ແພດອາສາສະໝັກ ທີ່ບໍ່ໄດ້ຮັບເງິນເດືອນ ຢູ່ເມືອງຕ່າງໆ ຂອງແຂວງເຊກອງ ພາກັນລາອອກການ ຍ້ອນບໍ່ມີຫວັງ ທີ່ຈະໄດ້ຖືກຮັບເຂົ້າເປັນລັດຖະກອນ ເຖິງແມ່ນວ່າໄດ້ເຮັດວຽກມາຫຼາຍປີແລ້ວກໍຕາມ. ສະເພາະຢູ່ເມືອງລະມາມ ໃນປີ 2024 ນີ້ ມາເຖິງປັດຈຸບັນ ກໍມີແພດອາສາສະໝັກ ທີ່ເຮັດວຽກຢູ່ ສຸກສາລາຫຼາຍແຫ່ງ ພາກັນລາອອກການແລ້ວ ຢ່າງໜ້ອຍ 7 ຄົນ ຍ້ອນເສດຖະກິດຝືດເຄືອງຫຼາຍ, ຊີວິດການເປັນຢູ່ຫຍຸ້ງຍາກ, ພວກເຂົາເຈົ້າໄດ້ແຕ່ເງິນ ໃນເວລາຍາມ ແລະລົງເຮັດວຽກຕ່າງໆ, ແຕ່ກໍໄດ້ພຽງໜ້ອຍດຽວ, ເຮັດວຽກອາສາສະໝັກ ລໍຖ້າຖືກຮັບເຂົ້າເປັນລັດຖະກອນມາໄດ້ 5-6 ປີ ແລະດົນເຖິງ 8 ປີແລ້ວກໍມີ ແຕ່ບໍ່ໄດ້ຮັບຖືກເຂົ້າຈັກເທື່ອ ຍ້ອນວ່າ ຢູ່ເມືອງລະມາມນີ້ ແຕ່ລະປີ ໄດ້ຮັບໂກຕາລັດຖະກອນແພດ ຄົນນຶ່ງ ຫຼື 2 ຄົນເທົ່ອນັ້ນ. ແຕ່ສໍາລັບປີນີ້ ກໍຍັງບໍ່ທັນໄດ້ຮັບໂກຕານັ້ນເທື່ອ ໃນຂະນະທີ່ແພດອາສາສະໝັກ ຢູ່ສຸກສາລາ ລາອອກໄປເຮັດວຽກອື່ນແລ້ວ 2 ຄົນ ຍ້ອນບໍ່ມີຫວັງ ທີ່ຈະໄດ້ຖືກຮັບເຂົ້າເປັນລັດຖະກອນ.
ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ ຫ້ອງການສາທາລະນະສຸກ ຢູ່ເມືອງລະມາມ ແຂວງເຊກອງ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 19 ສິງຫານີ້ວ່າ:
" ຢູ່ສຸກສາລາ ຄົນສອງຄົນເຂົາຄືກັນ ເຂົາກໍພອຍລາອອກ ໆຊ່ວງ 2024 ນີ້ແຫລະ ສ່ວນຫລາຍກໍແມ່ນເສດຖະກິດ ແລ້ວກໍລອງມາກໍແມ່ນເຂົາຢູ່ຫລາຍປີແລ້ວ ກໍບໍ່ໄດ້ເປັນລັດຖະກອນຫັ້ນແຫລະ ບໍ່ແມ່ນ 6-7 ປີ 8 ປິກໍມີແລ້ວບໍ່ ຜູ້ທີ່ເຂົາ ກໍລາອອກຫັ້ນ ແລ້ວກໍສູ້ຊົນມາຈົນໄດ້ 5-6 ປີກໍຍັງບໍ່ມີຄວາມຫວັງວ່າຊັ້ນສາ ອອກໄປນໍາເສດຖະກິດແນວອື່ນ ຢູ່ນໍາເຮົາເປັນອາສາ ກໍບໍ່ມີລາຍໄດ້ຫຍັງວ່າຊັ້ນສາ; "
ນາງເວົ້າຕື່ມວ່າ ແພດອາສາ ທີ່ລາອອກໄປນັ້ນ ສ່ວນຫຼາຍ ຈະອອກໄປເຮັດວຽກອື່ນ ຢູ່ພາຍໃນແຂວງເຊກອງນີ້ ຮວມທັງວຽກເກັບກູ້ລະເບີດ ທີ່ຍັງບໍ່ທັນແຕກ ຊຶ່ງຕົກຄ້າງມາແຕ່ປາງສົງຄາມ, ວຽກແພດ ຢູ່ບໍລິສັດເອກະຊົນ ເຊັ່ນບໍລິສັດເຂື່ອນໄຟຟ້າ ຫຼືໄປຊອກຫາເຮັດວຽກຢູ່ທາງຝັ່ງໄທກໍມີ, ໂຮງໝໍໄທ ເພິ່ນກໍຕ້ອງການຄົນ ເຮັດວຽກນີ້.
ຢູ່ເມືອງທ່າແຕງ ແພດອາສາສະໝັກ ທີ່ໄດ້ຮັບແຕ່ເງິນໃນເວລາຍາມ ຊຶ່ງໄດ້ຮັບເປັນງວດ ຫຼັງຈາກຍາມມາໄດ້ເດືອນສອງເດືອນນັ້ນ ບາງສ່ວນກໍອອກການໄປແລ້ວ, ອອກໄປເຮັດທະລະກິດສ່ວນຕົວກໍມີ ແລະໄປເຮັດວຽກຢູ່ຝັ່ງໄທກໍມີ ໂຮງໝໍໄທກໍຕ້ອງການ ດັ່ງເຈົ້າໜ້າທີ່ ຫ້ອງການສາທາລະນະສຸກ ເມືອງທ່າແຕງ ເວົ້າໃນມື້ດຽວກັນນີ້ວ່າ:
" ແພດອາສາກໍມີດອກ ແຕ່ບາງສ່ວນກໍອອກໄປແລ້ວ ແຕ່ກໍຍັງມີຢູ່ຫັ້ນນ່າ ອອກຈາກບຶດນຶ່ງຫັ້ນແຫລະ ເພາະວ່ານຶ່ງມາເສດຖະກິດເດ້ ມັນມີວຽກເຮັດທາງດ້ານຝັ່ງໄທບໍ່ ໂຮງໝໍໄທກໍຕ້ອງການຄົນ ກໍໄປສະໝັກຢູ່ພຸ້ນຫັ້ນນ່າ ບາງຄົນກໍໄປເຮັດທຸລະກິດສ່ວນຕົວກໍມີ ຂະເຈົ້າບໍ່ໄດ້ ຂະເຈົ້າບໍ່ໄດ້ເງິນເດືອນ ຂະເຈົ້າໄດ້ເງິນຍາມ ເຊັ່ນວ່າເວລາຍາມນໍາພະນັກງານພວກເຮົາ ກໍໄດ້ເງິນຍາມແຕ່ເງິນເດືອນນີ້ແມ່ນບໍ່ໄດ້ເລີຍ. "
ໃນຂະນະດຽວກັນ ປະຊາຊົນຢູ່ເມືອງທ່າແຕງ ຜູ້ນຶ່ງກໍເວົ້າວ່າ ປັດຈຸບັນ ກໍຍັງມີແພດອາສາສະໝັກ ເຮັດວຽກຢູ່ໂຮງໝໍເມືອງນີ້ຢູ່ ແຕ່ເຫັນມີໜ້ອຍລົງ, ບໍ່ຮູ້ວ່າ ຈໍານວນແພດອາສາສະໝັກນັ້ນ ຍັງເຫຼືອຢູ່ຈັກຄົນ. ແລະວ່າ ປະຊາຊົນຢູ່ໃນເຂດເມືອງທ່າແຕງນີ້ ຈະນິຍົມກັນໄປປິ່ນປົວຢູ່ໂຮງໝໍເມືອງ, ແຕ່ຜູ້ທີ່ຢູ່ເຂດນອກ ຈໍານວນນຶ່ງກໍຈະໄປໂຮງໝໍແຂວງ ຂື້ນຢູ່ກັບວ່າ ໂຮງໝໍໃດຢູ່ໃກ້ກ່ອນກັນ ກໍໄປໂຮງໝໍນັ້ນ.
" ເຂດນອກຫັ້ນ ສ່ວນໃດໃກ້ແຂວງເຂົາກໍໄປແຂວງ ເຂດໃດໃກ້ເມືອງແລ້ວເຂົາມາເມືອງເບິດ ກໍຍັງມີຢູ່ໄດ໋ ແພດອາສາກໍຍັງເຫັນຢູ່ ຢູ່ເມືອງຫັ້ນນ່າ ກໍບໍ່ແນ່ໃຈ. "
ແລະຢູ່ເມືອງດາກຈຶງ ກໍມີແພດອາສາສະໝັກ ຫຼາຍຄົນພາກັນລາອອກການ ຍ້ອນເຮັດວຽກມາໄດ້ຫຼາຍປີ ແຕ່ບໍ່ມີໂກຕາ ບໍ່ຖືກຮັບເຂົ້າເປັນລັດຖະກອນຈັກເທື່ອ. ສ່ວນຫຼາຍ ພວກເຂົາເຈົ້າອອກໄປເຮັດທຸລະກິດສ່ວນຕົວ, ບາງຄົນກໍລາອອກມາຢູ່ຊື່ໆ ດັ່ງເຈົ້າຂອງຮ້ານອາຫານ ຢູ່ເມືອງດາກຈຶງ ນາງນຶ່ງເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 19 ສິງຫານີ້ວ່າ:
" ແມ່ນໆເຂົາອອກຫລາຍ ໂອກາດຫັ້ນ ອາສາໂຕພວກແພດຫັ້ນ ແມ່ນ ຫລາຍຄົນກໍອອກປີນີ້ ປີນີ້ກໍມີ ອອກປີກ່ອນກໍມີ ເຂົາອອກມາເປີດຮ້ານທຸລະກິດອີ່ຫຍັງ ບາງຄົນກໍອອກໆມາຊື່ໆ ແບບມັນບໍ່ໄດ້ແລ່ນຫລາຍປີແລ້ວກໍບໍ່ໄດ້ຢູ່ຫລາຍປີແລ້ວກໍບໍ່ໄດ້ ອອກມາຢູ່ຊື່ໆ ແມ່ນ ຕົວໂຄຕ້າມັນບໍ່ໄດ້ຫັ້ນແຫລະ ທີ່ເຂົາແລ່ນບໍ່ໄດ້ ເຂົາຢູ່ດົນແລ້ວ ມັນແບບຕົວເລກມັນມາບໍ່ພຽງພໍກັບຄົນຫັ້ນນ່າ ເຂົາກໍອອກ ເຂົາຢູ່ຫລາຍປີຫລາຍ. "
ການຂໍລາອອກ ຈາກການເປັນແພດອາສາສະໝັກ ບໍ່ໄດ້ເງິນເດືອນ ມາຫຼາຍປີ ຢູ່ໃນທົ່ວປະເທດລາວນັ້ນ ບໍ່ແມ່ນມີແຕ່ຢູ່ແຂວງເຊກອງນີ້ເທົ່ານັ້ນ ແຕ່ຫາກມີຢູ່ທຸກແຂວງທົ່ວປະເທດ ຍ້ອນແຕ່ລະປີ ລັດຖະບານ ແບ່ງໂກຕາລັດຖະກອນໃຫ້ໜ້ອຍ. ໃນໄລຍະ 5 ປີທີ່ຜ່ານມາ ຄືແຕ່ປີ 2019 ຫາປີ 2023 ສໍານັກງານນາຍົກ ລັດຖະມົນຕີ ໄດ້ແບ່ງໂກຕາລັດຖະກອນ ໃຫ້ກະຊວງສາທາລະນະສຸກ ໃນປີ 2019 ຈໍານວນ 220 ຄົນ, ປີ 2020 - 300 ຄົນ, ປີ 2021 - 321 ຄົນ, ປີ 2022 - 335 ຄົນ ແຕ່ປີ 2023 ແບ່ງໃຫ້ໜ້ອຍລົງ ຄືໃຫ້ພຽງ 230 ຄົນ. ໃນຈໍານວນ 230 ຄົນນີ້ ເປັນລັດຖະກອນແພດ ແລະໝໍ 225 ຄົນ ແລະ ເປັນລັດຖະກອນບໍລິຫານ 5 ຄົນ.
ສໍາລັບໂກຕາລັດຖະກອນແພດ ແລະໝໍ ໃນປີ 2024 ນີ້ ຍັງບໍ່ທັນມີການເຜີຍແຜ່ ຢ່າງເປັນທາງການເທື່ອ.
