ຕົ້ນຢາງມີຄ່າເທົ່າດົ້ນຟືນ

ອຸ່ນແກ້ວ ສຸກສະຫວັນ
2016-02-26
Share
F-Rubber ສວນປູກ ຢາງພາລາ ທີ່ ຈີນ ດຸດຖິ້ມປ່ຽນເປັນ ສວນກ້ວຍ
RFA/VD

ເມື່ອເວົ້າເຖິງ ໂຄງການ ປູກ ຢາງພາລາ ທີ່ ຖືກເປັນຂ່າວ ໃນອະດີດ ເຊັ່ນ ໜັງສືພິມ ວຽງຈັນທາມສ ຂອງລາວ ສະບັບ ເດືອນ ເມສາ 2007 ໄດ້ ສະເໜີ ຂ່າວມີຫົວຂໍ້ ແປເປັນ ພາສາລາວ ວ່າ “ຫລຸດຜ່ອນ ຄວາມທຸກຍາກ ຫລື ຍິ່ງເພີ້ມ ຄວາມທຸກຍາກ.”

ເນື້ອໃນຂອງ ຂ່າວ ທີ່ບົ່ງເຖິງ ກໍຣະນີ ໂຄງການ ສໍາປະທານ ທີ່ດິນ ຢູ່ເມືອງ ບາຈຽງ ຈະເຣີນສຸກ ແຂວງ ຈໍາປາສັກ ໄປກວມ ເອົາທີ່ດິນ ຂອງ ຊາວບ້ານ ເຮັດໃຫ້ເກີດ ຂໍ້ ຂັດແຍ່ງ ກັນ ຣະຫວ່າງ ຊາວບ້ານ ທີ່ ເສັຽ ສິດນໍາໃຊ້ ທີ່ດິນ ໃຫ້ກັບການ ສໍາປະທານ ປູກ ຢ່າງພາລາ ໂດຍທີ່ ຊາວບ້ານ ບໍ່ໄດ້ຮັບ ຄ່າຊົດເຊີຍ ທີ່ດິນ.

ເມື່ອເວົ້າເຖິງ ຂໍ້ຂັດແຍ່ງ ທີ່ດິນ ຣະຫວ່າງ ປະຊາຊົນ ກັບ ເຈົ້າໜ້າທີ່ ຂອງຣັຖ ຈາກ ໂຄງການ ສໍາປະທານ ທີ່ດິນ ທີ່ ຜ່ານມາ ກໍຄື ເຣື້ອງ ປະຊາຊົນ 7 ຄົນ ຢູ່ ບ້ານຢຶບ ເມືອງ ທ່າແຕງ ແຂວງ ເຊກອງ ຖືກ ເຈົ້າໜ້າທີ່ ຕໍາຣວດ ຈັບຂັງຄຸກ ເປັນເວລາ 15 ວັນ ໃນເດືອນ ມິຖຸນາ ປີ 2012 ຍ້ອນວ່າ ພວກເຂົາເຈົ້າ ຂຶ້ນມາ ຍື່ນ ຄໍາຮ້ອງທຸກ ຢູ່ ຫ້ອງວ່າການ ຣັຖບານ.

ເຖິງວ່າ ຂໍ້ຂັດແຍ່ງ ທີ່ດິນ ປູກ ຢາງພາລາ ຜ່ານໄປຫຼາຍປີ ຈົນ ຕົ້ນຢາງພາລາ ໃຫຍ່ ແລະ ຊາວກະສິກອນ ກໍສາມາດ ປາດຢາງ ສົ່ງອອກ ຂາຍ, ແຕ່ ກໍຍັງມີ ບັນຫາ ຣາຄາ ຢາງ ຕົກຕໍ່າ.

ໃນ ປີ 2014 ຣາຄາ ຢາງພາຣາ ຕົກຈາກ 17,000 ກີບ ຕໍ່ 1 ກິໂລກຣັມ ມາເປັນ 3,000 ກີບ ຕໍ່ 1 ກິໂລກຣັມ. ດັ່ງ ນັກວິຊາການ ກະສິກັມ ຢູ່ແຂວງ ພາກເໜືອ ທ່ານ ນຶ່ງ ຜູ້ບໍ່ປະສົງ ອອກຊື່ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:

"ມັນ ອັນນັ້ນເດ້ ມັນບໍ່ສູ້ ສວນກ້ວຍ ເຂົາຢາກເຊົາໝົດ ລະນ່າ ຄືອັນ ນັ້ນນ່າ ຜ່ານມາ ມັນກໍ ຖາງຖິ້ມ ຫຼາຍລະ ລະກໍເຂົາເຮັດ ອັນອື່ນເດ້ ອັນນ່າ ປູກກ້ວຍ ປູກຫຍັງ 3 ພັນປາຍ ຊື່ໆໄດ໋ ກິໂລນຶ່ງ ດຽວນີ້ ຊ້ວງຣາຄາ ຕົກ ເຂົາກະ ບໍ່ຢາກໃຫ້ ເຮັດລະເດ້ ຣາຄາຕົກ ເຂົາບໍ່ຢາກເຮັດ ເພາະວ່າ ມັນໄດ້ໃຊ້ ແຮງງານຫຼາຍເດ້ ແຮງງານ ຫຼາຍ ຜົນຕອບແທນ ໜ້ອຍ".

ສາເຫດ ທີ່ຣາຄາ ຢາງ ຖືກລົງຫຼາຍ ກໍຍ້ອນວ່າ ມັນຖືກກໍານົດ ໂດຍ ພໍ່ຄ້າຈີນ ທີ່ ເປັນຄົນກາງ ຊຶ່ງ ຣັຖບານລາວ ບໍ່ສາມາດ ກໍານົດ ຣາຄາໄດ້, ດັ່ງນັກ ວິຊາການ ກ່າວ ຕື່ມອີກວ່າ:

"ຣັຖບານ ເຮົາບໍ່ໄດ້ ກໍານົດວ່າ ອັນນ່າ ຣາຄາ ຕ້ອງທໍ່ນີ້ ທໍ່ນີ້ ເດ້ ມັນຂຶ້ນກັບ ພໍ່ຄ່າຈີນເດ້ ເຂົາມາ ຊື້ເຂົາວ່າ ຣາຄາທໍ່ນັ້ນ ທໍ່ນີ້ ຈໍາເປັນຕ້ອງ ໄດ້ຂາຍໃຫ້ ເຂົາມັນບໍ່ມີ ຂໍ້ຜູກມັດ ເລື້ອງ ຣາຄາເດ້ ມັນບໍ່ມີ ການຄວບຄຸມ ຣາຄານ່າ ເລື້ອງ ຢາງພາຣາ ຂອງພວກເຮົາ ເຂົາພໍໃຈຊື້ ເຂົາ ກະຊື້ນ່າ ຈໍາເປັນ ມັນຂາຍໃຫ້ ຜູ້ອື່ນ ກະບໍ່ໄດ້ເດ້".

ນອກຈາກນີ້ ຕະຫລາດ ພາຍໃນ ຂອງລາວ ບໍ່ມີ ແລະ ຣັຖບານເອງ ກໍບໍ່ສາມາດ ເຂົ້າມາຮັບຊື້ ຢາງໄດ້ ຄືປະເທດ ເພື່ອນບ້ານ, ດັ່ງນັກ ວິຊາການ ກ່າວຢໍ້າ ອີກວ່າ:

"ກະຕະຫລາດ ຫັ້ນແຫລະ ຕະຫລາດ ມັນບໍ່ມີເດ້ ມັນບໍ່ມີ ຕະຫລາດ ຮອງຮັບເດ້ ເພາະວ່າ ຣັຖບານເຮົາ ບໍ່ໄດ້ຊອກວ່າ ເຈົ້າຕ້ອງຂາຍ ຄັນວ່າ ຂາຍບໍ່ໄດ້ ເຂົາເຈົ້າ ຕ້ອງຂາຍໃຫ້ ຣັຖບານ ເດ້".

ຜ່ານມາ ສື່ມວນຊົນ ພາຍໃນລາວ ກໍໄດ້ນໍາ ສະເໜີ ບັນຫາ ຣາຄາ ຢາງພາຣາ ຕົກຕໍ່າ ແລະ ໜ່ວຍງານ ຂອງຣັຖ ກໍບໍ່ສາມາດ ແກ້ໄຂ ບັນຫາ ໄດ້. ຄນະປ່າໄມ້ ມະຫາວິທຍາໄລ ແຫ່ງຊາດ ລາວ ຮ່ວມກັບ ສູນ ພັທນາ ແລະ ສິ່ງແວດລ້ອມ ມະຫາວິທຍາໄລ ເບີນ ຈາກ ປະເທດ ສວິສເຊິແລັນ ໄດ້ເຮັດ ບົດຣາຍງານ ກ່ຽວກັບ ບັນຫາ ລາຄາ ຕົກຕໍ່າ ຢູ່ ແຂວງ ຫຼວງນໍ້າທາ ແລະ ແຂວງ ອຸດົມໄຊ ຊຶ່ງ ມີການເຜີຍແຜ່ ບົດຣາຍງານ ດັ່ງກ່າວ ຜ່ານ ທາງເວັບໄຊຕ.

ຮູບພາບ ທີ່ເຫັນຢູ່ໃນ ບົດຣາຍງານ ດັ່ງກ່າວ ແມ່ນ ຊາວບ້ານ ໄດ້ຕັດຕົ້ນ ຢາງພາລາ ມາເຮັດ ຟືນດັງໄຟ  ແລະ ຮູບ ຂອງຊາວບ້ານ ເອົາລົດ ມາດຸດ ຕົ້ນ ຢາງພາລາ ຖິ້ມ ເພື່ອ ຈະຫັນທີ່ດິນ ຂອງເຂົາເຈົ້າ ໄປເຮັດ ສວນກ້ວຍ.

ຂໍ້ຈໍາກັດ ກ່ຽວກັບ ຢາງພາຣາ ຢູ່ລາວ ອີງຕາມ ການບອກເລົ່າ ຂອງ ນັກ ວິຊາການ ນັ້ນກໍຄື:

1. ການປູກພືດ ຊນິດດຽວ ຄື ຢາງພາຣາ ມີຄວາມໄດ້ປຽບ ເສັຽປຽບ ກໍຄືວ່າ ໃຊ້ເວລາ 7 ປີ ຈຶ່ງສາມາດ ເກັບກ່ຽວ ຜົນຜລິດ ໄດ້.

2.ຕ້ອງອາໄສ ການສົ່ງອອກ ພຽງຢ່າງດຽວ ເພາະວ່າ ບໍ່ມີຕະຫລາດ ພາຍໃນ ຮອງຮັບ ແລະ ຖ້າຕະຫລາດ ຕ່າງປະເທດ ບໍ່ຮັບຊື້ ຊາວສວນ ກໍບໍ່ສາມາດ ຢູ່ໄດ້.

3.ຕົ້ນທຶນ ໃນການ ຜລິດສູງ ຄ່າປຸ໋ຍ ຄ່າ ກັມມະກອນ ປາດຢາງ ແລະ ຄ່າດູແລ ຮັກສາ ຊຶ່ງ ມີຄວາມສ່ຽງ ຕໍ່ການ ຂາດທຶນ.

4.ເຄື່ອຂ່າຍ ຊາວສວນ ຢາງພາຣາ ຂອງລາວ ຍັງມີໜ້ອຍ ເຮັດໃຫ້ ບໍ່ມີ ອໍານາດ ການຕໍ່ລອງ ກັບນາຍທຶນ ທີ່ ເປັນຄົນກາງ.

5.ພາກຣັຖ ອ່ອນແອ ໃນການດໍາເນີນ ນະໂຍບາຍ ການສົ່ງເສີມ ການປູກ ຂາດ ການວິຈັຍ ເລື້ອງຜົນໄດ້ ຜົນເສັຽ ກ່ອນທີ່ຈະໃຫ້ ສໍາປະທານ.

ການປູກ ຢາງພາຣາ ບໍ່ແມ່ນ ເປັນການເນັ້ນໃຫ້ ປະຊາຊົນ ຫລຸດພົ້ນ ຈາກ ຄວາມທຸກຍາກ ໂດຍແທ້ ຖ້າວ່າ ການປູກ ຢາງພາຣາ ແມ່ນມີ ຜົນປະໂຫຍດ ແອບແຜງ. ເຈົ້າໜ້າທີ່ ຂອງຣັຖ ຈໍານວນນຶ່ງ ກໍສວຍໂອກາດ ໃຫ້ ສໍາປະທານ ທີ່ດິນ ປູກ ຢາງພາຣາ ແມ່ນເພື່ອ ໃຫ້ສາມາດ ຕັດໄມ້ ອອກຂາຍ, ຍົກ ຕົວຢ່າງ ຢູ່ ບ້ານພູໄຊ ເມືອງ ພູວົງ ແຂວງ ອັດຕະປື ຫລັງຈາກ ຕັດໄມ້ ອອກໝົດແລ້ວ ບາງຈຸດ ກໍບໍ່ມີ ການປູກຢາງ ແຕ່ ຢ່າງໃດ.

ເຈົ້າໜ້າທີ່ ຂອງຣັຖ ສວຍໂອກາດ ຂາຍດິນໃຫ້ ກັບ ບໍຣິສັດ ເພື່ອເອົາ ຜົນປະໂຫຍດ ຈາກ ການ ສໍາປະທານ ປູກ ຢາງພາຣາ, ຕົວຢ່າງ ຢູ່ ປ່າໄລ່ ເມືອງ ທ່າແຕງ ແຂວງ ເຊກອງ ມີເຈົ້າໜ້າທີ່ ຂັ້ນແຂວງ ໄດ້ເຊັນຂາຍ ທີ່ດິນ ໃຫ້ ບໍຣິສັດ ຢາງພາຣາ ຂອງ ວຽດນາມ ແລະ ແມ່ນບວກກັບ ນິຕິກັມ ການໃຫ້ ສໍາປະທານ ທີ່ິດິນ ບໍ່ຮັດກຸມ ແລະ ຍັງບໍ່ ສາມາດ ປະຕິບັດ ໄດ້ຢ່າງທົ່ວເຖິງ, ແລະ ສະພາ ແຫ່ງຊາດ ກໍຍັງ ບໍ່ສາມາດ ດັດແກ້ ເນື້ອໃນ ກົດໝາຍ ວ່າດ້ວຍ ທີ່ດິນ ໃຫ້ຮັດກຸມ ໄດ້.

ການດັດແກ້ ກົດໝາຍ ວ່າດ້ວຍ ທີ່ດິນ ຍັງບໍ່ທັນ ມີການ ຮັບຮອງ ເຖິງວ່າ ຂະບວນການ ດັດແກ້ ຈະເລີ້ມເຮັດ ມາຕັ້ງ ແຕ່ປີ 2011 ເປັນຕົ້ນມາ ກໍຕາມ. ນະໂຍບາຍ ການຫັນ ທີ່ດິນ ເປັນທຶນ ໂດຍສະເພາະ ການໃຫ້ ສໍາປະທານ ປູກ ຢາງພາຣາ ປະສົບຄວາມ ຫລົ້ມແຫຼວ ຈົນ ຣັຖບານລາວ ມີຄໍາສັ່ງ ໂຈະ ການສໍາປະທານ ທີ່ດິນ ປູກ ຢາງພາຣາ ແລະ ປູກຕົ້ນວິກ ມາຕັ້ງແຕ່ ປີ 2012 ເປັ ນຕົ້ນມາ.

ເນື້ອທີ່ ທາງການລາວ ໄດ້ໃຫ້ ສໍາປະທານ ປູກ ຢາງພາຣາ ໃນທົ່ວປະເທດ ແມ່ນ 300,000 ເຮັກຕາ. ອີງຕາມ ຂໍ້ມູນ ຈາກ ກະຊວງ ຊັພຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ.

ຣັຖບານ ມີ ນະໂຍບາຍ ສົ່ງເສີມ ປູກ ຢາງພາຣາ ຢູ່ ປະເທດລາວ ປະມານ 10 ປີ, ແຕ່ ສິ່ງທີ່ເກີດຂຶ້ນ ກໍຄື ຍັງບໍ່ທັນ ມີຕົວຢ່າງ ຊາວກະສິກອນ ຄົນໃດ ໃນລາວ ສາມາດ ປະສົບ ຜົນສໍາເຣັດ ແລະ ມີຖານະ ທີ່ດີຂຶ້ນ ຈາກການປູກ ຢາງພາຣາ ແລະ ມີຢູ່ໃນ ບັນທຶກ ຂອງສູນ ຄົ້ນຄວ້າ ກະສິກັມ ແລະ ປ່າໄມ້ ແຫ່ງຊາດ ແຕ່ ຢ່າງໃດເລີຍ.

ແຕ່ ໃນທາງ ກົງກັນຂ້າມ ກໍຣະນີ ສຶກສາ ກ່ຽວກັບ ຜົນກະທົບ ທາງລົບ ຈາກ ການປູກ ຢາງພາຣາ ກໍມີຫຼາຍ, ເປັນຕົ້ນ ການເສັຽສິດ ທີ່ດິນ ຂອງຊາວບ້ານ ແລະ ຣາຄາ ຢາງ ຕົກຕໍ່າ.

ຮູບພາບ ຈາກ ອາດີດ ທີ່ມີ ເຈົ້າໜ້າທີ່ ຂອງຣັຖ ໄປ ຣະດົມ ແລະ ສົ່ງເສີມ ໃຫ້ ປະຊາຊົນ ປູກ ແລະ ທັງເລື້ອງ ອະນຸຍາດ ໃຫ້ ນັກລົງທຶນ ຕ່າງປະເທດ ເຂົ້າມາ ສໍາປະທານ ທີ່ດິນ ປູກ ຢາງພາລາ ຢ່າງແຜ່ຫຼາຍ, ແຕ່ ຮູບພາບ ໃນ ປັດຈຸບັນ ພັດເຫັນ ຊາວບ້ານ ຕັດຕົ້ນ ຢາງພາຣາ ມາເຮັດ ຟືນ ດັງໄຟ ຊຶ່ງ ຮູບພາບ ໃນ ອະດີດ ແລະ ປັດຈຸບັນ ມີຄວາມ ແຕກຕ່າງ ກັນຢ່າງ ດັດຖານ.

ສິ່ງ ດັ່ງກ່າວ ມັນເປັນ ກໍຣະນີ ສຶກສາ ຈາກ ນະໂຍບາຍ ການຫັນທີ່ດິນ ເປັນທຶນ ດ້ວຍການ ປູກ ຢາງພາລາ ເພາະວ່າ ຢ່າງໜ້ອຍ ຄົນລາວ ກໍໄດ້ຮຽນຮູ້ ສິ່ງທີ່ເປັນ ອະກຸສົນ ຈາກ ການ ປະຕິບັດ ນະໂຍບາຍ ແບບ “ເຮັດແລ້ວ ຈຶ່ງມາຄິດ ຕາມພາຍຫລັງ” ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ເຕັມຫນ້າ