ປັດຈຸບັນ ແຂວງ ຫລວງນ້ຳທາ ໄດ້ຮັບ ຄວາມສົນໃຈ ຈາກ ນັກທ່ອງທ່ຽວ ຈີນ ຫລາຍຂຶ້ນ ເປັນຕົ້ນ ໃນຣະຍະ ບຸນປີໃໝ່ ແຕ່ ສ່ວນໃຫຍ່ ເຂົາເຈົ້າ ເອົາຣົດ ສ່ວນຕົວມາເອງ, ບໍ່ໃຊ້ ຜູ້ນຳທ່ຽວ ລາວ ແລະ ມາກັບ ທົວຈີນ, ຕາມຄຳເວົ້າ ຂອງເຈົ້າໜ້າທີ່ ແຂວງ ຫລວງນ້ຳທາ ຜູ້ ບໍ່ປະສົງ ອອກຊື່ ຕໍ່ວິທຍຸ ເອເຊັຽ ເສຣີ ເມື່ອວັນທີ 23 ພຶສຈິກາ ນີວ່າ:
"ເຮັດແນວໃດ ຈີນແຫ່ງຫຼາຍ ຂະເຈົ້າ ເປັນຕົ້ນ ແມ່ນ ຊ່ວງອັນ ຂະເຈົ້າ ກິນກຸດເນາະ ຄົນເພິ່ນ ກໍເອົາມາ ຫຼາຍຢູ່ ນັກທ່ອງທ່ຽວ ເພິ່ນກໍ ເອົາມາຫຼາຍ ຂະເຈົ້າ ຈະມາເປັນ 40-50 ຄັນ ຫລືວ່າ ເປັນຮ້ອຍຄັນ ຂະເຈົ້າ ເອົາຣົດ ສ່ວນຕົວ ບາງເທື່ອ ກໍເອົາຣົດ ສ່ວນຕົວ ມາເລີຍ ມາທ່ຽວເລີຍ 9 ຄົນ 10 ຄົນເລີຍ ເປັນຄອບຄົວ ຂະເຈົ້າ".
ທ່ານກ່າວ ຕໍ່ໄປວ່າ ນັກທ່ອງທ່ຽວ ຈີນ ເຂົ້າມາທ່ຽວ ແຂວງ ຫລວງນ້ຳທາ ຫຼາຍຂຶ້ນ ນຳທຸກປີ ຍ້ອນວ່າ ແຂວງນີ້ ເປັນແຂວງທີ່ ຕັ້ງຢູ່ ຕິດກັບ ຊາຍແດນຈີນ, ພວກເຂົາ ມັກໃຊ້ ຄົນນຳທ່ຽວຈີນ ທີ່ບໍ່ໄດ້ ສັງກັດ ການຈັດຕັ້ງ ໃນລາວ ແລະ ຜ່ານແຂວງນີ້ ໄປທ່ຽວ ແຂວງອື່ນ.
"ຈີນ ຂະເຈົ້າມາ ຂະເຈົ້າ ຈະມາແບບ ຈະມາເອົາ ໄກ້ເຖື່ອນ ມາຊື້ ເປັນທົວຍ່າງ ແຊມາແລ້ວ ກໍມາຊື້ທົວ ເພາະວ່າ ຢູ່ນີ້ ບໍ່ມີ ໄກ້ ພາສາ ຈີນແດ່ ບໍ່ຄື ຢູ່ ຫລວງພຣະບາງ ໄກ້ຂອງຈີນ ຂະເຈົ້າ ມາຍ່າງ ຢູ່ພີ້ນະ ແລ້ວກໍ ໄດ້ເສັຽຄ່າ ໃຫ້ຕໍາຣວດ.
ເຈົ້າໜ້າທີ່ ທ່ານດຽວກັນນີ້ ເວົ້າຕື່ມ ອີກວ່າ ສຳລັບ ຈຳນວນ ນັກທ່ອງທ່ຽວ ຈີນ ທີ່ເຂົ້າ ມາທ່ຽວ ໃນແຂວງ ຫລວງນ້ຳທາ ນີ້ ທາງແຂວງ ຍັງບໍ່ຮູ້ ຈຳນວນວ່າ ມີເທົ່າໃດ ກັນແທ້. ແຕ່ ຂ່າວສານ ປະເທດລາວ ຣາຍງານ ໃນເມື່ອ ກາງປີ ນີ້ວ່າ ເມື່ອປີ 2014 ມີ 422 ພັນຄົນ ແລະປີ 2015 ເພິ່ມຂຶນເປັນ 511 ພັນ ຄົນ.