ກະສີກອນລາວ ຍັງລໍາບາກ

0:00 / 0:00

ຊາວ ກະສີກອນ ລາວ ຍັງຖືກ ເອົາປຽບ ຈາກກຸ່ມ ພໍ່ຄ້າ ຄົນກາງ ມາຕລອດ.

ເຈົ້າຫນ້າທີ່ ອຸດສາຫະກັມ ແລະ ການຄ້າ ແຂວງ ໄຊຍະບູຣີ ທ່ານນຶ່ງ ເວົ້າວ່າ ຊາວ ກະສີກອນ ໃນແຂວງ ໄຊຍະບູຣີ ມີບັນຫາ ການຖືກ ກົດຣາຄາ ສິນຄ້າ ການກະເສດ ຈາກພວກພໍ່ຄ້າ ຄົນກາງ ທີ່ສ້າງຄວາມ ເດືອດຮອ້ນ ໃຫ້ຂະເຈົ້າ ໃນການຮັບຊື້ ຜົລຜລິດ ການກະເສດ ໃນແຕ່ລະປີ. ດັ່ງທ່ານ ກ່າວໃນ ຕອນນຶ່ງວ່າ:

"ພໍ່ຄ້າຄົນກາງ ມີບັນຫາ ເຣື້ອງການ ເກັງກຳໄຣ ແລະ ຂັ້ນຕອນ ສັບຊ້ອນ ຫລາຍອັນ ເຣື້ອງຂໍ້ມູນ ຂ່າວສານ ໃນຕລາດ ສ່ວນຫລາຍ ມັນບໍ່ມີຂໍ້ ເທັສຈິງ ສ່ວນຫລາຍ ເຂົາຈະໄປຊື້ ນຳ ປະຊາຊົນ ເຂົາຈະເວົ້າວ່າ ພໍ່ຄ້າປາຍທາງ ກົດຣາຄາ ແລ້ວມາຊື້ນຳ ປະຊາຊົນ ຣາຄາຖືກ".

ທ່ານກ່າວ ຕໍ່ໄປວ່າ ພໍ່ຄ້າຄົນກາງ ຈະມາຫລອກ ຊາວ ກະສິກອນ ໃຫ້ຂາຍສິນຄ້າ ໃນຣາຄາຖືກກວ່າ ທ້ອງຕລາດ ໂດຍອ້າງວ່າ ພໍ່ຄ້າ ປາຍທາງ ກົດຣາຄາ ສິນຄ້າໃຫ້ຕ່ຳ ກວ່າຄວາມເປັນຈິງ ເຮັດໃຫ້ຊາວ ກະສິກອນ ໄດ້ຮັບຄວາມ ເດືອດຮອ້ນ ແລະ ບໍ່ຢາກ ຜລິດ ສິນຄ້າ ອອກມາຂາຍອີກ ເພາະຂາດທຶນ ໃນ ການຜລິດ.

ໃນການ ແກ້ໄຂບັນຫາ ດັ່ງກ່າວ ຫນ່ວຍງານທີ່ ກ່ຽວຂ້ອງ ກໍໄດ້ນຳ ຂໍ້ມູນ ຄວາມຮູ້ ກ່ຽວກັບ ຕລາດ ມາສິດສອນ ແກ່ຊາວກະສິກອນ ເພື່ອປ້ອງກັນ ບໍ່ໃຫ້ຖືກ ພໍ່ຄ້າ ຄົນກາງ ກົດຣາຄາ ສິນຄ້າ ອີກຕໍ່ໄປ: ທ່ານກ່າວ ເພີ້ມອີກວ່າ:

"ດຽວນີ້ ການຊ່ອຍເຫລືອ ຊາວບ້ານ ຂອງພວກເຮົາ ແມ່ນເອົາ ຊາວບ້ານ ຜູ້ໃຫ້ການຜລິດ ໄປສຶກສາ ເບີ່ງວຽກງານ ຂໍ້ມູນ ຂ່າວສານ ການຕລາດຂອງ ບໍຣິສັດ ປາຍທາງ ຫລື ບໍຣິສັດແມ່ ແລະ ຂະເຈົ້າກໍຢືນຢັນ ມາແລ້ວເຮັດຢ່າງໃດ ກໍຕ້ອງ ມີການ ປະຊຸມ ເຈຣະຈາ ກັນຣະຫວ່າງ ພໍ່ຄ້າຄົນກາງ ຖ້າຜູ້ໃດ ເປັນພໍ່ຄ້າ ຄົນກາງ ຕ້ອງມີການ ແບ່ງສັນປັນສ່ວນ ຜົລກຳໄຣ ຕ້ອງມີການ ແບ່ງກັນ ໃຫ້ສົມດູນ".

ທ່ານກ່າວ ຕໍ່ໄປວ່າ ຜແນກການຄ້າ ຍັງໄດ້ຊ່ອຍເຫລືອ ຊາວ ກະສີກອນ ໃນການຈັດ ອົບຮົມ ໃຫ້ຄວາມຮູ້ ປະເພດຕ່າງໆ ກ່ຽວກັບ ການຕລາດ ແລະ ພໍ່ຄ້າຄົນກາງ ຮ່ວມທັງ ການຂາຍສິນຄ້າ ຂອງ ພວກຂະເຈົ້າ.