ມ.ຊານໄຊ 2 ບ້ານ ຍັງລໍາບາກ

ພູວົງສ໌
2019.01.25
F-Sekamarn1 ຊີວິດຂອງຊາວບ້ານ ໃນເຂດໂຄງການ ກໍ່ສ້າງ ເຂື່ອນ ເຊກະໝານ 1
ຮູປຈາກ: ນັກຂ່າວພົລເມືອງ

ປະຊາຊົນ 2 ບ້ານ ຄື, ບ້ານດອນຈັນ ແລະ ບ້ານດອນແຄນ ທັງໝົດ 198 ຄອບຄົວ ຢູ່ເມືອງຊານໄຊ ແຂວງອັຕະປື ທີ່ຖືກຜົລກະທົບຈາກ ການກໍ່ສ້າງເຂື່ອນເຊກະໝານ 1 ຍັງບໍ່ທັນຖືກ ໂຍກຍ້າຍ ອອກຈາກບ້ານເດີມ ຍ້ອນເຈົ້າຂອງໂຄງການ ສ້າງເຮືອນ ຈັດສັນໃໝ່ ແລະ ໂຄງຮ່າງພື້ນຖານຍັງບໍ່ແລ້ວ. ດັ່ງເຈົ້າໜ້າທີ່ຜແນກພລັງງານ ແລະບໍ່ແຮ່ ປະຈຳແຂວງອັດຕະປື ໄດ້ກ່າວຕໍ່ຜູ້ສື່ຂ່າວ ເອເຊັຽເສຣີ ໃນມື້ວັນທີ 25 ມົກກະຣາ ນີ້ວ່າ:

“ເປີດແລ້ວໆ ດົນແລ້ວ ແຕ່ 2017 ພຸ້ນ. ຍັງໆໆ ໄດ້ແຕ່ບ້ານຫີນດຳ, ດອນແຄນ ຫັ້ນ ເຮືອນບໍ່ທັນແລ້ວ 198 ເບາະ. ຫີນດຳ ຍ້າຍມາ ໝົດແລ້ວ."

ທ່ານກ່າວຕື່ມວ່າ ປະຊາຊົນທີ່ໄດ້ຮັບຜົລກະທົບ ຈາກໂຄງການເຂື່ອນເຊກະໝານ 1 ມີຢູ່ 3 ບ້ານ ຄືບ້ານຫີນດຳ 59 ຄອບຄົວ ແລະບາງ ບ້ານ ໄດ້ໂຍກຍ້າຍມາຢູ່ບ້ານຈັດສັນໃໝ່ (ຫ້ວຍດຸມ) ແຕ່ທ້າຍປີ 2017 ແລ້ວ.

ໃນເບື້ອງຕົນ, ໂຄງການເຂື່ອນເຊກະໝານ 1 ໃຫ້ສັນຍາວ່າ ຈະສ້າງບ້ານຈັດສັນໃໝ່ ໃຫ້ແລ້ວແຕ່ປີ 2018, ແຕ່ໃນຄວາມເປັນຈິງ ແມ່ນ ສາມາດ ກໍ່ສ້າງເຮືອນໄປໄດ້ພຽງ 100 ປາຍຫຼັງ. ສ່ວນຣະບົບໄຟຟ້າ, ນ້ຳປະປາ ແລະ ເສັ້ນທາງ ກໍຍັງບໍ່ແລ້ວຄືກັນ ແລະ ເຈົ້າໜ້າທີ່ແຂວງ ກໍຍັງບໍ່ຮູ້ວ່າ ຈະເຮັດແລ້ວມື້ໃດແທ້.

ບ້ານຈັດສັນໃໝ່ (ຫ້ວຍດຸມ) ທີ່ໂຄງການເຂື່ອນເຊກະໝານ 1 ຈະສ້າງໃຫ້ນັ້ນ, ປະກອບດ້ວຍເຮືອນພັກຄອບຄົວລະ 1 ຫຼັງ, ທີ່ດິນ 1 ຫາ 2 ເຮັກຕ້າຕໍ່ຄອບຄົວ, ສຸຂສາລາ 1 ຫຼັງ, ໂຮງຮຽນອະນຸບານ 1 ຫຼັງ, ໂຮງຮຽນປະຖົມ 1 ຫຼັງ, ໂຮງຮຽນມັຖຍົມຕົ້ນ 1 ຫຼັງ, ສະໂມສອນບ້ານ 1 ຫຼັງ ແລະ ຣະບົບໂຄງສ້າງພື້ນຖານໂຄງຮ່າງຕ່າງໆ.

ນອກຈາກນັ້ນ, ກໍຍັງມີປະຊາຊົນບ້ານຕາດກຸ່ມ 94 ຄອບຄົວ ແລະ ບ້ານຕາດຊັນ 396 ຄອບຄົວ, ເມືອງໄຊເສດຖາ ແຂວງອັດຕະປື ທີ່ຢູ່ ໃຕ້ເຂື່ອນເຊກະໝານ 1 ໄລຍະທາງ 14,8 ກິໂລແມັຕ ທີ່ໄດ້ຮັບຜົລກະທົບ ເຣື້ອງທີ່ດິນ 200 ປາຍເຮັກຕ້າ ກໍຍັງບໍ່ໄດ້ ຮັບຄ່າຊົດເຊີຍເທື່ອ ຈາກໂຄງການກໍ່ສ້າງ ສາຍສົ່ງໄຟຟ້າແຮງສູງ ນັບແຕ່ເຂື່ອນເຊກະໝານ 1 ໄປຫາ ໂຮງໄຟຟ້າເຊກະໝານ ຊານໄຊຕາດຊັນ.

ຕາມຄວາມເວົ້າຂອງປະຊາຊົນບ້ານຕາດກຸ່ມ, ເມືອງຊານໄຊ ແຂວງອັດຕະປື ໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຂອງບ້ານນີ້, ແຕ່ວ່າມັນຖືກຜົລກະທົບດິນສ່ວນລວມ ເຂດຄຸ້ມຄອງຊື່ໆຫັ້ນນ່າ. ເພິ່ນວ່າແນວນີ້ດອກ ເພິ່ນວ່າ ຄັນເຂດອັນນັ້ນ ເຮັກຕ້າ 1 ຕໍ່ 6 ລ້ານກີບ ຫັ້ນນ່າ. ເອີ່, ຄ່າຊົດເຊີຍ. ຄັນຊິໄດ້ພຽງນັ້ນຈັກບໍ່ ຍັງບໍ່ທັນແລ້ວດອກອັນນີ້, ຕາມເພິ່ນເວົ້າຢູ່ ໃນກອງປະຊຸມຫັ້ນນ່າ."

ເຂື່ອນເຊກະໝານ 1 ເປັນເຂື່ອນຂອງນັກລົງທຶນວຽດນາມ ພາຍໃຕ້ຊື່ ບໍຣິສັດຫຸ້ນສ່ວນໄຟຟ້າວຽດນາມ-ລາວ ສ້າງສຳເຣັຈແລ້ວ ແລະ ເປີດນຳໃຊ້ຢ່າງເປັນທາງການ ມາແຕ່ປີ 2017. ມີໂຮງໄຟຟ້າ 2 ແຫ່ງ ຄືໂຮງໄຟຟ້າເຊກະໝານ 1, ມີກຳລັງການຜລິດ 290 ເມກາວັດ ແລະ ໂຮງໄຟຟ້າ ເຊກະໝານຊານໄຊ, ມີກຳລັງການຜລິດ 32 ເມກາວັດ ລວມກຳລັງການຜລິດ ທັງໝົດ 322 ເມກາວັດ. ມູລຄ່າການ ລົງທຶນ 441 ລ້ານໂດລ້າ ສະຫະຣັຖ. ໄຟຟ້າທີ່ຜລິດໄດ້ 80% ສົ່ງຂາຍໄປວຽດນາມ ແລະ ອີກ 20% ນຳໃຊ້ພາຍໃນປະເທສ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.