ທາງດົງໂດກໃຊ້ງົປຫຼາຍກວ່າ ຕັ້ງໄວ້

ມະນີຈັນ
2015.11.12
F-Tanmixay ການພັທນາ ສ້ອມແປງ ກໍ່ສ້າງ ເສັ້ນທາງ ດົງໂດກ ແຕ່ ສີ່ແຍກ ໄຟແດງ ຕານມີໄຊ ຫາ ສາມແຍກ ສີເກີດ
RFA

ຣັຖບານລາວ ຕົກລົງ ໃຫ້ ບໍຣິສັດ ຕັງຈະເລີນ ແລະ ບໍຣິສັດ ລາວເວີນ ກໍ່ສ້າງ ເສັ້ນທາງ ດົງໂດກ ແຕ່ ສີ່ແຍກ ໄຟແດງ ຕານມີໄຊ ຫາ ສາມແຍກ ສີເກີດ ໃນ ມູນຄ່າ 54 ລ້ານ ໂດລາ ສະຫະຣັຖ ໃນຂນະທີ່ ມູນຄ່າ ທີ່ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ຕັ້ງໄວ້ ແມ່ນ 44 ລ້ານ ໂດລາ.

ຣັຖບານ ລາວ ໄດ້ ອະນຸມັດ ໃຫ້ 2 ບໍຣິສັດ ດັ່ງກ່າວ ປະມູນ ການກໍ່ສ້າງ ເສັ້ນທາງ ສາຍນີ້ ຕາມ ຂໍ້ຕົກລົງ ແລະ ການຊີ້ນໍາ ຂອງ ນາຍົກ ຣັຖມົນຕຣີ ທອງສິງ ທໍາມະວົງ ໃນ ວັນທີ 2 ພືສຈິກາ 2015. ເຈົ້າໜ້າທີ່ ຫ້ອງການ ຣັຖບານ ໄດ້ ຣາຍງານ ວ່າ ມູນຄ່າ ການກໍ່ສ້າງ ທີ່ ສອງ ບໍຣິສັດ ນີ້ ປະມູນ ໄດ້ ແມ່ນ 54 ລ້ານ ໂດລາ ສະຫະຣັຖ ໃນ ການກໍ່ສ້າງ ເສັ້ນທາງ ທີ່ ມີຄວາມ ຍາວ 9 ກິໂລແມັດ ແລະ ກ້ວາງ 28 ແມັດ.

ແຕ່ ແຫລ່ງຂ່າວ ຈາກ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ຣາຍງານ ວ່າ ເຈົ້າໜ້າທີ່ ວິຊາການ ຂອງ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ທີ່ ໄດ້ຄິດໄລ່ ມູນຄ່າ ການກໍ່ສ້າງ ເສັ້ນທາງ ດັ່ງກ່າວ ອອກມາ ແມ່ນ 44 ລ້ານ ໂດລາ ສະຫະຣັຖ.

ນອກຈາກນີ້ ຍັງມີ ຣາຍງານ ຈາກ ຫ້ອງການ ຣັຖບານ ວ່າ ຣັຖມົນຕຣີ ສອນໄຊ ສີພັນດອນ, ຫົວໜ້າ ຫ້ອງການ ຣັຖບານ ໄດ້ ອອກແຈ້ງ ການ ໄປເຖິງ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ເພື່ອໃຫ້ ຮັບຮອງ ເອົາ ຜົນສໍາຣວດ ອອກແບບ ຂອງ ບໍຣິສັດ ລາວເວີນ ແລະ ບໍຣິສັດ ຕັງຈະເລີນ ເພື່ອ ໃຫ້ລົງມື ກໍ່ສ້າງ ໃນໄວໆ ນີ້.

ການ ອອກແບບ ເສັ້ນທາງ ສາຍນີ້ ແມ່ນຄ້າຍ ຄືກັນກັບ ຖນົນ 450 ປີ ມີໄຟຟ້າ ເຍືອງທາງ ທັງ ສອງຂ້າງ, ມີຮ່ອງ ຣະບາຍນໍ້າ ທັງສອງ ຟາກທາງ ແລະ ມີຄູ ຢູ່ ທາງກາງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.