ນັກຮຽນ ເຂດຫ່າງໄກ ປະລະການຮຽນ ເພີ່ມຂຶ້ນ

ມະນີຈັນ
2020-09-26
ອີແມວລ໌
ຄໍາເຫັນ
Share
ພິມ
ນັກຮຽນຊັ້ນມັທຍົມ ທີ່ໂຮງຮຽນແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ. ຖ່າຍຮູບເມື່ອ: ເດືອນມີນາ 2010. ຖ່າຍໂດຍ: PV
ນັກຮຽນຊັ້ນມັທຍົມ ທີ່ໂຮງຮຽນແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ. ຖ່າຍຮູບເມື່ອ: ເດືອນມີນາ 2010. ຖ່າຍໂດຍ: PV
RFA

ນັກຮຽນຊົນເຜົ່າ ທີ່ຢູ່ເຂດຫ່າງໄກ ແຂວງຫຼວງນໍ້າທາ, ຈໍາປາສັກ, ອຸດົມໄຊ ແລະ ແຂວງອື່ນໆ ໃນລາວ ມີອັດຕຣາ ປະລະການຮຽນ ເພີ່ມຂຶ້ນ ຍ້ອນການໃຊ້ຈ່າຍ ກ່ຽວກັບ ການສຶກສາ ຢູ່ລາວສູງ.

ຢູ່ເມືອງໂຂງ ແຂວງຈໍາປາສັກ ມີນັກຮຽນຊັ້ນ ມ.1 ຫາ ມ.7 ສ່ວນຫຼາຍ ເປັນນັກຮຽນ ຊົນເຜົ່າ ປະລະການຮຽນ ເພີ່ມຂຶ້ນ 2 ເທົ່າປາຍ ຈາກ 6-7 ຄົນ ໃນປີ 2018-2019 ມາມີ 20 ຄົົນ ໃນປີ 2020 ເນື່ອງຈາກ ຜູ້ປົກຄອງນັກຮຽນ ມີຖານະທຸກຍາກ, ບໍ່ມີເງິນ ຈ່າຍຄ່າຢູ່, ຄ່າກິນ ແລະ ຄ່າເດີນທາງ ໃນແຕ່ລະອາທິດ ໃຫ້ລູກໄປຢູ່ ຫໍພັກ ປະຈໍາໂຮງຮຽນ ຈຶ່ງໃຫ້ລູກ ປະລະການຮຽນ ໄປຊອກວຽກເຮັດ ຫາເງິນຊ່ອຍພໍ່ແມ່. ອີກຢ່າງນຶ່ງ, ຮຽນສູງ ໝົດເງິນຫຼາຍ ຈົບມາ ກໍບໍ່ມີວຽກເຮັດ ຄືເກົ່າ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຫ້ອງການ ສຶກສາທິການ ແລະ ກິລາ ເມືອງໂຂງ ຜູ້ຂໍບໍ່ອອກຊື່ ຕໍ່ RFA ໃນມື້ວັນທີ 25 ກັນຍາ ນີ້:

“ລາວກໍບໍ່ໃຫ້ ລູກເຂົາເຈົ້າ ຮຽນນີ້ແຫຼະ. ສໍ່າຈົບ ຮຮ ສາມັນນີ້ ໝົດຫຼາຍແລ້ວ. ຄັນຈົບ ວິຊາຊີພອີກ ຮຽນມາແລ້ວ ກໍບໍ່ໄດ້ອີ່ຫຍັງ. ສ່ວນຫຼາຍ ກໍອາຊີບ ຊາວໄຮ່ ຊາວນາເນາະ ລ້ຽງເປັດ ລ້ຽງໄກ່ ປີນຶ່ງ ກໍບໍ່ໄດ້ພໍເທົ່າໃດໂອ. ສິນຄ້າ ຊົນນະບົດ ມັນດັນຜລິຕຫຼາຍ ມັນຂາຍບໍ່ອອກເດ ຄືຜັກນີ້ ກໍປັນກັນກິນ ຄັນຍາມມັນຫຼາຍ.”

ທ່ານກ່າວຕື່ມວ່າ ນັກຮຽນຊັ້ນ ມ.5 ຂຶ້ນເມືອ ຈະເປັນກຸ່ມ ທີ່ປະລະການຮຽນ ຫຼາຍກວ່າໝູ່ ເຖິງແມ່ນວ່າ ທີ່ຜ່ານມາ ອົງການສາກົລ ເຂົ້າມາຊ່ອຍເຫຼືອ ເພື່ອຈູງໃຈ ໃຫ້ນັກຮຽນ ດຸໝັ່ນ ມາໂຮງຮຽນ, ແຕ່ໂຄງການນັ້ນ ກໍບໍ່ມາ ຊ່ອຍເຫຼືອນັກຮຽນ ຊັ້ນມັທຍົມ ອີກຕໍ່ໄປ ຍ້ອນສະພາບ ເສຖກິຈໂລກ ຖົດຖອຍ.

ນັກຮຽນຊົນເຜົ່າ ຢູ່ເຂດຫ່າງໄກ ເມືອງນາແລ ແຂວງຫຼວງນໍ້າທາ ກໍມີອັດຕຣາ ປະລະການຮຽນ ເພີ່ມຂຶ້ນ 0,4% ຄືຈາກປີ 2018-2019 ປະລະການຮຽນ 0,6% ຫຼື 18 ຄົນ, ມາປີ 2019-2020 ປະລະການຮຽນ ເພີ່ມເປັນ 1% ຫລື 29 ຄົນ ເນື່ອງຈາກ ຄອບຄົວທຸກຍາກ, ຜູ້ປົກຄອງ ບໍ່ມີຫໍ່ເຂົ້າ ໃຫ້ລູກມາກິນ ຢູ່ຫໍພັກໂຮງຮຽນ ຍ້ອນປະສົບ ພັຍແຫ້ງແລ້ງ, ປູກເຂົ້າບໍ່ໄດ້ຜົລ ຈຶ່ງຈໍາຕ້ອງໃຫ້ລູກ ປະລະການຮຽນ ໄປຊອກເຮັດວຽກ ຢູ່ຕ່າງແຂວງ ເພື່ອຊ່ອຍຄອບຄົວ ກັບມາມີຢູ່-ມີກິນ. ເຈົ້າໜ້າທີ່ ສຶກສາທິການ ແລະ ກິລາ ເມືອງນາແລ ຜູ້ບໍ່ປະສົງອອກຊື່ ກ່າວຕໍ່ RFA ໃນມື້ດຽວກັນ ນັ້ນວ່າ:

“ຂາດເຂົ້າກິນ ສ່ວນຫຼາຍ ກະຂາດເຂົ້າກິນ ນັ້ນແຫຼະ. ເຂົາເຈົ້າກໍໄປ ຈ້າງງານ ໄປຈ້າງງານ ຢູ່ຕ່າງເມືອງ ຕ່າງແຂວງ ບາງເທື່ອ ກໍໄປບໍ່ແກ້ວ ບໍ່ຢາກກັບ. ບາງເທື່ອ ກໍໄປອຸດົມໄຊ ກໍບໍ່ຢາກກັບ.”

ທ່ານກ່າວຕື່ມວ່າ ທີ່ຜ່ານມາ ພາກສ່ວນ ທີ່ກ່ຽວຂ້ອງ ໄດ້ນໍາເຂົ້າສານ ປາກະປ໋ອງ ໄປແຈກໃຫ້ ເດັກນ້ອຍ ໃນໂຮງຮຽນ ບາງແຫ່ງ, ແຕ່ກໍບໍ່ພຽງພໍ ຈຶ່ງເຮັດໃຫ້ ນັກຮຽນ ຈໍານວນດັ່ງກ່າວ ປະລະການຮຽນ. ໃນຈໍານວນນັກຮຽນ ທີ່ປະລະການຮຽນ ນັ້ນ, ມີແຕ່ 1 ຫາ 3 ຄົນ ທີ່ກັບມາຮຽນຄືນ ໃນເມື່ອການເປັນຢູ່ ດີຂຶ້ນ.

ນັກຮຽນຊົນເຜົ່າ ຢູ່ເຂດຫ່າງໄກ ເມືອງຮຸນ ແຂວງອຸດົມໄຊ ປະລະການຮຽນ ເພີ່ມຂຶ້ນ 4% ຄືຈາກປີ 2018-2019 ປະລະ 12% ມາປີ 2020 ປະລະການຮຽນ 16% ເນື່ອງຈາກ ຄອບຄົວທຸກຍາກ, ບໍ່ມີຫໍ່ເຂົ້າ ໃຫ້ລູກມາກິນ ຢູ່ຫໍພັກ ໂຮງຮຽນ ຄືກັນ ຈຶ່ງໃຫ້ລູກ ໄປເປັນກັມມະກອນ ຫຼືເປັນຄົນງານ ຮັບຈ້າງ ຕາມບ່ອນຕ່າງໆ ເພື່ອໃຫ້ໄດ້ ເງິນມາຊື້ ໃຫ້ຄອບຄົວ ຊ່ອຍພໍ່ແມ່. ດັ່ງເຈົ້າໜ້າທີ່ ຜແນກສຶກສາ ທິການ ແລະ ກິລາ ເມືອງຮຸນ ກ່າວວ່າ:

“ເສຖກິຈເຂົາເຈົ້າຫັ້ນ ຈະມີຄວາມຫຍຸ້ງຍາກ ນີ້ນ່າ ເປັນປັດຈັຍ ທີນຶ່ງ ເພາະວ່າ ເຂົາເຈົ້າ ກໍຢູ່ບ້ານໄກ ມາຮຽນ ມານອນຫໍພັກ ກໍບໍ່ມີເຂົ້າກິນ ເຂົາເຈົ້າ ກໍປະລະການຮຽນໄປ ແລະ ເມື່ອບໍ່ມີ ເຂົ້າກິນ ລະພໍ່ແມ່ ກໍດີ້ນຮົນໄປ ນໍາໃຊ້ແຮງງານລູກ ຕ້ອງໄປເປັນ ກັມກອນ ຫາເງິນ.”

ນາຍຄຣູ ຢູ່ໂຮງຮຽນ ມັທຍົມ ເຂດຫ່າງໄກ ແຂວງຫຼວງນໍ້າທາ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ກ່າວຕໍ່ RFA ໃນມື້ວັນທີ 25 ກັນຍາ ນີ້ວ່າ ຕົ້ນປີ 2020 ມາຮອດມື້ນີ້ ມີນັກຮຽນຊັ້ນ ມໍ.1 ຫາ ມ.7 ປະລະການຮຽນ 4-5 ຄົນແລ້ວ ເນື່ອງຈາກ ຄ່າໃຊ້ຈ່າຍ ກ່ຽວກັບ ການສຶກສາສູງ ເປັນຕົ້ນ ຄ່າເຄື່ອງແບບ ນັກຮຽນ ໝອນ-ມຸ້ງ ແລະ ຄ່າອາຫານ ໃຫ້ນັກຮຽນ ມານອນຫໍພັກ ບໍ່ສອດຄ່ອງ ກັບຣາຍຮັບ ຂອງຜູ້ປົກຄອງ ນັກຮຽນຊົນເຜົ່າ ເຂດຫ່າງໄກ ທີ່ມີອາຊີພ ເປັນຊາວໄຮ່-ຊາວນາ ທີ່ປະສົບ ບັນຫາພັຍແຫ້ງແລ້ງ ໃນປີນີ້, ທ່ານກ່າວ:

“ອາຫານການກິນເນາະ ເປັນຕົ້ນ ກໍແມ່ນເຂົ້າ ເພາະວ່າ ປີນີ້ ມັນກໍທ້ອງຖິ່ນເຮົາ ມັນແຫ້ງແລ້ງເດ໋ ແລ້ວພັດມີ ລູກຫຼາຍຄົນ. ຜູ້ໃດກໍການໃຊ້ຈ່າຍ ພໍໃຜພໍລາວ ລະຜູ້ຫາ ກໍແມ່ນແຕ່ ພໍ່ແມ່ເນາະ. ແລ້ວກໍເຄື່ອງນຸ່ງຮົ່ມຫັ້ນ ກໍເປັນຜ້າ, ໝອນ, ມຸ້ງ ເດັກນ້ອຍເນາະ. ເຂົາເຈົ້າເຫັນໝູ່ນຸ່ງ ແນວໃດ ກໍຢາກນຸ່ງນໍາກັນ ຫັ້ນແຫຼະ. ຖ້າວ່າແມ່ນ ເຄື່ອງທັມດາ ເຄື່ອງຢາກອ່າວ ຂາດໆແດ່ ເຂົາເຈົ້າ ກໍບໍ່ກ້ານຸ່ງ ອາຍໝູ່ ວ່າຊັ້ນເດ໋ ກໍເປັນພາຣະ ຂອງພໍ່ແມ່ ຫັ້ນແຫຼະເນາະ.”

ຜູ້ປົກຄອງນັກຮຽນ ຢູ່ເມືອງຕູ້ມລານ ແຂວງສາຣະວັນ ມີລູກ 4 ຄົນ ຜູ້ນຶ່ງ ເວົ້າຕໍ່ RFA ໃນມື້ວັນທີ 25 ກັນຍາ ນີ້ວ່າ ສະພາບການໂຕຈິງ ພາຍໃນເມືອງ ມີຄວາມແຕກຕ່າງ ຈາກຊົນນະບົດ ຄືນັກຮຽນ ຈໍານວນນຶ່ງ ປະລະການຮຽນ ແຕ່ຍັງນ້ອຍ:

“ຫຍຸ້ງຍາກແລ້ວ ບໍ່ມີເງິນຄໍາ ບໍ່ແມ່ນ ພໍ່ແມ່ຊິໃຫ້ອອກ ບໍ່ແມ່ນ ແຕ່ວ່າ ເປັນນໍາລູກເອງ ອາຍເຂົາ ເຂົາມີເງິນ ມີຄໍາຫັ້ນນ່າ. ບາງເທື່ອໄປຮຽນຢູ່ ບໍ່ມີຣົດອີກ ລູກກໍເລີຍ ອາຍເຂົາ ຫຍຸ້ງຍາກ ໂຕນີ້ອີກ.”

ຢ່າງໃດກໍຕາມ, ອີງຕາມຣາຍງານ ຂອງສໍານັກຂ່າວລາວ ໃນມື້ວັນທີ 22 ກັນຍາ 2020, ສູນສະຖິຕິແຫ່ງຊາຕ ຣະບຸ ການສໍາຣວດ ດັສນີການຊົມໃຊ້ ຄົວເຮືອນຫຼ້າສຸດ ສໍາລັບປີ 2018-2019 ພົບວ່າ ອັດຕຣາການໃຊ້ຈ່າຍ ດ້ານການສຶກສາ ຂອງປະຊາຊົນລາວ ໄດ້ເພີ່ມຂຶ້ນ 2 ເທົ່າ ຈາກ 1% ໃນປີ 2012-2013 ມາເປັນ 2,3% ໃນປີ 2018-2019 ເນື່ອງຈາກ ປະຊາຊົນລາວ ໄດ້ຈ່າຍເງິນຫຼາຍ ສໍາລັບຄ່າທໍານຽມຮຽນ ແລະ ຊື້ອຸປກອນ ການສຶກສາ ໃນຂະນະທີ່ ບາງຄົນ ກໍສົ່ງລູກຫຼານ ໄປຮຽນ ຢູ່ວຽດນາມ ຫຼື ຈີນ.

ເຕັມຫນ້າ