ຊາວເມືອງດັກຈຶ້ງ ທຸກຊໍ້າທຸກ

0:00 / 0:00

ຊາວບ້ານ ໃນເຂດ ຊົນນະບົດ ແຂວງ ເຊກອງ ທຸກຍາກ ຂາດເຂີນ ມີຫລາຍ ຄອບຄົວ ບໍ່ມີເງິນ ທີ່ ຈະສົ່ງ ລູກເຕົ້າ ໄປໂຮງຮຽນ. ເຈົ້າໜ້າທີ່ ຂແນງ ພັທນາ ຊົນນະບົດ ແລະ ລົບລ້າງ ຄວາມທຸກຍາກ ແຂວງເຊກອງ ທ່ານນຶ່ງ ເວົ້າວ່າ:

“ຖ້າທຽບ ຕົວເມືອງ ແລະ ພັທນາ ບັນຫາຄືວ່າ ເຣື່ອງການພັທນາ ຄືວ່າ ຢູ່ບ້ານນອກ ທີ່ວ່າ ຊົນນະບົດ ກໍມີບາງຄົນ ເສຖກິດ ຄອບຄົວ ບໍ່ພຽງພໍ.”

ເຈົ້າໜ້າທີ່ ທ່ານນີ້ ເວົ້າອີກວ່າ ແຂວງເຊກອງ ເປັນແຂວງ ນຶ່ງ ທີ່ທຸກຍາກ ທີ່ສຸດ ແລະ ເມືອງດັກຈຶ່ງ ກໍເປັນເມືອງ ທີ່ທຸກຍາກ ທີ່ສຸດ ຂອງ ແຂວງເຊກອງ ເພາະເມືອງນີ້ ຕັ້ງຢູ່ເຂດ ສອກຫລີກ ຫ່າງໄກ ບໍ່ມີຖນົນ ຫົນທາງ ແລະ ປະຊາຊົນ ສ່ວນຫລາຍ ກໍເປັນ ຊົນເຜົ່າສ່ວນນ້ອຍ. ເຈົ້າໜ້າທີ່ ເວົ້າຕໍ່ອີກວ່າ ແຕ່ກ່ອນ ໃນທົ່ວ ແຂວງ ເຊກອງ ມີປະຊາຊົນ ທີ່ທຸກຍາກ ຢູ່ເກືອບ 2 ໝື່ນ ຄອບຄົວ ປັດຈຸບັນ ຫລຸດລົງ ຍັງເຫລືອແຕ່ ປະມານ 4,000 ຄອບຄົວ ເທົ່ານັ້ນ ໃນນັ້ນ ສ່ວນນຶ່ງ ອາສັຍ ຢູ່ໃນເຂດ ເມືອງດັກຈຶ່ງ.

ສຳລັບ ໃນ ທົ່ວປະເທດ ອົງການ ຊ່ວຍເຫລືອ ຕ່າງປະເທດ ຣາຍງານວ່າ ເມື່ອ 15 ປີ ກ່ອນ ປະເທດລາວ ມີ ປະຊາກອນ ທຸກຍາກ ທີ່ມີຣາຍໄດ້ ບໍ່ເຖິງ 1 ດອນລ່າ ສະຫະຣັຖ ຕໍ່ມື້ເຖິງ 40 ສ່ວນຮ້ອຍ ຂອງ ພົລເມືອງ ທັງໝົດ ແຕ່ ປັດຈຸບັນ ໄດ້ຫລຸດລົງ ເຫລືອ ຢູ່ປະມານ 27 ສ່ວນຮ້ອຍ. ຣັຖບານລາວ ມີແຜນ ຈະຫລຸດ ຈຳນວນ ຄົນທຸກຍາກ ລົງ ໃຫ້ໝົດໄປ ພາຍໃນ ປີ 2020.

ໃນຂະນະ ດຽວກັນ ກໍມີ ຣາຍງານວ່າ ການຂຍາຍຕົວ ທາງດ້ານ ເສຖກິດ ຢູ່ລາວ ບໍ່ໄດ້ເຮັດໃຫ້ ປະຊາຊົນ ທີ່ ທຸກຍາກນັ້ນ ຮັ່ງມີ ເປັນດີ ຂື້ນ ພໍເທົ່າໃດ ສ່ວນຫຼາຍ ແລ້ວ ມີແຕ່ເຮັດໃຫ້ ຜູ້ມີສິດ ມີອຳນາດ ມີອິດທິພົນ ນັກທຸຣະກິດ ການຄ້າ ນັກລົງທຶນ ແລະ ພວກຄ້າ ຢາເສບຕິດ ເທົ່ານັ້ນ ຮັ່ງມີ ເປັນດີ ຂື້ນ ຢ່າງວ່ອງໄວ. ປະຊາຊົນ ໃນບາງເຂດ ບາງແຂວງ ບໍ່ພຽງແຕ່ ບໍ່ຮັ່ງມີ ບໍ່ເປັນດີ ກັບທຸກຊໍ້າ ຕໍ່າລົງ ເພາະ ພວກເຂົາເຈົ້າ ເສັຍທີ່ດິນ ບ່ອນຢູ່ອາສັຍ ບ່ອນທຳມາ ຫາກິນ ໃຫ້ແກ່ ການ ສໍາປະທານ ການລົງທຶນ ຂອງ ຕ່າງປະເທດ.