ທາງຣົດໄຟເຊື່ອມຕໍ່ ຈີນ ລາວ ໄທ

0:00 / 0:00

ທາງຣົດໄຟ ຈີນ ລາວ ໄທ ຈະເຮັດໃຫ້ ການເດີນທາງ ໃນລາວ ໄດ້ຮັບ ການປັັບປຸງ ໃຫ້ດີຂື້ນ ແຕ່ ຜົນປະໂຫຍດ ທີ່ ຈະໄດ້ຮັບ ນັ້ນ ຍັງບໍ່ ແຈ້ງຂາວ, ຕາມ ໜັງສືພິມ ອອນລາຍ SBWire ຈາກ ກຸງຮາໂນຍ. ລາຍງານວ່າ ການເຈຣະຈາ ລະຫ່ວາງ ຫ້ອງການ ຣັຖບານ ຕ່າງໆ ຂອງ ຫລາຍປະເທດ ກໍາລັງ ດໍາເນີນຢູ່ ເພື່ອຊອກຫາ ທຶນຮອນ ສໍາລັບ ສ້າງ ທາງຣົດໄຟ ຄວາມໄວສູງ ໃນ ອະນາຄົດ ໂດຍສະເພາະ ໃນບັນດາ ປະເທດ ເອເຊັຽ ຕະເວັນອອກ ສ່ຽງໃຕ້ ນີ້ ຕ່າງກໍຊອກຫາ ຊ່ອງທາງ ເພື່ອ ປັບປຸງ ລະບົບ ເສັ້ນທາງ ຣົດໄຟ ຂອງ ຕົນ.

ປະເທດໄທ ຕົກລົງ ລົງທຶນ $US 55 ລ້ານ ເພື່ອສ້າງ ທາງຣົດໄຟ ຈາກ ເມືອງໜອງຄາຍ ໄປຫາ ນະຄອນຫລວງ ວຽງຈັນ ຂອງລາວ. ໂຕເລກ ການລົງທຶນ ນີ້ ຍັງຫນ້ອຍ ຫລາຍ ເມື່ອທຽບໃສ່ ໂຕເລກ 7,000 ລ້ານ ໂດລາ ສໍາລັບ ສ້າງ ທາງຣົດໄຟ ຜ່ານລາວ ເພື່ອ ເຊື່ອມຕໍ່ ເສັ້ນທາງຣົດໄຟ ຈາກ ນະຄອນ ຂຸນໝິງ ຂອງຈີນ ກັບ ນະຄອນຫລວງ ບາງກອກ ຂອງໄທ. ນອກນີ້ ໄທ ຍັງມີແຜນ ການປັບປຸງ ລະບົບ ເສັ້ນທາງ ຣົດໄຟ ໃນ ທົ່ວປະເທດ ຊຶ່ງຕ້ອງໃຊ້ ເງິນ ເຖິງ $US 69,600 ລ້ານ ໂດຍແນໃສ່ ໃຫ້ ສໍາເຣັດ ໃນປີ 2020.

ລາຍງານວ່າ ແຜນການ ທັງໝົດນີ້ ມີຄວາມໝາຍ ໂດຍກົງ ແນວໃດແດ່ ຕໍ່ ສປປລາວ ອັນນີ້ ກໍຍັງບໍ່ເປັນ ທີ່ແຈ່ມແຈ້ງ ເທື່ອ. ສໍາລັບ ຈີນ ນັ້ນ ເປັນທີ່ແຈ່ມແຈ້ງ ແລ້ວວ່າ ການສ້າງ ທາງຣົດໄຟ ເຊື່ອມຕໍ່ ເອເຊັຽ ຕະເວັນອອກ ສ່ຽງໃຕ້ ແມ່ນຕ້ອງການ ຫລີກການ ຂົນສົ່ງ ສິນຄ້າ ທາງເຣືອ ຜ່ານຊ້ອງແຄບ ມາລາກາ ຊຶ່ງໃຊ້ ເວລາ ຫລາຍມື້.

ຜົນປະໂຫຍດ ທີ່ ສປປລາວ ຈະໄດ້ຮັບ ນັ້ນຄົງ ບໍ່ຫລາຍ ເທົ່າໃດ. ແຕ່ເວົ້າໄປ ຢ່າງນຶ່ງອີກ ເຖິງແມ່ນວ່າ ສປປລາວ ຈະໄດ້ ຜົນປະໂຫຍດ ຫນ້ອຍ ຈາກໂຄງການ ນີ້ ແຕ່ວ່າ ມີຄົນງານ ຈີນ ເຮັດວຽກ ປະມານ 20,000 ຄົນ ຢູ່ພາກເໜືອ ຂອງລາວ ອາດເຮັດໃຫ້ ເສຖກິດ ສປປລາວ ຂະຫຍາຍໂຕ. ສໍາລັບ ຈີນ ແລະໄທ ນັ້ນ ເປັນທີ່ ແນ່ນອນ ແລ້ວວ່າ ຕໍ່ໄປຈະມີ ນັກທ່ອງທ່ຽວ ຂະບວນໃຫຍ່ ເຂົ້າໄປ ທ່ອງທ່ຽວ
ໃນສອງ ປະເທດ ນີ້ ຫລາຍຂຶ້ນ.