ຣັຖບານ ສປປລາວ ເຊັນສັນຍາ MOU ບັນທຶກຄວາມເຂົ້າໃຈ ກັບບໍຣິສັດ ວຽງຈັນ ໂອໂຕເມຊັ້ນ ແອນໂຊລູຊັ້ນ ເອັນຈີເນັຽຣິ້ງ ຈໍາກັດ (Vientiane Automation and Solution Engineering Co., Ltd.) ເມື່ອວັນທີ 19 ເມສາຜ່ານມານີ້ ເພື່ອກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ ນໍ້າປະຍູ (ຕອນລຸ່ມ) ຢູ່ເມືອງດາກຈຶ້ງ ແຂວງເຊກອງຄືນໃໝ່, ຍ້ອນວ່າສັນຍາໃນເບື້ອງຕົ້ນ ຣະບຸວ່າ ການສ້າງເຂື່ອນ ດັ່ງກ່າວ ຈະສາມາດ ຜລິດກະແສໄຟຟ້າ ຢູ່ທີ່ 15 ເມກາວັດ, ແຕ່ພາຍຫຼັງມີການສໍາຣວດຕື່ມ, ເຈົ້າຂອງໂຄງການ ຈຶ່ງພົບວ່າສາມາດດໍາເນີນການຜລິດໄດ້ 33 ເມກາວັດ ສະນັ້ນ, ຈຶ່ງເຊັນສັນຍາຄືນໃໝ່, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກພລັງງານແລະບໍ່ແຮ່ ແຂວງເຊກອງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ເມສາ ນີ້:
“ເພິ່ນເຊັນ MOU ເຊັນມື້ວັນທີ 19, ບໍຣິສັດຂອງ ໂອໂຕເມຊັ້ນ ກັບ ຣັຖບານ, ບໍຣິສັດຄົນລາວ, ໂຕເບື້ອງຕົ້ນເພິ່ນສຶກສາໄປແລ້ວ ແຕ່ວ່າ ກໍາລັງມັນເກີນ 15 ເລີຍສນັບສນຸນ ຂຶ້ນໄປເຊັນນໍາ ຣັຖບານ ມັນເກີນ ຕາມກົດໝາຍກໍານົດ ມັນ 33 ເດ່.”
ເຈົ້າໜ້າທີ່ຜແນກພລັງງານແລະບໍ່ແຮ່ ອີກທ່ານນຶ່ງກ່າວວ່າ ພາຍຫຼັງທີ່ເຊັນສັນຍາ MOU ແລ້ວນັ້ນ, ຄວາມຮັບຜິດຊອບຫຼັກໆ ກ່ຽວກັບການ ໂຍກຍ້າຍ ຜູ້ທີ່ໄດ້ຮັບຜົນກະທົບ ທີ່ມີເຮືອນຢູ່ໃຕ້ ເຂື່ອນ ນໍ້າປະຍູ (ຕອນລຸ່ມ) ແມ່ນກະຊວງຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ. ຜແນກພລັງງານ ແລະບໍ່ແຮ່ ແຂວງ ກໍມີໂຕເລຂ ທີ່ບໍ່ແນ່ນອນ ວ່າປະຊາຊົນ ຈະຖືກໂຍກຍ້າຍ ຈັກຄອບຄົວແທ້:
“ເພິ່ນອາດສິບໍ່ມີນັ້ນບໍ ໂຍກຍ້າຍບ້ານ ເພາະວ່າມັນມີບ້ານຢູ່ກ້ອງເຂື່ອນ ໃກ້ໆແທ້ໆ ກໍມີບ້ານນຶ່ງ ປະມານ 30-40-50 ຄອບຄົວ.”
ປັດຈຸບັນ ໜ້າວຽກໂຕຈິງ ບໍຣິສັດດັ່ງກ່າວ ພຽງແຕ່ສ້າງຮາກຖານ ເຂື່ອນໄຟຟ້ານໍ້າຕົກນໍ້າປະຍູ (ຕອນລຸ່ມ) ເທົ່ານັ້ນ ແລະຍັງບໍ່ໄດ້ດໍາເນີນ ການຂັ້ນຕໍ່ໄປ ຍ້ອນວ່າ ລໍຖ້າເອກສານ ຈາກຂັ້ນເທິງ. ອີງຕາມການຣາຍງານ ຂອງສໍານັກຂ່າວລາວ ແລ້ວແມ່ນວ່າ ໂຄງການສ້າງເຂື່ອນ ໄຟຟ້ານໍ້າຕົກ ນໍ້າປະຍູ (ຕອນລຸ່ມ) ຖືກສ້າງຢູ່ເຂດ ຫ່່າງໄກສອກຫຼີກ ທີ່ມີຄວາມອຸດົມສົມບູນ ໄປດ້ວຍແຫຼ່ງນໍ້າ ທັມມະຊາດ ມີນໍ້າຕລອດປີ, ຫາກເຂື່ອນສ້າງສໍາເຣັດ ຈະເຮັດໃຫ້ປະຊາຊົນທ້ອງຖິ່ນ ມີວຽກເຮັດງານທໍາ ດີຂຶ້ນເປັນກ້າວໆ.