ຈີນ ກົດຣາຄາໝາກອຶ

0:00 / 0:00

ປະຊາຊົນ ບ້ານດອນໄຈ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ທີ່ປູກໝາກອື ສົ່ງຂາຍ ໃຫ້ພໍ່ຄ້າຈີນ ໄດ້ຮັບ ຜົນກະທົບ ຈາກການ ກົດ ຣາຄາ; ປີກາຍ ຂາຍໄດ້ 500 ກີບ ຕໍ່ກິໂລ, ແຕ່ຕົກມາ ປີນີ້ ຣາຄາ ປະມານ 350 ກີບ ຕໍ່ກິໂລ. ຖ້າບໍ່ຂາຍ ໝາກອື ກໍ່ຈະເນົ່າ ຖີ້ມລ້າໆ.

ຣາຄາໝາກອື ຕົກຕໍ່າ ໃນປີນີ້ ກໍ່ຍ້ອນວ່າ ພໍ່ຄ້າຈີນ ກົດຣາຄາ, ຕລາດທີ່ ຈະສົ່ງອອກ ກໍ່ມີພຽງແຕ່ ສົ່ງໄປ ຈີນ ເທົ່ານັ້ນ, ໃນແຕ່ລະປີ ແມ່ນ ຄົນຈີນ ເປັນຜູ້ ກຳນົດ ວ່າຈະຊື້ ໃນຣາຄາ ເທົ່າໃດ. ທາງການລາວ ບໍ່ໄດ້ຊ່ວຍ ກຳນົດໃຫ້.

ປະຊາຊົນ ບ້ານດອນໃຈ ໄດ້ປູກໝາກອື ເປັນອາຊີບ ມາຫຼາຍປີແລ້ວ. ແຕ່ລະປີ ຣາຄາ ໝາກອື ແມ່ນ ຈະບໍ່ຄືກັນ, ບາງປີ ກໍ່ຂຶ້ນ ບາງປີກໍ່ລົງ. ດັ່ງ ຊາວບ້ານ ທີ່ປູກໝາກອື ເປັນອາຊີບ ໄດ້ກ່າວຕໍ່ RFA ໃນວັນທີ 4 ພຶສພາ ນີ້ວ່າ:

“ຣາຄາບາງປີ ກະບໍ່ຄືກັນ ບາງປີກະໄດ້ຫຼາຍ ແລະບາງປີ ກະຫຼຸດຫຼາຍ ມັນກະບໍ່ມີ ທາງເລືອກ ເພາະວ່າຕລາດ ທີ່ສົ່ງອອກ ກະມີແຕ່ ຈີນ ບ່ອນດຽວ ຄັນບໍ່ຂາຍ ໃຫ້ເຂົາ ກະບໍ່ມີ ຜູ້ມາຊື້ ເນົ່າຖີ້ມລ້າໆ ຣາຄາ ໃນແຕ່ລະປີ ຢາກໃຫ້ທາງພາກສ່ວນ ກ່ຽວຂ້ອງ ເປັນຕົ້ນ ຫ້ອງການ ການຄ້າ ເປັນຜູ້ກຳນົດ ຣາຄາ ແລະ ຊອກຕລາດ ທີ່ແນ່ນອນ ໃຫ້ ເພື່ອສົ່ງເສີມ ປະຊາຊົນ ໃຫ້ມີຣາຍຮັບ”.

ທ່ານກ່າວ ຕື່ມອີກວ່າ ຕົ້ນທືນ ໃນການປູກ ໝາກອື ແຕ່ລະປີ ກໍສູງ ຊຶ່ງເລີ້ມແຕ່ ການກະກຽມດິນ, ຄ່າປຸຍ ແລະ ຢາປາບ ສັດຕູພືດ ເຮັດໃຫ້ ບາງປີ ມີກຳໄລ ແລະ ບາງປີ ກໍຫລຸບທືນ. ແຕ່ກໍ່ບໍ່ມີ ທາງເລືອກອື່ນ ຍ້ອນວ່າ ບໍ່ມີອາຊີບ ອື່ນ ທີ່ຈະເຮັດ.