ກະຊວງ ຄົມມະນາຄົມ ແລະ ຂົນສົ່ງ ສປປລາວ ເປີດເຜີຍ ວ່າ ເຈົ້າຫນ້າທີ່ ຮັບຜິດຊອບ ກຳລັງ ຕຣຽມ ປະກາດ ເອົາ ຄົນງານ ກໍ່ສ້າງ ເສັ້ນທາງ ຣົດໄຟ ຄວາມໄວສູງ ລາວ-ຈີນ. ດຣ. ບຸນຈັນ ສິນທະວົງ ກ່າວ ກ່ຽວກັບ ເຣື້ອງນີ້ ໃນ ກອງປະຊຸມ ຖແລງຂ່າວ ເມື່ອ ມໍ່ໆມານີ້, ທີ່ ມີການ ປະກາດວ່າ ແຜນການ ຮັບເອົາ ຄົນງານ ກໍ່ສ້າງ ເສັ້ນທາງ ຣົດໄຟ ຈະມີການ ຕຣຽມພ້ອມ ເພື່ອໃຫ້ ແຮງງານລາວ ໃນທ້ອງຖິ່ນ ສາມາດ ເຂົ້າເຮັດວຽກ ໃນ ໂຄງການ ຣົດໄຟ ມູນຄ່າ 7 ຕື້ ໂດລາ ສະຫະຣັດ ໄດ້.
ທ່ານວ່າ ການກໍ່ສ້າງ ທາງ ຣົດໄຟ ຄວາມໄວສູງ ລາວ-ຈີນ ຈາກ ນະຄອນຫຼວງ ວຽງຈັນ ຫາ ຊາຍແດນ ຈີນ ໃນ ຣະຍະ ທາງຍາວ ປະມານ 417 ກິໂລແມັດ ຈະ ເລີ້ມລົງມື ໃນເດືອນ ພຶສຈິກາ ປີນີ້ ຖ້າທຸກຢ່າງ ເປັນໄປ ຕາມ ແຜນການ. ຜ່ານມາ ມີ ຣາຍງານ ວ່າ ຈະມີ ຄົນງານ ກວ່າ 50 ພັນ ຄົນ ຖືກຈ້າງ ໃນ ໂຄງການ ດັ່ງກ່າວ.
ດຣ. ບຸນຈັນ ກ່າວ ອີກວ່າ ທັງສອງຝ່າຍ ລາວ-ຈີນ ໄດ້ເຮັດວຽກ ຮ່ວມກັນ ໃນການ ກະຕຣຽມ ແຮງງານ ທີ່ ມີສີມື ສະເພາະ ທາງດ້ານ ເທັກນິກ ໃນ ຫນ້າວຽກ ໃນ ໂຄງການ ດັ່ງກ່າວ. ເຈົ້າຫນ້າທີ່ ຣະດັບສຸງ ຈາກ ອົງການ ກັມມະບານ ລາວ ໄດ້ ສະແດງ ຄວາມເປັນຫ່ວງ ວ່າ ແຮງງານ ລາວ ອາດຈະ ບໍ່ສາມາດ ແຂ່ງຂັນ ກັບ ແຮງງານ ຕ່າງຊາດ ໄດ້ ໃນໂຄງການ ນີ້ ຍ້ອນຂາດ ສີມື ແລະ ຄວາມຮູ້ ກ່ຽວກັບ ການກໍ່ສ້າງ ເສັ້ນ ທາງ ຣົດໄຟ.
