ທາງຣົດໄຟ ຈະບໍ່ສ້າງປໂຍດ ໃຫ້ລາວ

ສິດນີ
2019.01.22
ເສັ້ນທາງຣົດໄຟ ລາວ-ຈີນ ທີ່ຕັດຜ່ານ ທົ່ງນາ ຂອງປະຊາຊົນ ໃນຫຼາຍເຂດ
RFA

ການຕິດສິນໃຈຂອງຣັຖບານລາວ ໃນການສ້າງເສັ້ນທາງຣົດໄຟຄວາມໄວສູງກັບຈີນ ບໍ່ແມ່ນສະເພາະ ແຕ່ໃນຈຸດປະສົງເພື່ອໃຫ້ ສປປລາວ ສາມາດເຊື່ອມຕໍ່ກັບຂົງເຂດທາງບົກ ແລະເປັນພາກສ່ວນຂອງໂລກຢ່າງດຽວ ຍັງເປັນແຜນການເພື່ອຄວາມມັ່ງຄັ້ງແລະຄວາມຈະເຣີນຮຸ່ງເຮືອງ ຂອງສປປລາວ ໃນຍົກສັກຣາໃຫມ່. ອີງຕາມຄຳເວົ້າ ຂອງເຈົ້າຫນ້າຣະດັບສູງ ກະຊວງຮັກສາຄວາມສງົບ ສປປລາວທ່ານນຶ່ງ ຕໍ່ຫນັງສືພິມ ວຽງຈັນທາມສ ວ່າງຫລັງໆມານີ້.

ທ່ານວ່າ ເປັນເວລາ ກວ່າ 40 ປີ ສປປລາວ ໄດ້ພຍາຍາມສ້າງຄວາມຄືບໜ້າ ໃນການພັທນາ ເສຖກິຈສັງຄົມ ເພື່ອໃຫ້ລາວມີພາບພົດ ແລະ ບົດບາດ ໃນເວທີສາກົນຫລາຍຂຶ້ນ ແລະເສັ້ນທາງຣົດໄຟ ລາວ-ຈີນ ຈະເປັນນຶ່ງ ໃນແຮງດັນ ທີ່ຈະຊຸກຍູ້ ໃຫ້ລາວສຳເຣັດຜົລ ໃນແຜນ ການ ດັ່ງກ່າວ ຍ້ອນວ່າ ສປປລາວ ຈະມີການເຊື່ອມຕໍ່ ກັບປະເທດໃນຂົງເຂດ ແລະກັບຈີນ ຊື່ງຈະເຮັດລາວມີຣາຍໄດ້ ແລະ ຜົລປໂຍດທາງບວກ ໃນອານາຄົດ.

ທ່ານວ່າ ເສັ້ນທາງຣົດໄຟ ຈະເຮັດໃຫ້ ການຂົນສົ່ງສິນຄ້າ ໄປສູ່ຕລາດ ໃນປະເທດຂົງເຂດ ເປັນຕົ້ນ ໄປໄທ, ມາເລເຊັຽ, ສິງກະໂປ ແລະ ປະເທດ ອາຊຽນອື່ນໆ ສັ້ນລົງ. ຈຳນວນນັກທ່ອງທ່ຽວ ກໍຈະເພີ້ມຂຶ້ນ ຍ້ອນວ່າ ຄວາມສະດວກ ສະບາຍໃນການເດີນທາງ ແລະມີຫຼາຍ ທາງເລືອກ, ພາຍໃນປະເທດ ກໍຈະມີການເຊື່ອມຕໍ່ ທາງດ້ານການຄົມມະນາຄົມ ຢ່າງວ່ອງໄວ ຈາກແຂວງ ພາກເຫນືອ ຫາພາກໃຕ້ ແລະ ພາກກາງ ນັກທ່ອງທ່ຽວ ກໍຈະເພີ້ມຂຶ້ນ ແລະ ກໍຈະສ້າງຣາຍໄດ້ ໃຫ້ແກ່ປະເທດຊາດ. ເປັນຕົ້ນການເກັບພາສີ ຈາກການເຂົ້າ-ອອກປະເທດ ຂອງນັກທ່ອງທ່ຽວ ແລະຄົນຕ່າງຊາດກໍຈະເພີ້ມຂຶ້ນ ໃນຂນະທີ່ນັກທ່ອງທ່ຽວເພີ້ມຂຶ້ນ ແລະຣາຍໄດ້ຈາກການບໍຣິການ ຮ້ານອາຫານ ໂຮງແຮມ ບ້ານພັກ ກໍຈະເພີ້ມຂຶ້ນ ເຫມືອນກັນ ແຕ່ໃນຂນະດຽວກັນ ກໍຈະມີບັນຫາ ທ້າທາຍຕາມມານຳ ຍ້ອນວ່າ ມີການເຂົ້າ-ອອກ ຂອງຄົນຕ່າງ ປະເທດຫຼາຍຂຶ້ນ ໃນນັ້ນ ຈະຮ່ວມດ້ວຍ ກຸ່ມຄົນບໍ່ດີ ເປັນຕົ້ນ ກຸ່ມຄ້າຢາເສພຕິດ ກຸ່ມຄ້າມະນຸດແລະກຸ່ມອາສຍະກອນອື່ນໆ ເຂົ້າມາລາວ ຍ້ອນການເດີນທາງ ສະດວກສບາຍແລະວ່ອງໄວ.

ແຕ່ເຖິງຢ່າງໃດກໍຕາມ ທ່ານວ່າ ຜົລປະໂຍດທາງບວກ ຫລາຍກວ່າ ຜົລປະໂຍດທາງລົບ ທີ່ລາວ ຈະໄດ້ຮັບ ຈາກເສັ້ນທາງຣົດໄຟລາວ-ຈີນ ຖ້າສ້າງສຳເຣັດແລະເປີດບໍຣິການ ຣັຖບານ ມີຄວາມພ້ອມໃນບັນຫາ ທ້າທາຍດັ່ງກ່າວ ແລະຈະພຍາຍາມ ເຮັດວຽກໃຫ້ດີທີ່ສຸດ ເພື່ອຫຼຸດຜ່ອນ ບັນຫານັ້ນ ແລະເພື່ອຄວາມມັ້ງຄັ້ງ ແລະຄວາມຈະເຣີນ ຮຸ່ງເຮືອງ ຂອງປະເທດຊາດ ໃນສັກຣາດຕໍ່ໄປ. ແຕ່ນັກວິເຄາະເວົ້າວ່າ ເສັ້ນທາງ ຣົດໄຟລາວ-ຈີນ ຈະບໍ່ສ້າງຣາຍໄດ້ ແລະ ວຽກເຮັດງານທຳ ໃຫ້ແກ່ຄົນລາວ ຫຼາຍປານໃດ ຍ້ອນວ່າ ຈີນຈະເອົາຄົນງານເຂົາເອງ ມາເຮັດ ວຽກ ເລີ້ມແຕ່ ພະນັກງານຂາຍປີ້ ບໍຣິການແຂກ ນັກວິຊາວະກອນ ແລະ ນັກວິຊາການ ດ້ານຣົດໄຟ, ຄົນແປງ ຫລື ຄົນຂັບຣົດໄຟ ພະນັກ ງານລາວ ອາດເປັນພຽງ ແຕ່ຄົນເຝົ້າຍາມ ຂົນເຄື່ອງ ແລະ ທຳຄວາມສະອາດເທົ່ານັ້ນ. ດັ່ງທ່ານ ໃຫ້ສຳພາດຕໍ່ເອເຊັຽເສຣີ ໃນຕອນນຶ່ງວ່າ:

(ຟັງ​ສຽງ​ ສັ​ມ​ພາດ)

ນີ້, ເປັນຄຳເຫັນຂອງນັກວິຊາການລາວ ທ່ານນຶ່ງ ບໍ່ມີສ່ວນພົວພັນກັບ RFA ແຕ່ຢ່າງໃດ.

ສປປລາວ ເລີ້ມປຶກສາຫາລື ກັບຈີນ ໃນການສ້າງ ເສັ້ນທາງຣົດໄຟສາຍນີ້ ໃນປີ 2001 ແຕ່ບໍ່ສາມາດ ຕົກລົງກັນໄດ້ໃນເວລານັ້ນ ຍ້ອນມີ ຫຼາຍເງື່ອນໄຂ ທີ່ລາວຮັບບໍ່ໄດ້ ຕໍ່ມາໃນປີ 2010 ຜູ້ນຳ ຈາກສອງປະເທດ ກໍໄດ້ກັບມາ ໂອ້ລົມກັນໃຫມ່ ຈຶ່ງໄດ້ລົງນາມ ບົດບັນທຶກ ຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ ໃນການສ້າງ ເສັ້ນທາງຣົດໄຟສາຍນີ້ ຫລັງຈາກນັ້ນມາ.

ເສັ້ນທາງຣົດໄຟລາວ-ຈີນ ໃນຣະຍະທາງຍາວປະມານ 417 ກິໂລແມັດ  ຈາກແຂວງຫລວງນ້ຳທາ ຫານະຄອນຫລວງວຽງຈັນ ເລີ້ມສ້າງ ໃນປີ 2016 ຊື່ງໃນປັດຈຸບັນ ສ້າງສຳເຣັດແລ້ວ 46% ຕາມແຜນ ຄາດວ່າ ຈະສ້າງໃຫ້ແລ້ວ ພາຍໃນປີ 2021 ໃນມູນຄ່າ ການລົງທຶນ 5.98 ຕື້ໂດລາຫລືປະມານ 37.4 ຕື້ຢວນ ຈີນ ຖືຫຸ້ນ 70% ສ່ວນເຫລືອ ແມ່ນ ສປປລາວ ດ້ວຍເງິນກູ້ ຂອງຈີນ ຊື່ງເປັນໂຄງການ ນອນຢູ່ໃນ ນະໂຍບາຍ ເສັ້ນທາງສາຍໄຫມຂອງຈີນ ຜ່ານລາວ ໄປປະເທດ ໃນຂົງເຂດ ແລະໃນໂລກໃນອານາຄົດ ເປັນຜົລປໂຍດ ແລະຈຸດປະສົງຂອງຈີນ ມາແຕ່ຕົ້ນ ຈື່ງດຶງລາວເຂົ້າມາມີສ່ວນຮ່ວມ ບໍ່ດັ່ງນັ້ນ ເສັ້ນທາງສາຍດັ່ງກ່າວ ຈະບໍ່ຖືກສ້າງ. ເປັນການເຊື່ອມ ອິດທິພົລ ຂອງຈີນ ມາໃນຂົງເຂດແລະໃນໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.