ໃນວັນທີ 14 ກັນຍາ ນີີ້, ຜແນກອຸດສາຫະກັມ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການ ໃຫ້ພວກພໍ່ຄ້າແມ່ຄ້າຂາຍໝູຢູ່ ຕລາດບໍ່ໃຫ້ຂາຍຊີ້ນໝູເກີນຣາຄາ 44 ພັນກີບ ຕໍ່ກິໂລ ຄືປັບຣາຄາຈາກທີ່ ໄດ້ກໍານົດໃສ່ເມື່ອກ່ອນ 40 ພັນກີບ ຕໍ່ກິໂລ ຍ້ອນວ່າມີໝູໜ້ອຍ, ຫົວອາຫານໝູແພງ ຄ່າຂົນສົ່ງອຸປກອນລ້ຽງໝູສູງຂຶ້ນ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ການຄ້ານະຄອນຫຼວງວຽງຈັນ ທ່ານນຶ່ງຜູ້ຂໍສງວນຊື່ ແລະຕໍາແໜ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 16 ກັນນາ ນີ້:
“ໝູມັນຂຶ້ນຫັ້ນນ່າ ສາເຫດມັນມາຈາກໝູໜ້ອຍ ຕ້ອງການຫຼາຍເຮັດໃຫ້ເຂົາເຈົ້າບໍ່ພຽງພໍ. ອັນ 2 ແມ່ນສ່ວນປະສົມຂອງຫົວອາຫານມັນ ແພງຂຶ້ນຕາມອັດຕຣາແລກປ່ຽນ ຂອງເງິນ. 3 ການນໍາເຂົ້າອຸປກອນ ວັດຖຸດິບມາເຮັດຫົວອາຫານ ຊ່ວງໂຄວິດ ມັນກະເພີ່ມຂຶ້ນໜ້ອຍນຶ່ງ.”
ທ່ານກ່າວຕື່ມວ່າ ການແຈ້ງການເທື່ອນີ້ອອກມາ ພາຍຫລັງທີ່ໄດ້ມີການປະຊຸມ ປະເມີນຣາຄາໝູ ແລະ ຊີ້ນໝູຫລາຍເທື່ອ ກັບຜູ້ລ້ຽງໝູ ແລະ ຜູ້ຊື້-ຂາຍຊີ້ນໝູ ແລະວ່າ ຈະມີເຈົ້າໜ້າທີ່ ທີ່ກ່ຽວຂ້ອງລົງກວດກາ ຫາກຜູ້ໃດຂາຍເກີນຣາຄາ ທີ່ທາງການກໍານົດໃຫ້ໃໝ່ນັ້ນ ກໍຈະຖືກປັບໃໝ ແລະ ສຶກສາອົບຮົມ.
ໃນຂນະດຽວກັນ ແມ່ຄ້າຂາຍຊີ້ນໝູ ຢູ່ນະຄອນຫລວງວຽງຈັນ ນາງນຶ່ງ ເວົ້າວ່າ ພວກພໍ່ຄ້າ-ແມ່ຄ້າ ຂາຍໝູຕາມຕລາດ ສ່ວນຫຼາຍບໍ່ສາມາດ ຂາຍຊີ້ນໝູໃນຣາຄາ ທີ່ທາງການກໍານົດ ໃຫ້ນັ້ນໄດ້ ເພາະບໍ່ໄດ້ກໍາໄລຫຼາຍ, ຈະຂາຍຊີ້ນໝູ ໃນຣາຄາປະມານ 50 ພັນກີບຕໍ່ກິໂລ, ຍ້ອນ ໄດ້ຊື້ມາໃນຣາຄາ 46 ພັນ-47 ພັນກີບຕໍ່ກິໂລ. ຖ້າຈະໃຫ້ຂາຍ ໃນຣາຣາຄາທີ່ຖືກກໍານົດ ໄວ້ນັ້ນ ທາງການກໍຕ້ອງໄປປັບຣາຄາໝູຢູ່ໜ້າ ຟາມລົງ ດັ່ງທີ່ນາງກ່າວວ່າ:
“ໝູກະຂຶ້ນ 5 ພັນເດ໋ລະເພາະວ່າມັນເງິນບາດຂຶ້ນເດ໋ ຮັບມາແພງກໍຕ້ອງໄດ້ ຂາຍຕາມນັ້ນຮັບມາມັນເປັນ 46.000-45.000 ແບບນີ້ຫັ້ນນະ ການຄ້າກໍຕ້ອງໄປເວົ້າກັບ ການຄ້າທີ່ສົ່ງພຸ້ນ ທາງນັ້ນຫລຸດໄດ້ກໍຫລຸດໄດ້.”
ແລະ ຜູ້ປະກອບການທຸຣະກິດ ຊື້ສັດ-ຂາຍຊີ້ນ ຢູ່ນະຄອນຫລວງວຽງຈັນ ນາງນຶ່ງເວົ້າວ່າ ຊື້ໝູເປັນໂຕມາຈາກມາຈາກໜ້າຟາມ ກໍຕົກເປັນ ກິໂລນຶ່ງ 29 ພັນ-30ພັນ ກີບແລ້ວ, ໃນເມື່ອຊື້ມາແພງ ກໍຈໍາເປັນຕ້ອງໄດ້ຂາຍແພງ. ແລະວ່າ ຕົນເອງກໍຄົວໝູພັນໃຫຍ່ ຂາຍຢູ່ຕລາດ ກໍຈະຂາຍໃນຣາຄາປະມານ 55 ພັນຫາ 60 ພັນກີບ ຕໍ່ກິໂລ:
“ໄປເອົານໍາຟາມເຂົາເຈົ້າ ເຂົາກະໃຊ້ງົບຄືກັນ ເຂົາເຈົ້າເກືອຮໍາ ແລ້ວຮໍາມັນກະແພງເດ໋. ເຮົາໄປເອົາມາຈາກຟາມ ມັນກະບໍ່ໄດ້ແລ້ວ 26.000 ມັນໄດ້ປະມານໂລ 29.000 - 30.000 ຫັ້ນນ່າ. ເຮົາກະຮັບໝູມາແພງ ກະຂາຍແພງ ກະຄົວລົງຕລາດຄືກັນ ແຕ່ຈະເປັນຄົວໝູໃຫຍ່ ບາງລຸ້ນເຮົາກະຄົວລົງປະມານ ໂລ 55.000 ບາງລຸ້ນກະໂລ 60.000.”
ກ່ຽວກັບເຣຶ່ອງນີ້ ຊາວບ້ານຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງ ເວົ້າວ່າຕົນໄປຊື້ຊີ້ນໝູຢູ່ຕລາດ ປັດຈຸບັນ ຣາຄາຊີ້ນໝູກິໂລລະ 50 ພັນກີບ ຖືວ່າແພງຫລາຍ, ຕ້ອງໄດ້ຫັນໄປຊື້ໄກ່ ຊື້ປາ ແທນ. ຖ້າຫາກບໍ່ມີເງິນຊື້ ກໍໄປຫາປູຫາປາ ຕາມທົ່ງນາມາກິນ ແລະວ່າ ປັດຈຸບັນ ວຽກງານ ກໍຊອກຫາເຮັດຍາກຫລາຍ ຣາຄາສິນຄ້າກໍແພງຂຶ້ນ ແຕ່ກໍບໍ່ເຫັນວ່າທາງການ ຈະແກ້ໄຂໄດ້:
“ແພງຂຶ້ນໂລລະ 5 ພັນ ຊ່ວງໂຄວິດ ມານີ໋ນ່າ ຍ້ອນໝູບໍ່ມີແດ່ຫັ້ນແຫລະ ຟາມໝູ ກະບໍ່ມີໃຜໄປລ້ຽງ ຫົວອາຫານແພງ ນໍາເຂົ້າກະຍາກ ລ້ຽງໝູ ເຊົາຫລາຍຄົນໂພດ ບໍ່ຢາກລ້ຽງຫັ້ນນ່າ ມັນແພງເກີນໄປ ກະຊ່ວງໂຄວິດ ບໍ່ມີເງິນແດ່ຫັ້ນແຫລະ. ຊື້ໄກ່ຊື້ຫຍັງແທນ ບໍ່ມີ ກະຫາປູ ຫາປາ ຕາມທົ່ງໄຮ່ທົ່ງນາ. ທາງການແກ້ ເຂົາກະຕິຜູ້ນັ້ນຜູ້ນີ້ ມາເລີຍໆຫັ້ນແຫລະ ນໍາແຕ່ຫົວ ອາຫານມາ ແກ້ໄດ້ກະດີຫັ້ນແຫລະ.”
ແລະ ຊາວບ້ານໃນນະຄອນຫຼວງວຽງຈັນ ອີກນາງນຶ່ງກໍເວົ້າວ່າ ຣາຄາຊີ້ນໝູປັດຈຸບັນ ຖືວ່າແພງຂຶ້ນຫຼາຍ. ແຕ່ລະບ່ອນກໍຂາຍໃນຣາຄາ ສໍ່າໆກັນ. ຕົນໄປຊື້ໃນຣາຄາກິໂລນຶ່ງ 50 ພັນກີບ ແລະເຄື່ອງຂອງອື່ນໆຣາຄາ ກໍຂຶ້ນຄືກັນ ເປັນຕົ້ນ ແປ້ງນົວ ເຄີຍຊື້ຖົງນຶ່ງ 11 ພັນກີບ ແຕ່ປັດຈຸບັນ ຖົງລະ 13 ພັນກີບ, ນໍ້າປາ ແຕ່ກ່ອນ ແກ້ວນຶ່ງ 7 ພັນກີບ ແຕ່ດຽວນີ້ຂຶ້ນເປັນ 10 ພັນກີບ:
“ເຮົາກະໄດ້ຈົ່ມ ຊີ້ນໝູແພງຂຶ້ນ ໂລລະ 5 ພັນ ພຸ້ນແຫລະ. ຫລັງຈາກມັນແພງ ເຮົາກະຊື້ໜ້ອຍລົງ ຈະໄປກິນທາງປາ ເປັນຜັກແດ້. ມາຕການ ກະຢ່າມັນ ຂາຍບໍ່ໄດ້ແລ້ວດຽວນີ້. ຜິດກັນ ກໍຍ້ອນອັນນັ້ນຢູ່ຕລາດກະດາຍ. ເງິນເດືອນບໍ່ຂຶ້ນ ແຕ່ຣາຄາເຄື່ອງຂຶ້ນໝົດທຸກອັນ ຈາກນໍ້າປາເຮົາຊື້ 7 ພັນ 8 ພັນ ດຽວນີ້ 10 ພັນ.”
ໃນຂນະດຽວກັນ ຊາວບ້ານໃນນະຄອນຫຼວງວຽງຈັນອີກນາງນຶ່ງ ກໍເວົ້າວ່າປັດຈຸບັນ ສິນຄ້າແພງທຸກຢ່າງຄືຊີ້ນໝູກໍແພງຫຼາຍ ຄືຂຶ້ນເປັນ 50 ພັນກີບ ຕໍ່ກິໂລ, ແຕ່ກ່ອນເຄີຍຊື້ 45 ພັນກີບ ຕໍ່ກິໂລ ແລະວ່າ ຢູ່ລາວ ປະຊາຊົນໄດ້ແຕ່ຈົ່ມ ບໍ່ມີຜູ້ໃດກ້າ ໄປຮຽກຮ້ອງ:
“ຕອນນັ້ນ 45 ພັນ ນີ້ຂຶ້ນ 50 ຂຶ້ນໄດ້ເດືອນປາຍແລ້ວລະ. ໂອ໊ຍ ຊື້ຫຍັງກະແພງໝົດຫັ້ນລະ ຄັນຈະເວົ້າ. ຊ່ວງນີ້ແຮ໋ງໄປໄທຍບໍ່ໄດ້ ເຄື່ອງອິຫຍັງມາກະແພງໝົດນ່າ ບໍ່ມີຫຍັງຖືກດອກ. ຄືຢູ່ລາວນີ໊ຂຶ້ນ 5 ພັນຈະມີໃຜຟ້ອງຫຍັງ ເຮົາມີແຕ່ຈົ່ມນໍາກັນແຫຼະອິຫຍັງກະແພງ.”
ອີງຕາມການຣາຍງານຂ່າວ ຂອງຜແນກອຸດສາຫະກັມ ແລະການຄ້າ ນະຄອນຫລວງວຽງຈັນ ໃນມື້ວັນທີ 14 ກັນຍາ 2020 ກ່ຽວກັບ ການອອກແຈ້ງການ ເຖິງຫົວໜ່ວຍທຸຣະກິດຕລາດ, ຟາມລ້ຽງໝູ, ຜູ້ປະກອບການທຸຣະກິດຊື້ສັດ-ຂາຍຊີ້ນ ຜູ້ຈໍາໜ່າຍຊີນໝູ ຕາມຮ້ານຄ້າ ໃນຕລາດນັ້ນວ່າ ຣາຄາຊື້-ຂາຍໝູໜ້າຟາມ ບໍ່ໃຫ້ເກີນ 26 ພັນກີບຕໍ່ກິໂລ, ຣາຄາຂາຍຍົກໝູ ເປັນໂຕ ທີ່ຄົວແລ້ວ ແລະເຮັດເປັນຕ່ອນ ສົ່ງໃຫ້ພໍ່ຄ້າແມ່ຄ້າຢູ່ຕລາດບໍ່ໃຫ້ເກີນ 31 ພັນກີບຕໍ່ກິໂລ, ຣາຄາຂາຍຊີ້ນໝູຢູ່ຕລາດ ຊີ້ນປະເພດ 1 ບໍ່ໃຫ້ຂາຍເກີນ 44 ພັນກີບຕໍ່ກິໂລ, ຊີ້ນປະເພດ 2 ບໍ່ໃຫ້ຂາຍເກີນ 41 ພັນກີບ ຕໍ່ກິໂລ.
ຖ້າທຽບໃສ່ຣາຄາຊີ້ນໝູ ທີ່ໄດ້ກໍານົດໄວ້ຢູ່ໃນແຈ້ງການຂອງ ນະຄອນຫລວງວຽງຈັນ ສະບັບກ່ອນ ເມື່ອວັນທີ 30 ມົກກະຣາ 2020 ເຫັນວ່າ ມີການປັບຣາຄາ ຂຶ້ນຫລາຍ ຄືຈາກກິໂລນຶ່ງ 40 ພັນກີບ ເປັນ 44 ພັນກີບ. ແຕ່ເຖິງຢ່າງໃດ ພວກພໍ່ຄ້າແມ່ຄ້າ ກໍຍັງຈະບໍ່ສາມາດຂາຍໄດ້ ໃນຣາຄາ ທີ່ທາງການກໍານົດໃຫ້ ຍ້ອນ ຣາຄາຊື້ມາຈາກຕົ້ນທາງແພງ. ຫາກທາງການ ຈະແກ້ໄຂບັນຫານີ້ ກໍຈະຕ້ອງແກ້ໄຂ ທີ່ຕົ້ນທາງ ຈຶ່ງຈະສາມາດ ແກ້ໄຂໄດ້.