ຕລາດກາງຄືນ ສີຫອມ ຖືກສັ່ງປິດ

ສຸພັດຕາ
2023.03.24
Share on WhatsApp
Share on WhatsApp
ຕລາດກາງຄືນ ສີຫອມ ຖືກສັ່ງປິດ ກະຊວງອຸດສາຫະກັມ ແລະ ການຄ້າ, ນະຄອນຫຼວງວຽງຈັນ ເດືອນກຸມພາ ປີ 2023.
ນັກຂ່າວ ພົລເມືອງ

ຜແນກອຸດສາຫະກັມ ແລະການຄ້າ ນະຄອນຫຼວງວຽງຈັນ ສົ່ງເຈົ້າໜ້າທີ່ ໃຊ້ໂທຣະໂຄ່ງ ປະກາດແຈ້ງການດ່ວນທີ່ສຸດ ໃນວັນທີ 23 ມິນາ 2023 ໃຫ້ຊາວຄ້າຂາຍ ໃນຕລາດກາງຄືນສີຫອມ ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ຕຣຽມໂຍກຍ້າຍອອກທັນທີ ເຣີ່ມຕັ້ງແຕ່ວັນທີ 24 ມິນາ 2023 ເປັນຕົ້ນໄປ ຂະນະທີ່ຜູ້ຄ້າຂາຍ ບໍ່ທັນໄດ້ຕັ້ງໂຕ ແລະຖ້າຫາກເລືອກໄດ້ ກໍຢາກໃຫ້ມີຕລາດກາງຄືນສີຫອມຄືເກົ່າ.

ສະເພາະແມ່ຄ້າຂາຍເຄື່ອງ ຢູ່ຕລາດກາງຄືນສີຫອມ ຜູ້ທີ 1 ກ່າວວ່າ ໂຕລາວເອງໄດ້ຍິນເຈົ້າໜ້າທີ່ ປະກາດທາງໂທຣະໂຄ່ງວ່າ ໃຫ້ຍ້າຍອອກ ເນື່ອງຈາກຊາວຄ້າຂາຍສ້າງຄວາມບໍ່ຈົບງາມ ກີດຂວາງເສັ້ນທາງການສັນຈອນ ແຕ່ໂຕລາວເອງ ບໍ່ຢາກຍ້າຍອອກ ຍ້ອນວ່າ ເປັນຕລາດທີ່ມີທໍາເລດີ ຊ່ອຍສ້າງລາຍໄດ້ໃຫ້ຊາວຄ້າຂາຍ ມີນັກທ່ອງທ່ຽວຈາກຕ່າງປະເທດ ນິຍົມເຂົ້າຍ່າງຫຼິ້ນ ແລະເລາະກິນອາຫານແຄມທາງຂອງເມືອງລາວ ທີ່ລາຄາຖືກ ທຸກຄົນ ບໍ່ວ່າຈະເປັນເດັກນ້ອຍ, ຊາວໜຸ່ມ, ຜູ້ໃຫຍ່ ຫຼືຖານະໃດ ກໍສາມາດເຂົ້າເຖິງອາຫານສີມືຂອງຄົນລາວໄດ້, ອີງຕາມຄວາມເວົ້າ ຂອງແມ່ຄ້າຂາຍເຄື່ອງ ຢູ່ຕລາດກາງຄືນສີຫອມ ຜູ້ທີ 1 ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ມິນາ ນີ້ວ່າ:

ຈະຍ້າຍໄປຢູ່ໃສ ຍ້າຍໄປປາກປ່າສັກ ອີ່ຫຍັງກໍບໍ່ມີ ຫ້ອງນໍ້າກໍບໍ່ມີ ໄຟຟຶນກະບໍ່ພຽງພໍ ໃຜຊິຍ້າຍໄປ ສະຖານທີ່ກໍແຄບໆ ອັນນີ້ ມັນເປັນເສັ້ນທາງຄົນຍ່າງເນາະ ຕລາດກາງຄືນ ສະຕີທຟູດ ມັນຕິດຣີວິວໄປແລ້ວ ທຸກໆຄົນມີຊື່ສຽງຕ້ອງເຂົ້າມານີ້ ໃຜກໍຢາກມາຂາຍນີ້ໝົດ ເອົາເຫດຜົນວ່າ ມັນບໍ່ຈົບບໍ່ງາມ ມັນມີຫຍັງບໍ່ຈົບບໍ່ງາມ ເສັ້ນນີ້ນ່າມັນງາມສຸດແລ້ວ ຄອບຄົວຈຸງກັນມາຍ່າງ ເຈົ້າເຂົ້າໃຈບໍ່ ເຂົາເຈົ້າບໍ່ມີເງິນໄປຍ່າງຫ້າງ ມານີ້ ມັນມີອັນຖືກ ມັນມີອັນແພງ ມັນມີອັນແຊບ ມັນມີອັນບໍ່ແຊບ ມັນມີ 5,000-10,000 (ກີບ).”

ຂະນະທີ່ ແມ່ຄ້າຂາຍເຄື່ອງຢູ່ຕລາດກາງຄືນສີຫອມ ຜູ້ທີ 2 ກ່າວວ່າ ລາວເອງ ກໍໄດ້ຍິນເຈົ້າໜ້າທີ່ ປະກາດທາງໂທຣະໂຄ່ງວ່າ ໃຫ້ຂາຍເຄື່ອງໃນຄືນວັນທີ 23 ມິນາ 2023 ເປັນຄືນສຸດທ້າຍ ຫາກຄືນວັນທີ 24 ມິນາ 2023 ພົບເຫັນຜູ້ໃດມາຂາຍເຄື່ອງ ຈະເກັບເຄື່ອງທໍາມາຫາກິນທັງໝົດນັ້ນໄວ້ ຍ້ອນຈະຈັດສັນຖນົນໃຫ້ມີປ້າຍຣົຖເມ ຫຼື ຟຸຕບາດ, ແຕ່ໂຕທ່ານເອງ ບໍ່ຢາກໃຫ້ປິດຕລາດກາງຄືນສີຫອມ ບໍ່ວ່າຈະໂຊນໃດກໍຕາມ ເຊັ່ນ: (ໂຊນວັນວານ, ໂຊນສີຫອມ, ໂຊນເຊັ້ນເຕີ້ພ້ອຍ) ເນື່ອງຈາກທຸກເຂດຂອງຕລາດກາງຄືນສີຫອມ ເປັນແລນມາກ ຂອງນະຄອນຫຼວງວຽງຈັນ ເປີເຊັນນັກທ່ອງທ່ຽວຈາກຕ່າງປະເທດ ແລະຕ່າງແຂວງ ມີຈໍານວນຫຼາຍ ຍ້ອນຕລາດກາງຄືນສີຫອມນີ້ ຫາກໍເປັນຕລາດໃໝ່ ທີ່ເຣີ່ມມີຄົນນິຍົມມາຫຼາຍ ເຣີ່ມແຕ່ເດືອນທັນວາ ປີ 2022 ຈຶ່ງມີຫຼາຍຄົນສົນໃຈຢາກມາລອງເບິ່ງຕລາດແຫ່ງນີ້.

ດັ່ງແມ່ຄ້າຂາຍເຄື່ອງ ຢູ່ຕລາດກາງຄືນສີຫອມ ຜູ້ທີ 2 ກ່າວໃນມື້ດຽວກັນນີ້ວ່າ:

“ລາວບອກວ່າ ວັນທີ 23 ໃຫ້ເປັນມື້ສຸດທ້າຍ ແຕ່ວ່າ ວັນທີ 24 ຜູ້ໃດມາ ເພິ່ນຈະເກັບເຄື່ອງທີ່ພວກເຮົາ ໃຊ້ທໍາມາຫາກິນໄວ້ໝົດ ເຣື່ອງຕລາດ ກໍບໍ່ຢາກໃຫ້ຕລາດປິດແຫຼະ ເພາະວ່າ ລູກຄ້າກໍຫຼາຍແລ້ວ ແລະອີກຢ່າງ ນັກທ່ອງທ່ຽວມາ ເຂົາເຈົ້າຈະເຫັນບ່ອນນີ້ ເປັນແລນມາກເລີຍຫັ້ນນ່າ ນັບເປີເຊັນນີ້ ຄື ນັກທ່ອງທ່ຽວນີ້ ຈະຫຼາຍກວ່າຄົນເຮົາອີກ ຊ່ວງນີ້ກໍາລັງນິຍົມ ບໍ່ວ່າ ຈະເປັນນັກທ່ອງທ່ຽວຕ່າງຊາຕ ຫຼືວ່າ ຄົນໃນປະເທດ ເຂົາເຈົ້າກໍມາຫຼາຍ ບາງຄົນກໍມາແຕ່ຕ່າງແຂວງກໍມີ ເພາະວ່າເຂົາເຈົ້າຢາກຮູ້ວ່າ ຂອງເປັນຈັ່ງໃດຫັ້ນນ່າ ແລະກໍາລັງເປັນທີ່ຮູ້ຈັກແດ່.”

ສ່ວນແມ່ຄ້າຂາຍເຄື່ອງ ຢູ່ຕລາດກາງຄືນສີຫອມ ຜູ້ທີ 3 ກ່າວວ່າ ໂຕລາວເອງ ກໍໄດ້ຍິນເຈົ້າໜ້າທີ່ປະກາດທາງໂທຣະໂຄ່ງເຊັ່ນກັນ ວ່າໃຫ້ຂາຍເຄື່ອງ ໃນວັນທີ 23 ມິນາ ເປັນຄືນສຸດທ້າຍ ເນື່ອງຈາກຊາວຄ້າຂາຍເຮັດໃຫ້ຣົຖຕິດ ແຕ່ເມື່ອເບິ່ງຕາມສະພາບໂຕຈິງແລ້ວ ຕລາດກາງຄືນສີຫອມ ມີຣົຖຕິດບ່ອນສີ່ແຍກໄຟແດງບ່ອນດຽວ. ນອກນັ້ນ ພາຍໃນຕລາດ ຈະເປັນທາງຮ່ອມ ຄົນຈະບໍ່ນິຍົມຂັບຣົຖຜ່ານໄປ-ມາ ໃນເວລາກາງຄືນ ແລະຖ້າໂຕເອງເລືອກໄດ້ ກໍຢາກທີ່ຈະຂາຍເຄື່ອງ ຢູ່ຕລາດສີຫອມບ່ອນເກົ່ານີ້ ຍ້ອນເປັນບ່ອນສ້າງອາຊີບໃຫ້ວັຍໜຸ່ມທີ່ວ່າງວຽກ ອີກທັງ ຍັງເປັນບ່ອນທີ່ມີຊາວຕ່າງປະເທດ ບໍ່ວ່າຈະເປັນໄທຍ, ເກົາຫຼີ, ຢູໂຣປ ນິຍົມຖ່າຍຄລິບວິດິໂອ ພາຍໃນຕລາດ ແລະສັມພາດຊາວຄ້າຂາຍ ເພື່ອເຮັດຄອນເທັ້ນລົງຕິກຕ໊ອກ, ເຟສບຸ໊ກ ແລະຢູທູບ ຈົນເຮັດໃຫ້ຕລາດກາງຄືນສີຫອມ ຖືກໂປຣໂມທດ້ານການທ່ອງທ່ຽວ ແບບທີ່ຄົນລາວ ບໍ່ຕ້ອງເສັຍຄ່າໂຄສະນາຈັກກີບ.

ດັ່ງແມ່ຄ້າຂາຍເຄື່ອງ ຢູ່ຕລາດກາງຄືນສີຫອມ ຜູ້ທີ 3 ກ່າວໃນມື້ດຽວກັນນີ້ວ່າ:

“ເຮັດຈັ່ງໃດ ເອື້ອຍຫາກໍໄປຂາຍໄດ້ 2 ອາທິດນຶ່ງ ອັນທຶນ ກໍຍັງບໍ່ທັນໄດ້ຄືນມາຊໍ້າ ແຕ່ຖ້າມັນເລືອກໄດ້ ກໍຢາກຂາຍບ່ອນນີ້ແຫຼະ ເພາະວ່າ ຄົນກໍມາຖ່າຍລົງ ມາຖ່າຍເຮັດຢູທູບເບີ້ ອີ່ຫຍັງຫັ້ນແຫຼະ ມາສັມພາດແມ່ຄ້າ ມະອິຫຍ້ງແບບຊີ້ແຫຼະ ເຂົາເຈົ້າເຮັດແບບຊີ້ເນາະ ເຂົາເຈົ້າໄປເຜີຍແຜ່ທາງຢູທູບ ທາງຕິກຕ໊ອກ ທາງເຟສບອກ ເຟສບຸ໊ກ ມັນກໍເຮັດໃຫ້ຄົນຮູ້ຈັກຫຼາຍຂຶ້ນ ຕ່າງປະເທດກໍຮູ້ຈັກປະເທດເຮົາຫຼາຍຂຶ້ນ ເຂົາເຈົ້າກໍຄືກັບວ່າ ເປັນໂປຣໂມທຫັ້ນແຫຼະ.”

ແມ່ຄ້າຂາຍເຄື່ອງ ຢູ່ຕລາດກາງຄືນສີຫອມ ທັງ 3 ຄົນ ກ່າວຄືກັນວ່າ ຫາກຕລາດກາງຄືນສີຫອມ ຖືກສັ່ງປິດດ່ວນແບບນີ້ ຈະສົ່ງຜົລກະທົບຕໍ່ຊາວຄ້າຂາຍ ກຸ່ມທີ່ຫາກໍເປີດຮ້ານຂາຍເຄື່ອງໄດ້ບໍ່ດົນ ເຊິ່ງຈະເຮັດໃຫ້ເຂົາເຈົ້າບໍ່ໄດ້ທຶນຄືນ ແລະຈະເປັນໜີ້ນອກລະບົບ ຈາກການທີ່ກູ້ຢືມເງິນ ເພື່ອມາລົງທຶນເປີດຮ້ານນໍາອີກ ຍ້ອນຕລາດຖືກສັ່ງປິດດ່ວນ ອີກທັງ ຊາວຄ້າຂາຍ ກຸ່ມທີ່ຂາຍອາຫານສົດ ເປັນຕົ້ນ: ເຄື່ອງທະເລ, ໝາກໄມ້ ແລະເຄັກ ທີ່ຈະຕ້ອງສັ່ງວັດຖຸດິບແບບມື້ຕໍ່ມື້ ຫຼືສັ່ງຈໍານວນຫຼາຍເພື່ອກັກຕຸນ ຈະຂາດທຶນ ເຄື່ອງຂອງເໜົ່າເສັຍ ບໍ່ໄດ້ຂາຍ ຍ້ອນຕລາດຖືກສັ່ງປິດດ່ວນ.

ກ່ຽວກັບເຣື່ອງນີ້ ນັກວິຊາການ ດ້ານເສຖກິຈ-ການຄ້າ ກ່າວວ່າ ຖ້າຫາກຕ້ອງມີການຍຸບເລີກຕລາດກາງຄືນສີຫອມ ມັນຈະເຮັດໃຫ້ນະຄອນຫຼວງວຽງຈັນ ຂາດສະເນ່ ແລະສີສັນ ເນື່ອງຈາກ ຕລາດກາງຄືນສີຫອມ ມີທາງເຊື່ອມໄປຕລາດກາງຄືນແຄມຂອງ ອີກທັງ ໃນຕໍ່ໜ້າ ທາງການລາວ ອາຈຍົກເອົານະຄອນຫຼວງວຽງຈັນ ເປັນເມືອງວັທນະທັມຂອງອາຊ້ຽນ ສີສັນຂອງຕລາດກາງຄືນສີຫອມ ແບບດັ້ງເດີມກໍອາຈຫາຍໄປ ແລະມີຄວາມເປັນໄປໄດ້ ຫາກທາງການລາວ ຈະເຮັດໃຫ້ຕລາດກາງຄືນສີຫອມ ເປັນຈຸດເດັ່ນດ້ານການທ່ອງທ່ຽວ ຂອງນະຄອນຫຼວງວຽງຈັນ ຫາກມີການຈັດລະບົບລະບຽບໃຫ້ຮຽບຮ້ອຍ ເປັນຕົ້ນ: ມີຫ້ອງນໍ້າ, ມີຖັງຖິ້ມຂີ້ເຫຍື້ອໃຫ້ພຽງພໍ ຕໍ່ຈໍານວນນັກທ່ອງທ່ຽວ ແລະມີອາຫານທີ່ຫຼາກຫຼາຍກວ່ານີ້.

ດັ່ງນັກວິຊາການ ດ້ານເສຖກິຈ-ການຄ້າ ກ່າວໃນມື້ດຽວກັນນີ້ວ່າ:
“ສີສັນກໍຊິຫາຍໄປ ເພາະວ່າໂຕນີ້ ມັນກໍເຊື່ອມໃສ່ຕລາດກາງຄືນແຄມຂອງເດ້ ມັນກໍໃກ້ກັນ ມັນກໍເຊື່ອມກັນ ເພາະວ່ານະຄອນຫຼວງວຽງຈັນ ຕໍ່ໜ້າໄປ ເພິ່ນຊິສເນີເປັນເມືອງ ວັທນະທັມອາຊ້ຽນໃດ໋ ໂຕນີ້ ເຂົາກໍຫາກໍເປີດ ຫາໄດ້ຈັກເດືອນນຶ່ງຕິເບາະ ເຂົາກໍາລັງຈັດໃຫ້ເປັນລະບົບລະບຽບ ເຣື່ອງອາຫານກໍຍັງບໍ່ທັນຫຼາກຫຼາຍ ອາຫານກະດາຍສ່ວນໃຫຍ່ ກໍເປັນອາຫານ ແບບເຮັດງ່າຍໆຫັ້ນນ່າ.”

ເຖິງຢ່າງໃດກໍຕາມ ແມ່ຄ້າຂາຍເຄື່ອງຢູ່ຕລາດກາງຄືນສີຫອມ ທັງ 3 ຄົນ ກ່າວມ້ວນທ້າຍຄືກັນວ່າ ຫາກທາງການ ນະຄອນນະຄອນຫຼວງວຽງຈັນ ແລະບໍຣິສັດເອກກະຊົນ ທີ່ສັມປະທານເນື້ອທີ່ບໍຣິເວນຕລາດ ຈະຈັດສັນຕລາດບ່ອນໃໝ່ ໃຫ້ຊາວຄ້າຂາຍ ອອກໄປຂາຍເຄື່ອງ ກໍຕ້ອງການໃຫ້ພາກສ່ວນທີ່ກ່ຽວຂ້ອງ ແຈ້ງການບອກລ່ວງໜ້າ ປະມານ 2 ສັປດາ ຫາ 1 ເດືອນ ເພື່ອໃຫ້ຊາວຄ້າຂາຍມີການວາງແຜນ ຕຣຽມໂຕຍ້າຍໄປບ່ອນໃໝ່ ແລະມີການວາງແຜນຕຣຽມວັດຖຸດິບ ບໍ່ໃຫ້ກັກຕຸນຫຼາຍ ຈົນຂາຍບໍ່ໝົດນັ້ນເອງ.

ນອກຈາກນີ້ ວິທຍຸເອເຊັຽເສຣີ ໄດ້ໂທຕິດຕໍ່ຫາຊາວຄ້າຂາຍ ທັງໝົດ 5 ຄົນ ໃນນັ້ນ ຈໍານວນນຶ່ງ ແມ່ນຈະເປີດຮ້ານຂາຍເຄື່ອງ ຢູ່ຕລາດກາງຄືນສີຫອມ ໃນຄືນວັນທີ 24 ມິນາ 2023 ນີ້ ເນື່ອງຈາກ ພວກເຂົາເຈົ້າໄດ້ຈ່າຍເງິນຄ່າເຊົ່າ, ຄ່າມ້ຽນຂີ້ເຫຍື້ອ, ຄ່າຍູ້ລໍ້ເປັນເດືອນ ໃຫ້ພາກເອກກະຊົນ ທີ່ສັມປະທານເນື້ອທີ່ຕລາດກາງຄືນສີຫອມແລ້ວ ອີກທັງ ຂແນງການຈັດສັນພາກເອກກະຊົນ ປະຈໍາຕລາດ ໃນໂຊນ ທີ່ພວກເຂົາເຈົ້າຂາຍຢູ່ນັ້ນ ແມ່ນບໍ່ໄດ້ມີແຈ້ງການຄັກແນ່ ໃຫ້ຢຸດຂາຍເຄື່ອງແນວໃດຄັກແນ່, ອີກຈໍານວນນຶ່ງ ແມ່ນຕັດສິນໃຈບໍ່ມາຂາຍເຄື່ອງ ຢູ່ຕລາດກາງຄືນສີຫອມ ໃນຄືນວັນທີ 24 ມິນາ 2023 ເນື່ອງຈາກ ກັງວົນໃຈວ່າ ຈະບໍ່ມີລູກຄ້າມາຍ່າງ ແລ້ວເຄື່ອງຂອງທີ່ຈະເອົາມາຂາຍນັ້ນຈະຂາຍບໍ່ໝົດ ພາຍຫຼັງມີຄລິບວິດິໂອ ທີ່ເຈົ້າໜ້າທີ່ປະກາດໂທຣະໂຄ່່ງ ໃຫ້ຊາວຄ້າຂາຍ ຢຸດຂາຍເຄື່ອງຊົ່ວຄາວ ແລະຕຣຽມໂຍກຍ້າຍໄປຂາຍຢູ່ຕາມບ່ອນທີ່ຈັດສັນ.

ສໍາລັບຕລາດກາງຄືນສີຫອມ ຫາກໍເຣີ່ມມີຊື່ສຽງ ປະມານເດືອນທັນວາ 2022 ເນື່ອງຈາກ ພາຍຫຼັງການແຜ່ຣະບາດຂອງໂຄວິດ-19 ເຣີ່ມຫຼຸດຜ່ອນລົງ ແລ້ວຊາວຄ້າຂາຍ ກໍອອກມາຕັ້ງຮ້ານຂາຍເຄື່ອງ ຢູ່ໂຊນວັນວານ ອີກທັງໂຊນວັນວານ ມີວັຍໜຸ່ມຕ່າງປະເທດເຂົ້າມາທ່ອງທ່ຽວຈໍານວນຫຼາຍ ຂະນະທີ່ ກ່ອນໜ້ານີ້ ຕລາດກາງຄືນສີຫອມ ມີຮ້ານຄ້າເປັນຈຸດໜ້ອຍໆ ຢູ່ໂຊນເຊັ້ນເຕີ້ພ້ອຍເທົ່ານັ້ນ, ປັດຈຸບັນ ຕລາດກາງຄືນສີຫອມ ມີຮ້ານຄ້າຈັບຈອງພື້ນທີ່ ເພື່ອຄ້າຂາຍເຄື່ອງປະມານ 300 ຮ້ານ ເປີດໃຫ້ບໍຣິການທຸກມື້ວັນຈັນ-ວັນອາທິດ ຕັ້ງແຕ່ເວລາ ປະມານ 17.00-24.00 ໂມງ, ອີງຕາມຄວາມເວົ້າ ຂອງແມ່ຄ້າຂາຍເຄື່ອງ ຢູ່ຕລາດກາງຄືນສີຫອມ ທັງ 3 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.