິງ ຍັງມີຫລາຍໂຮງຮຽນ ທີ່ຍັງຂາດທຶນ ການກໍ່ສ້າງ ໂຮງຮຽນນີ້.”

ໂຮງຮຽນຊົ່ວຄາວ ກໍຍັງໄດ້ຮັບຜົນກະທົບ ເປັນຕົ້ນແມ່ນ ໃນຍາມຝົນ ບາງໂຮງຮຽນ ກໍ່ຖືກລົມພະຍຸພັດໄປໝົດ ຍ້ອນໂຮງຮຽນ ບໍ່ມີຄວາມ ແໜ້ນໜາ ແລະບາງເທື່ອ ກໍໄດ້ຢຸດການຮຽນ ການສອນ ເພື່ອລໍຖ້າ ສ້ອມແປງແລ້ວ ຈຶ່ງສາມາດດຳເນີນ ການຮຽນການສອນໄດ້.