ທ.ພູເພັດບໍ່ຖືກກັກຕົວແລ້ວ

ຈໍາປາທອງ
2016.04.06
F-finance ກະຊວງການເງິນ ສປປລ ທີ່ ນະຄອນຫຼວງວຽງຈັນ
RFA/NY

ຄວາມຄືບໜ້າ ກ່ຽວກັບ ກໍຣະນີ ທ່ານ ພູເພັດ ຄໍາພູນວົງ ອະດີດ ຣັຖມົນຕຣີ ກະຊວງ ການເງິນ ທີ່ ຖືກກັກ ບໍຣິເວນ ແລະ ພະນັກງານ ກະຊວງ ການເງິນ 4 ຄົນ ຊຶ່ງ ໃນນັ້ນ ກໍມີເລຂາ ສ່ວນຕົວ ຂອງ ທ່ານ ຊື່ ທ້າວ ອາລັດ, ມີ ຫົວໜ້າກົມ, ຮອງກົມ ງົບປະມານ ແລະ ພະນັກງານ ຜແນກສັງລວມ ທີ່ ຖືກຈັບ ໃນ ທ້າຍເດືອນ ທັນວາ ປີ 2015 ໃນຂໍ້ຫາ ສໍ້ຣາສ ບັງຫຼວງ ທີ່ກ່ຽວກັບ ການອອກ ພັນທະບັດ ແລະ ໂຄງການ ບໍ່ມີຕົວຕົນ.

ຫລ້າສຸດ ເຈົ້າໜ້າທີ່ ກະຊວງ ການເງິນ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 1 ເມສາ ວ່າ: ທ່ານ ພູເພັດ ແລະ ພະນັກງານ ເຫລົ່ານັ້ນ ຖືກປ່ອຍຕົວ ອອກມາແລ້ວ ໃນ ເດືອນ ມິນາ ຜ່ານມາ, ໂດຍບໍ່ມີ ການດໍາເນີນ ຄະດີຫຍັງ, ແຕ່ຈະຕ້ອງ ໄດ້ຈ່າຍເງິນ ທີ່ສູນຫາຍ ໄປນັ້ນຄືນ ທັງໝົດ.

ເງິນທີ່ເສັຽໄປ ໃນໂຄງການ ບໍ່ມີ ຕົວຕົນນັ້ນ ຮູ້ແຕ່ວ່າ ເປັນ ຈໍານວນ ມະຫາສານ, ຈົນເຖິງຂັ້ນ ເຮັດໃຫ້ ກະຊວງ ການເງິນ ຂາດ ງົບປະມານ ຈົນ ບໍ່ສາມາດ ຈ່າຍເງິນ ເດືອນ ໃຫ້ ພະນັກງານ ຣັຖກອນ.

ເຈົ້າໜ້າທີ່ ກ່າວອີກວ່າ: ການປ່ອຍຕົວ ຄັ້ງນີ້ ແມ່ນເປັນ ຄໍາສັ່ງຂອງ ການນໍາ ລາວ ຣະດັບ ກົມການເມືອງ ແລະ ບໍ່ຕ້ອງການ ໃຫ້ ເຣື້ອງນີ້ ໂດ່ງດັງ ໄປຫຼາຍ, ຈຶ່ງ ສັ່ງໃຫ້ ປ່ອຍ ໃນຣະຍະ ທີ່ມີການ ເລືອກຕັ້ງ ສະພາ ເພາະເຫັນວ່າ ຄົນສ່ວນໃຫຍ່ ຈະສົນໃຈ ການເລືອກຕັ້ງ ຫຼາຍກວ່າ.

ພະນັກງານ ທັງ 4 ຄົນ ທີ່ວ່າເປັນ ຜູ້ໃກ້ຊິດ ກັບ ທ່ານ ພູເພັດ ນັ້ນໄດ້ຖືກ ຂັງຄຸກ ຢູ່ໂພນທັນ, ເມືອງ ສີສັດຕະນາກ, ນະຄອນຫຼວງ ວຽງຈັນ. ຕາມການ ບອກເລົ່າ ຂອງ ເຈົ້າໜ້າທີ່.

ສ່ວນທ່ານ ພູເພັດ ຄໍາພູນວົງ ໃນເບື້ອງຕົ້ນ ຖືກກັກ ບໍຣິເວນ ເພື່ອ ສືບສວນ ສອບສວນ ຢູ່ຫ້ອງການ ກວດກາ ສູນກາງພັກ ຫລັກ 6. ແຕ່ຕໍ່ມາ ບໍ່ມີການ ເປີດເຜີຍວ່າ ທ່ານ ຖືກສົ່ງໄປ ກັກຕົວ ຢູ່ບ່ອນໃດ.

ທ່ານ ພູເພັດ ເຄີຍ ມີຕໍາແໜ່ງ ເປັນຜູ້ວ່າການ ທະນາຄານ ແຫ່ງຊາດ ສປປລາວ ແລະ ຖືກຍ້າຍ ໄປເປັນ ຣັຖມົນຕຣີ ກະຊວງ ການເງິນ ໄດ້ປະມານ 2 ປີ. ທ່ານ ຖືກປົດ ຕໍາແໜ່ງ ໃນເດືອນ ມິນາ ປີ 2014 ແລະ ຖືກຍ້າຍ ໄປຮັບໜ້າທີ່ ຢູ່ ຫ້ອງວ່າການ ຣັຖບານ ກ່ອນຈະຖືກ ກັກ ບໍຣິເວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.