ຄົນງານລາວຈະກ້າວໜ້າ ຢູ່ບໍ່ເຊໂປນ

0:00 / 0:00

ຝ່າຍ ບໍຣິຫານ ບໍ່ຄຳ ເຊໂປນ ຢາກ ຝຶກຄົນລາວ ເຂົ້າເຮັດວຽກ ໃນຕຳແໜ່ງ ຂັ້ນ ບໍຣິຫານ ຫລາຍຂຶ້ນ.

ປັຈຈຸບັນ ບໍຣິສັດ ລ້ານຊ້າງ ເມເນີຣາລ, ຊຶ່ງເປັນ ບໍຣິສັດ ສັມປະທານ ບໍ່ຄຳເຊໂປນ ເມືອງ ວິລະບູຣີ, ແຂວງ ສວັນນະເຂດ ມີຈຸດປະສົງ ຢາກຝຶກ ຊາວລາວ ໃນເມືອງ ວິລະບູຣີ ເຂົ້າເຮັດວຽກ ໃນຕຳແໜ່ງ ບໍຣິຫານ ຫລາຍຂຶ້ນ ເພື່ອ ຍົກຣະດັບ ໃຫ້ຄົນລາວ ມີວຽກດີຂຶ້ນ ແລະ ມີຣາຍໄດ້ ດີຂຶ້ນ ແທນທີ່ ຈະໃຫ້ເຮັດແຕ່ ວຽກ ຂຸດຄົ້ນຄຳ ແລະ ເກັບກູ້ ຣະເບີດ ຝັງດິນ, ອີງຕາມ ຄຳເວົ້າ ຂອງ ເຈົ້າໜ້າທີ່ ບໍຣິສັດ ດັ່ງກ່າວ ໃນວັນທີ 6 ມິຖຸນານີ້:

“ຢູ່ບໍຄຳ ດຽວນີ້ ບາງ ບໍຣິສັດ ພວກເຮົາ ຖືວ່າ ກຳລັງປັ້ນ ພະນັງງານ ທ້ອງຖິນ ຄົນລາວ ຫັ້ນແຫລະ ເຂົ້າຮັບວຽກ ໃນຕຳແໜ່ງ ທີ່ວ່າ ມີຄວາມ ຮັບຜິດຊອບ ສູງຂຶ້ນ ເນາະ ເຊັ່ນພວກເຮົາ ຈະຝຶກຄົນລາວ ເພີ້ມຂຶ້ນ ຢູ່ໃນຕຳແໜ່ງ ຂັ້ນ ບໍຣິຫານ.”

ເຈົ້າໜ້າທີ່ ເວົ້າ ຕໍ່ໄປວ່າ ເບື້ອງຕົ້ນ ຍັງບໍ່ຮູ້ວ່າ ຈະຝຶກຄົນລາວ ຣະດັບ ທ້ອງຖິ່ນ ຈັກຄົນ ເພື່ອໃຫ້ເຂົ້າ ເຮັດວຽກ ໃນຣະດັບ ບໍຣິຫານ ແຕ່ກໍຈະມີ ໂຄງການ ຝຶກອົບຮົມ ໃຫ້. ນອກຈາກນັ້ນ, ຈຳນວນນຶ່ງ ກໍຈະເອົາ ນັກສຶກສາ ລາວ ທີ່ຮຽນຈົບ ຈາກ ມະຫາ ວິທະຍາລັຍ ແຫ່ງຊາຕ ແລະ ທີ່ຮຽນຈົບ ຈາກ ຕ່າງປະເທດ ເຂົ້າມາເຮັດວຽກ ບໍຣິຫານ ຮ່ວມກັນ.

ເຈົ້າໜ້າທີ່ ເວົ້າອີກວ່າ ປັຈຈຸບັນ ຢູ່ຫ້ອງການ ຂອງ ບໍ່ຄຳ ເຊໂປນ ເຣີ້ມ ມີຄົນລາວ ເຮັດວຽກ ໃນຕຳແໜ່ງ ຜູ້ຄວບຄຸມ ແລະ ຫົວໜ້າ ແຮງງານ ແດ່ແລ້ວ ແຕ່ກໍຍັງ ບໍ່ມີຫລາຍ ປານໃດ, ຊຶ່ງສ່ວນໃຫຍ່ ກໍເຮັດວຽກ ໄດ້ດີ ແລະ ກໍມີຄົນລາວ ຫລາຍຄົນ ໃນເມືອງ ວິລະບູຣີ ສົນໃຈເຮັດວຽກ ດັ່ງກ່າວ ຍ້ອນມີ ຣາຍໄດ້ສູງ ກ່ວາ ເປັນ ກັມມະກອນ ໃນບໍ່ຄຳ.

ຕາມຂໍ້ມູນ ຂອງ ບໍຣິສັດ ລ້ານຊ້າງ ມີເນຣາລ, ມີຊາວເມືອງ ວິລະບຸຣີ ເຮັດວຽກ ໃນບໍຄຳ ປະມານ 50% ຂອງ ແຮງງານລາວ ທັງໝົດ ທີ່ເຮັດວຽກ ຢູ່ບໍ່ຄຳ ເຊໂປນ, ຊຶ່ງບໍ່ຄຳ ມີແຮງງານ ທັງພາຍໃນ ແລະ ຕ່າງປະເທດ ຢູ່ປະມານ 5,000 ຄົນ, ໃນ ຈຳນວນນັ້ນ ມີພຽງ 1,000 ຄົນ ທີ່ໄດ້ຮັບ ສັນຍາ ແບບຖາວອນ ຈາກ ບໍຣິສັດ.