ລາຍຮັບ ຈາກຂະແໜງແຮ່ທາດ ຢູ່ລາວ ຮອບປີ 2024 ເພີ່ມຂຶ້ນ ຢ່າງຫຼວງຫຼາຍ
2025.01.24

ໃນປີ 2024, ລັດຖະບານລາວ ໄດ້ອະນຸມັດ ໃຫ້ 244 ບໍລິສັດ ລົງທຶນດ້ານບໍ່ແຮ່ ຈໍານວນ 378 ໂຄງການ, ມູນຄ່າການລົງທຶນ ທັງໝົດ 2 ຕື້, ກັບ 475 ລ້ານປາຍໂດລາສະຫະຣັດ (2,475,092,758) ທຽບໃສ່ ປີ 2023 ເພີ່ມຂຶ້ນ 1.77% ແລະ ຖ້າທຽບໃສ່ແຜນການ ທີ່ສະພາແຫ່ງຊາດ ຮັບຮອງ ແມ່ນລື່ນ 63.54%. ມູນຄ່າ ການຈຳໜ່າຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ຢູ່ພາຍໃນ ແລະ ໄປຕ່າງປະເທດ ລວມທັງໝົດ 3 ຕື້, ກັບ 261 ລ້ານປາຍໂດລາສະຫະຣັດ, (3,261,274,831) ທຽບໃສ່ ປີ 2023 ເພີ່ມຂຶ້ນ 13% ແລະ ຖ້າທຽບໃສ່ ແຜນທິດທາງ ປີ 2024 ປະຕິບັດໄດ້ ລື່ນແຜນການ 63%, ອີງຕາມການລາຍງານ ຂອງທ່ານ ບຸນຍົງ ສີດາວົງ, ຫົວໜ້າກົມຄຸ້ມຄອງບໍ່ແຮ່ ຕໍ່ກອງປະຊຸມເປີດກວ້າງ ຂອງກະຊວງພະລັງງານ ແລະ ບໍ່ແຮ່, ຊຶ່ງໄດ້ຈັດຂຶ້ນ ໃນມື້ວັນທີ 20 ແລະ 21 ມັງກອນນີ້.
ໃນຂະນະດຽວກັນ, ປະຊາຊົນລາວ ຈໍານວນໜຶ່ງ ກໍເວົ້າວ່າ ການຈໍາໜ່າຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ເຖິງມີມູນຄ່າຫຼວງຫຼາຍ ຄືທີ່ວ່ານັ້ນ, ກໍບໍ່ກຸ້ມຄ່າ ກັບຊັບພະກອນທໍາມະຊາດ ທີ່ລາວ ສູນເສຍໄປ, ເຖິງລັດຖະບານ ຈະມີລາຍຮັບຫຼາຍ, ແຕ່ກໍຍັງບໍ່ກຸ້ມຄ່າ. ມັນກຸ້ມຄ່າທີ່ສຸດ ສໍາລັບບໍລິສັດ ຜູ້ລົງທຶນ, ແຕ່ປະເທດລາວ ໄດ້ຮັບຜົນກະທົບຫຼາຍ. ດັ່ງທີ່ປະຊາຊົນລາວ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ມັງກອນນີ້ວ່າ:
“ມັນບໍ່ກຸ້ມດອກ, ແຕ່ວ່າ ເຮົາມັນຊິມີ ຊັບພະຍາກອນຊື່ໆ ເຮົາພັດບໍ່ມີເຄື່ອງມື ເຄື່ອງຫຍັງເນາະ ກໍໄດ້ໃຊ້ ພວກຕ່າງປະເທດ ມາເຮັດ ຫຼືວ່າຈີນ ຫຼືວ່າອີ່ຫຍັງ, ຫັ້ນນ່າ. ກຸ້ມສະເພາະ ແຕ່ເຂົາຫັ້ນແຫຼະ ມາສ້າງບ້ານແປງເມືອງ, ເອີ, ມັນຈະກຸ້ມຄ່າ ຢູ່ໂຕຫັ້ນ. ເລື່ອງກຸ້ມ ບໍ່ກຸ້ມແລ້ວ ຜ່ານມາ ກະບໍ່ໄດ້ອີ່ຫຍັງ ບ້ານເມືອງ, ຫັ້ນນ່າ. ຜົນກະທົບ ມັນກໍຫຼາຍຢູ່ດອກ ຍົກໂຕຢ່າງ ຖະໜົນຫົນທາງ ເບິ່ງເອົາ, ຫັ້ນນ່າ.”
ແລະ ປະຊາຊົນລາວ ອີກທ່ານໜຶ່ງ ກໍກ່າວວ່າ ລາຍຮັບ ທີ່ໄດ້ຈາກການຂຸດຄົ້ນ ຈໍາໜ່າຍແຮ່ທາດ ແລະຜະລິດຕະພັນແຮ່ທາດ ລື່ນແຜນການ ຈໍານວນຫຼວງຫຼາຍ ແລະ ເງິນເຫຼືອແຜນ ທີ່ວ່ານັ້ນ, ລັດຖະບານ ເອົາໄປເຮັດຫຍັງ, ຕາມຈິດໃຈປະຊາຊົນ ແມ່ນຢາກໃຫ້ເອົາ ໄປພັດທະນາ ໂຄງຮ່າງພື້ນຖານ, ປັບປຸງເສັ້ນທາງ ທີ່ເປ່ເພ. ຍາມຝົນ ເປັນຂີ້ຕົມ, ຍາມແລ້ງ ເປັນຂີ້ຝຸ່ນ ເປັນຕົ້ນ ແມ່ນຍ້ອນ ລົດບັນທຸກແຮ່ທາດ ໜັກຫຼາຍ, ແລ່ນທຸກມື້. ດັ່ງທີ່ທ່ານກ່າວວ່າ:
“ເກັບລາຍຮັບ ຂອງເຂົາຫັ້ນ ໂຕຢ່າງ ເງິນເຫຼືອແຜນ ເຂົາເອົາໄປເຮັດຫຍັງ? ຈິດໃຈປະຊາຊົນນີ້, ຢາກໃຫ້ໄປ ປັບປຸງເສັ້ນທາງ ໃຫ້ປະຊາຊົນນີ້ ໃຫ້ເອົາສິນຄ້າ ອອກໄດ້ທຸກລະດູ, ຫັ້ນນ່າ. ບ່ອນໃດກັນດານ, ຍາກ ປະຊາຊົນ ກໍເກັບເງິນກັນ ຈ້າງລົດຊົ່ວຄາວ ໄປໄດ້ຊື່ໆເນາະ, ບໍ່ຍາວນານ.”
ພ້ອມກັນນັ້ນ, ເຈົ້າໜ້າທີ່ ວິຊາການ ທີ່ກ່ຽວຂ້ອງ ທ່ານໜຶ່ງ ກໍເວົ້າວ່າ ການທີ່ລັດຖະບານ ອະນຸມັດໃຫ້ ບໍລິສັດຕ່າງປະເທດ ເຂົ້າມາສໍາປະທານ ຂຸດຄົ້ນແຮ່ທາດ ໃນລາວ ເປັນຈໍານວນຫຼວງຫຼາຍນັ້ນ, ຕົນບໍ່ຂໍອອກຄໍາເຫັນ ວ່າກຸ້ມຄ່າ ຫຼືບໍ່? ແຕ່ເທົ່າທີ່ຜ່ານມາ ເຫັນວ່າ ມີຜົນກະທົບ ຫຼາຍຢ່າງຢູ່, ໂດຍສະເພາະ ເລື່ອງລົດຂົນແຮ່ທາດ, ຊຶ່ງມີນໍ້າໜັກເກີນ ທີ່ທາງການ ກໍານົດນັ້ນ ແລ່ນ, ເຮັດໃຫ້ຖະໜົນຫົນທາງ ເປ່ເພ, ແຕ່ບໍ່ມີການສ້ອມແປງ.
“ອັນນີ້ແທ້ ສ່ວນຫຼາຍ ກໍເກີດມາຈາກ ການບັນທຸກ ນໍ້າໜັກເກີນແຫຼະ. ລົດບັນທຸກນີ້, ແຮງນັບມື້ ແຮງຫຼາຍຂຶ້ນນ່າ, ທຸກຄັນເລີຍ. ຖືວ່າມີ ການບັນທຸກນໍ້າໜັກເກີນ ກະເປັນວັດຖຸ ການກໍ່ສ້າງນີ້ແຫຼະ ເປັນຫີນ, ເປັນຊາຍ ເລື່ອງແຮ່ທາດ ຈໍານວນໜຶ່ງ.”
ໃນຂະນະດຽວກັນ, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ນາງໜຶ່ງ ກໍເວົ້າເຖິງເຫດຜົນ ທີ່ລັດຖະບານ ອະນຸມັດໃຫ້ ບໍລິສັດຕ່າງປະເທດ ສໍາປະທານ ຂຸດຄົ້ນແຮ່ທາດ ເປັນຈໍານວນ ຫຼວງຫຼາຍນັ້ນ ວ່າ ເພື່ອການພັດທະນາ, ຖ້າເຮົາປ່ອຍແຮ່ທາດ ໄວ້ລ້າໆ ກໍຈະບໍ່ມີລາຍຮັບ, ຈະສູນເສຍ ຜົນປະໂຫຍດໄປຊື່ໆ ແລະ ວ່າ ລັດຖະບານ ບໍ່ມີທຶນຮອນ ທີ່ຈະຂຸດຄົ້ນ ດ້ວຍໂຕເອງ.
“ອັນນີ້ ຄັນຖ້າທຽບໃສ່ ກໍເວົ້າກັນຍາກຢູ່ດອກ ເພາະວ່າ ບໍລິສັດ ມາລົງທຶນ ຢູ່ບ້ານເຮົາ, ເພິ່ນກໍຢາກໃຫ້ເຮົາຫັ້ນ ໄດ້ພັດທະນາ, ຄວາມໝາຍວ່າເນາະ ຄັນວ່າເຮົາ ຊິຮັກສາໄວ້ ບໍ່ພັດທະນາ ກະບໍ່ມີລາຍຮັບ.”
ແຕ່ເຖິງຢ່າງໃດກໍຕາມ, ເຖິງແມ່ນວ່າ ຈະມີລາຍຮັບ ຈາກການປ່ອຍໃຫ້ ບໍລິສັດຕ່າງປະເທດ ຂຸດຄົ້ນແຮ່ທາດ ແລະ ຂາຍຜະລິດຕະພັນແຮ່ທາດ ເປັນຈໍານວນຫຼວງຫຼາຍ, ແຕ່ລັດຖະບານລາວ ກໍຍັງຂາດດຸນການຄ້າຫຼາຍ ມາໂດຍຕະຫຼອດ. ເວົ້າສະເພາະ ແຕ່ເດືອນມັງກອນ ຫາເດືອນພະຈິກ 2024 ທີ່ຜ່ານມານີ້ ກໍຂາດດຸນການຄ້າ ເຖິງ 1 ຕື້ 375 ລ້ານໂດລາສະຫະຣັດ ຄືນໍາສິນຄ້າ ເຂົ້າມາ ມູນຄ່າ 7 ຕື້ 320 ລ້ານໂດລາສະຫະຣັດ ແລະ ສົ່ງສິນຄ້າອອກໄປ ມູນຄ່າ 5 ຕື້ 945 ລ້ານໂດລາສະຫະຣັດ, ອີງຕາມລາຍງານ ຂອງສູນຂໍ້ມູນຂ່າວສານ ທາງດ້ານການຄ້າ ຂອງສປປລາວ.