ລາຄາສິນຄ້າ ອຸປໂພກ-ບໍຣິໂພກ ຍັງສູງຂຶ້ນຢ່າງຕໍ່ເນື່ອງ
2023.01.27
ມາເຖິງປັດຈຸບັນ ສິນຄ້າຕ່າງໆ ບໍ່ວ່າຈະເປັນສິນຄ້າ ອຸປໂພກ-ບໍຣິໂພກ ຢູ່ລາວ ລາຄາຍັງແພງຂຶ້ນຫລາຍ ຊຶ່ງບໍ່ພຽງແຕ່ເຮັດໃຫ້ ປະຊາຊົນດໍາລົງຊີວິດ ຫຍຸ້ງຍາກເທົ່ານັ້ນ ແມ່ນແຕ່ພໍ່ຄ້າແມ່ຄ້າ ໄດ້ຮັບຜົລກະທົບໄປຕາມໆກັນ ຍ້ອນຕ້ອງໄດ້ຂາຍເຄື່ອງຂອງ ແພງຂຶ້ນຕາມອັດຕຣາແລກປ່ຽນ ເງິນຕຣາ ແລະຕາມກົນໄກ ຕລາດ ໂດຍທີ່ຣັຖບານ ຍັງບໍ່ສາມາດຄວບຄຸມໄດ້.
ດັ່ງແມ່ຄ້າຂາຍຊີ້ນໝູູ ຢູ່ນະຄອນຫລວງວຽງຈັນ ນາງນຶ່ງ ເວົ້າຕໍ່ວິທຍຸ ເອເຊັຍ ເສຣີ ໃນມື້ວັນທີ 27 ມົກກະຣານີ້ວ່າ ໃນຂະນະນີ້ ໄດ້ຂາຍຊີ້ນໝູກິໂລລະ 80,000–85,000 ກີບ ຍ້ອນໄດ້ຮັບຊື້ມາໃນລາຄາສູງແລ້ວ.
“ແມ່ນແຫລະ ເຮົາກໍຂາຍຂຶ້ນລາຄາຫັ້ນແຫລະ ເຮົາກໍຂາຍ 80,000-85,000 ສິນຄ້າມັນຂຶ້ນລາຄາເດ້ ຮັບມາລາຄາສົ່ງໝູເປັນ ແມ່ນໂລນຶ່ງ ແມ່ນ 50,000 ປາຍພັນ 58,000-59,000 ເຂົາມີການລ້ຽງມີການຊື້ຫົວອາຫານ ເຂົາເຈົ້າຄວບຄຸມບໍ່ໄດ້ເພາະວ່າ ເງິນບາທມັນຂຶ້ນ ມັນບໍ່ລົງຊີ້ນ່າ ພັນນຶ່ງ 5 ແສນ 5 ແສນປາຍ ມັນກໍອັບເປັນເຄິ່ງ ຄັນເງິນມັນລົງໄດ້ ສະແດງວ່າທຸກຢ່າງ ມັນຈະຊື້ໃນລາຄາປົກກະຕິໄດ້.”
ນາງເວົ້າຕື່ມວ່າ ນອກຈາກໝູແລ້ວ ລາຄາສິນຄ້າອື່ນໆກໍແພງຂຶ້ນທຸກຢ່າງ ເຊັ່ນຊີ້ນໄກ່ ແຕ່ກ່ອນກິໂລນຶ່ງປະມານ 40,000-45,000 ກີບ, ແຕ່ດຽວນີ້ຂຶ້ນເປັນ 75,000 ກີບແລ້ວ; ໄຂ່ໄກ່ ແຕ່ກ່ອນແຕະນຶ່ງປະມານ 30,000 ກີບ ແຕ່ດຽວນີ້ ເຂົາເຈົ້າຂາຍ 50,000 – 55,000 ກີບ. ນາງເວົ້າວ່າ ຖ້າຣັຖບານແກ້ໄຂບັນຫານີ້ບໍ່ໄດ້ ສິນຄ້າມີແຕ່ຈະແພງຂຶ້ນ, ຊາວຄ້າຂາຍ ບໍ່ສາມາດຂາຍສິນຄ້າ ໃນລາຄາທີ່ທາງການວາງອອກໄດ້.
“ອັບທຸກຢ່າງຂຶ້ນຫລາຍໂພດ ແຕ່ກີ້ເຮົາຊື້ໄກ່ມີແຕ່ໂລນຶ່ງ 45 ພັນ-60 ພັນສູງສຸດເນາະ ປັດຈຸບັນແມ່ນໄກ່ໂລນຶ່ງ 75 ພັນ-80 ພັນຄືກັນ. ໄຂ່ຫັ້ນເຮົາເຫັນເຂົາເຈົ້າຂາຍໄຂ່ແຕະນຶ່ງ ມັນມີ 30 ໜ່ວຍເນາະ ເຂົາເຈົ້າກໍຂາຍ 50 ພັນ-55 ພັນ ແຕ່ກີ້ໄຂ່ໄກ່ 30 ໜ່ວຍສູງສຸດແມ່ນ 30 ພັນເນາະ.”
ແມ່ຄ້າຂາຍຜັກ ນາງນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ ສຳລັບລາຄາຜັກ ຢູ່ຕລາດທົ່ວໄປແລ້ວ ແມ່ນຍັງບໍ່ແພງປານໃດ, ແຕ່ຜັກຊະນິດໃດຂາດຕລາດ ເຊັ່ນໝາກເລັ່ນ ກໍຈະແພງຂຶ້ນຫລາຍເຊັ່ນກັນ, ລາຄາສົ່ງຈາກສວນ ທີ່ແມ່ຄ້າໄປຮັບຊື້ມາ ແຕ່ກ່ອນກິໂລນຶ່ງປະມານ 6,000-7,000 ກີບ ແຕ່ດຽວນີ້ປະມານ 15,000 ກີບ.
“ອັນນີ້ລາຄາຈາກສວນ ເຊັ່ນໝາກເລັ່ນແຕ່ກ່ອນມີແຕ່ກິໂລລະ 6-7 ພັນ ນີ້ກິໂລນຶ່ງ 15 ພັນ ຂາຍຊ່ວງບໍ່ປູກຫລາຍມັນກະຂຶ້ນ ມັນລົງ ຕາມ...ລາດຫັ້ນແຫລະ ໂຕລາຄາຕລາດຕ່າງຫາກ ເຂົາອັບຂຶ້ນ 30 ພັນພຸ້ນແຫລະ 50 ພັນແລ້ວແຕ່ພວກເພິ່ນ.”
ສໍາລັບວັດສະດຸກໍ່ສ້າງ ລາຄາແພງຂຶ້ນເຊັ່ນກັນ, ຂຶ້ນຕາມອັດຕຣາແລກປ່ຽນເງິນຕຣາ ເຊັ່ນເຫລັກເສັ້ນ ປັດຈຸບັນ ຕັນນຶ່ງ ປະມານ 12 ລ້ານກີບ, ແຕ່ກ່ອນປະມານ 11 ລ້ານກີບ ແລະຊີເມັນກໍແພງຂຶ້ນເຊັ່ນກັນ.
ດັ່ງແມ່ຄ້າຂາຍເຄື່ອງກໍ່ສ້າງ ນາງນຶ່ງເວົ້າວ່າ:
“ກໍໄລ່ຕາມເຣດເງິນ ຂຶ້ນໝົດທຸກຢ່າງແຕ່ວ່າ ເຫລັກມັນກໍຂຶ້ນເນາະ ໂຕ້ນນຶ່ງ 12 ລ້ານກີບ ແຕ່ກ່ອນແມ່ນ 11 ລ້ານກີບ ຊິມັງຂຽວກໍປະມານ 1,900 ບາດ ຊິມັງແດງກະ 2,100 ບາດ ຄັນວ່າທຽບເປັນເງິນບາທເດີ ຂຶ້ນປະມານ 50-60% ນີ້ແຫລະ ຄວາມໝາຍເງິນມັນຂຶ້ນເດ້ ຕາມເຣດເດ.”
ເຖິງລາຄາເຄື່ອງຢູ່ ຂອງກິນ ທຸກຢ່າງແພງຂຶ້ນ ກໍຈໍາເປັນຕ້ອງໄດ້ຊື້ ແຕ່ຫລຸດປະຣິມານລົງ ຫລື ຊື້ສິ່ງທີ່ຈໍາເປັນແທ້ໆເທົ່ານັ້ນ.
ດັ່ງປະຊາຊົນ ຢູ່ແຂວງຫລວງພຣະບາງ ຜູ້ນຶ່ງເວົ້າວ່າ ບໍ່ວ່າຈະເປັນຊີ້ນໝູ, ຊີ້ນງົວ, ຊີ້ນຄວາຍນີ້ ລາຄາປະມານ 100,000 ກີບຕໍ່ກິໂລ ຊຶ່ງແຕ່ກ່ອນປະມານ 70,000 ກີບ.
“ແມ່ນແຫລະແພງຄືກັນ ຂຶ້ນລາຄາແບບທົບເຄິ່ງເລີຍ ພວກຊີ້ນຄວາຍຊີ້ນງົວ ໂລແສນກີບ ແຕ່ກ່ອນໂລ 70 ພັນ ສ່ວນຫລາຍກໍຫລີກລ່ຽງ ບາງເທື່ອຈໍາເປັນກໍຕ້ອງໄດ້ຊື້ຄືກັນ ຕ້ອງໃຊ້ຕາມລາຄາທີ່ເຂົາກໍານົດຂຶ້ນຫັ້ນແຫລະ.”
ເຖິງຢ່າງໃດກໍຕາມ ມາເຖິງປັດຈຸບັນ ຣັຖບານຍັງບໍ່ສາມາດ ແກ້ໄຂບັນຫາລາຄາສິນຄາແພງໄດ້ ຍ້ອນວ່າ ສິນຄ້າສ່ວນໃຫຍ່ ໄດ້ນໍາເຂົ້າມາຈາກຕ່າງປະເທດ ໃນລາຄາ ທີ່ອີງໃສ່ອັດຕຣາການແລກປ່ຽນເງິນຕຣາ ໃນແຕ່ລະໄລຍະ.
ດັ່ງເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະການຄ້າ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ເວົ້າວ່າ:
“ມັນກໍອີງໃສ່ຄ່າຂອງເງິນ ຄັນວ່າເງິນລົງນໍ້າມັນລົງ ມັນກໍລົງນໍາ ການແລກປ່ຽນມັນຍັງແກວ່ງຢູ່ ມັນຍັງບໍ່ຄົງຕົວ ກະຊວງອຸດສາຫະກັມ ແລະການຄ້າ ເພິ່ນກໍຍັງມີແຜນຢູ່ ສົ່ງເສີມການຊື້ການຂາຍ ຂອງພໍ່ແມ່ປະຊາຊົນ ເພິ່ນກໍມີແຜນຈະເຮັດຢູ່ ແຕ່ຍັງບໍ່ທັນຮູ້ກັບແຜນເພິ່ນ.”
ທ່ານກ່າວຕື່ມວ່າ ປັດຈຸບັນ ຣັຖບານລາວ ໄດ້ພະຍາຍາມແກ້ໄຂ ບັນຫາລາຄາສິນຄ້າແພງນີ້ ຢ່າງຕໍ່ເນື່ອງ ແລະມີແຜນທີ່ຈະສົ່ງເສີມ ການຊື້-ຂາຍ ໃຫ້ປະຊາຊົນ ໃນລັກສະນະ ຈັດຕລາດຂາຍສິນຄ້າ ລາຄາຖືກຢູ່, ແຕ່ຍັງບໍ່ຮູ້ວ່າ ຈະຈັດຂຶ້ນໃນໄລຍະໃດ.
ຣັຖບານ ສປປ ລາວ ໄດ້ປິດຮ້ານແລກປ່ຽນ ເງິນຕຣາ ທີ່ເປັນຕົວແທນ ຂອງທະນາຄານທຸກແຫ່ງ ຊຶ່ງມີທັງໝົດມີ 113 ແຫ່ງ ທີ່ຂຶ້ນກັບ 6 ທະນາຄານທຸຣະກິຈ ແລະໃຫ້ປະຊາຊົນແລກປ່ຽນ ເງິນຕຣາ ໄດ້ໂດຍຕຣົງກັບທະນາຄານ ທີ່ໄດ້ຮັບອະນຸຍາດ ຈາກທາງການເທົ່ານັ້ນ.