ລາຄາ ເຂົ້າໜຽວ ແພງຂຶ້ນຫລາຍ

ສຸພັດຕາ
2022.10.28
ລາຄາ ເຂົ້າໜຽວ ແພງຂຶ້ນຫລາຍ ຮູບໂຕຢ່າງ: ເຂົ້າສານ ຫຼາກຫຼາຍ ປະເພດ ທີ່ຂາຍໃນຕລາດແຫ່ງນຶ່ງ ຢູ່ນະຄອນຫຼວງວຽງຈັນ, ເດືອນມິຖຸນາ ປີ 2022 ລາຄາເຂົ້າໜຽວ ຢູ່ທີ່ 130,000 ກີີບຕໍ່ນຶ່ງໝື່ນ, ແຕ່ປັດຈຸບັນ ລາຄາສູງເຖິງ 210,000 ແລ້ວ.
RFA

ລາຄາເຂົ້າໜຽວແພງຂຶ້ນ ຈາກລາຄາທີ່ເຄີຍຊື້ ປະມານ 120,000 ກີບຕໍ່ນຶ່ງໝື່ນ ໃນໄລຍະຕົ້ນປີນີ້ ມາຮອດມື້ນີ້ ຂຶ້ນເປັນ 170,000 ກີບຕໍ່ນຶ່ງໝື່ນແລ້ວ ເຮັດໃຫ້ຊາວບ້ານຫຼາຍຄົນ ໄດ້ຮັບຄວາມເດືອດຮ້ອນ ຍ້ອນຕ້ອງເສັຍເງິນຊື້ເຂົ້າສານໜຽວແພງຂຶ້ນເລື້ອຍໆ.

ດັ່ງຊາວບ້ານນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ຕຸລາ ນີ້ວ່າ:

“ແມ່ນ ຕົ້ນເຣີ່ມສູງຂຶ້ນ ກະດຽວນີ້ກໍຄົງທີ່ຢູ່ ປະມານໝື່ນນຶ່ງ 170,000 ກີບ ເຂົ້າງາມ ປະເພດ 1 ນ່າ ເຂົ້າໜຽວຫັ້ນແຫຼະ ກໍດີຫັ້ນແຫຼະ ຄັນມາຊ່ອຍເຫຼືອ ມາຂາຍແລ້ວ ກະເປັນເຂົ້າບໍ່ຕົກເກຣດໄດ໋ແຫຼະ ເຂົ້າລາວເຮົາມັນໄດ້ປະເພດ 1 ມັນກະກຸ້ມກິນຢູ່.”

ຂະນະທີ່ ຜູ້ປະກອບການໂຮງສີເຂົ້າ ຢູ່ນະຄອນຫຼວງວຽງຈັນນາງນຶ່ງ ກໍຢືນຢັນວ່າ ສໍາລັບລາຄາເຂົ້າສານໜຽວ ໃນປັດຈຸບັນນີ້ ກໍມີລາຄາສູງແທ້ ຍ້ອນອີງຕາມສະພາບ ອັດຕຣາເງິນເຟີ້ ເຊິ່ງສົ່ງຜົລໃຫ້ອາຫານຫຼາຍຢ່າງ ມີລາຄາສູງຂຶ້ນ.

ດັ່ງຍານາງກ່າວວ່າ:

“ກະສໍ່າໆນີ້ແຫຼະ ບາງຮ້ານກະ 140,000, 150,000, 160,000 (ກີບ) ແຕ່ກີ້ສູງສຸດ ເຂົ້າງາມມີແຕ່ 100,000, 120,000 ຫາຊື້ແຕ່ໂລນຶ່ງ 3,000 – 3,500 ເຂົ້າໜຽວສູງສູດງາມໆ.”

ໃນຂະນະດຽວກັນ ພະນັກງານຣັຖ ແລະເອກະຊົນ ທີ່ໄດ້ຮັບເງິນເດືອນໜ້ອຍ ຕ່າງກໍເວົ້າວ່າ ປັດຈຸບັນໃຊ້ຊີດຫຍຸ້ງຍາກລໍາບາກຫຼາຍ ລາຍໄດ້ບໍ່ພຽງພໍກັບລາຍຈ່າຍ ເພາະເງິນເດືອນທີ່ໄດ້ຮັບ ກໍມີແຕ່ 2 ລ້ານປາຍກີບຕໍ່ເດືອນ ຈົນເກືອບບໍ່ພໍໃຊ້ຈ່າຍ ຍ້ອນຄ່າຄອງຊີພ ໃນປັດຈຸບັນສູງຂຶ້ນ ຮວມທັງລາຄາສານ ກໍແພງຂຶ້ນເລື້ອຍມາ ນັບຕັ້ງແຕ່ໄລຍະເຣີ່ມເປີດປະເທດຢ່າງທາງການ ເປັນຕົ້ນມາ.

ດັ່ງພະນັກງານ ບໍຣິສັດເອກກະຊົນ ແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ເຄີຍກ່າວຕໍ່ວິທຍຸ ເອເຊັຽເສຣີ ເມື່ອວັນທີ່ 25 ຕຸລາ ນີ້ວ່າ:

“ລາຄາສິນຄ້າແມ່ນຫຍັງກະແພງຫຼາຍ ຄືເຂົ້າໜຽວ ກ່ອນເພິ່ນຊິເປີດປະເທດນີ້ ກະໝື່ນນຶ່ງ 80,000 ດຽວນີ້ກະ 150,000 ເກືອບວ່າຄູນສອງ ສິນຄ້າທີ່ວ່າ ເປັນເຂົ້ານໍ້າກະດາຍ ຄືເຂົ້າຈ້າວມະລິ ແຕ່ກ່ອນເຮົາກະຊື້ ແຕ່ໝື່ນນຶ່ງ 130,000 ດຽວນີ້ກະຢູ່ 200,000 ປາຍລະ ເກືອບສອງເທົ່າໂຕ ລາຍໄດ້ເຮົາກະມີແຕ່ ເງິນເດືອນພະນັກງານຊື່ໆ ຊີວິຕການເປັນຢູ່ ເຮົາກະລໍາບາກຫຼາຍຫັ້ນແຫຼະ ເພາະວ່າເງິນເດືອນເຮົາ ກະຍັງສໍ່າເກົ່າ ແຕ່ວ່າຊີວິຕການເປັນຢູ່ ອາຫານການກິນເຮົາມັນຂຶ້ນຄູນ 2 ເບິດ. ເງິນເດືອນກະໄດ້ 2,000,000 ປາຍໜ້ອຍນຶ່ງ ປະມານ 120-130 (ໂດລ້າຣ໌) ນີ້ແຫຼະເງິນເດືອນ.

ກ່ຽວກັບເຣື່ອງລາຄາ ເຂົ້າສານໜຽວແພງນີ້ ທາງການລາວ ກໍມີວິທີແກ້ໄຂ ດ້ວຍການຂາຍເຂົ້າລາຄາຖືກໃຫ້ປະຊາຊົນ ໂດຍໃນວັນທີ 25 ຕຸລາ 2022 ນີ້ ຜແນກອຸດສາຫະກັມ ແລະການຄ້າ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ເລຂທີ 1731/ພອຄ.ນວ.ຄພນ ມອບໝາຍໃຫ້ ບໍຣິສັດ ຄໍາແພງເພັດ ແຈ້ງສະຫວ່າງ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ນໍາເອົາເຂົ້າສານໜຽວປະເພດ 2 ອອກມາຈໍາໜ່າຍໃຫ້້ແກ່ຊາວບ້ານ ໃນນະຄອນຫຼວງວຽງຈັນ ໃນລາຄາຖືກກວ່າທ້ອງຕລາດ ແລະໃຫ້ຂາຍສູງໃນລາຄາສູງສຸດ 9,700 ກີບຕໍ່ກິໂລ ແລະຈໍາກັດໃຫ້ຊາວບ້ານຜູ້ນຶ່ງ ສາມາດຊື້ໄດ້ບໍ່ເກີນ 50 ກິໂລຕໍ່ຄັ້ງ ເພື່ອເປັນການຫຼຸດຜ່ອນ ຄ່າໃຊ້ຈ່າຍຂອງຊາວບ້ານ ໃນໄລຍະເງິນເຟີ້ ແລະຄ່າຄອງຊີພສູງ, ເຊິ່ງບ່ອນຂາຍ ແມ່ນຢູ່ຕລາດແຈ້ງສະຫວ່າງ ບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຣີ່ມຂາຍຕັ້ງແຕ່ວັນທີ 24 ຕຸລາ ຫາ 24 ທັນວາ 2022.

ດັ່ງພະນັກງານຂອງບໍຣິສັດ ຄໍາແພງເພັດ ແຈ້ງສະຫວ່າງ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ກ່າວວິທຍຸ ເອເຊັຽເສຣີ ໃນວັນທີ 28 ຕຸລາ ນີ້ວ່າ:

“ຂາຍຮອດເດືອນ 12 ເອີ່ຫຼາຍແລ້ວມື້ນຶ່ງ 13 ຕັນນີ້ແຫຼະ ກະປົກກະຕິ ຂາຍກະເຂົ້າການນີ້ແຫຼະ 8 ໂມງ ຫາ 5 ໂມງ ຂາຍໄປເລື້ອຍໆນີ້ແຫຼະເນາະ ຣັຖບານໃຫ້ຂາຍ.”

ສ່ວນຊາວບ້ານ ຢູ່ແຂວງອື່ນໆ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ພາຍໃນແຂວງ ມີການຈໍາໜ່າຍເຂົ້າສານໜຽວ ປະເພດ 2 ໃນລາຄາຖືກກວ່າທ້ອງຕລາດ ເຊັ່ນດຽວກັນ ເນື່ອງຈາກລາຄາເຂົ້າສານໜຽວ ຢູ່ຕ່າງແຂວງ ກໍມີລາຄາສູງສໍ່າກັນກັບ ນະຄອນຫຼວງວຽງຈັນ ແລະຊາວບ້ານຢູ່ຕ່າງແຂວງ ກໍປະສົບບັນຫາທາງດ້ານເສຖກິຈນໍາດ້ວຍ.

ດັ່ງຊາວບ້ານ ຢູ່ແຂວງຫຼວງພຣະບາງ ກ່າວວ່າ:

“ເຂົ້າສານຫວາ ແມ່ນແຫຼະສູງຫຼາຍ ມັນແລ້ວແຕ່ວ່າ ຄຸນນະພາບມັນ ຢາກໃຫ້ຫຼຸດລົງຫັ້ນແຫຼະ ເອີ່ຫຼຸດຫຼາຍເທົ່າແຮ່ງດີ.”

ໃນຂະນະດຽວກັນ ຊາວບ້ານຢູ່ແຂວງໄຊຍະບູຣີ ນາງນຶ່ງກໍເຫັນວ່າ ຢູ່ໃນແຂວງຂອງນາງເອງ ກໍຢາກໃຫ້ມີການຈໍາໜ່າຍ ເຂົ້າສານໜຽວປະເພດ 2 ໃນລາຄາຖືກກວ່າ ທ້ອງຕລາດ ເຊັ່ນດຽວກັນ ເພື່ອຫຼຸດຜ່ອນຜົລກະທົບ ຂອງຊາວບ້ານແຕ່ລະຄອບຄົວ ທີ່ຍັງໄດ້ຮັບຜົລກະທົບ ທາງດ້ານເສຖກິຈໃນໄລຍະນີ້.

ດັ່ງນາງກ່າວວ່າ:

“ເອົາແຕ່ພັກແຕ່ຣັຖເພິ່ນວ່າ ເພາະວ່າ ປີນີ້ເຂົ້າສູງເກາະ ເຂົ້າໜຽວຫັ້ນ ລາຄາໂລນຶ່ງ ຄັນມັນງາມມັນຖືກ 14,000 ກີບ ມັນມີແຕ່ເຂົາເຈົ້າຂາຍຢູ່ທ້ອງຕລາດ ກະມີແຕ່ເຂົາເຈົ້າ ຊື້ກິນໃຫຍ່ໆແຫຼະ.”

ທາງດ້ານຊາວບ້ານ ຢູ່ແຂວງສວັນນະເຂດທ່ານນຶ່ງ ກໍເຫັນວ່າ ເຂົ້າສານໜຽວຢູ່ພາຍໃນ ແຂວງຂອງທ່ານ ກໍມີລາຄາສູງຂຶ້ນໃນທຸກມື້ນີ້ ແຕ່ທ່ານເອງກໍບໍ່ສາມາດຕີລາຄາໄດ້ວ່າ ເປັນຍ້ອນສາເຫດອັນໃດ ທີ່ເຮັດໃຫ້ລາຄາເຂົ້າສານໜຽວແພງຂຶ້ນ ແລະກໍບໍ່ມີສິດທີ່ຈະຮຽກຮ້ອງ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ມີການແກ້ໄຂກ່ຽວກັບເຣື່ອງນີ້.

ດັ່ງທ່ານກ່າວວ່າ:

“ໂອ ລາຄາເຂົ້າສານຫວາ ມັນກະຕົກຢູ່ ຣາວໆ 10,000 ກີບເບາະ ຫຼືວ່າແນວໃດນີ້ແຫຼະ ລາຄາເຂົ້າໃໝ່ນ່າ ມັນກະສູງແຫຼະຈັກໜ້ອຍ ອັນນີ້ກະບໍ່ຮູ້ ຄືກັນວ່າຊິແນວໃດ ເພາະວ່າ ເຮົາກະເຮັດວຽກເຣື່ອງຂອງເຮົາ ໄປຫັ້ນນ່າ.”

ເຖິງຢ່າງໃດກໍຕາມ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາຜແນກອຸດສະຫະກັມ ແລະ ການຄ້າໃນຫຼາຍແຂວງ ເຊິ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນຫຼາຍແຂວງ ກໍໃຫ້ຂໍ້ມູນວ່າ ຍັງບໍ່ມີແຜນ ຫຼືມາຕການຈໍາໜ່າຍ ເຂົ້າສານໜຽວ ປະເພດ 2 ໃນລາຄາຖືກ ຄືກັນກັບຢູ່ນະຄອນຫຼວງວຽງຈັນ ແຕ່ຢ່າງໃດ.

ຫຼ້າສຸດນີ້ ກະຊວງອຸດສາຫະກັມ ແລະການຄ້າ ກໍໄດ້ແຈ້ງປັບຂຶ້ນລາຄາສິນຄ້າ ໃນຕລາດ 4 ໂຕເມືອງ ໃນນະຄອນຫຼວງວຽງຈັນ ປະກອບດ້ວຍ ເມືອງໄຊເສດຖາ, ເມືອງສີສັດຕະນາກ, ເມືອງສີໂຄດຕະບອງ ແລະເມືອງຈັນທະບູຣີ ເຊິ່ງໃນນັ້ນ ແມ່ນມີລາຄາເຂົ້າສານໜຽວ ຮວມຢູ່ນໍາດ້ວຍ ໂດຍໄດ້ປັບລາຄາເຂົ້າສານໜຽວ ຂຶ້ນມາຢູ່ທີ່ 13,000 ຫາ 14,000 ກີບຕໍ່ກິໂລ, ອີງຕາມການຣາຍງານ ຂອງໜັງສືພິມວຽງຈັນທາມສ໌ ໃນວັນທີ 24 ຕຸລາ ປີ 2022.

ໃນຂະນະດຽວກັນ ເຂົ້າຈ້າວກໍແພງຄືກັນ ໂຕຢ່າງ ໃນເຂດນະຄອນຫຼວງວຽງຈັນ ລາຄາເຂົ້າຈ້າວ ທີ່ບໍ່ງາມ ແຕ່ 5 ເດືອນກ່ອນ ແມ່ນລາຄາ 120,000 ກີບ ຕໍ່ນຶ່ງໝື່ນ ປັດຈຸບັນ ຂຶ້ນເປັນ 180,000 ຕໍ່ນຶ່ງໝື່ນ ສ່ວນເຂົ້າຈ້າວງາມໆ ກໍຂຶ້ນຈາກ 130,000 ມາເປັນ 210,000 ປາຍພັນກີບຕໍ່ນຶ່ງໝື່ນແລ້ວ ໃນປັດຈຸບັນ, ອີງຕາມຄວາມເວົ້າ ຂອງແມ່ຄ້າພືດຜັກຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.