ເດັກນ້ອຍລາວທີ່ຖືກ ຫຼົງລືມ

ສິດນີ
2017-05-24
ອີແມວລ໌
ຄໍາເຫັນ
Share
ພິມ
ເດັກນ້ອຍລາວ ໃນເຂດຊົນນະບົດ
ເດັກນ້ອຍລາວ ໃນເຂດຊົນນະບົດ
RFA/SS

ເຈົ້າຫນ້າທີ່ສາທາຣະນະສຸກ ເຮັດວຽກຢູ່ໃນໂຮງຫມໍ ແລະສຸກສາລາທ້ອງຖິ່ນ ທ່ານນຶ່ງເວົ້າວ່າ ການປິ່ນປົວ ຫລືເບີ່ງແຍງ ຄົນເຈັບ ເປັນຕົ້ນ ເດັກນ້ອຍແລະປະຊາຊົນ ໂດຍທົ່ວໄປ ໃນເຂດເປົ້າຫມາຍ ຂອງທາງການ ຍັງບໍ່ສາມາດ ທົ່ວເຖິງໄດ້. ກະຊວງ ສາທາຣະນະສຸກ ສປປລາວ ໃຫ້ການຢືນຢັນ ວ່າງຫລັງໆມານີ້ວ່າ ທາງການລາວ ບໍ່ສາມາດ ບັນລຸເປົ້າຫມາຍ ການບໍຣິການ ສາທາຣະນະສຸກ ໃນເຂດຊົນນະບົດຫຼາຍ ເຂດ ໃນລາວ ຍ້ອນຂາດ ຖນົນຫົນທາງ ການຄົມມະນາຄົມ ໃນການໄປໃຫ້ ການບໍຣິການ ໃນເຂດຫ່າງໄກ ສອກຫລີກ ຈຶ່ງເຮັດໃຫ້ ໃນປັດ ຈຸບັນ ເດັກນ້ອຍ ຜູ້ທຸກຍາກ ແລະ ປະຊາຊົນ ໂດຍທົ່ວໄປ ໃນຫລາຍແຂວງ ຍັງບໍ່ສາມາດ ເຂົ້າເຖິງຣະບົບ ສາທາຣະນະສຸກ ໄດ້.

ເຈົ້າຫນ້າທີ່ສາທາຣະນະສຸກ ຈາກຫ້ອງການ ວາງແຜນແລະຄວາມຮ່ວມມື ກັບຕ່າງປະເທດ ກະຊວງ ສາທາຣະນະສຸກ ໄດ້ລາຍງານ ກ່ຽວກັບ ການຄົ້ນຄວ້າ ທາງດ້ານ ສາທາຣະນະສຸກ ໃນລາວ ຕໍ່ກອງປະຊຸມ ປະຈຳປີ ໃນປີນີ້ ທີ່ຈັດຂຶ້ນຢູ່ ນະຄອນລຫວງ ວຽງຈັນ ວ່າງຫລັງໆ ມານີ້ ວ່າ ງົບປະມານ ທີ່ໄດ້ຮັບ ຈາກຕ່າງປະເທດ ເພື່ອໃຊ້ໃນການ ບໍຣິການ ສາທາຣະນະສຸກ ລ້າ ໃນເຂດ ຊົນນະບົດ ບໍ່ສາມາດ ບັນລຸເປົ້າ ຫມາຍ ໄດ້ໃນຫລາຍເຂດ ຍ້ອນວ່າ ເຈົ້າຫນ້າທີ່ ສາທາຣະນະສຸກ ທ້ອງຖິ່ນ ຫລົ້ມແຫລວ ໃນການ ປະຕິບັດ ນະໂຍບາຍ ດັ່ງກ່າວ.

ທ່ານວ່າ ໃນປັດຈຸບັນ ນະໂຍບາຍດັ່ງກ່າວ ຖືກບັງຄັບໃຊ້ ໃນແຂວງເປົ້າຫມາຍ ເປັນຕົ້ນ ແຂວງຜົ້ງສາລີ ຫລວງນ້ຳທາ ບໍ່ແກ້ວ ໄຊຍະບູຣີ ຫລວງພຣະບາງ ອຸດົມໄຊ ຫົວພັນ ຊຽງຂວາງ ເຊກອງ ໄຊສົມບູນ ຈຳປາສັກ ອັດຕະປື ສາຣະວັນ ແລະ ສວັນນະເຂດ.

ແຕ່ການປະຕິບັດຫນ້າທີ່ ຂອງເຈົ້າຫນ້າທີ່ຣັດ ຍັງຂາດສມັດຕະພາບ ແລະຂາດມາຕຖານ ໃນຫລາຍເຂດ ຍ້ອນວ່າ ຂາດຖນົນຫົນທາງ ລົງໄປໃຫ້ ການຊ່ອຍເຫລືອ ແລະ ຂາດງົບປະມານ ຮ່ວມທັງຂາດ ການບໍຣິຫານ ຈັດການ ແລະຄວາມເອົາໃຈໃສ່ ຂອງ ທາງການ.

ການບໍ່ສາມາດເຂົ້າເຖີງ ການບໍຣິການດ້ານ ສາທາຣະນະສຸກ ຂອງເດັກນ້ອຍ ໃນເຂດ ຊົນນະບົດ ຂອງລາວ ເຮັດໃຫ້ເດັກນ້ອຍ ເສັຽຊີວິດ ໃນແຕ່ລະປີ ປະມານ 6 ພັນຄົນ ຍ້ອນຂາດອາຫານ ແລະ ຕີດເຊື້ອໂຣຄ ປະເພດຕ່າງໆ ທີ່ບໍ່ມີການ ປິ່ນປົວ. ນອກເຫນືອ ຈາກການເສັຽ ຊີວິດ ເຖີງ 6 ພັນຄົນ ໃນແຕ່ລະປີ ແລ້ວ ກໍຍັງມີ ການຂາດສານ ອາຫານ ກາຍເປັນຄົນ ທີ່ບໍ່ສົມບູນ ໃນຮ່າງກາຍ ເປັນຕົ້ນ ຈ່ອຍ ເຕັ້ຽ ແລະນ້ຳຫນັກຕ່ຳ ປະມານ 36.5% ຂອງຈຳນວນ ເດັກນ້ອຍ ທັງຫມົດ ໃນລາວ.

ບັນຫາດັ່ງກ່າວຈະສົ່ງຜົລກະທົບ ຕໍ່ແຜນການພັທນາ ເສຖກິດ-ສັງຄົມ ຂອງ  ຣັຖບານລາວ ໃນອະນາຄົດ ຍ້ອນວ່າ ເດັກນ້ອຍ ກຸ່ມດັ່ງກ່າວ ເປັນຊັພຍາກອນ ມະນຸດ ຂອງຊາດ, ຕາມລາຍງານ ເດັກນ້ອຍລາວ ອາຍຸຕ່ຳກວ່າ 5 ປີ ລົງມາ ໃນກຸ່ມເປົ້າຫມາຍ 4 ຄົນ ໃນຈຳນວນ 10 ຄົນ ເປັນໂຣຄເລືອດຈາງ, 9.6% ຂາດສານອາຫານ ລາຍໃຫຍ່ ນ້ຳຫນັກ ແລະ ຄວາມສຸງ ຫລຸດມາຕຖານ ສະຫະປະຊາຊາດ ເຖິງ 10%.

ການຂາດສານອາຫານ ແລະອາຫານການກິນໃນລາວ ເປັນບັນຫາທ້າທາຍ ແລະ ອຸປສັກ ໃນການບັນລຸ ເປົ້າຫມາຍ ສຫັດສວັດ ສະຫະປະ ຊາຊາດ ໃນປີ 2017 ໃນຈຸດປະສົງ ການພັທນາ ຍືນຍົງ ທີ່ແນເປົ້າ ໃຫ້ສີ້ນສຸດ ບັນຫາ ການຂາດສານອາຫານ ໃນລາວ ໃນແຜນການ ພັທນາແຫ່ງຊາດ ຣະຫວ່າງປີ 2016-25 ແລະ ວິສັຍທັສ ການພັທນາ ປີ 2016-2020. ດັ່ງເຈົ້າຫນ້າທີ່ ສາທາຣະນະສຸກ ທີ່ແຂວງຊຽງຂວາງ ເວົ້າວ່າ: ສຽງ--

ນອກຈາກບໍ່ສາມາດເຂົ້າເຖີງຣະບົບ ສາທາຣະນະສຸກ ໄດ້ແລ້ວ ເດັນນ້ອຍ ໃນເຂດຊົນນະບົດ ຍັງບໍ່ສາມາດເຂົ້າເຖິງ ຣະບົບການສືກສາ ນຳອີກ ໂດຍສະເພາະ ເດັກນ້ອຍຊົນເຜົ່າ.ການບໍ່ສາມາດ ເຂົ້າເຖິງ ຣະບົບການສືກສາ ໄດ້ນັ້ນ ເຮັດໃຫ້ ເດັກນ້ອຍ ນັກຮຽນຫລາຍຄົນ ໃນເຂດ ຊົນນະບົດ ອອກໂຮງຮຽນ ກ່ອນກຳນົດເກນ ການຮຽນ ໃນແຕ່ລະປີ ເພື່ອໄປເຮັດວຽກ ຊ່ອຍພໍ່ແມ່ ໃນໄຮ່ໃນນາ ຫລື ຄ້າຂາຍ ເພື່ອຫາເງີນ ມາລ້ຽງຄອບຄົວ.

ອີງຕາມສະຖີຕິຂອງສົກປີ 2011-12 ມີຈຳນວນເດັກນ້ອຍອາຍຸ ກ່ອນເກນການຮຽນ ໃນເຂດຊົນນະບົດອອກຈາກໂຮງຮຽນ ເປັນຈຳນວນ ຫລວງຫລາຍ ໃນແຕ່ລະປີ ໂດຍສະເພາະ ເດັກນ້ອຍຊົນເຜົ່າ ເປັນຍ້ອນ ຄວາມທຸກຍາກ ຂອງຄອບຄົວ ແລະ ການບໍ່ສາມາດ ເຂົ້າເຖິງ ຣະບົບ ການສຶກສາ ຂອງຣັຖບານ ໄດ້. ຫລາຍຄົນ ໃນນັ້ນກໍຕົກ ເປັນເຫຍື່ອຂອງ ຂະບວນການ ຄ້າມະນຸດ ໃນໄທ.

ຣັຖມົນຕຣີກະຊວງສຶກສາທິການ ສປປລາວ ກ່າວຕໍ່ກອງປະຊຸມສພາ ໃນຣະຍະທີ່ຜ່ານ ມາວ່າ ໃນຈຳນວນ ນັກຮຽນ ຂັ້ນປະຖົມ ໃນທົ່ວ ປະເທດ ມີຜູ້ສາມາດ ຮຽນຮອດ ຂັ້ນມັທຍົມ ໄດ້ພຽງແຕ່ 30.5% ເທົ່ານັ້ນ  ສ່ວນເຫລືອ ແມ່ນອອກໂຮງຮຽນ ກ່ອນກຳນົດ ອາຍຸເກນຮຽນ.

ທ່ານວ່າ ໃນຈຳນວນນັກຮຽນຂັ້ນປະຖົມ 100 ຄົນໃດ 30 ຄົນ ອອກໂຮງຮຽນ ກ່ອນຮອດຂັ້ນ ມັທຍົມ ອິງຕາມການຄົ້ນຄວ້າ ອັດຕຣາ ການອອກໂຮງຮຽນ ກ່ອນອາຍຸເກນ ການຮຽນ ເປັນຍ້ອນ ສາເຫດ ສະພາບ ຄວາມທຸກຈົນ ໃນລາວ ເດັກນ້ອຍ ນັກຮຽນຕ້ອງໄດ້ ຊ່ອຍ ພໍ່ແມ່ຫາຢູ່ຫາກິນ ຫລືຊອກ ວຽກເຮັດງານທຳ.

ທ່ານ ຍັງບອກອີກວ່າ ຫລາຍຄົນ ນັກຮຽນທີ່ອອກໂຮງຮຽນ ໄປດ້ວຍຄວາມຈຳເປັນ ທັ້ງໆທີ່ ຂະເຈົ້າຮຽນດີ ແລະເກັ່ງ ແຕ່ບໍ່ສາມາດ ຮຽນຕໍ່ໄດ້ ບາງຄົນ ຜູ້ຊາຍ ກໍອອກໄປຫາ ວຽກເພື່ອຫາລາຍໄດ້ ຊ່ອຍຄອບຄົວ ແລະຜູ້ຍິງ ກໍອອກໄປ ເບິ່ງນ້ອງຊ່ອຍ ໃຫ້ພໍ່ແມ່ ໄປໄຮ່ໄປນາ.

ລາຍງານວ່າ ບັນດາເດັກນ້ອຍ ທີ່ອອກໂຮງຮຽນ ກ່ອນກຳນົດ ເຫລົ່ານີ້ ຫລາຍຄົນ ກໍໂຕນຫນີ ໄປຊອກຫາ ວຽກເຮັດງານທຳ ທີ່ປະເທດໄທ ແລະ ຫລາຍຄົນ ກໍຕົກເປັນເຫຍື່ອ ຂອງກຸ່ມ ຄ້າມະນຸດ ແລະ ຄ້າປະເວນີ ທີ່ປະເທດໄທ ຍ້ອນ ການຕົວະຍົວະ ຂອງຫມູ່ພວກ ແລະ ເພື່ອນຮ່ວມບ້ານ ດຽວກັນ ແລະ ຫລາຍຄົນ ກໍຫາຍສາບສູນ.

ເຈົ້າຫນ້າທີ່ສຶກສາທິການ ທ່ານນີ້ ກ່າວຕໍ່ໄປວ່າ ຈຳນວນນັກຮຽນ ທີ່ສາມາດຮຽນຕໍ່ ຂັ້ນມັທຍົມ ເພີ້ມຂຶ້ນ ຈາກ 25.2% ໃນສົກປີ 2009-10 ມາເປັນ 28.2% ໃນສົກປີ 2010-2011 ແລ້ວມາເປັນ 30.5% ໃນສົກປີ 2011-12. ສ່ວນໃຫຍ່ ເປັນເດັກນ້ອຍ ໃນເຂດ ໃນເມືອງ ສຳລັບເຂດ ຊົນນະບົດ ນັ້ນຈຳນວນ ໂຕເລກ ຍັງຕ່ຳຢູ່.

ທ່ານວ່າ ເຖິງແມ່ນຈະມີຈຳນວນນັກຮຽນ ຊັ້ນປະຖົມເພີ້ມຂຶ້ນ ໃນທົ່ວປະເທດ 91% ຂອງຈຳນວນເດັກນ້ອຍ ອາຍຸເກນຮຽນ ແຕ່ກໍມີພຽງ 36% ເທົ່ານັ້ນ ສາມາດຮຽນ ຕໍ່ຂັ້ນມັທຍົມໄດ້ ສະແດງວ່າ ສ່ວນໃຫຍ່ ອອກໂຮງຮຽນ ກ່ອນກຳນົດ ເກນການຮຽນ.
ໃນຈຳນວນ ນັກຮຽນ ຂັ້ນປະຖົມ ທັງຫມົດ ໃນທົ່ວປະເທດ ຜູ້ທີ່ສາມາດ ຮຽນຮອດ ປໍ 3 ໄດ້ ມີປະມານ 79.2% ເມື່ອມາຮອດ ປໍ 5 ຫລຸດລົງເປັນ 68.4% ມາຮອດປີ ສຸດທ້າຍ ເຫລືອພຽງແຕ່ 44.7%.

ເຈົ້າໜ້າທີ່ຜແນກສຶກສາທິການ ທີ່ແຂວງ ສະຫວັນນະເຂດ ທ່ານນຶ່ງເວົ້າວ່າ ອັດຕຣາ ການເຂົ້າຮຽນໜັງສື ແລະຄຸນນະພາບ ການສຶກສາ ໃນເຂດຫ່າງໄກ ຂອງແຂວງ ສະຫວັນນະເຂດ ໂດຍສະເພາະ ເຂດທີ່ມີຊົນເຜົ່າ ຢູ່ຫຼາຍນັ້ນ ຍັງຕໍ່າຫລາຍ ຍ້ອນຄວາມ ທຸກຍາກ ແລະ ການບໍຣິການ ທາງດ້ານ ການສຶກສາ ຂອງຣັຖບານ ໄປບໍ່ເຖິງ.

"ບັນຫາວຽກສຶກສາສໍາລັບຊົນເຜົ່າ ຖືວ່າມັນກໍມີບັນຫາ ອັນນຶ່ງແມ່ນເດັກຍິງ ຫັ້ນເຂົາບໍ່ມັກ ເຂົ້າໂຮງຮຽນ ບັດນີ້ ຜູ້ຊາຍຄືກັນນໍ ຜູ້ຊາຍ ກໍສ່ວນຫລາຍ ກໍເຂົ້າໄປ ເປັນນັກຮຽນ ປ 1 ນີ້ຫລາຍນໍ 20 –30 ບາດຮອດ ປ 2-3 ນີ້ມັນເຫັ່ຍໄປ ເສັຍໄປ ຄຣູສອນ ທີ່ ຄິດໄລ່ຕາມ ອັນນັ້ນມັນແທ້ ກໍບອກຍາກພໍ".

ທ່ານວ່າວ່າງປີຜ່ານມາ ແຂວງສະຫວັນນະເຂດ ມີນັກຮຽນເຖິງ 12% ປະລະການຮຽນ ກາງປີ ແລະມີໂຮງຮຽນ ປະຖົມເຖິງ 30% ທີ່ມີອັດຕຣາ ການເຂົ້າຮຽນຮອດ ປ 5 ພຽງ 60% ເທົ່ານັ້ນ.

ນັກວິເຄາະ ທ່ານນຶ່ງເວົ້າວ່າ ສະພາບການດັ່ງກ່າວນີ້ ເປັນຍ້ອນຄວາມບົກຜ່ອງ ຂອງຣັຖບານລາວ ໃນແຜນການ ຍົກຣະດັບ ຊັພຍາກອນມະນຸດ ໃນລາວ ໃຫ້ໄດ້ໃນປີ 2020 ຂອງແຜນການ ລົບລ້າງ ຄວາມທຸກຍາກ ແລະ ການກືກຫນັງສື ໃນລາວ.

ການຂາດຊັພຍາກອນມະນຸດ ເປັນອຸປສັກຕໍ່ການພັທນາ ປະເທດຊາດ ໃນອະນາຄົດ. ເດັກນ້ອຍ ທີ່ມາຈາກຄອບຄົວ ທີ່ທຸກຍາກ ນັ້ນສ່ວນໃຫຍ່ ຂາດໂອກາດ ບໍ່ສາມາດຮຽນ ຕໍ່ໃນຂັ້ນສູງໄດ້ ຈຶ່ງອອກໄປເປັນ ກຳມະກອນ ຮັບຈ້າງ ແທນທີ່ ຈະເປັນ ຊັພຍາກອນມະນຸດ ທີ່ດີໃຫ້ແກ່ ປະເທດຊາດ ແລະ ຫລາຍຄົນ ກໍຕົກເປັນເຫຍື່ອ ຂອງ ຂະບວນການ ຄ້າມະນຸດ ເປັນບັນຫາ ຂອງຣັຖບານ ທີ່ຈະຕ້ອງແກ້ໄຂ ບໍ່ແມ່ນ ປະຊາຊົນ.

ເຕັມຫນ້າ