ສວັນນະເຂດ ຍຶດຣົດໄມ້ ໄປ ວຽດນາມ

ຈໍາປາທອງ
2019.03.28
f-logs ສ່ວນນຶ່ງຂອງໄມ້ ໃນຕູ້ຄອນເທັນເນີ ທີ່ຈະຂົນສົ່ງໄປວຽດນາມ
ຮູບພາບຈາກ : ຂ່າວສະຫວັນພັທນາ

ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແລະຕໍາຣວດແຂວງສວັນນະເຂດ ຍຶດຣົດບັນທຸກວຽດນາມ ທີ່ຖືກດັດແປງເປັນຣົດຄອນແທນເນີ ໃຊ້ລັກຂົນໄມ້ອອກໄປວຽດນາມ, ຖືກຍຶດໄດ້ຢູ່ເມືອງເຊໂປນ ໃນຂນະທີ່ຣົດຄັນດັ່ງກ່າວ ກໍາລັງກຽມຂົນໄມ້ 100 ປາຍຕັບ ອອກໄປຂາຍຢູ່ ວຽດນາມ ໃນວັນທີ 23 ມິນາ ນີ້, ຕາມຄໍາເວົ້າຂອງເຈົ້າໜ້າທີ່ຜແນກກະສິກັມ ແລະປ່າ ໄມ້ແຂວງສວັນນະເຂດ ໃນວັນທີ 28 ມິນາ ນີ້:

"ໂຕໄມ້ທີ່ວ່າຢູ່ໃນຣົດຫັ້ນຫວະ ຣົດບໍຣິສັດວຽດນາມ ແຕ່ວ່າເງຶ່ອນໄຂຄວາມປັນໄມ້ນີ້ ການຂົນໄມ້ເປັນແນວໃດຫັ້ນໂຕເຮົາແມ່ນບໍ່ຮູ້, ແຕ່ວ່າ ປ່າໄມ້ພວກເຮົາໄດ້ລວມໆ ປະເມິນກັນຄ້າວໆກໍເອີ້ນວ່າ ບັນທຸກຫລາຍນໍ ແຕ່ວ່າກໍບໍ່ໄດ້ລົງແທກລະອຽດວ່າ ໄມ້ເທົ່າໃດ ແທ້."

ທ່ານກ່າວຕື່ມວ່າໄມ້ທີ່ຍຶດໄດ້ 100 ປາຍຕັບນັ້ນເປັນໄມ້ເນື້ອແຂງ ແລະເນື້ອອ່ອນ, ຍາວ 50 ຊັງຕີແມັດ ທີ່ເຂົາເຊື່ອງໄວ້ໃນຣົດຄອນເທັນເນີ ຂອງບໍຣິສັດ KTA ຫລື KIMTHANHA ຊຶ່ງເປັນຣົດບໍຣິສັດ ຮັບສົ່ງວັສດຸ ກໍສ້າງວຽດນາມ ທີ່ມີສາຂາຢູ່ລາວ ແລະ ວຽດນາມ.

ພ້ອມກັນນັ້ນ ເຈົ້າໜ້າທີ່ລາວ ກໍໄດ້ຈັບຊາວວຽດນາມ 2 ຄົນ ທີ່ເປັນຄົນຂັບຣົດຄັນ ດັ່ງກ່າວ. ໄມ້ທີ່ຍຶດໄດ້ ແລະ ເປັນຂອງກາງນັ້ນ ປັດຈຸບັນ ຢູ່ຜແນກກະສິກັມ ແລະປ່າໄມ້ ເມືອງເຊໂປນ. ເຈົ້າໜ້າທີ່ຕໍາຣວດ ເມືອງເຊໂປນ ໄດ້ກ່າວໃນມື້ດຽວກັນ ນັ້ນວ່າໄດ້ ສອບສວນຄົນ ຂັບຣົດທັງ 2 ຄົນ ໃນເບື້ອງຕົ້ນແລ້ວ ແລະພວກກ່ຽວຂ້ອງ ກໍສາຣະພາບວ່າ ໄດ້ຮ່ວມມືກັບຄົນລາວ ແຕ່ຍັງບໍ່ສາມາດເວົ້າ ຣາຍລະອຽດໄດ້, ສ່ວນບໍຣິສັດ KTA ຂອງ ວຽດນາມ ເປັນເຈົ້າຂອງຣົດນັ້ນ ເຈົ້າໜ້າທີ່ແຂວງ ຈະສອບສວນຕື່ມ ດັ່ງທີ່ທ່ານ ກ່າວວ່າ:

"ທາງພວກເຮົາຈັບໄດ້ ໃນວັນທີ 23 ນີ້ ມັນໄດ້ຮ່ວມມືກັບຄົນລາວ ເມືອງເຮົາພີ້ ທາງເມືຶອງພວກເຮົາໄດ້ ດໍາເນີນສືບສວນສອບສວນ ໃນ ຂັ້ນເບື້ອງຕົ້ນ ແລະປະກອບເອກກະສານ ແລະໄດ້ສົ່ງໃຫ້ແຂວງແລ້ວໄດ໋ ແຕ່ຈະຕັດສິນຈັກປີແນວໃດ ທາງພວກເຮົາ ກໍບໍ່ສາມາດຮູ້ໄດ້ ເພາະສົ່ງໃຫ້ແຂວງແລ້ວໄດ໋."

ກ່ຽວກັບບັນຫາທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ຖາມໄປຍັງຫ້ອງການ ຕໍາຣວດແຂວງສວັນນະເຂດ ແຕ່ເຈົ້າໜ້າທີ່ ຍັງບໍ່ສາມາດໃຫ້ ຄວາມເຫັນໄດ້ ຍ້ອນວ່າຍັງສືບສວນເຣຶ່ອງນີ້ຢູ່. ໃນກອງປະຊຸມກ່ຽວກັບ ການກວດກາ ປະຈໍາປີ 2018 ຊຶ່ງຖືກຈັດຂຶ້ນ ຢູ່ນະຄອນຫລວງ ວຽງຈັນ ໃນມື້ວັນທີ 26 ມິນານີ້ ກະຊວງອຸດສາຫະກັມ ແລະການຄ້າ ໄດ້ເປີດເຜີຍຈໍານວນພະນັກງານ ທີ່ລະເມີດລະບຽບ ແລະປະຕິບັດ ຜິດວິນັຍ ຫລື ສໍ້ຣາດບັງຫລວງ ຊຶ່ງໃນນັ້ນມີເຈົ້າໜ້າທີ່ ກະສິກັມ ແລະປ່າໄມ້ 33 ຄົນຮວມຢູ່ດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.