ຄ່າເງິນກີບ ຂຶ້ນ-ລົງ ເປັນໄປຕາມ ອຸປະສົງ-ອຸປະທານ

ພູວົງສ໌
2022.05.03
Share on WhatsApp
Share on WhatsApp
ຄ່າເງິນກີບ ຂຶ້ນ-ລົງ ເປັນໄປຕາມ ອຸປະສົງ-ອຸປະທານ ທະນາຄານແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ, ວັນທີ 15 ເມສາ 2022.
RFA

ຜູ້ທີ່ເປັນໂຕແທນ ຮ້ານແລກປ່ຽນເງິນຕຣາ ທີ່ຖືກກົດໝາຍ ແລະ ຍັງຢູ່ລະຫວ່າງ ຂໍສືບຕໍ່ໃບອະນຸຍາດ ຈາກທນາຄານກາງ ຫຼືທນາຄານແຫ່ງ ສປປ ລາວ ຫຼາຍຮ້ານ ພາກັນຢືນຢັນວ່າ ຮ້ານແລກປ່ຽນເງິນຕຣາ ເຖິງວ່າມີຫຼາຍຮ້ານ, ແຕ່ບໍ່ໄດ້ເປັນຜູ້ກຳນົດ ອັດຕຣາແລກປ່ຽນປະຈຳວັນ ແລະ ບໍ່ໄດ້ມີສ່ວນກ່ຽວຂ້ອງ ໃນການເຮັດໃຫ້ອັດຕຣາແລກປ່ຽນ ຂຶ້ນ-ລົງ ຜິດປົກກະຕິ ໃນຮອບ 2 ເດືອນທີ່ຜ່ານມານັ້ນ ຫຼືເປັນສ່ວນສຳຄັນ ໃນການເຮັດໃຫ້ເງີນກີບ ຂາດສະຖຽນລະພາບ ແຕ່ຢ່າງໃດ. ໃນຄວາມເປັນຈິງແລ້ວ, ອັດຕຣາແລກປ່ຽນໃນລາວ ບໍ່ວ່າຈະເປັນ ກີບ-ບາທ-ກີບ ແລະ ໂດ່ລ້າຣ໌-ກີບ-ໂດ່ລ້າຣ໌ ກໍແມ່ນຖືກກຳນົດ ໂດຍກົລໄກຕລາດ ເປັນສ່ວນໃຫຍ່ ຫຼືຂຶ້ນກັບຜູ້ຊື້ ແລະ ຜູ້ຂາຍ ພຶງພໍໃຈຕໍ່ກັນ ທີ່ຈະຊື້-ຂາຍ ຫຼືແລກປ່ຽນເງິນຕຣາກັນ ໃນແຕ່ລະໄລຍະ.

ເຖິງຢ່າງໃດກໍຕາມ, ບັນດາຜູ້ທີ່ເປັນເຈົ້າຂອງ ຮ້ານແລກປ່ຽນເງິນຕຣາ ຫຼາຍຄົນ ກໍໄດ້ສັງເກດ ແລະ ເລົ່າສູ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ຟັງໃນວ່າງ 2-3 ມື້ຜ່ານມານີ້ວ່າ ການທີ່ເງິນກີບອ່ອນຄ່າ ສ່ວນສຳຄັນຫຼັກໆ ກໍແມ່ນຍ້ອນມີຜູ້ທີ່ມີຄວາມຕ້ອງການ ເງິນຕຣາຕ່າງປະເທດສູງ ເພື່ອນຳໄປຊື້ສິນຄ້າຕ່າງປະເທດ ເນື່ອງຈາກປະເທດລາວ ຕ້ອງນຳເຂົ້າສິນຄ້າ ຈາກຕ່າງປະເທດ ເປັນສ່ວນໃຫຍ່ ເພາະບໍ່ສາມາດຜລິຕໄດ້ເອງ. ດ້ວຍເຫດນີ້, ຈຶ່ງເຮັດໃຫ້ຄວາມຕ້ອງການເງິນບາທ ແລະ ເງິນໂດ່ລ້າຣ໌ ມີຫຼາຍກວ່າທີ່ຕລາດ ຈະສາມາດສນອງໃຫ້ໄດ້ ເພື່ອໄປຊຳຣະ ແລະ ຊື້-ຂາຍກັບຕ່າງປະເທດ. ດັ່ງຜູ້ປະກອບການ ຮ້ານຂາຍຄຳຂນາດນ້ອຍ ແລະ ທັງເປັນ ຮ້ານແລກປ່ຽນເງິນຕຣາຕ່າງປະເທດ ໃນແຂວງບໍຣິຄຳໄຊ ທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 2 ພຶສພາ 2022 ນີ້ວ່າ:

“ເຮົາມັນແລກປ່ຽນ ເຮົາກະໄປຕາມທ້ອງຕລາດ ຫັ້ນແຫຼະ, ທນາຄານເພິ່ນຄຸມບໍ່ໄດ້ເດ້ ອັນນັ້ນນ່າ, ຕາມທີ່ເຮົາຊື້ເຮົາຂາຍ ເຮົາຕັດໄດ້ຫັ້ນແລ້ວ. ໂອ້ຍ, ມັນຂຶ້ນນຳສິນຄ້າເຮົາສົ່ງອອກ ພຸ້ນແຫຼະ, ເຮົາມີແຕ່ນຳເຂົ້າເດ້. ແຕ່ເຮົາເຮັດເປັນຮ້ານແລກປ່ຽນນີ້ນ່າ, ພວກເຮົາຈະມີບຸກຄົນ ເຂົາເຈົ້າກະ ທຸກຢ່າງເລີຍແຫຼະເຂົາຊື້ ອາຫານທະເລ ຊື້ເຄື່ອງມາຂາຍເນາະ, ເປັນພວກປຸ໋ຍ ພວກມີຫຍັງແດ່, ຫຼາຍແນວ ສິນຄ້າທີ່ເຂົາຊື້ມາຂາຍນ່າ. ເຂົ້າຕົ້ມ-ເຂົ້າໜົມ ເຂົາກະຊື້ມາແຕ່ຝັ່ງນັ້ນ, ມາແລ້ວເຂົາກະມາຂາຍ ໄດ້ເປັນເງິນກີບແບບນີ້, ເງິນກີບແບບນີ້ ເຂົາຕ້ອງໄປຊຳຣະເປັນເງິນບາທ, ບາດນີ້ນ່າ. ເຂົາກະຕ້ອງໄດ້ມາ, ໄປຊື້ນຳທນາຄານກະບໍ່ໄດ້ ແມ່ນຢູ່ ອອກເຣທຖືກ ເຂົາໄປຊື້ກະບໍ່ໄດ້ເດ້, ປະຊາຊົນທົ່ວໄປ. ຕ້ອງໄດ້ມາຫາ ຮ້ານແບບເຮົານີ້ ຮ້ານແລກປ່ຽນແບບເຮົານີ້, ເຮົາກະຕ້ອງໄປຊອກເງິນຕຣາມາ ທາງເຮົາກະດາຍ. ເຮົາກະຕ້ອງໄດ້ເອົາເງິນຕຣາ ເຮົາໄປຊອກເອົາຕາມທ້ອງຕລາດແບບນັ້ນລະບໍ, ຜູ້ໃດມີ ເຂົາກະຂາຍມາ ເຮົາກະສນອງໃຫ້ລູກຄ້າເຮົາຢູ່ພີ້ ມັນກະຕ້ອງໄດ້ແພງໄປຕາມໆກັນ.” 

ທ່ານກ່າວຕື່ມວ່າ ໃນຄວາມເປັນຈິງແລ້ວ, ກໍບໍ່ມີໃຜ ຢາກແລກປ່ຽນເງິນຕຣາ ກັບຮ້ານແລກປ່ຽນເງິນຕຣາທົ່ວໄປ, ແຕ່ໃນເມື່ອທນາຄານທຸຣະກິຈ ແລະ ທນາຄານກາງ ບໍ່ສາມາດຕອບສນອງ ເງິນຕຣາຕ່າງປະເທດໃຫ້ໄດ້, ຜູ້ທີ່ຢາກໃຊ້ເງິນຕຣາຕ່າງປະເທດ ກໍຈຳເປັນຕ້ອງໄປຫາແລກປ່ຽນ ກັບຮ້ານແລກປ່ຽນເງິນຕຣາ ທັງທີ່ມີໃບອະນຸຍາດ ແລະ ຍັງບໍ່ໄດ້ຮັບໃບອະນຸຍາດເທື່ອ ເພື່ອໃຫ້ທຸຣະກິຈໂຕເອງ ເດີນແມ່ນແລ່ນສະດວກ.

“ຜູ້ສື່ຂ່າວຖາມ: ລະບາດນີ້, ຄືອ້າຍເຮັດຮ້ານແລກປ່ຽນນີ້ ສາມາດເອົາເງິນກີບນີ້ ໄປແລກເອົາເງິນບາທ, ເງິນໂດ່ລ້າຣ ນຳທນາຄານກາງໄດ້ບໍ່ ຫຼືວ່າທນາຄານສາຂາ ຂອງທນາຄານກາງ, ຫັ້ນນ່າ ໄດ້ບໍ່?

ຜູ້ປະກອບການຕອບ: ບໍ່ໄດ້, ບໍ່ໄດ້, ບໍ່ໄດ້, ບໍ່ໄດ້.

ຜູ້ສື່ຂ່າວຖາມ: ເປັນຫຍັງຄືບໍ່ໄດ້?

ຜູ້ປະກອບການຕອບ: ເຮົາໄປແລກເອົາບໍ່ໄດ້, ເພິ່ນໃຫ້ໄດ້ ກະໄດ້ມີວົງເງິນຈຳກັດ, ເຊິ່ງກະບໍ່ຕອບສນອງ ຕາມຄວາມຕ້ອງການ ຂອງເຮົາ. ບໍ່ໄດ້ດອກ, ມັນເພິ່ນບໍ່ມີນະໂຍບາຍຂາຍ. ສະນັ້ນ, ແບບຄືເຮົາເຮັດຮ້ານແລກປ່ຽນຈັ່ງຊີ້, ເຮົາກະບໍ່ມີເງິນຊິມາບໍຣິການລູກ ແບບນັ້ນລະບໍ, ກະຕ້ອງໄດ້ໄປຊອກເອົາທາງນອກ ກະໄດ້ແພງ. ແພງມາ ກະໄດ້ແພງນຳກັນໝົດ, ຫັ້ນແຫຼະ. ເຮົາລະແມ່ນ ເຮົາເອົາຕາມເຖົ້າແກ່ເຮົາ ເປັນຮ້ານແລກປ່ຽນ ລະຂາຍຄຳນຳເດ້. ຂາຍຄຳນຳ ລະເຮົາກະອີງຕາມຮ້ານໃຫຍ່ ຄືຮ້ານຄຳພູວົງ, ເຮົາໄປຊື້ຄຳນຳເພິ່ນມາຂາຍເດ້, ເປັນສາຂາ ຂອງເພິ່ນ. ເພິ່ນເປັນຜູ້ອອກກຳນົດມາແບບນັ້ນ, ເຮົາກະໄດ້ອີງຕາມແບບນັ້ນມາ.”

ຜູ້ປະກອບການ ຮ້ານແລກປ່ຽນເງິນຕຣາ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍໄດ້ເບິ່ງປັນທັສນະ ຂອງທ່ານ ຜ່ານການສັງເກດ ສະພາບເສຖກິຈໃນປັດຈຸບັນ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ຟັງໃນມື້ດຽວກັນນີ້ວ່າ ຮ້ານແລກປ່ຽນເງິນຕຣາ ບໍ່ມີສ່ວນກ່ຽວຂ້ອງໃດໆເລີຍ ໃນການກຳນົດ ຫຼືຈະສາມາດປັ່ນຄ່າເງິນ ເຮັດໃຫ້ເງິນກີບອ່ອນຄ່າລົງ ຫຼືຂາດສະຖຽນລະພາບໄດ້. ໃນຄວາມເປັນຈິງແລ້ວ, ສະພາບເສຖກິຈ ໃນສູ່ມື້ນີ້ ແມ່ນຜູ້ທີ່ຄ້າຂາຍໃນລາວ ມັກຈະຕິດປະກາດ ຫຼືຮ້ອງລາຄາສິນຄ້າ ເປັນເງິນຕຣາຕ່າງປະເທດເລີຍ ຈຶ່ງເຮັດໃຫ້ທຸກຄົນ ແລະ ປະຊາຊົນທົ່ວໄປ ຕ້ອງໄດ້ດີ້ນຮົນ ຊອກຫາເງິນຕຣາຕ່າງປະເທດ ຕິດໂຕໄວ້ຕລອດ ເພື່ອຈະສາມາດຊື້ສິນຄ້າໄດ້ງ່າຍ ແລະ ບໍ່ເສັຽປຽບກັບຄ່າເງິນກີບ ທີ່ອ່ອນຄ່າລົງ ຢ່າງໄວວາ ໃນແຕ່ລະເດືອນນັ້ນ.

“ບໍ່ແມ່ນຄວາມຈິງເລີຍ. ຕາມເຮົາ, ເຮົາກະເບິ່ງຕາມສະພາບເສຖກິຈທົ່ວໄປ ຫັ້ນແຫຼະ, ມັນບໍ່ໄດ້ກ່ຽວກັບເຮົາ. ເຮົາບໍ່ໄດ້ມີອຳນາດ ເຖິງຂນາດຊິໄປກຳນົດຄ່າເງິນ ຂອງແຕ່ລະມື້ໄດ້, ເຮົາເປັນຫົວໜ່ວຍທຸຣະກິຈ ຂນາດນ້ອຍຊື່ໆ ເປັນສື່ກາງໃນການແລກເງິນຊື່ໆ, ຊື້ມາຂາຍໄປໆ. ໂຕນີ້ເນາະ, ເຮົາກະບໍ່ແນ່ໃຈ, ແຕ່ວ່າເບິ່ງຕາມສ່ວນຫຼາຍ ມັນກະຄົນຕ້ອງການ ຍ້ອນວ່າ ຫົວໜ່ວຍທຸຣະກິຈ ເຂົາກະຂາຍສິນຄ້າ ເປັນເງິນບາທ-ເງິນດອນໄປແດ່, ຈັ່ງຊີ້ຫັ້ນນ່າ, ຍ້ອນວ່າເງິນກີບ ມັນອ່ອນຄ່າແຮງ ຊີ້ນ່າ. ລະບາດນີ້ ມັນເຮັດໃຫ້ມີຜູ້ຄົນຕ້ອງການໃຊ້ເງິນຕຣາ ກະເປັນປະຊາຊົນທົ່ວໄປນີ້ແຫຼະ ໄດ້ຮັບຜົກລະທົບ. ເຮົາເບິ່ງຕາມທົ່ວໄປ ກະເຫັນແບບນີ້ ສ່ວນຫຼາຍ ກະເປັນຍ້ອນສິນຄ້າ ຜູ້ຂາຍ ຫັ້ນນ່າ ໃສ່ເງິນຕຣາໝົດແນ່ ມັນກະເລີຍເຮັດໃຫ້ປະຊາຊົນ ຕ້ອງໄປໃຊ້ເງິນຕຣາຊື້, ຊີ້ນ່າ. ກະເລີຍຈຳເປັນ ຕ້ອງໄດ້ໃຊ້ເງິນຕຣາ.”

ຂະນະທີ່ນັກວິຊາການ ດ້ານການເງິນ ໃນແຂວງສວັນນະເຂດ ທີ່ສັງເກດລະບົບການເງິນ, ການຊຳຣະ ແລະ ການຄ້າຊາຍແດນ ໃນປະເທດລາວ ກໍກ່າວວ່າ ສາເຫດຫຼັກ ທີ່ເຮັດໃຫ້ເງິນກີບ ຂາດສະຖຽນລະພາບ ຫຼືອ່ອນຄ່າຢ່າງຮຸນແຮງ ໃນປີ 2022 ນີ້ ກໍແມ່ນຍ້ອນວ່າ ໃນລະບົບເສຖກິຈລາວ ຜູ້ທີ່ຄ້າຂາຍ ມີຄວາມຕ້ອງການ ເງິນຕຣາຕ່າງປະເທດສູງ ເພື່ອທີ່ພວກເຂົາຈະສາມາດ ດຳເນີນທຸຣະກິຈໃຫ້ໄດ້ ຢ່າງເປັນປົກກະຕິ ແລະ ຈະເຮັດທຸກວິທີ ເພື່ອຈະໃຫ້ໄດ້ ເງິນຕຣາຕ່າງປະເທດໃນມື ໃຫ້ພຽງພໍ. ຖ້າຫາກຜູ້ປະກອບການລາວ ສາມາດນຳເງິນກີບ ໄປແລກເອົາເງິນຕຣາຕ່າງປະເທດ ນຳທນາຄານກາງ ຫຼືທນາຄານທຸຣະກິຈ ທີ່ທນາຄານກາງຄຸ້ມຄອງ ໄດ້ຕາມຈຳນວນ ທີ່ພວກເຂົາສາມາດຄ້າຂາຍໄດ້ ໃນແຕ່ລະມື້, ເງິນກີບລາວ ກໍຄົງບໍ່ອ່ອນຄ່າເທົ່ານີ້ ແລະ ບັນຫາເງິນເຟີ້ ທີ່ເກີດຂຶ້ນໃນປັດຈຸບັນ ກໍຄົງບໍ່ຮຸນແຮງ ດັ່ງທີ່ເປັນຢູ່.

“ຍ້ອນສິນຄ້າ ນຳເຂົ້າຫຼາຍນີ້ແຫຼະ, ນຳເຂົ້າມາແຕ່ໄທຍ ມັນລະຜູ້ປະກອບການ ຜູ້ຊື້ຕ້ອງການເງິນບາທໄປຊື້ ຕ້ອງການເງິນບາທໄປຊື້ເຄື່ອງ ທໍ່ໃດກະໄດ້ປ່ຽນ. ບາດນີ້, ຮ້ານອັດຕຣາແລກປ່ຽນ ເວົ້າສູງກະໄດ້ປ່ຽນ ຕາມອັນນັ້ນຫັ້ນແຫຼະ ເພື່ອຢາກໄດ້ເຄື່ອງເຂົ້າມາເດ້. ຕ້ອງການເງິນບາທ ເງິນໂດ່ລ້າຣນີ້ແຫຼະ ຕ້ອງການຫຼາຍ ເພື່ອທີ່ວ່າຈະນຳໄປຊື້ເຄື່ອງເຂົ້າມາ. ລະເຮັດໃຫ້ຮ້ານແລກປ່ຽນ ເວົ້າສູງທໍ່ໃດກະໄດ້ປ່ຽນ ຕາມຫັ້ນແຫຼະ ເພື່ອຕ້ອງການເງິນ ຊິນຳສິນຄ້າເຂົ້າເດ້. ທນາຄານບໍ່ປ່ຽນໃຫ້ເດ້, ຖ້າວ່າມັນມີບ່ອນປ່ຽນທນາຄານໄດ້ ມັນກະຊິອ່ອນລົງກວ່າ, ມັນກະຊິດີຂຶ້ນ. ທນາຄານບໍ່ໄດ້ຮັບປ່ຽນເດ້, ຖ້າວ່າມີບ່ອນປ່ຽນ ຢູ່ທນາຄານ ບ່ອນຊື້ ແລກປ່ຽນເງິນຢູ່ທນາຄານ, ມັນກະຊິດີກວ່ານີ້. ແລກບໍ່ໄດ້ ເຂົາເຈົ້າວ່າບໍ່ມີ ບໍ່ໄດ້ແລກໃຫ້ເລີຍ, ກະບໍ່ເຖິງວ່າບໍ່ແລກ ມີແຕ່ວ່າ ມັນບໍ່ມີເງິນ, ແລກໄດ້ ກະແລກມີກຳນົດ. ຕັ້ງແຕ່ຖອນເງິນນີ້, ຍັງຖອນເງິນບາທ ຍັງຖອນໄດ້ແຕ່ຄົນນຶ່ງ ມີຕັ້ງແຕ່ ບັນຊີນຶ່ງ ໄດ້ແຕ່ 2 ແສນບາທ, ສູງສຸດ, ທີ່ເພິ່ນປ່ອຍໃຫ້. ລະຜູ້ຄ້າຣາຍໃຫຍ່ໆ ເຂົາພັດຢາກໄດ້ເປັນຈຳນວນຫຼາຍລ້ານ ແນວນີ້ນ່າ. ມັນກະຍາກ, ຄັນບໍ່ແລກຢູ່ຮ້ານແລກປ່ຽນ.”

ນອກຈາກນີ້, ນັກສັງເກດການ ດ້ານເສຖກິຈໃນລາວ ຜູ້ຂໍສງວນຊື່ ແລະ ສຽງທ່ານນຶ່ງ ກໍໄດ້ແບ່ງປັນທັສນະ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 3 ພຶສພາ ນີ້ວ່າ ເງິນກີບອ່ອນຄ່າ ຫຼືເງິນກີບຂາດສະຖຽນລະພາບ ກໍມີຫຼາຍສາເຫດ, ເຊິ່ງນຶ່ງໃນນັ້ນ ກໍແມ່ນການແລກປ່ຽນເງິນຕຣາ ຢ່າງຊະຊາຍ. ແຕ່ສາເຫດຫຼັກ ທີ່ເຮັດໃຫ້ເງິນກີບອ່ອນຄ່າ ຫຼືເງິນກີບຂາດສະຖຽນລະພາບນັ້ນ, ແມ່ນທນາຄານກາງເອງ ບໍ່ມີເງິນຕຣາຕ່າງປະເທດ ພຽງພໍ ທີ່ຈະປ່ອຍເງິນຕຣາ ໄປຈໍຣະຈອນ ໃນຕລາດ. ດັ່ງນັ້ນ, ມັນຈຶ່ງເຮັດໃຫ້ເງິນກີບ ເປັນສະກຸນເງິນ ທີ່ມີຄວາມຕ້ອງການໜ້ອຍ ໃນການເອົາເປັນສື່ກາງ ໃນການຄ້າຂາຍລະຫວ່າງຊາຍແດນ ແລະ ຖືກເຮັດໃຫ້ອ່ອນຄ່າໃນທີ່ສຸດ ເມື່ອທຽບໃສ່ສະກຸນເງິນບາທ ແລະ ໂດ່ລ້າຣ໌ສະຫະຣັຖອາເມຣິກາ.

ທ່ານວ່າ: “ຍ້ອນເງິນກີບບໍ່ມີສະຖຽນລະພາບ ຄົນຈຶ່ງໃຊ້ເງິນຕຣາຕ່າງປະເທດໃນລາວ. ສິນຄ້າທີ່ຄົນລາວໃຊ້ຫຼາຍ ເຂົາຕັ້ງລາຄາເປັນເງິນບາທ ເນື່ອງຈາກເງິນບາທ ມີຄວາມແນ່ນອນກວ່າ ແລະ ໃຜໆກໍບໍ່ຢາກຫຼຸບທຶນ. ອີກນຶ່ງເຫດຜົລ ກໍແມ່ນວ່າ ປະເທດລາວ ເປັນປະເທດທີ່ພາກການສົ່ງອອກ ບໍ່ເຂັ້ມແຂງ. ບໍ່ຄື ຈີນ ແລະ ໄທຍ ທີ່ເປັນປະເທດ ທີ່ມີການສົ່ງອອກທີ່ເຂັ້ມແຂງ ແລະ ມີເງິນຕຣາຕ່າງປະເທດສຳຮອງສູງ ຈຶ່ງເຮັດໃຫ້ຄ່າເງິນ ມີສະຖຽນລະພາບຫຼາຍກວ່າ ແລະ ຄົນກໍນິຍົມໃຊ້ສະກຸນເງິນ ພາຍໃນປະເທດຕົນເອງ ຫຼາຍກວ່າເງິນຕຣາຕ່າງປະເທດ. ຈຸດນີ້ເອງ ທີ່ຕ່າງຈາກປະເທດລາວ, ທີ່ພາກການສົ່ງອອກ ຍັງບໍ່ເຂັ້ມແຂງ ແລະ ເຮັດໃຫ້ຄົນບໍ່ນິຍົມໃຊ້ເງິນກີບ. ດັ່ງນັ້ນ, ການໄປແກ້ໄຂບັນຫາ ດ້ວຍການຄວບຄຸມ ຮ້ານແລກປ່ຽນເງິນຕຣາ ກໍເປັນສິ່ງທີ່ດີ, ແຕ່ຈະໃຫ້ດີກວ່ານີ້ ຄວນສົ່ງເສີມ ໃຫ້ມີການສົ່ງອອກໃຫ້ເຂັ້ມແຂງ ແລ້ວເງິນກີບ ກໍຈະມີຄ່າແຂງຂຶ້ນ ໄປຕາມກົລໄກຕລາດເອງ.”

ທ່ານກ່າວອີກວ່າ ໃນແງ່ເສຖກິຈແລ້ວ, ປະເທດລາວ ຖືເປັນປະເທດ ທີ່ມີເງິນຕຣາຕ່າງປະເທດສຳຮອງ ຫຼື(Foreign exchange reserve) ທີ່ຕ່ຳຫຼາຍ, ຈຶ່ງເຮັດໃຫ້ການຄ້າລະຫວ່າງປະເທດ ແລະ ຄ່າເງິນກີບ ໃນລະດັບມະຫາພາກ ຍິ່ງມີຄ່າໜ້ອຍລົງໄປນຳ.

ທ່ານວ່າ: “ທາງການລາວ, ມີເງິນຕຣາຕ່າງປະເທດສຳຮອງ ຕ່ຳທີ່ສຸດ ຫຼືບໍ່ເຖິງ 3 ເດືອນຊ້ຳ ໃນບາງໄລຍະ. ຕ່າງຈາກປະເທດອື່ນໆ ທີ່ມີເງິນຕຣາຕ່າງປະເທດສຳຮອງ ສູງ ເປັນເວລາຫຼາຍ 10 ເດືອນ. ສະພາບປັດຈຸບັນ, ຄົນຫຼາຍຄົນ ຍາດຊື້ເງິນຕຣາຕ່າງປະເທດກັນ ເພາະມີຄວາມຈຳເປັນ ໃນການຄ້າຂາຍ. ຖ້າຢາກແກ້ໄຂບັນຫາຄ່າເງິນກີບອ່ອນ ກໍຄວນໄປແກ້ໄຂ ດ້ວຍການປ່ອຍໃຫ້ການແລກປ່ຽນເງິນກີບ ກັບເງິນຕຣາຕ່າງປະເທດ ເປັນໄປຕາມກົລໄກຕລາດ ຫຼືອີກວິທີນຶ່ງ ກໍພະຍາຍາມຫາທາງ ໃຫ້ມີເງິນຕຣາຕ່າງປະເທດສຳຮອງ ໃຫ້ຫຼາຍຂຶ້ນ ເພື່ອຕອບສນອງຄວາມຕ້ອງການ ຂອງຕລາດ.”

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ສອບຖາມ ໄປຍັງທນາຄານກາງ ຫຼືທນາຄານແຫ່ງ ສປປ ລາວ, ເຊິ່ງເຈົ້າໜ້າທີ່ ທນາຄານກາງ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ສຽງ ກໍໄດ້ກ່າວຢືນຢັນ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 3 ພຶສພາ ນີ້ວ່າ:

“ການແລກປ່ຽນ ເອົາຕຣາຕ່າງປະເທດ ຈາກທນາຄານກາງ ບໍ່ວ່າຈະເປັນນິຕິບຸກຄົນ ຫຼືໂຕແທນຮ້ານແລກປ່ຽນເງິນຕຣາ ທີ່ຖືກຕ້ອງ ແມ່ນບໍ່ສາມາດເຮັດໄດ້ແລ້ວ ເນື່ອງຈາກທາງທນາຄານເອງ ກໍມີເງິນຕຣາຕ່າງປະເທດ ທີ່ຈຳກັດ. ເຖິງຢ່າງໃດກໍຕາມ, ກໍມີຂໍ້ຍົກເວັ້ນ ນັ້ນກໍຄືວ່າ ຜູ້ທີ່ທີ່ມີຈຸດປະສົງ ຢາກແລກປ່ຽນ ເອົາເງິນຕຣາຕ່າງປະເທດ ຈຳນວນໃດນຶ່ງ ສາມາດເອົາເງິນກີບ ໄປແລກເອົາເງິນຕຣາຕ່າງປະເທດ ເປັນຕົ້ນແມ່ນ ເງິນບາທ ຫຼືເງິນໂດ່ລ້າຣ ຈາກທນາຄານທຸຣະກິຈ ທີ່ທາງທນາຄານກາງ ເປັນຜູ້ຄຸ້ມຄອງໄດ້, ແຕ່ຈະສາມາດແລກໄດ້ຈຳນວນເທົ່າໃດນັ້ນ, ກໍຂຶ້ນກັບທນາຄານນັ້ນໆ ວ່າຈະມີເງິນຕຣາຕ່າງປະເທດ ໃຫ້ຫຼາຍ-ໜ້ອຍ ສ່ຳໃດ ເພາະມັນຂຶ້ນກັບການຕົກລົງກັນ ລະຫວ່າງຜູ້ແລກ ແລະ ຜູ້ໃຫ້ແລກ. ບໍ່ພຽງແຕ່ເທົ່ານັ້ນ, ຜູ້ທີ່ຈະແລກ ກໍຈະຕ້ອງເປັນນິຕິບຸກຄົນ, ເຊັ່ນວ່າ ບໍຣິສັດ, ວິສາຫະກິຈ, ອົງການຈັດຕັ້ງ ທີ່ຕ້ອງການຊຳຣະໜີ້ສິນ ເປັນເງິນຕຣາຕ່າງປະເທດ ກັບບໍຣິສັດຕ່າງປະເທດເທົ່ານັ້ນ ແລະ ກໍສາມາດແລກໄດ້ ຢ່າງມີຂອບເຂດ ບໍ່ແມ່ນຈະໄດ້ ຕາມຈຳນວນທີ່ຕ້ອງການ.”

ກ່ອນໜ້ານີ້, ທ່ານ ດຣ. ພູເພັດ ກ້ຽວພິລາວົງ, ອາຈານສອນ ຢູ່ຄະນະເສຖສາຕ ແລະ ບໍຣິຫານທຸຣະກິຈ ປະຈຳມະຫາວິທຍາລັຍແຫ່ງຊາຕລາວ ກໍເຄີຍ​ໃຫ້​ສັມ​ພາດ ​ຕໍ່ສຳ​ນັກ​ຂ່າວ ຂ່າວ​ສານ​ປະ​ເທດ​ລາວ ໃນ​ເດືອນມິ​ຖຸ​ນາ ປີ 2020 ທີ່ຜ່ານມານັ້ນ​ວ່າ ການທີ່ເງິນກີບຈະອ່ອນຄ່າ ຫຼື ແຂງຄ່າ ລ້ວນແຕ່ຂຶ້ນກັບ ຄວາມຕ້ອງການ ແລະ ການສນອງເງິນກີບ ພາຍໃນປະເທດ. ເມື່ອຄວາມຕ້ອງການ ໃຊ້ເງິນກີບຫຼາຍຂຶ້ນ ຄ່າເງິນກີບກໍຈະແພງຂຶ້ນ ຫຼືແຂງຄ່າຂຶ້ນ, ເຊັ່ນດຽວກັບຄວາມຕ້ອງການ ໃນການໃຊ້ເງິນກີບໜ້ອຍລົງເມື່ອໃດ ກໍຈະເຮັດໃຫ້ຄ່າເງິນກີບຫຼຸດລົງ ຫຼືອ່ອນຄ່າລົງເມື່ອນັ້ນ. ກົລໄກ ທີ່ຈະຊ່ວຍປັບ ອັດຕຣາແລກປ່ຽນໄດ້ ຈຳນວນໃດນຶ່ງ ​ແມ່ນຕ້ອງໃຫ້ ເປັນໄປຕາມກົລໄກ ທາງດ້ານຕລາດ ເທົ່າທີ່ຈະເປັນໄປໄດ້ ເພື່ອສ້າງຄວາມສາມາດ ໃນການແຂ່ງຂັນ. ເຖິງວ່າໃນແງ່ຂອງນັກເສຖສາຕ  ເບິ່ງແລ້ວວ່າ ອັດຕຣາແລກປ່ຽນ ໃນປັດຈຸບັນ ແມ່ນເງິນກີບອ່ອນຄ່າ ແຕ່ວ່າ ໃນຄວາມເປັນຈິງ ຂອງຕລາດແທ້ໆ ເງິນກີບ ແມ່ນມີຄວາມອ່ອນຄ່າ ຫຼາຍກວ່ານີ້.

ທ່ານກ່າວອີກວ່າ ການທີ່ທາງທນາຄານກາງ ມີຄວາມພະຍາຍາມ ຄວບຄຸມອັດຕຣາແລກປ່ຽນ ໂດຍໃຫ້ມີອັດຕຣາອ້າງອີງ ໃນແຕ່ລະມື້, ເຊິ່ງອັດຕຣາທີ່ວາງໄວ້ ບາງເທື່ອມັນອາຈບໍ່ເໝາະສົມ ຕາມອັດຕຣາແລກປ່ຽນທີ່ແທ້ຈິງ ໃນທ້ອງຕລາດ ແລະ ອາຈກໍ່ໃຫ້ເກີດ ການເກງກິນກຳໄລ ຫຼືມີການຜັນປ່ວນ ໃນອັດຕຣາແລກປ່ຽນຢູ່ພາຍນອກ, ເຊິ່ງທ່ານເອງ ກໍຢາກໃຫ້ເປັນໄປ ຕາມກົລໄກຕລາດຫຼາຍກວ່າ. ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.