ມາເຖິງປັດຈຸບັນ ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການ ທາງລົດໄຟ ລາວ-ຈີນ ຍັງບໍ່ຮູ້ວ່າ ຈະໄດ້ຮັບ ຄ່າຊົດເຊີຍ ເທົ່າໃດ ແລະ ເມື່ອໃດຈະໄດ້ຮັບ, ຊຶ່ງເຂົາເຈົ້າ ກໍເລີ້ມມີການຈົ່ມວ່າ. ກ່ຽວກັບເລື້ອງນີ້ ເຈົ້າໜ້າທີ່ ທາງການ ກໍອອກມາ ຊີ້ແຈງວ່າ ການຈ່າຍຄ່າ ຊົດເຊີຍ ແມ່ນຕ້ອງອີງໃສ່ ລາຄາຕົວຈິງ. ດັ່ງ ທ່ານ ລັດຕະນະມະນີ ກູນນີວົງ ຮອງຣັຖມົນຕຼີ ກະຊວງ ໂຍທາທິການ ແລະຂົນສົ່ງ ແລະ ທັງເປັນ ຫົວໜ້າ ຄນະຄຸ້ມຄອງ ໂຄງການ ກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ກ່າວ ຢູ່ໃນລາຍການ ຮູ້ທັນ ສັນຈອນ ຊຶ່ງເປັນລາຍການ ໂທຣະທັດ ຂອງກະຊວງປ້ອງກັນ ຄວາມສະຫງົບ ໃນວັນທີ 14 ກໍຣະກະດາ ວ່າ:
"ກະຕ້ອງໄດ້ຖາມປະຊາຊົນວ່າ ໃນການທົດແທນນີ້ ແມ່ນຕ້ອງໄດ້ ອີງໃສ່ລາຄາ ຕົວຈິງຫັ້ນ ແລະ ຖ້າວ່າຖືກເຮືອນ ຖືກຊານ ເຮົາກະຕ້ອງໄດ້ ຖາມລາຄາ ປຸກເຮືອນ ອີ່ສັງ ອີ່ສັງ ຊິເອົາທໍ່ໃດ ທໍ່ໃດ ບາດນີ້ ຖາມວ່າ ຂັ້ນວ່າ ຖືກເຮືອນຢາກໃຫ້ ເຮົາປຸກໃຫ້ບໍ່ ຫລື ວ່າ ຊິເອົາເງິນໄປປຸກ ອັນນີ້ ແມ່ນຫລັກການ ທີ່ພວກເຮົາວາງອອກ ຄືແນວນັ້ນ".
ທ່ານກ່າວຕື່ມອີກວ່າ ສົມມຸດວ່າ ລາຄາເຮືອນ 500 ລ້ານກີບ ແລ້ວ ຊາວບ້ານ ຢາກຈະປຸກເຮືອນ ໃນມູນຄ່າ 700 ລ້ານກີບ, ແຕ່ໂຄງການ ກໍຈະຈ່າຍພຽງແຕ່ 500 ລ້ານກີບ ເທົ່ານັ້ນ. ສາເຫດນຶ່ງ ທີ່ເຮັດໃຫ້ວຽກງານ ຊັກຊ້າ ກໍຄືບໍຣິສັດ ໃດໄດ້ປະມູນ ຕ້ອງໃຫ້ບໍຣິສັດນັ້ນ ປັກແລວ ທາງ, ດັ່ງທ່ານ ລັດຕະນະມະນີ ກ່າວວ່າ:
"ຫລັກການປັກຫລັກຕົວຈິງ ແມ່ນບໍຣິສັດ ຮັບເໝົາເປັນຜູ້ ປັກຫລັກ ເພາະວ່າ ບໍຣິສັດ ຜູ້ຮັບເໝົາ ເປັນຜູ້ທີ່ຈະ ກໍ່ສ້າງ ບໍ່ແມ່ນຜູ້ອື່ນ ຊິມາ ປັກຫລັກ ສະນັ້ນ ມັນຕ້ອງມີ ການປະມູນ ໄດ້ບໍຣິສັດ ທີ່ຮັບເໝົາແລ້້ວ ຈຶ່ງໃຫ້ ບໍຣິສັດ ຜູ້ຮັບເໝົາ ມາປັກຫລັກ ສະນັ້ນ ມັນຈຶ່ງຊັກຊ້າ".
ນອກຈາກນີ້ ໃນການຂຸດເຈາະອຸມົງ, ຣັຖບານ ໄດ້ກຳນົດໃຫ້ ເຈົ້າໜ້າທີ່ ຂຸດ-ເຈາະ ອຸມົງ ເຮັດວຽກຮອດ 21 ໂມງ ເທົ່ານັ້ນ ເພື່ອບໍ່ໃຫ້ ເກີດສຽງເນືອງນັນ ລົບກວນ ປະຊາຊົນ ທີ່ຢູ່ໃກ້ເຂດກໍ່ສ້າງ ໃນເວລາກາງຄືນ ແລະ ໃນກໍຣະນີ ບ້ານເຮືອນ ຂອງປະຊາຊົນ ໄດ້ຮັບຄວາມ ເສັຍຫາຍ ຈາກແຮງ ສັ່ນສະເທືອນ ໂຄງການ ກໍຈະຮັບຜິດຊອບ ສ້ອມແປງໃຫ້. ອີງຕາມ ການລາຍງານ ຂອງ ລາຍການ ຮູ້ທັນສັນຈອນ. ເຖິງຢ່າງໃດກໍຕາມ, ທ່ານ ລັດຕະນະມະນີ ກໍຍັງບໍ່ທັນເວົ້າເຖິງ ກຳນົດເວລາວ່າ ຈະເລີ້ມຈ່າຍ ຄ່າຊົດເຊີຍ ໃຫ້ແກ່ ປະຊາຊົນ ເມື່ອໃດ.
ໂຄງການທາງລົດໄຟ ລາວ-ຈີນ ໄດ້ຕັດຜ່ານ 5 ແຂວງຄື ແຂວງ ຫລວງນ້ຳທາ, ອຸດົມໄຊ, ຫລວງພຣະບາງ, ວຽງຈັນ, ແລະນະຄອນຫຼວງ ວຽງຈັນ ໂດຍແມ່ນ ບໍຣິສັດທາງລົດໄຟ ເລກ 2 ເປັນຜູ້ຮັບເໝົາ ກໍ່ສ້າງ ແລະ ຈະໃຊ້ເວລາ 5 ປີ ໃນການກໍ່ສ້າງ.
ເສັນທາງລົດໄຟລາວ-ຈີນ ມີຄວາມຍາວປະມານ 400 ກິໂລແມັດ ມູນຄ່າການກໍ່ສ້າງປະມານ 6 ຕື້ ໂດລາສະຫະຣັຖ ໂດຍແມ່ນ ຣັຖບານ ລາວ ຖືຮຸ້ນ ປະມານ 30 ເປີເຊັນ ແລະ ຣັຖບານຈີນ ຖືຮຸ້ນ 70 ເປີເຊັນ.