ໂຄງການຣົດໄຟລາວ-ວຽດນາມ ກໍາລັງ ກູ້ ຣະເບີດ

ສິດນີ
2014.08.29
f-default ໂຄງການຣົດໄຟລາວ-ວຽດນາມ ກໍາລັງ ກູ້ ຣະເບີດ
RFA

 

ເຈົ້າຫນ້າທີ່ ລາວ ທ່ານນຶ່ງ ເວົ້າວ່າ ປັດຈຸບັນ ໂຄງການ ສ້າງ ທາງຣົຖໄຟ ຄວາມໄວສູງ ສວັນ-ລາວບາວ ທີ່ ມີຄວາມຍາວ 220 ກິໂລ ແມັດ ກຳລັງຢູ່ ໃນຂັ້ນຕອນ ການສຳຣວດ ແລະ ເກັບກູ້ ຣະເບີດ ຢູ່ໃນພື້ນທີ່ ຈະສ້າງ ທາງຣົດໄຟ.

ບໍຣິສັດ Giant Rail Company ຂອງ ມາເລເຊັຽ ໄດ້ຈັດ ເຈົ້າຫນ້າທີ່ ຈຳນວນນຶ່ງ ເພື່ອ ເລັ່ງວຽກງານ ກູ້ຣະເບີດ ໃຫ້ ແລ້ວກອ່ນ ຈະ ລົງມືສ້າງ ຢ່າງຈິງຈັງ ໃນເດືອນ ທັນວາ ປີນີ້ ດັ່ງທ່ານ ກ່າວວ່າ:

"ຂະເຈົ້າ ມາເກັບກູ້ ຣະເບີດ ຂະເຈົ້າ ແຈ້ງ ພວກນັ້ນ ເກັບ ກູ້ຣະເບີດ ຕາມວ່າ ຍັງບໍ່ທັນ ມີຫຍັງ ຄືບຫນ້າ ເທື່ອ".

ທ່ານກ່າວ ຕຶ່ມວ່າ ວຽກງານ ເກັບ ກູ້ຣະເບີດ ດັ່ງກ່າວ ບໍ່ມີ ເຈົ້າຫນ້າທີ່ ລາວ ຕິດຕາມນຳ ຈຶ່ງ ບໍ່ຮູ້ວ່າ ຄືບໜ້າ ປານໃດແລ້ວ ເຖິງແມ່ນວ່າ ໃນເດືອນ ຜ່ານມາ ຈະມີ ຝົນຕົກຫນັກ ນ້ຳຖ້ວມ ຫຼາຍແຫ່ງ ໃນ ບໍຣິເວນ ນັ້ນ ແຕ່ກໍບໍ່ໄດ້ ມີຜົລກະທົບ ຕໍ່ ໂຄງການ ດັ່ງກ່າວ ແຕ່ຢ່າງໃດ.

ທ່ານວ່າ ມາຮອດ ປັດຈຸບັນ ທາງ ບໍຣິສັດ ມາເລເຊັຽ ຍັງບໍ່ໄດ້ ເປີດເຜີຍ ຣາຍຣະອຽດ ຄວາມຄືບຫນ້າ ຂອງ ໂຄງການ ໃຫ້ ເຈົ້າຫນ້າທີ່ ລາວ ຮັບຮູ້ເທື່ອ ບໍ່ວ່າ ຈະເປັນແຜນ ການສ້າງ ການ ຊອກຫາ ແຮງງານ ແລະອື່ນໆ. ແຕ່ເຊື່ອວ່າ ຂະເຈົ້າອາດຈະ ໃຫ້ ຂໍ້ມູນ ເພີ້ມຕື່ມ ເມື່ອ ໃກ້ຮອດ ເວລາລົງມື ປະຕິບັດ ໂຄງການ ກໍ່ສ້າງ. ໂຄງການ ຣົດໄຟ ຄວາມໄວສູງ ລາວ-ວຽດນາມ ໄດ້ເລື່ອນ ເວລາ ມາຕຣອດ ເລີ້ມແຕ່ ການ ວາງສີລາຣຶກ ໃນປາຍປີ 2013.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.