ສິນຄ້າລາວ ສົ່ງອອກໄປຈີນ ຜ່ານທາງຣົຖໄຟ ຍັງຈຳກັດ

0:00 / 0:00

ເຈົ້າໜ້າທີ່ກະຊວງອຸດສາຫະກັມ ແລະການຄ້ານາງນຶ່ງ ເວົ້າວ່າ ເຈົ້າໜ້າທີ່ຫລາຍພາກສ່ວນທີ່ກ່ຽວຂ້ອງ ກໍາລັງພະຍາຍາມປຶກສາຫາລື ແລະເຈຣະຈາກັບທາງການຈີນຢູ່ ເພື່ອຂໍໃຫ້ລາວສາມາດສົ່ງສິນຄ້າຫລາຍປະເພດໄປຈີນ ເປັນຕົ້ນ ພືດຜັກ, ໝາກໄມ້, ສິນຄ້າກະສິກັມ, ສິນຄ້າອຸດສາຫະກັມ ແລະອື່ນໆ ຜ່ານທາງຣົຖໄຟລາວ-ຈີນ ໄປຈີນໄດ້. ແຕ່ມາຮອດມື້ນີ້ ກໍຍັງບໍ່ຮູ້ເທື່ອວ່າ ການເຈຣະຈານັ້ນຈະເປັນໄປຄືແນວໃດກັນແທ້.

" ຣົຖໄຟນີ້ເຂົາກໍບໍ່ເປີດກວ້າງເທື່ອເນາະ ມີແຕ່ແຮ່ທາດ ແລ້ວກໍມີແປ້ງມັນຕົ້ນ ປະມານນີ້ແຫລະ ອັນນີ້ເພິ່ນກໍກໍາລັງໄປເວົ້າໄປເຈຣະຈາກັນຢູ່ ຢາກໃຫ້ມີເພີ່ມສິນຄ້າຫັ້ນແຫລະ ແບບສິນຄ້າກະສິກັມເນາະ. "

ແລະທ່ານ ເພັດ ພົມພິພັກ ຣັຖມົນຕຣີກະຊວງກະສິກັມ ແລະປ່າໄມ້ ກໍກ່າວວ່າ “ພວກເຮົາຈະສືບຕໍ່ເຈຣະຈາກັບຈີນ ເພື່ອໃຫ້ຜົລຜລິດກະສິກັມ ເຊັ່ນເຂົ້າ ແລະພືດພັນອື່ນໆແລະສັດລ້ຽງ ສາມາດເຂົ້າເຖິງຕລາດຈີນ. ໃນປີນີ້ ພວກເຮົາຄາດວ່າ ຈະເຈຣະຈາກັບຈີນຂາຍຜົລຜລິດກະສິກັມຕື່ມອີກ 20 ປະເພດ ອີງຕາມການຣາຍງານຂອງ Vientiane Times.

ໃນ 100 ມື້ ທີ່ຣົຖໄຟລາວ-ຈີນໃຫ້ບໍຣິການ ໄດ້ຂົນສິນຄ້າຫລາຍກວ່າ 280 ພັນຕັນ ມາລາວ, ກໍາພູຊາ, ພະມ້າ, ວຽດນາມ, ໄທຍ, ມາເລເຊັຽ, ສິງກະ ໂປ ແລະ ບັງກລາເທດ.

ສິນຄ້າລາວ ທີ່ຈະຂົນທາງຣົຖໄຟລາວ-ຈີນ ໄປຈີນນັ້ນ ແມ່ນຍັງຖືກທາງການຈີນຈໍາກັດຫລາຍປະເພດ ຍົກເວັ້ນສິນຄ້າ 3 ປະເພດ ຄືແຮ່ທາດ, ແປ້ງມັນຕົ້ນ ແລະມັນຕົ້ນແຫ້ງ ໃນຂະນະທີ່ສິນຄ້າຈີນເຂົ້າມາລາວໄດ້.

ດັ່ງນັກວິຊາການ ດ້ານການຂົນສົ່ງສິນຄ້າລະຫວ່າງລາວ ແລະຈີນ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 22 ມິນານີ້ວ່າ:

" ຕອນນີ້ຄືເວົ້າຫັ້ນແຫລະ ວ່າເພິ່ນຍັງບໍ່ເປີດເທື່ອ ຍັງບໍ່ປົກຕິວ່າຊັ້ນສາ ເພິ່ນຈະແຈ້ງອີກຕາມຫລັງ ກະຕ້ອງລໍຖ້າເພິ່ນນ່າ ຈີນມາລາວກະໄດ້ຢູ່ ແຕ່ມັນຢາກຊ້າແນ່. "

ຜູ້ປະກອບການ ຂາຍປີ້ຣົຖໄຟລາວ-ຈີນ ຢູ່ສະຖານີເມືອງໄຊ ແຂວງອຸດົມໄຊ ກໍຢືນຢັນໃນມື້ດຽວກັນນີ້ວ່າ ຢູ່ສະຖານີຣົຖໄຟລາວ-ຈີນດຽວນີ້ ບາງແຫ່ງ ທີ່ເປີດເປັນສະຖານີຂົນສົ່ງສິນຄ້າ ເປັນຕົ້ນ ສະຖານີນາເຕີຍ ແຂວງຫລວງນໍ້າທາ ກໍຍັງບໍ່ທັນໄດ້ເປີດໃຫ້ບໍຣິການຂົນສົ່ງສິນຄ້າຫລາຍປະເພດເທື່ອ, ມີແຕ່ປະເພດແຮ່ແປ້ງມັນຕົ້ນ ແລະມັນຕົ້ນແຫ້ງ ທີ່ສາມາດຂົນສົ່ງໄປຈີນໄດ້.

ດັ່ງທີ່ທ່ານກ່າວວ່າ:

" ເອົາສິນຄ້າໄປທາງຣົຖໄຟ ແມ່ນແຫລະ ຍັງບໍ່ທັນເປີດເທື່ອ ຢູ່ນາເຕີຍນີ້ເປີດແລ້ວ ແຕ່ວ່າບໍ່ໄດ້ເປີດແບບຂົນສົ່ງສິນຄ້າ ມີແຕ່ວ່າເປີດຂົນສົ່ງໂດຍສານ. "

ຜູ້ປະກອບການຂົນສົ່ງແຮ່ທາດ ອອກຈາກລາວໄປຈີນນາງນຶ່ງ ເວົ້າໃນມື້ວັນທີ 22 ມິນານີ້ວ່າ ແຮ່ທາດ ຊຶ່ງເປັນສິນຄ້າ ທີ່ສາມາດສົ່ງອອກໄປຈີນນັ້ນ ກໍໄດ້ຫັນມາໃຊ້ບໍຣິການຂົນສົ່ງທາງຣົຖໄຟຫລາຍຂຶ້ນ ແທນທີ່ຈະໃຊ້ຣົຖບັນທຸກຂົນ ຍ້ອນມັນໄວ ແລະສະດວກກວ່າ, ຄ່າບໍຣິການກໍຄິດໄລ່ຕາມນໍ້າໜັກ ຕໍ່ຕູ້ສິນຄ້າ ແລະໃຊ້ເວລາສູງສຸດປະມານ 30 ຊົ່ວໂມງ ໃນການຂົນສົ່ງໄປຮອດຈີນ.

" ດຽວນີ້ເຮົາຈະໄລ່ເປັນຕູ້ເລີຍ ຊ້າສຸດແມ່ນ 30 ຊົ່ວໂມງ ມີີເອກສານຄົບແມ່ນເຮົາສົ່ງອອກໄດ້ທຸກມື້. "

ໃນຂະນະດຽວກັນ ຄົນຈີນຜູ້ນຶ່ງ ທີ່ເປັນເຈົ້າຂອງໂຮງງານຜລິດແປ້ງມັນຕົ້ນ ຢູ່ເມືອງປາກລາຍ ແຂວງໄຊຍະບູຣີ ກໍເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ຜູ້ປະກອບການດ້ານໂຮງງານຜລິດແປ້ງມັນຕົ້ນ ຈໍານວນນຶ່ງ ຫັນມາໃຊ້ບໍຣິການຂົນສົ່ງແປ້ງມັນຕົ້ນໄປຈີນ ຜ່ານທາງຣົຖໄຟຫລາຍຂຶ້ນ ນັບຕັ້ງແຕ່ເກີດບັນຫາລາຄານໍ້າມັນແພງ ທີ່ເຮັດໃຫ້ຄ່າບໍຣິການຂົນສົ່ງທາງຣົຖບັນທຸກແພງຂຶ້ນ ແລະໃຊ້ເວລາຂົນສົ່ງດົນກວ່າຂົນທາງຣົຖໄຟ.

" ແມ່ນໆ ປົກຕິແມ່ນຂົນສົ່ງທາງນີ້ ສໍ່ານີ້ ດຽວນີ້ນໍ້າມັນຂຶ້ນລາຄາ ແລ້ວທຸກຢ່າງມັນຂຶ້ນລາຄາ. "

ປັດຈຸບັນ ຜູ້ປະກອບການດ້ານການກະເສດຫລາຍຄົນໃນລາວ ເປັນຕົ້ນ ປູກ ໝາກໂມ, ໝາກກ້ວຍ ຈໍາເປັນຕ້ອງໄດ້ຂົນສົ່ງຜົລຜລິດຂອງຕົນໄປຈີນ ທາງຣົຖບັນທຸກ ຜ່ານດ່ານສາກົນບໍ່ເຕັນ ແຂວງຫລວງນໍ້າທາ ທີ່ກໍາລັງມີບັນຫາຣົຖຕິດຄ້າງຢ່າງຫລວງຫລາຍຢູ່ນີ້, ເຮັດໃຫ້ຈໍານວນນຶ່ງເລີ່ມຫັນໄປອອກທາງດ່ານສາ ກົນ ລານຕຸ້ຍ ແຂວງຜົ້ງສາລີ ຍ້ອນຣົຖຕິດຄ້າງຫລາຍບໍ່ຫລາຍ ຄືຢູ່ດ່ານສາກົນບໍ່ເຕັນ.

ເວົ້າເຖິງເຣື່ອງການຂົນສົ່ງສິນຄ້າ ປະເພດເຂົ້າສານ ຈາກປະເທດໄທໄປຈີນ ກໍສາມາດຂົນທາງຣົຖໄຟລາວ-ຈີນ ໄດ້ແລ້ວ ນັບຕັ້ງແຕ່ມື້ວັນທີ 16 ມົກກະຣາທີ່ຜ່ານມາ ແລະໃນປີນີ້ ທາງການໄທກໍມີແຜນທີ່ຈະສົ່ງສິນຄ້າການກະເສດ ເປັນ ຕົ້ນ ໝາກໄມ້ 22 ຊນິດ ແລະຢາງພາລາຂອງຕົນ ໄປປະເທດຈີນຜ່ານທາງຣົຖໄຟນີ້ນໍາດ້ວຍ. ຄາດກັນວ່າ ຈະມີສິນຄ້າໄທໄປຈີນທັງໝົດຫລາຍກວ່າ 6 ລ້ານຕັນ ຊຶ່ງຂະນະນີ້ກໍາລັງລໍຖ້າການອະນຸຍາດ ຈາກທາງການຈີນຢູ່.

ສໍາລັບສິນຄ້າຈີນ ທີ່ສົ່ງເຂົ້າມາລາວທາງຣົຖໄຟ ກໍມີຂ່າວວ່າ ຣົຖໄຟຂົນສົ່ງສິນ ຄ້າ ທີ່ແລ່ນມາຈາກເຂດມັງໂກເລັຍໃນ ປະເທດຈີນ ໃນມື້ວັນທີ 19 ມິນານີ້ ຈະຜ່ານດ່ານສາກົນບໍ່ຫານ-ບໍ່ເຕັນ ຕໍ່ໃສ່ທາງຣົຖໄຟລາວ-ຈີນ ມາເຖິງນະຄອນ ຫລວງວຽງຈັນ ໂດຍຈະໃຊ້ເວລາ 10 ມື້, ອີງຕາມການຣາຍງານຂອງວິທຍຸສາກົນຈີນ ທີ່ປະເທດລາວ. ແຕ່ຍັງບໍ່ຮູ້ວ່າ ສິນຄ້າຈີນທີ່ຈະຂົນເຂົ້າມາລາວນັ້ນ ເປັນສິນຄ້າປະເພດໃດແດ່.

ເພື່ອຂໍຮູ້ລາຍລະອຽດກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີໄດ້ຕິດຕໍ່ໄປຫາບໍຣິສັດທາງຣົຖໄຟລາວ-ຈີນຈໍາກັດ, ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ບໍ່ສະດວກທີ່ຈະໃຫ້ ຄໍາເຫັນ.