ຈີນ ເພີ້ມນັກວິຊາການ ທາງ ຣົດໄຟ
2017.12.21
ໃນເດືອນທັນວານີ້ ບໍຣິສັດຮັບເໝົາກໍ່ສ້າງ ທາງຣົດໄຟລາວ-ຈີນ ໃນເຂດເມືອງໄຊ ແຂວງອຸດົມໄຊ ນໍາເອົານັກວິຊາການຈີນ ເຂົ້າມາຫຼາຍຂຶ້ນ. ປັດຈຸບັນມີປະມານ 500 ຄົນ ເພື່ອຄວບຄຸມເຄື່ອງຈັກ ແລະຄຸມຄົນງານ ຢູ່ບໍໍຣິເວນເຈາະອຸມົງ ແລະຂະນະນີ້ກຳລັງ ສ້າງຂົວໃຫຍ່ ສຳລັບ ທາງຣົດໄຟແລ່ນ ຢູ່ເຂດບ້ານຖ້ຽວ, ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ທ່ານນຶ່ງ ກ່າວໃນວັນທີ 21 ທັນວາ ວ່າ:
"ເຂົາກະມາເປັນຊ້ວງເລີຍແຫຼະ ເປັນຊຸດເລີຍແຫຼະປະມານ 200-300 ພຸ້ນໂອະ ມາສະເພາະບ້ານເຮົາປະມານ 400-500 ນີິ່ແຫຼະ ຂອງໃຜ ຂອງມັນ ມັນຫຼາຍບໍຣິສັດນະ ບໍຣິສັດລະ 100 ປາຍກຳລັງເຮັດຂົວ.”
ທ່ານວ່າ ໃນລະຍະຕົ້ນປີ 2018 ນັກວິຊາການຈີນ ຍັງຈະເຂົ້າມາຫຼາຍຂຶ້ນຕື່ມ ເພາະຕໍ່ໍ່ໄປ ໂຄງການນີ້ ຈະຕ້ອງເພີ້ມຈຳນວນ ນັກວິຊາການ ແລະຄົນງານຫຼາຍຂຶ້ນນໍາເລື້ອຍໆ ຍ້ອນມີວຽກໃຫ້ເຮັດຫຼາຍ. ສ່ວນຄົນງານລາວທີ່ເຮັດວຽກ ໃນໂຄງການນີ້ສະເພາະ ຢູ່ເມືອງໄຊ ມີປະມານ 1 ພັນຄົນ ຊຶ່ງສ່ວນໃຫຍ່ແມ່ນເປັນ ກັມມະກອນຂົນຫີນ ຢູ່ບໍຣິເວນເຈາະອຸມົງ ແລະຈຳນວນນຶ່ງ ເປັນກັມມະກອນ ສ້າງຂົວ ທາງຣົດໄຟ.
ທ່ານກ່າວວ່າ: ສຳລັບຄວາມຄືບໜ້າຂອງການໂຍກຍ້າຍ ປະຊາຊົນ ແລະການໃຫ້ຄ່າຊົດເຊີຍ ແກ່ຜູ້ທີ່ໄດ້ຮັບຜົນກະທົບນັ້ນ ກໍຍັງບໍ່ມີຫຍັງ ຄືບໜ້າ ໃນປີນີ້ ຕ້ອງໄດ້ລໍຖ້າເບິ່ງ ໃນປີໜ້າ ວ່າຈະເປັນແນວໃດ. ປະຊາຊົນຫຼາຍຄົນ ຢາກໃຫ້ທາງການ ເປີດເຜີຍຂໍ້ມູນ ກ່ຽວກັບຄວາມ ຄືບໜ້າ ຂອງການຊົດເຊີຍ ເພື່ອຄວາມສະບາຍໃຈ ຂອງຜູ້ທີ່ໄດ້ຮັບຜົນກະທົບ.
ປັດຈຸບັນໂຄງການສ້າງທາງຣົດໄຟ ຢູ່ແຂວງອຸດົມໄຊ ທັງໃນເຂດເມືອງໄຊ, ເມືອງນາໝໍ້ ແລະເມືອງງາ ກຳລັງຢູ່ໃນຂັ້ນຕອນ ເຈາະອຸມົງ ພ້ອມກັບສ້າງແຄ້ມ ພັກຂອງຄົນງານ.
ແຂວງອຸດົມໄຊ ມີອຸມົງ 34 ແຫ່ງ ຈາກທັງໝົດ 76 ແຫ່ງ ຂອງໂຄງການນີ້ ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການນີ້ມີຫຼາຍສິບ ຄອບຄົວ ຮວມທັງ ປະຊາຊົນ ບ້ານຫ້ວຍຂຸມ 30 ຄອບຄົວ, ບ້ານນາແລ 13 ຄອບຄົວ ແລະບ້ານຫ້ວຍຂ່າ 20 ຄອບຄົວ.