ຮອງ ນາຍົກ ຣັຖມົນຕຣີ ລາວ ສົມສະຫວາດ ເລັ່ງສະຫວັດ ກ່າວໃນ ຣະຫວ່າງ ພົບປະ ກັບກຸ່ມ ສື່ມວນຊົນ ຈີນ ທີ່ ນະຄອນ ຫລວງ ວຽງຈັນ ເມື່ອ ວັນທີ 30 ເມສາ 2014 ວ່າ ລາວ ມີ ຄວາມຫວັງ ວ່າ ຈະໄດ້ ເລີ້ມ ເຈຣະຈາ ກ່ຽວກັບ ໂຄງການ ທາງ ຣົດໄຟ ຄວາມ ໄວ ສູງ ກັບຈີນ ໃນ ປີນີ້ ແລະວ່າ ລາວ ໄດ້ເລີ້ມ ຕຣຽມ ສໍາລັບ ການ ເຈຣະຈາ ນັ້ນແລ້ວ.
ເຖິງແມ່ນວ່າ ໂຄງການ ນັ້ນ ຈະຈໍາເປັນ ຕ້ອງ ລົງທຶນ ຢ່າງ ມະຫາ ສານ ເພາະ ສ່ວນໃຫຍ່ ແລ້ວ ຈະສ້າງຜ່ານ ເຂດ ໜ່ວຍພູ ຊຶ່ງ 2 ສວ່ນ 3 ຂອງ ເສັ້ນທາງ ຈະເຊື່ອມຕໍ່ ກັນ ດ້ວຍ ອຸບມົງ ແຕ່ ທ່ານ ສົມສະຫວາດ ກໍເຊື່ອວ່າ ໂຄງການ ຣົດໄຟ ຄວາມໄວ ສູງ ຈະນໍາຜົລ ປະໂຫຍດ ຢ່າງ ໃຫຍ່ຫລວງ ມາສູ່ ເສຖກິດ ຂອງ ລາວ.
ເມື່ອຕົ້ນ ເດືອນ ເມສາ 2014 ນີ້ ນາຍົກ ຣັຖມົນຕຣີ ທອງສິງ ທໍາມະວົງ ກໍໄດ້ ສເນີຕໍ່ ນາຍົກ ຣັຖມົນຕຣີ ຈີນ ລິເກິສ້ຽງ ໃຫ້ເອົາ ການກໍ່ສ້າງ ທາງ ຣົດໄຟ ແລະ ເສັ້ນທາງ ຕ່າງໆ ທີ່ ເຊື່ອມຕໍ່ ຣະຫວ່າງ ຈີນ ແລະ ລາວ ເຂົ້າຢູ່ໃນ ໂຄງການ ເສັ້ນ ທາງ ສາຍໃໝ Maritime Silk Road ທັງໝົດ ນໍາດ້ວຍ ໃນ ຣະຫວ່າງ ການ ພົບປະ ກັນ ຢູ່ເວທີ ກອງປະຊຸມ ບາວຟໍຣໍາ ສໍາລັບ ເອເຊັຽ. ແລະ ຂະນະ ນີ້ 2 ປະເທດ ລາວ-ຈີນ ກໍພ້ອມ ທີ່ຈະ ເລີ້ມ ເຈຣະຈາ ກ່ຽວກັບ ຂໍ້ຕົກລົງ ເຣື້ອງ ການຮ່ວມມື ສ້າງ ທາງລົດໄຟ ນັ້ນແລ້ວ.
ທ່ານ ສົມສະຫວາດ ວ່າ ລາວ ເປັນປະເທດ ທີ່ບໍ່ຕິດ ທະເລ ຈໍາເປັນຕ້ອງ ມີໂຄງການ ຄືກັບ ເສັ້ນທາງ ສາຍໃໝ ນັ້ນ ເພື່ອສນອງ ຄວາມ ຕ້ອງການ ໃນການ ຂົນສົ່ງ ທາງ ທະເລ. ປະທານ ປະເທດ ຈີນ ສີຈິນຜິງ ໄດ້ສເນີ ເຣື້ອງ ການສ້າງ ທາງຣົດໄຟ ສາຍໃໝ Maritime ສັຕວັດ ທີ 21 ຕໍ່ກອງ ປະຊຸມ ອາຊຽນ ເມື່ອ ເດືອນ 11 ປີ ກາຍ.
