ຊາວບ້ານຜູ້ທຸກຍາກ ໃນລາວ ບໍ່ສາມາດເຂົ້າເຖິງແຫຼ່ງກູ້ຢືມເງິນ

0:00 / 0:00

ທະນາຄານນະໂຍບາຍເຊິ່ງເປັນທະນາຄານ ສະເພາະກິດທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ ໄດ້ວາງແຜນການສະໜອງສິນເຊື່ອ ເງິນກູ້ຢືມ ໃຫ້ກັບປະຊາຊົນ ເພື່ອສົ່ງເສີມການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ຂອງປະຊາຊົນໃຫ້ຫຼຸດລົງ ຢ່າງເປັນຮູບປະທຳຕາມນະໂຍບາຍ ຂອງລັດຖະບານ.

ຊາວລາວຜູ້ທຸກຍາກ ເຫັນວ່າແຜນການດັ່ງກ່າວ ເປັນພຽງນະໂຍບາຍ ທີ່ເອື້ອຍອໍານວນຫ້ກັບຫົວໜ່ວຍທຸລະກິດເທົ່ານັ້ນ ແຕ່ສຳລັບຊາວລາວຜູ້ທຸກຍາກ ທີ່ບໍ່ມີຄວາມຮູ້. ບໍ່ມີອາຊີບ ແລະ ລາຍໄດ້ແບບໝັ້ນຄົງ, ບໍ່ມີຫຼັກຊັບໄປຄໍ້າປະກັນ ຖືວ່າບໍ່ມີໂອກາດເລີຍທີ່ຈະເຂົ້າເຖິງແຫຼ່ງທຶນກູ້ຢືມ ດັ່ງກ່າວໄດ້.

ດັ່ງຊາວແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ເມສາ ນີ້ວ່າ:

“ທະນາຄານເພິ່ນກາໄປລົງເລິກ ເລື່ອງການປ່ອຍເງິນກູ້ຢືມນີ້ຂະເຈົ້າບໍ່ກ້າປ່ອຍໄດ໋. ຜູ້ທຸກແທ້ໆ ນີ້ເຂົາບໍ່ໃຫ້ໃດທີ່ຈິງນີ້ຊ່ວຍຜູ້ທຸກ ບໍ່ແມ່ນເນາະຫັ້ນນ່າ ຖືວ່າແຫຼະບໍ່ໃຫ້ມີໂອກາດຂະເຈົ້າຢືມເງິນ.”

ແຜນການສະໜອງສິນເຊື່ອ ການເພື່ອສົ່ງເສີມການພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ຫຼຸດລົງ ແຕ່ໃນຄວາມເປັນຈີງຜູ້ທຸກຍາກ ບໍ່ສາມາດເຂົ້າເຖິງແຫຼ່ງທຶນ ກູ້ຢືມດັ່ງກ່າວໄດ້ເລີຍ ເພາະການຈັດຕັ້ງປະຕິບັດ ແຜນການບໍ່ມີຄວາມໂປ່ງໃສ່.

ເຖິງວ່າແຫຼ່ງທຶນກູ້ຢືມ ຂອງທະນາຄານດັ່ງກ່າວ ຈະເປັນການຊ່ວຍເຫຼືອ ຂອງທາງການລາວຕໍ່ການພັດທະນາພື້ນຖານ ໂຄງຮ່າງ ທີ່ຈຳເປັນແຕ່ຜູ້ທຸກຍາກ ແລະຢູ່ເຂດຫ່າງໄກສອກຫຼີກ ຍັງບໍ່ໄດ້ຮັບການຊ່ອຍເຫຼືອໄດ້ດີ ເທົ່າທີ່ຄວນ. ປະຊາຊົນຈຳນວນຫຼາຍ ຍັງຫາກີນຕາມປ່າດົງດີ້ນຮົນເພື່ອເອົາໂຕລອດໃນສະພາບເສດຖະກິດຄືດັ່ງໃນປັດຈຸບັນນີ້. ດັ່ງຊາວແຂວງສະຫວັນນະເຂດກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:

“ທາງນີ້ເຂົາສົ່ງເສີມເນາະຊ່ວຍເຫຼືອ ຜູ້ທຸກຍາກແຕ່ມັນບໍ່ໄດ້ສະດວກນີ້ແຫຼະ ວ່າບ້ານນອກບ້ານນາເຂົາຄວາມຮູ້ບໍ່ມີແລ້ວເສັຍປຽບ ການຊ່ວຍເຫຼືອ ຂອງພັກແລະລັດນີ້ມັນໄປບໍ່ທົ່ວເຖິງ ໄປບໍ່ຮອດຮອດແຕ່ບາງສ່ວນຫັ້ນນ່າ.”

ແຜນການສະໜອງສິນເຊື່ອ ເພື່ອສົ່ງເສີມການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ຫຼຸດລົງຢ່າງເປັນຮູບປະທຳຕາມນະໂຍບາຍ ຂອງລັດຖະບານລາວເປັນພຽງນະໂຍບາຍທີ່ເອື້ອອຳນວນແຫຼ່ງທຶນ ກູ້ຢືມໃຫ້ກັບພວກຂອງຕົນເອັງເທົ່ານັ້ນ ແຕ່ສະລັບຜູ້ທຸກຍາກມີບໍ່ຮອດ 10% ທີ່ຈະກູ້ຢືມສິນເຊື່ອດັ່ງກ່າວເພາະບໍ່ມີທຸລະກິດ ແລະຊັບສິນ ໄປຄໍ້າປະກັນຕາມເງື່ອນໄຂ ຂອງທະນາຄານ. ການກ່າວອ້າງເພື່ອສົ່ງເສີມ ການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ຂອງປະຊາຊົນໃຫ້ຫຼຸດລົງຢ່າງເປັນຮູບປະທຳນັ້ນ ຈຶ່ງເປັນແຜນການ ແລະ ນະໂຍບາຍບໍ່ໜ້າເຊື່ອຖື.

ດັ່ງຊາວຫຼວງພຣະບາງ ທີ່ເຮັດວຽກດ້ານການພັດທະນາຊົນນະບົດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ປະຊາຊົນຜູ້ເຮັດການຜະລິດບໍ່ມີເງິນເຂົ້າແຫຼ່ງທຶນ ບໍ່ໄດ້ແຫຼ່ງທຶນພວກນີ້ພັດເອົາໄປປ່ອຍໃຫ້ນໍ ມີນີ້ຂອງເຂົາບໍ່ມີຮອດ 10% ດອກ ທີ່ມັນໄປສົ່ງເສີມປະຊາຊົນ. ເງື່ອນໄຂການເຂົ້າເຖິງອິຫຍັງຕ່າງໆ ມັນກາຍາກຊິເອົາຫຍັງໄປຄໍ້າປະກັນໄດ້.”

ນະໂຍບາຍດັ່ງກ່າວ ຍັງບໍ່ສາມາດເຂົ້າເຖິງຄົນທຸກຍາກເທົ່າທີ່ຄວນ ເພາະທີ່ຕັ້ງຂອງທະນາຄານນະໂຍບາຍຈະຢູ່ໃນເຂດຕົວເມືອງໃຫຍ່ເທົ່ານັ້ນ ແຕ່ປະຊາຊົນໃນກຸ່ມເປົ້າໝາຍພັດຢູ່ເຂດຫ່າງໄກ ສອກຫຼີກ.

ດັ່ງເຈົ້າໜ້າທີ່ທະນາຄານະໂຍບາຍ ແຂວງຫົວພັນ ນາງກ່າວວ່າ:

“ຜູ້ໃດມີຄວາມຕ້ອງການສົນໃຈ ຢາກຮັບແຫຼ່ງທຶນຕົວນີ້ເພື່ອໄປສ້າງເສດຖະກິດ ຕົວເອງເພີ່ມຕື່ມ ແຕ່ວ່າຖືກເປົ້າໝາຍເອົຮາກາໃຫ້ຕາມທີ່ເຫັນສົມຄວນຫັ້ນເນາະ ສ່ວນຫຼາຍນີ້ປະຊາຊົນຂະເຈົ້າ ມັນຈະບໍ່ມາຮອດມາເຖິງເນາະສ່ວນຫຼາຍ ມັນເຂດຫ່າງໄກສອກຫຼີກຫຼາຍ.”

ທະນາຄານນະໂຍບາຍ ມີເປົ້າໝາຍທີ່ຈະປ່ອຍສິນເຊື່ອ ໃຫ້ກັບຜູ້ທຸກຍາກແຕ່ຜູ້ທີ່ຈະມາກູ້ສິນເຊື່ອຈະຕ້ອງມີແຜນທຸລະກິດທີ່ຈະແຈ້ງເປັນຕົ້ນປູກພືດ, ລ້ຽງສັດ, ລ້ຽງປາ, ຫຼືປູກໄມ້ເສດຖະກິດຈະຕ້ອງກຳນົດດ້ວຍວ່າຈະກູ້ສິນເຊື່ອໄປລົງທຶນເທົ່າໃດ, ຄາດຄະເນຜົນປະກອບການທີ່ຈະໄດ້ຮັບແຕ່ລະປີຫຼາຍໜ້ອຍເທົ່າໃດ ຕ້ອງມີການເຮັດບັນຊີລາຍຈ່າຍ-ລາຍຮັບ ທັງໝົດເພື່ອໃຫ້ທະນາຄານພິຈາລະນາ ປ່ອຍສິນເຊື່ອ.

ດັ່ງເຈົ້າໜ້າທີ່ທະນາຄານ ສຳນັກງານໃຫຍ່ ນະຄອນຫຼວງວຽງຈັນ ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:

“ນອງເຮົາແມ່ນບໍ່ເກີນ 3 ຕື້ກີບເບາະສໍາລັບກູ້ຢືມແຕ່ເງື່ອນໄຂ ການກູ້ຢືມນີ້ໝາຍຄວາມວ່າ ເຮົາຕ້ອງມີພື້ນຖານຕ້ອງມີປະຫວັດ ເຄື່ອນໄຫວ ທາງດ້ານທຸລະກິດ ຫຼື ກິດຈະການຂອງເຮົາຫັ້ນນ່າ ຜົນໄດ້ຮັບປານໃດຫັ້ນນ່າຈຸດປະສົງ ກະສອດຄ່ອງກັບນະໂຍບາຍໄທເຮົາເນາະ.”

ຕາມການລາຍງານ ຂອງທະນາຄານນະໂຍບາຍລະບຸວ່າ ທະນາຄານນະໂຍບາຍໄດ້ສະໜອງສິນເຊື່ອ ໃຫ້ແກ່ປະຊາຊົນແລ້ວ ປັນຈຳນວນ 6,900 ຕື້ກ່ວາກີບສາມາດເຂົ້າເຖິງ 17 ແຂວງ, 1 ນະຄອນຫຼວງ, 138 ເມືອງ, ເຂົ້າເຖິງຄອບຄົວໄດ້ 206,746 ຄອບຄົວ, ຜ່ານມາເຫັນໄດ້ວ່າປະຊາຊົນ ໃນເຂດຊົນນະບົດຫ່າງໄກສອກຫຼີກນັບມື້ ອາດຈະໄດ້ຮັບການພັດທະນາຫຼາຍຂຶ້ນ ປະຊາຊົນສ່ວນຫຼາຍສາມາດເຂົ້າເຖິງແຫຼ່ງທຶນ ຂອງທະນາຄານນະໂຍບາຍເພື່ອພັດທະນາ ຄອບຄົວໃຫ້ມີລາຍຮັບເຮັດໃຫ້ມີຊີວິດການເປັນຢູ່ດີຂຶ້ນ ກ່ວາເກົ່າ.

ທະນາຄານນະໂຍບາຍ ລາຍງານຕື່ມວ່າ ຄອບຄົວທຸກຍາກເຫຼືອພຽງ 64,549 ຄອບຄົວຂອງຄອບຄົວທັງໝົດທົ່ວປະເທດ. ບ້ານທຸກຍາກເຫຼືອພຽງ 1,536 ບ້ານຂອງຈຳນວນບ້ານທັງໝົດທົ່ວປະເທດ, ບ້ານທຸກຍາກເຫຼືອພຽງ 1,536 ບ້ານຂອງຈຳນວນບ້ານທັງໝົດທົ່ວປະເທດ ແລະ ເມືອງທຸກຍາກເຫຼືອພຽງ 23 ເມືອງ.

ສູນສະຖິຕິແຫ່ງຊາດລາວ ລາຍງານວ່າ ປັດຈຸບັນປະເທດລາວມີອັດຕາ ຄວາມທຸກຍາກ ຢູ່ທີ່ 18.9% ທົ່ວປະເທດ ເຊິ່ງລັດຖະບານລາວ ມີແຜນຈະຫຼຸດຜ່ອນອັດຕາຄວາມທຸກຍາກ ໃນລາວໃຫ້ຍັງເຫຼືອ 13.9% ພາຍໃນປີ 2025ນີ້. ສ່ວນທະນາຄານໂລກ ໄດ້ລາຍງານເມື່ອປີ 2023 ວ່າ ອັດຕາຄວາມທຸກຍາກ ໃນລາວຢູ່ທີ່ 18.9%, ອາດເພີ່ມຂຶ້ນມາເຖິງ 32% ໃນປີ 2023 ນີ້, ຍ້ອນໄດ້ຮັບຜົນກະທົບເລື່ອງຄ່າຄອງຊີບສູງ, ເງິນເຟີ້ສູງ ແລະ ເງິນກີບອ່ອນຄ່າຈາກສະພາບ ເສດຖະກິດ-ການເງິນ ຂອງປະເທດຕົກຕໍ່າ.