ຂ.ອຸດົມໄຊ ຊາວບ້ານລັກ ຕັດໄມ້
2016.11.30
ປະຈຸບັນ ປະຊາຊົນ ທີ່ ປູກ ຢາງພາຣາ ຈຳນວນນຶ່ງ ຢູ່ ແຂວງ ອຸດົມໄຊ ໄປລອກລອບ ຕັດໄມ້ ຍ້ອນ ບັນຫາ ຣາຄາຢາງ ຕົກຕ່ຳ ຂະເຈົ້າ ບໍ່ກຸ້ມຢູ່ ກຸ້ມກິນ. ຕາມ ການເປີດເຜີຍ ຂອງເຈົ້າໜ້າທີ່ ແຂວງ ອຸດົມໄຊ ທ່ານນຶ່ງ ທີ່ບໍ່ປະສົງ ອອກຊື່ ຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 29 ພືສຈິກາ ວ່າ:
"ດຽວນີ້ ກໍຢາງພາຣາ ກໍບໍ່ເປັນລາຄາ ປະຊາຊົນ ຈຳນວນນຶ່ງ ກໍເລີຍ ບຸກເຂົ້າປ່າ ລັກລອບ ປ້ຳຕັດຂາຍ ຈະມາຂາຍ ຕາມອັນທີ່ ບ່ອນກໍ່ສ້າງ ບ່ອນປຸກສ້າງ ຕາມເທສບານແຂວງ ນີ້ແຫຼະ ແຕ່ວ່າແມ່ນ ຕັດເປັນບາງເຂດເນາະ ຈະແມ່ນ ເມືອງປາກແບງ ເມືອງງາ ເມືອງຮຸນ ເມືອງໄຊ ຈະບໍ່ເປັນ ສິນຄ້າໃຫຍ່ ແບບສົ່ງອອກ ໄປ ຕ່າງປະເທດ ເນາະ ຕົວນີ້ເນາະ ແຕ່ເຮົາຢາກ ສະກັດກັ້ນ ໄວ້ກ່ອນ".
ເຈົ້າໜ້າທີ່ ກ່າວວ່າ ນັບແຕ່ຣາຄາ ຢາງພາຣາ ຕົກຕ່ຳ ເຫຼືອປະມານ 5 ພັນກີບ ຕໍ່ນຶ່ງ ກະໂລກຼັມ ຊາວບ້ານ ທີ່ປູກຢາງ ຫລືໃຫ້ ນັກລົງທຶນ ຕ່າງປະເທດ ເຊົ່າທີ່ດິນ ປູກຢາງ ກໍພາກັນ ເຂົ້າໄປຕັດໄມ້ ໃນປ່າ ບ້ານ ຫລື ປ່າໄມ້ ຊຸມຊົນ ຊຶ່ງສ່ວນຫຼາຍແລ້ວ ເປັນໄມ້ ເນື້ອອ່ອນ.
ເຈົ້າໜ້າທີ່ ທ່ານນີ້ ກ່າວອີກວ່າ ທີ່ຜ່ານມາ ຊາວບ້ານ ຈະລັກຕັດ ບໍ່ຫຼາຍ ແຕ່ ເຈົ້າໜ້າທີ່ ຕ້ອງເລັ່ງ ປາມປາມ ກວດຍຶດ ເນື່ອງຈາກວ່າ ມັນອາດຈະມີການ ຂະຫຍາຍ ເປັນການ ລັກລອບຕັດໄມ້ ສົ່ງອອກໄປ ຕ່າງປະເທດ. ວິທີ ການປ້ອງກັນ ແມ່ນ ເຈົ້າໜ້າທີ່ ລົງໄປໃຫ້ ຄວາມຮູ້ແກ່ ປະຊາຊົນ, ດັ່ງ ທ່ານກ່າວວ່າ:
"ໂຄສະນາເນາະ ປຸກຣະດົມ ປະຊາຊົນ ຮູ້ເຖິງຜົນຮ້າຍ ຂອງ ການຕັດໄມ້ ທຳລາຍປ່າ ຕິດປ້າຍຫ້າມ ແຕ່ລະເຂດປ່າ ແອບຕັດ ຈະມີໂທດ ໃນສະຖານ ທຳລາຍ ປ່າໄມ້ ຂັງທີນຶ່ງ ຈະປະມານ 3 ເດືອນ ຮອດ 2 ປີ ຈະຄົ້ນຄວ້າ ສະເໜີ ງົບປະມານ ແລ້ວປະຈຳ ຢູ່ພື້ນທີ່ເລີຍ".
ນອກຈາກນີ້ ບັນຫາການຕັດໄມ້ ຍັງບໍ່ພຽງ ແຕ່ສະເພາະ ແຕ່ໄມ້ ຄ້ຳແບບ ເທົ່ານັ້ນ ແຕ່ຍັງເປັນ ບັນຫາ ຣະດັບຊາດ ແລະ ຍັງມີການ ລັກລອບ ຂົນໄມ້ ໄປປະເທດ ວຽດນາມ ແລະ ປະເທດຈີນ ເຖິງວ່າ ຣັຖບານ ຈະອອກຄຳສັ່ງ ເລກທີ 15 ຫ້າມ ສົ່ງອອກໄມ້ ກໍຕາມ.