ໂຄງການຣົດໄຟຈະໂຈະ ນໍາເຂົ້າ ຄົນງານ

ສິດນີ
2017.11.06
F-railway ວຽກງານການເຈາະອຸມົງ ທາງຣົດໄຟ ລາວ-ຈີນ ຢູ່ແຂວງຫຼວງນໍ້າທາ
RFA/VD

ບໍຣິສັດຮັບເຫມົາກໍ່ສ້າງ ເສັ້ນທາງຣົດໄຟ ທີ່ແຂວງຫລວງນ້ຳທາ ໄດ້ເລື່ອນເວລານຳເຂົ້າ ຄົນງານຈີນອອກໄປອີກ ໂດຍບໍ່ຮູ້ສາເຫດ ແນ່ນອນ ຊຶ່ງຜ່ານມາ ທາງໂຄງການ ຈະນຳເຂົ້າຄົນງານຈີນ ຢ່າງຫຼວງຫຼາຍ ຫຼັງຈາກບຸນອອກພັນສາ ວ່າງເດືອນ ຜ່ານມາ ແຕ່ເທົ່າເຖິງ ປັດຈຸບັນ ຍັງ ມິດງຽບຢູ່. ເຈົ້າຫນ້າທີ່ທ່ານນຶ່ງເວົ້າວ່າ ອາດເປັນຍ້ອນວຽກງານບໍ່ທັນມີຫຼາຍ ຜູ້ຮັບເຫມົາຈຶ່ງບໍ່ເອົາ ກັມມະກອນເຂົ້າມາເທື່ອ. ດັ່ງເຈົ້າຫນ້າທີ່ ແຂວງຫລວງນ້ຳທາ ທ່ານນຶ່ງກ່າວ ໃນມື້ວັນທີ 6 ພຶສຈິການີ້ວ່າ:

"ຍັງບໍ່ທັນມາເທື່ອ ກະຄືເກົ່າຫັ້ນແຫລະ ມີແຕ່ຂະເຈົ້າ ຈະເຈາະອຸມົງຊື່ໆ ຍັງບໍ່ທັນໄດ້ເຮັດທາງ ເຮົາກະບໍ່ເຂົ້າໃຈ ນຳເຂົາ ຍັງບໍ່ທັນມີວຽກເຮັດ ຫລາຍຕິ".

ທ່ານກ່າວຕື່ມວ່າ ໃນປັດຈຸບັນການສ້າງບ່ອນພັກຄົນງານ ຢູ່ບ້ານນາເຕີຍ ກໍສຳເຣັດແລ້ວ ແຕ່ຍັງບໍ່ມີ ກັມມະກອນມາພັກເຊົາເທື່ອ ແລະຍັງບໍ່ມີ ທ່າອ່ຽງວ່າກັມມະກອນຈີນ ຈະຖືກນຳເຂົ້າມາໃນປີນີ້ ອາດເປັນຕົ້ນປີຫນ້າໃນຍາມແລ້ງ ກໍເປັນໄດ້ ແຕ່ເຖິງຢ່າງ ໃດກໍຕາມວຽກງານເຈາະອຸມົງ ໃນແຂວງຫລວງນ້ຳທາ ນັ້ນກໍໄດ້ຄືບຫນ້າ ໄປຫລາຍແລ້ວ ໂດຍໃຊ້ຄົນງານ ທັງຈີນແລະລາວ ຫລາຍຮ້ອຍຄົນ ຮ່ວມທັງ ວິສວະກອນຈີນ ຈຳນວນນຶ່ງ.

ເຈົ້າຫນ້າທີ່ແຂວງອຸດົມໄຊ ທ່ານນຶ່ງເວົ້າວ່າ ສາເຫດທີ່ຜູ້ຮັບເຫມົາກໍ່ສ້າງ ຍັງບໍ່ເລັ່ງເອົາຄົນງານຈີນ ເຂົ້າມາ ຍ້ອນຢ້ານບໍ່ຄຸ້ມຄ່າ ກັບການຈ້າງ ທີ່ຮ່ວມດ້ວຍຄ່າເດີນທາງ ຄ່າພັກເຊົາ ແລະຄ່າອາຫານການກິນ ຊຶ່ງໃນປັດຈຸບັນ ວຽກສ່ວນໃຫຍ່ ແມ່ນເຈາະອຸມົງ ຍັງບໍ່ຈຳເປັນ ທີ່ຈະຈ້າງຄົນ ງານຈີນ ເຂົ້າມາຫລາຍ ເອົາແຕ່ກຸ່ມນັກຊ່ຽວຊານ ດ້ານເຈາະອຸມົງກ່ອນ.

ໂຄງການທາງຣົດໄຟ ລາວ-ຈີນ ມີຄວາມຍາວ 414 ກິໂລແມັດ ຕັດຜ່ານແຂວງຫລວງນ້ຳທາ, ອຸດົມໄຊ, ຫລວງພຣະບາງ, ວຽງຈັນ, ນະຄອນຫລວງວຽງຈັນ ຊຶ່ງຈະມີການ ເຈາະອຸມົງ ທັງໝົດ 77 ແຫ່ງ.

ວຽກງານທາງລົດໄຟ:

• ແຂວງຫຼວງນໍ້າທາ ກຳລັງຂຸດເຈາະ ອຸມົງ 3 ແຫ່ງ ຈາກຈຳນວນ ອຸມົງ ທັງໝົດ 3 ແຫ່ງ.

• ແຂວງອຸດົມໄຊ ກຳລັງມີການເຈາະອຸມົງ 24 ແຫ່ງ ຈາກຈຳນວນອຸມົງ ທັງຫມົດ 34 ແຫ່ງ.

• ແຂວງຫລວງພຣະບາງ ມີການເຈາະອຸມົງ 13 ແຫ່ງ ຈາກຈຳນວນອຸມົງ ທັງໝົດ 22 ແຫ່ງ.

• ແຂວງວຽງຈັນ ກຳລັງມີການເຈາະອຸມົງ 14 ແຫ່ງ ຈາກຈຳນວນອຸມົງ ທັງໝົດ 17 ແຫ່ງ.

ສະຫລຸບຕົວເລກຫລ້າສຸດ ກໍຄືໂຄງການທາງຣົດໄຟ ລາວ-ຈີນ ກຳລັງຂຸດເຈາະ ອຸມົງ 54 ແຫ່ງ ຈາກຈຳນວນ ອຸມົງທັງໝົດ 77 ແຫ່ງ. ກັມມະກອນລາວ ທີ່ເຮັດວຽກຢູ່ໃນໂຄງການ ມີປະມານ 1,000 ຄົນ ແລະ ໂຄງການຍັງຕ້ອງການ ກັມມະກອນລາວ ປະມານ 7,000 ຄົນ. ກັມມະກອນຈີນ ມີປະມານ 7,000 ຄົນ ທີ່ເຂົ້າມາເຮັດວຽກ ຢູ່ປະເທດລາວ. ຄາດວ່າ ຈະມີການສະຫລຸບ ຄ່າຊົດເຊີຍ ແລະ ຈຳນວນ ຜູ້ທີ່ ໄດ້ຮັບຜົນກະທົບ ຈາກໂຄງການ ທາງຣົດໄຟ ໃນການເດືອນ ພຶສຈິການີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.