ປະຊາຊົນລາວ ກັບຄວາມຕ້ອງການ ຣົຖໄຟລາວ-ຈີນ

0:00 / 0:00

ໂຄງ​ການ​ທາງ​ຣົ​ຖ​ໄຟ ລາວ-ຈີນ ຍັງ​ບໍ່​ສາ​ມາດ​ເວົ້າ​ໄດ້​ວ່າ ເປັນ​ຄວາມ​ຕ້ອງ​ການ ຂອງ​ປະ​ຊາ​ຊົນ​ໝົດ​ທຸກ​ຄົນ ຍ້ອນ​ວ່າ ກ່ອນ​ທີ່​ຈະ​ສ້າງ ແລະ ລິ​ເລີ່ມ​ໂຄງ​ການທາງ​ຣົ​ຖ​ໄຟ​ລາວ-ຈີນ ຍັງ​ບໍ່​ທັນ​ມີ​ການ​ສຳ​ຣວດ ແລະ ການ​ສຶກ​ສາ-ວິ​ຈັຍ ຄວາມ​ຄິດ​ເຫັນ​ ຂອງ​ປະ​ຊາ​ຊົນ ວ່າ “ເສັ້ນ​ທາງ​ຣົ​ຖ​ໄຟ ເປັນ​ຄວາມ​ຕ້ອງ​ການ​ຂອງ​ຄົນ​ລາວ ຫຼື ບໍ່ໍ່”. ປະ​ຊາ​ຊົນ ລາວ ທ່ານ​ນຶ່ງ ໃຫ້​ສຳ​ພາດ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ ມັນ​ເປັນ​ແນວ​ຄິດ​ສ່ວນ​ບຸກ​ຄົນ ທີ່​ວ່າ ຄົນ​ລາວ​ຢາກ​ໄດ້​ທາງ​ຣົົຖ​ໄຟເພາະ ການ​ທີ່​ໄດ້​ມາ​ແລ້ວ ປະ​ເທດ​ລາວ​ຕ້ອງ​ຕິດ​ໜີ້​ຈີນ.

ນັກ​ຂ່າວ: ໃນ​ຖາ​ນະ​ຄົນ​ລາວ​ຜູ້​ນຶ່ງ ເຮົາ​ກໍ​ຢາກ​ໄດ້​ທາງ​ຣົ​ຖ​ໄຟ ຢູ່​ເບາະ?

ປະ​ຊາ​ຊົນ: "ບໍ່​ຮູ້​ແຫຼ​ອັນ​ນັ້ນ​ນະ ບໍ່​ຮູ້​ນຳ​ເຂົາ​ເຈົ້າ​ແລ້ວ​ອັນ​ນັ້ນ​ນະ ເປັນ​ແນວຄິດ​ສ່ວນ​ຕົວ. ຄື​ວ່າ ເອົາ​ຄວາມ​ຈະ​ເລີນ​ມາ​ແລ້ວ ຕິດ​ໜີ້ ກະ​ບໍ່​ຢາກ​ເປັນໜີ້ ​ຫັ້ນ​ແຫຼະ ອັນ​ນີ້ ແບບ​ວ່າ ຄວາມ​ຈະ​ເລີນ​ບາງ​ຢ່າງ ມັນ​ກະ​ແລກ​ມາ​ດ້ວຍ​ການ​ຕິດ​ໜີ້​ເດ້ ອັນ​ນີ້ ທຸກ​ຢ່າງບໍ່​ມີ​ໄດ້​ຟີ ດອກ. ລາວ​ສ່ວນ​ຫຼາຍ ຄື ຕຶກ​ຄື​ຫຍັງ​ກະ​ເປັນ​ຂອງ​ຈີນ​ໝົດ​ເນາະ ບໍ່​ແມ່ນ​ຂອງ​ຄົນລາວ 100 ເປີ​ເຊັນ ເວົ້າ​ເຣື່ອງ​ອັນ​ນີ້ ແມ່ນ​ຫຍັງ​ກະ​ເປັນ​ຂອງ​ນາຍ​ທຶນ​ໝົດ​ເດ້ ມັນ​ບໍ່ແມ່ນ​ຂອງ​ຄົນ​ລາວ​ລະ. ຄວາມ​ລຳ​ບາກ ໃນ​ອະ​ນາ​ຄົດ ເຂົາ​ກະ​ຕ້ອງ​ຈັດ​ໃຫ້​ເຕັມໆ ຢູ່​ແລ້ວ."

ນັກ​ຂ່າວ: ຈັດ​ໃຫ້​ເຕັມໆ ແບບ​ໃດ​ລະ?

ປະ​ຊາ​ຊົນ: ກະ​ຊິ​ເຣື່ອງ​ໃດ ແນວ​ເຈົ້າ​ເປັນ​ໜີ້​ເຂົາ​ເນາະ.

ນັກ​ຂ່າວ: ໃນ​ສ່ວນ​ທີ່​ວ່າ ມີ​ຄົນ​ເວົ້າ​ວ່າ ທາງ​ຣົ​ຖ​ໄຟ ແມ່ນ​ປະ​ຊາ​ຊົນ​ລາວນີ້ ຢາກ​ໄດ້ ມີ​ຄົນ​ເວົ້າ​ຈັ່ງ​ຊີ້​ນະ ເຮົາ​ເຫັນ​ວ່າ​ແນວ​ໃດ?

ປະ​ຊາ​ຊົນ: "ແບບ​ວ່າ ຄົນ​ບໍ່​ເຄີຍ​ສຳ​ຣວດ​ຄວາ​ມ​ຄິດ​ ຂອງ​ປະ​ຊາ​ຊົນ. ເວົ້າ​ເອົາ ​ເຂົ້າ​ຂ້າງ​ໂຕ​ເອງ ກະ​ເວົ້າ​ເອົາ ແບບ​ວ່າ ບໍ່​ມີ​ການ​ສຳ​ຣວດ​ຫຍັງ ກະ​ເວົ້າ​ເອົາ​ຊື່ໆ. ຈັກ​ຢາກ​ໄດ້​ບໍ່​ຢາກ​ໄດ້ ກະ​ບໍ່​ເຄີຍ​ລົງ​ມາ​ສຳ​ຣວດເນາະ ຄື​ຈັ່ງ​ໃດ ຫາງ​ສຽງ. ເຂົາ​ເຮັດ​ຫຍັງ ເຂົາ​ກະ​ບໍ່​ເຄີຍ​ມາ​ຖາມ​ປະ​ຊາ​ຊົນ.

ໃນ ​ຂ​ະນະ​ທີ່ ເຈົ້າ​ໜ້າ​ທີ່​ທາງ​ການ​ລາວ ທ່ານ ໃຫ້​ເຫດ​ຜົ​ລ​ວ່າ ກ່ອນ​ທີ່​ຈະ​ມີ​ໂຄງ​ການ​ທາງ​ຣົ​ຖ​ໄຟ ປະ​ຊາ​ຊົນທົ່ວ​ໄປ​ບໍ່​ຮູ້​ຫຍັງ ສ່ວນ​ວ່າ ແຜນ​ຂອງ​ຣັ​ຖ​ບານ​ລາວ​ຢາກ​ໄດ້ ມັນ​ກໍ​ເປັນ​ການ​ດີ. "

ນັກ​ຂ່າວ: ທາງ​ຣົ​ຖ​ໄຟ​ລາວ​ຈີນນີ້ ແມ່ນ​ປະ​ຊາ​ຊົນ​ລາວ​ຢາກ​ໄດ້​ແທ້​ເບາະ​?

ເຈົ້າ​ໜ້າ​ທີ່: "ຄັນ​ເວົ້າ​ປະ​ຊາ​ຊົນ​ລາວນີ້ ເຂົາ​ບໍ່​ຮູ້​ຫຍັງ​ດອກ ບໍ່​ຮູ້​ເຣື່ອງ​ນຳ​ໂລດນ​ະ ເວົ້າ​ແນວ​ນັ້ນ​ໂລດ​ຊະ. ເນາະ ອັນ​ນີ້​ເນາະ ແຜນ​ຂອງ​ຣັ​ຖ​ບານ​ເຮົາ​ນີ້ ຢາກ​ໄດ້​ກະ​ວ່າ​ແມ່ນ​ດີ​ຫັ້ນ​ແຫຼະ ຄັນ​ຊິ​ເວົ້າ​ລະ​ກະ​ດາຍ. ແຕ່​ວ່າ ເວົ້າ​ເຣື່ອງ​ປະ​ຊາ​ຊົນ​ລາວນີ້ ແມ່ນ​ເຂົາ​ບໍ່​ຮູ້​ເຣື່ອງ​ໂລດ​ນະ."

ນັກ​ຂ່າວ: ຂັ້ນ​ມີ​ຄົນ​ເວົ້າ​ວ່າ ປະ​ຊາ​ຊົນ​ລາວ​ຢາກ​ໄດ້​ນີ້ ມັນ​ແມ່ນບໍ່​ຊັ້ນ?

ເຈົ້າ​ໜ້າ​ທີ່: "ສ​ມັຍ​ ຣັ​ຖ​ບານ​ ທ່ານ ທອງ​ສິງ ​ເນາະ ທ່ານ ສົມສະ​ຫວາດ ເລັ່ງ​ສະ​ຫວັດ​ ເນາະ ໄປ​ເດ້ ຫຼັງ​ຈາກ​ສ້າງ​ມາ​ແລ້ວ ລະ​ວ່າ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢາກ​ໄດ້ ອັນ​ນີ້ ມັນ​ຄົນ​ລະ​ເຣື່ອງ​ກັນ​ດອກ."

ນັກ​ຂ່າວ: ຄັນ​ຊັ້ນ​ເພິ່ນ​ເວົ່າ​ວ່າ ບໍ່​ໄດ້​ຕິດ​ໜີ້​ຕິດ​ສິນ​ມາ​ສ້າງ ມັນ​ແມ່ນບໍ່​ຊັ້ນນະ?

ເຈົ້າ​ໜ້າ​ທີ່: ບະ​ເວົ້າ​ໄປ ເອົາ​ເງິນ​ມາ​ແຕ່​ໃສ​ ມາ​ສ້າງ ບໍ​ຣິ​ສັດ​ຢູ່​ປະ​ເທດ​ລາວນີ້ ເອົາ​ເງິນ​ມາ​ແຕ່​ທາງ​ໃດ​ມາ​ສ້າງ. ຣັ​ຖ​ບານ​ໂລດ​ແຫຼວ ມັນ​ຈັ່ງ​ໄດ້ ອັນ​ບໍ​ຣິ​ສັດ ມັນ​ບໍ່​ໄດ້​ດອກ. ບາດນີ້ ທາງ​ຣົ​ຖ​ໄຟ ຄັນ​ວ່າ ໄທ​ຍ​ສ້າງ​ເຊື່ອມ​ມາ​ຫາ​ລາວ ຊອກ​ອອກ​ໄປ​ຈີນ ລາວ​ເຮົາ​ບໍ່​ໄດ້​ຫຍັງ​ໝົດ​ໄດ໋ ໄດ້​ແຕ່​ຂີ້​ເຫຍື້ອ​ເຂົາ​ຊິ​ຖິ້ມ​ໃສ່​ຫັ້ນ​ແຫຼະ ທໍ່​ນັ້ນ​ແຫຼະ. ໝົດ​ບໍ່​ມີ​ຫຍັງ​ໝົດ ລາວ​ເວົ້າ​ເຣື່ອງ​ເຂົ້າ​ ນີ້​ນ່າ ໝົດ​ທົ່ວ​ປະ​ເທດ​ປູກ ຍັງ​ບໍ່​ທໍ່​ເຂົາ​ແຂວງ​ນຶ່ງ​ຊ້ຳ.

ຄື​ປັດ​ຈຸ​ບັນ ນີ້​ປູກ​ມັນ​ຕົ້ນ​ເນາະ ກະ​ປະ​ຊາ​ຊົນ​ປູກ ຜູ່​ນຶ່ງປູກ​ດ້າມ​ລະເຮັດ​ຕ້າ 2 ເຮັກ​ຕ້າ ມັນ​ຊິ​ຈັກ​ໂຕນ​ຕໍ່​ຄອບ​ຄົວ​ນຶ່ງ​ເນາະ ບໍ່​ແມ່ນ​ຊິ​ປູກໝົດ​ປະ​ເທດ​ລາວ​ເດ້. ຄັນ​ວ່າ ເວົ້າ​ເຣື່ອງ​ປູກ​ກ້ວຍ​ປູກ​ອື່ນໆ ກະ​ຈີນ​ມາ​ປູກ​ໝົດ ຄົນ​ລາວ​ຊິ​ມີ​ຫຍັງ​ລາຍ​ຮັບ​ນຳ​ທາງ​ຣົ​ຖ​ໄຟ ບໍ່​ມີ​ໄດ໋ ມີ​ແຕ່​ໄປ​ຈ້າງ​ຂີ່​ຫັ້ນ​ບໍ້.

ໃນ​ອາ​ທິດ​ທີ່​ຜ່ານ​ມາ, ວິ​ທະ​ຍຸ​ກະ​ຈ່າຍ​ສຽງ​ແຫ່ງ​ຊາດ ໄດ້​ສະ​ເໜີ​ຂ່າວ ໂດຍ ອ້າງ ຄຳ​ເວົ້າ ທ່ານ ຄຳ​ພັນ ວິ​ພາ​ວັນ ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ໄດ້​ກ່າວ ທາງ​ຣົ​ຖ​ໄຟ​ລາວ-ຈີນ ເປັນ​ຄວາມ​ມຸ້ງ​ມາດ​ປາ​ຖ​ນາ​ຂອງ​ຄົນ​ລາວ ແລະ ຣັ​ຖ​ບາ​ນ​ລາວ ບໍ່​ໄດ້​ຢືມເງິນ ​ຕິດ​ໜີ້​ຈີນ.

ທ່ານ ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ກ່າວ​ວ່າ: "ເຂົາ​ບິດ​ເບື​ອນ​ເຣື່ອງ​ເສັ້ນ​ທາງ​ຣົ​ຖ​ໄຟ​ລາວ-ຈີນ ວ່າ ຈີນ​ມາ​ຄຸມ​ເອົາ​ລາວ​ໝົດ​ລະ ລາວ​ເປັນ​ຫົວ​ເມືອງ​ຂຶ້ນ​ທາງ​ດ້ານ​ເສ​ຖ​ກິ​ຈ​ຂອງຈີນ​ໝົດ​ລະ. ອັນ​ນີ້ ກະ​ເປັນ​ຂ່າວ​ບິດ​ເບືອນ ທີ່​ຈິງ​ອັນ​ນີ້ ເປັນ​ຄວາມ​ຕ້ອງ​ການ​ຂອງ​ຄົນ​ລາວ ຂ້າ​ພະ​ເຈົ້າ​ຢາກ​ເວົ້າ​ວ່າ ເອົາ​ແມ້ 5 ປະ​ເທດ ອ້ອມ​ຂ້າງ​ລາວ ຖື​ວ່າ ນັບ​ທັງ​ຈີນ​ເລີຍ​ແຫຼ. ເສັ້ນ​ທາງ​ຣົ​ຖ​ໄຟ​ນີ້ ເກີດຂຶ້ນ ເປັນ​ເສັ້ນ​ທາງ​ທຳ​ອິດ​ນ່າ ທີ່​ເກີດ​ຢູ່​ໃນ 5 ປະ​ເທດນີ້​ນ່າ. ເປັນ​ຜົ​ລ​ສຳ​ເລັດ ມັນ​ກໍ​ເປັນ​​ຄວາມ​ມຸ້ງ​ມາດ​ປາ​ຖ​ນາ​ຂອງ​ປະ​ຊາ​ຊົນ​ລາວ​ທີ່​ຢາກ​ມີ "

ທ່ານ ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ໄດ້​ກ່າວ​ຕື່ມ​ອີກວ່າ: "ອ້າວ ກະ​ຂ້ອຍ​ມີ​ລະ​ມັນ​ຜິດ​ອີ່​ຫຍັງ ທາງ​ຣົ​ຖ​ໄຟ ກໍ​ທາງ​ຣົ​ຖ​ໄຟ ແມ່ນ​ຮັບ​ໃຊ້​ມະ​ນຸດ ຮັບ​ໃຊ້​ການ​ຂົນ​ສົ່ງ​ສິນ​ຄ້າ ຮັບ​ໃຊ້ການ​ຂົນ​ສົ່ງ​ສິນ​ຄ້າ ຮັບ​ໃຊ້​ການ​ຄ້າ ການ​ທ່ອງ​ທ່ຽວ ຂັ້ນ​ມີ​ຜູ່​ມາ​ໂຈມ​ຕີ. ຂັ້ນ​ມີ​ຜູ່​ມາ​ໂຈມ​ຕີ ເວົ້າ​ລະວ່າ ລາວ​ເຮົາ​ເປັນ​ໜີ້​ສິນ​ຂອງ​ຈີນຫຼາຍ ຍ້ອນ​ທາງ​ຣົ​ຖ​ໄຟ ມັນ​ບໍ່​ແມ່ນ ຜູ້​ທີ່​ຕິດ​ໜີ້​ລະ​ແມ່ນ ບໍ​ຣິ​ສັດ ທາງ​ຣົ​ຖ​ໄຟ​ລາວ-ຈີນ ກະ​ໝາຍ​ຄວາມ​ວ່າ ແມ່ນ​ບໍ​ຣິ​ສັດ ເປັນ​ຜູ່​ຕິດ​ໜີ້ ບໍ​ຣິ​ສັດ ຈະ​ເປັນ​ຜູ່​ຫາ​ເງິນ​ມາ​ເພື່ອ​ໃຊ້​ໜີ້ ໂດຍ​ການ​ອູ້ມ​ຊູ ຍູ້​ໜູນ​ຂອງ​ຣັ​ຖ​ບານ​ລາວ-ຈີນ."

ເຖິງ​ຢ່າງ​ໃດ ກໍ​ຕາມ, ນັກ​ທຸ​ຣະ​ກິຈ ທ່ານ​ນຶ່ງ ກ່າວ​ວ່າ ຍັງ​ບໍ່​ສາ​ມາດ​ເວົ້າ​ໄດ້​ວ່າ ການ​ທາງ​ຣົ​ຖ​ໄຟ​ລາວ-ຈີນ ເປັນ​ຄວາມ​ຕ້ອງ​ການ​ຂອງ​ຄົນ​ລາວ ໄດ້​ຍ້ອນ​ວ່າ ເຮົາ​ຍັງ​ບໍ່​ທັນ​ເຮັດ​ການ​ສຶກ​ສາ​ວິ​ໃຈ.

ນັກ​ທຸ​ຣະ​ກິ​ຈ: ສ່ວນ​ໂຕ​ເຮົາ​ແທ້ໆ ມັນ​ກະ​ແມ່ນ​ຢູ່​ວ່າ ພວກ​ເຮົາ​ຄວນ​ມີ ເພາະ​ວ່າ ຍຸກ​ມັນ​ມາ​ຮອດ​ແລ້ວ. ບໍ່​ແມ່ນ​ມີ​ຕອນນີ້​ໄດ໋ ຕາມ​ແນວ​ຄິດ​ຂອງ​ຂ້ອຍ​ແລ້ວ ຄວນ​ມີ​ແຕ່​ປີ 2005-2006 ພຸ້ນ​ແຫຼະ. ຜູ່​ເຂົາ​ບໍ່​ເຂົ້າ​ໃຈ ເອີ​ເຂົາ​ກະ​ວ່າ ມັນ​ຄວນ​ມີ ເພາະ​ວ່າ ຄັນ​ເຮົາ​ບໍ່​ມີ Infrastructure ທີ່​ຖືກ​ຕ້ອງ ຜົ​ລ​ຕອບ​ແທນ​ເຮົາ ຊິ​ມາ​ສ້າງ​ຖ​ນົນ ຫົນ​ທາງ ເປັນ​ຫຼຸມ​ເປັນ​ບໍ່ ເປັນ​ຂຸມ​ຂີ້​ໄງ່​ເຮົາ​ກະບໍ່​ມີເນາະ ທຶນ​ຫັ້ນ​ນ່າ.

ນັກ​ຂ່າວ: ຖ້າ​ວ່າ ມີ​ຄົນ​ເວົ້າ​ ທາງ​ຣົ​ຖ​ໄຟ ນີ້​ແມ່ນ​ປະ​ຊາ​ຊົນ​ຢາກ​ໄດ້ ໂຕນີ້​ມັນ​ແມ່ນ​ເບາະ?

ນັກ​ທຸ​ຣະ​ກິ​ຈ: ອັນ​ເພາະ​ວ່າ ມັນ​ບໍ່​ຜ່ານ​ການ​ສຳ​ຣວດ ເຮົາ​ກະ​ບໍ່​ກ້າ​ຕອບ​ໃຫ້​ໄດ້ ເພິ່ນ​ກະ​ເວົ້າ​ເອງ ປະ​ຊາ​ຊົນ​ສ່ວນ​ນຶ່ງ ກະ​ວ່າບໍ່​ຢາກ​ໄດ້ ປະ​ຊາ​ຊົນ​ສ່ວນ​ນຶ່ງ​ກະ​ວ່າ​ຢາກ​ໄດ້ ແລ້ວ​ໃຜ​ຢາກ​ໄດ້​ບໍ່​ຢາກ​ໄດ້ ​ຫຼາຍກວ່າ​ໃຜ​ເດ້ ເຮົາ​ຕ້ອງ​ຜ່ານ​ການ​ສຳ​ຣວດ​ໄດ໋.

ນັກ​ຂ່າວ: ເຮົາ​ສາ​ມາດ​ເວົ້າ​ໄດ້​ບໍ່​ວ່າ ປະ​ຊາ​ຊົນ​ລາວ​ຢາກ​ໄດ້ ຄຳ​ວ່າ ປະ​ຊາ​ຊົນ​ລາວນີ້ ມັນໝົດ​ທຸກ​ຄົນ​ເບາະ 7 ລ້ານ​ຄົນ ຄື​ແນວ​ໃດ?

ນັກ​ທຸ​ຣະ​ກິ​ຈ: ຢາກ​ໄດ້​ເກີນ 50 ເປີ​ເຊັນ ກະ​ວ່າ ຢາກ​ໄດ້​ແລ້ວ ບໍ່​ໄດ້​ເວົ້າ​ວ່າ ທັງ​ໝົດ​ໄດ໋ ຂັ້ນ​ຖາມ​ຫຼັກ​ປະ​ຊາ​ທິ​ປະ​ໄຕ.

ນັກ​ຂ່າວ: ແລ້ວ​ຢູ່​ຊື່ໆ ມາ​ວ່າ ປະ​ຊາ​ຊົນ​ລາວ ຢາກ​ໄດ້ ມັນ​ແມ່ນບໍ່?

ນັກ​ທຸ​ຣະ​ກິ​ຈ: ຂ້ອຍ​ກະ​ໄດ້​ຟັງ​ຄື​ກັນ. ຄຳ​ຕອບ​ໄປ​ເລີຍ ວ່າ ມັນ​ບໍ່​ເໝາະ​ສົມ.

ນັກ​ຂ່າວ: ບໍ່​ເໝາະ​ສົມ​ອັນ​ໃດ​ລະ?

ນັກ​ທຸ​ຣະ​ກິ​ຈ: ມັນ​ເປັນ​ລັກ​ຊ​ະນະ​ວ່າ ເຮົາ​ຄິດ​ໄປ​ເອງ. ຄັນ​ວ່າ ຢາກ​ໄດ້​ລະ ເຮົບໍ່​ສາ​ມາດ​ຟັນ​ທຸງ​ໄດ້ເລີຍ​ວ່າ ເຮົາ​ຢາກ​ໄດ້ ຫຼື​ວ່າ ບໍ່​ຢາກ​ໄດ້. ເຮົາ​ບໍ່​ໄດ້​ຜ່ານ​ການ​ສຳ​ຣວດ​ທົ່ວ​ປະ​ເທດ​ໄທ​ຍ ຢ່າ​ຊິ​ໄປ​ເກັບ​ຢູ່​ແຕ່​ວຽງ​ຈັນ​ໄດ໋ ເຮົາ​ຕ້ອງ​ເກັບ​ຕົວ​ຢ່າ​ງ​ທຸກໆ​ແຂວງ. ແຂວງ​ໃຫຍ່ ກະ​ເກັບ 10,000 ຕົວ​ຢ່າງ, ແຂວງ​ນ້ອຍກະ​ເກັບ 2,000 – 3,000 ຕົວ​ຢ່າງ ແລ້ວ​ມາ​ສ​ເລັ່ຽກັນ ມັນ​ໄດ້​ຈິງບໍ່. ແຂວງ​ນ້ອຍ​ກະ 5,000 ຕົວ​ຢ່າງ, ກຳ​ແພງ​ນະ​ຄອນ ນີ້​ກະ 20,000 ຕົວ​ຢ່າງ, ຫລວງ​ພ​ຣະ​ບາງ ນີ້​ກະ 10,000 ຕົວ​ຢ່າງ. ລະ​ມາ​ສ​ລຸບ ຖ້າ​ມັນ​ເກີນ 50 ເປີ​ເຊັນ ກະ​ແມ່ນ​ຢາກ​ໄດ້ ຖ້າ​ມັນບໍ່​ເກີນ 50 ກະ​ແມ່ນບໍ່​ຢາກ​ໄດ້ ໂຕ​ນີ້​ພີ້​ຄຳ​ຕອບ.

ນັກ​ຂ່າວ: ມັນ​ແມ່ນ​ຢູ່​ເບາະ​ວ່າ ທາງ​ຣົຖ​ໄຟ​ໂຕນີ້ ຣັ​ຖ​ບານ​ລາວ ບໍ່​ໄດ້​ຕິດ​ໜີ້​ເລີຍ?

ນັກ​ທຸ​ຣະ​ກິ​ຈ: ຕາມ​ເພິ່ນ​ເວົ້າ ເຮົາ​ກະ​ບໍ່​ຊ່າງ​ຊິ​ວ່າ ຄັນ​ຕາມ​ຫຼັກ​ເສ​ຖ​ສາ​ຕ​ແທ້ໆ ຫັ້ນ​ນະ ເງິນ​ລົງ​ທຶນ​ລະ​ດັບ​ນຶ່ງ ການ​ພົວ​ພັນ​ຂອງ​ຣັ​ຖ​ບານນີ້ ມັນ​ເປັນ​ໄປ​ບໍ່​ໄດ້​ດອກ ທີ່​ວ່າ​ຣັ​ຖ​ບານ​ຊິບໍ່​ເຂົ້າ​ໄປ​ອູ້ມ​ຊູ.

ລະ​ດັບ​ນາ​ຍົກ​ບໍ່​ສົມ​ຄວນ​ເວົ້າ​ຈຸດນີ້​ອອກ​ມາ ບໍ່​ສົມ​ຄວນ​ມາ​ຖ​ແລງ​ແບບນີ້​ນ່າ ມັນ​ຕ້ອງ​ແມ່ນ​ຮອງ​ໂຄ​ສົກ​ພຸ້ນ ໂຄ​ສົກ​ກະ​ຍັງ​ລະ​ດັບ​ສູງກວ່າ​ແລ້ວ ເອົາ​ຮອງ​ໂຄ​ສົກ​ ຫັ້ນ​ອອກມາ ມັນ​ຍັງ​ສູງກວ່າ​ວ່າ ຄຸນ​ຄ່າ​ຊິ​ມາ​ຕອບກະ​ແສ​ຂ່າວ ໂຕ້​ກະ​ແສ​ຂ່າວ​ຈັ່ງ​ຊີ້​ນ່າ. ອັນ​ນີ້ ນາ​ຍົກ​ມາ​ເອງ ຄື​ເຮົາ​ເຫັນ​ວ່າ ມັນບໍ່​ສົມ​ຄວນ​ໄດ໋.

ນັກ​ຂ່າວ: ເປັນ​ຫຍັງ​ຈຶ່ງບໍ່​ສົມ​ຄວນ.?

ນັກ​ທຸ​ຣະ​ກິ​ຈ: ເຣື່ອງນີ້ ນາ​ຍົກ​ຊິ​ມາ​ເວົ້າ​ຫຍັງ ມັນ​ເຣື່ອງ​ການ​ພົວ​ພັນ​ຕ່າງ​ປະ​ເທດ ລະ​ຫວ່າງ ຮອງ​ປະ​ມຸກ​ຣັ​ຖ ຂັ້ນ​ນັກ​ຂ່າວ ກະ​ຈົກ ກ​ະ​ແຈກນີ້ ກະ​ໃຫ້​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ມາ​ເວົ້າ​ລະ​ກະ​ແລ້ວ ແມ່ນ​ເບາະ ແມ່ນບໍ່ ເຈົ້າ​ວ່າ.

ສຳ​ນັກ​ຂ່າວ Asia Times ຣາຍ​ງານ ໃນ​ວັນ​ທີ 14 ກັນ​ຍາ 2020, ລາວ​ຢືມ​ຈາກ Export and Import Bank of China ຫຼື EXIM Bank ຂອງ​ຈີນ 480 ລ້ານ​ໂດ​ລາຣ໌ ມາ​ຮ່ວມ​ລົ​ງ​ທຶນ​ໂຄງ​ການ​ການ​ທາງ​ຣົ​ຖ​ໄຟ​ລາວ-​ຈີນ ແລະ ຣັ​ຖ​ບານ​ລາວ ຍັງ​ເອົາ​ເງິນ​ງົບ​ປະ​ມານ​ ຂອງ​ຕົນ​ເອ​ງ​ມູນ​ຄ່າ 250 ລ້ານ ໂດ​ລາຣ໌.