ຄົນລາວຫວ່າງງານກວ່າ 63 ພັນຄົນ ຮຽກຮ້ອງ ການຊ່ອຍເຫຼືອ

ຈໍາປາທອງ
2021.03.05
ຄົນລາວຫວ່າງງານກວ່າ 63 ພັນຄົນ ຮຽກຮ້ອງ ການຊ່ອຍເຫຼືອ ກອງປະຊຸມໂຄງການ ຄວາມປອດພັຍ ແລະ ຍຸຕິທັມ ທີ່ຣາຍງານມີຄົນງານລາວ ຫວ່າງງານກວ່າ 63 ພັນຄົນ.
ພາບປະກອບ: ນັກຂ່າວພົລເມືອງ

ປັດຈຸບັນ ຄົນງານລາວຫວ່າງງານ ຫລາຍກວ່າ 63 ພັນຄົນ, ບໍ່ມີຣາຍໄດ້. ໃນນັ້ນຈໍານວນນຶ່ງ ບໍ່ມີປະກັນສັງຄົມ ແລະກໍບໍ່ໄດ້ຮັບ ການຊ່ອຍເຫລືອ ຈາກທາງພາກຣັຖ ຊຶ່ງຄົນຫວ່າງງານ ຫລາຍໆຄົນ ຢາກໃຫ້ທາງການຊ່ອຍເຫລືອ ໃນດ້ານເງິນອຸດໜູນ ແກ່ຜູ້ ຫວ່າງງານ ທີ່ບໍ່ມີປະກັນສັງຄົມນໍາດ້ວຍ ຫ ລືຊ່ອຍໃຫ້ຄົນຫວ່າງງານ ມີວຽກງານເຮັດເພີ່ມຂຶ້ນ ແລະ ກໍຢາກໃຫ້ ໄດ້ເງິນເດືອນທີ່ ເໝາະສົມ, ອີງຕາມຄໍາເວົ້າ ຂອງຄົນຫວ່າງງານຜູ້ນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ມີນາ ນີ້:

“ລາວເຮົານີ້ ຄວາມຊ່ວຍເຫຼືອແມ່ນຫຍັງ ບໍ່ເຄີຍເຈິບໍ່ເຄີຍພໍ້ຈັກເທື່ອ. ຢາກໃຫ້ມີຢູ່ເປັນເງິນອຸດໜູນອັນນັ້ນເຮັດແບບ ຄືຕ່າງປະເທດ ຫັ້ນເນາະ ມີເງິນອຸດໜູນພວກຫວ່າງງານ ມີແຕ່ຢາກໃຫ້ເພິ່ນຊ່ວຍເຫລືອ ບໍ່ໃຫ້ເຮົາຫວ່າງງານແຫລະ ມີວຽກເຮັດງານທໍາ ກະເງິນ ເດືອນມັນໃຫ້ເໝາະສົມ ຕໍ່ຄ່າແຮງງານເຮົາ ຄັນທຽບໃສ່ ລ້ານນຶ່ງລ້ານປາຍ ກະບໍ່ສູງລະ ເພາະເຮົາແຮງານໜັກວຽກ ເຮົາເຮັດວຽກ ກໍ່ສ້າງ.”

ແລະຄົນຫວ່າງງານອີກນາງນຶ່ງກໍເວົ້າວ່າ ທາງພາກຣັຖ ບໍ່ໄດ້ໃຫ້ການຊ່ອຍເຫລືອອັນໃດ ແກ່ຄົນຫວ່າງງານ ທີ່ບໍ່ມີປະກັນສັງຄົມ ແລະໄປສມັກງານໂຮງງານກໍເຕັມ ບາງບໍຣິສັດກໍປິດ:

“ບໍ່ໄດ້ຫຍັງເລີຍ ບໍ່ໄດ້ຮັບຄວາມຊ່ວຍເຫລືອຫຍັງເລີຍ ຣັຖບານວ່ຈະຊ່ວຍເຫລືອຄົນ ທີ່ກັບມາຈາກປະເທດໄທ ຈະໃຫ້ໄດ້ເຮັດງານ ໂຮງງານ ສຸດທ້າຍກະບໍ່ໄດ້ເຮັດ ໄປສມັກກໍມີແຕ່ ເຕັມແລ້ວ ບໍ່ຮັບແລ້ວ ບາງໂຮງງານກໍປິດຊໍ້າ.”

ປັດຈຸບັນ ປະເທດລາວມີແນວໂນ້ມວ່າ ຈະມີຄົນຫວ່າງງານຫລາຍຂຶ້ນປະມານ 20% ຍ້ອນຫລາຍໂຮງງານ ຫລາຍບໍຣິສັດ ແລະ ຫລາຍຫົວໜ່ວຍທຸຣະກິດ ໄດ້ຮັບຜົລກະທົບ ທາງດ້ານ ເສຖກິດໄປໝົດ.

ທ່ານ ບຸນສວນ ໄຊຍະສິດ ຫົວໜ້າຜແນກສົ່ງເສີມການຈັດງານ ກົມພັທນາສີມືແຮງງານ ແລະຈັດຫາງານ ເວົ້າໃນວັນທີ 3 ມິນາ 2021 ນີ້ວ່າ ໃນໄລຍະການແຜ່ຣະບາດຂອງ ໂຄວິດ-19 ຊາວລາວຫວ່າງງານຫລາຍກວ່າ 63 ພັນຄົນ ແລະກໍຍັງມີຄົນງານລາວ ຈາກປະເທດໄທຍ ຫລັ່ງໄຫລຄືນປະເທດ ທັງຖືກຕ້ອງ ແລະບໍ່ຖືກຕ້ອງຕາມກົດໝາຍ ຫລາຍກວ່າ 147 ພັນຄົນ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກະຊວງແຮງງານ ແລະສວັດດິການສັງຄົມ ທ່ານນຶ່ງທີ່ຂໍສງວນຊື່ ແລະຕໍາແໜ່ງ ຕໍ່ວີທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ:

“ເອີ ຄັນສະພາບໂຄວິດ ເປັນແນວນີ້ ມັນກະມີແນວໂນ້ມ ຈະເພີ່ມຂຶ້ນຫັ້ນແລ້ວ ບ່ອນໃດມັນກະທົບໄປໝົດເດ໋ ທາງດ້ານເສຖກິດ.”

ແລະເຈົ້າໜ້າທີ່ກະຊວງແຮງງານ ແລະ ສວັດດິການສັງຄົມອີກທ່ານນຶ່ງ ກໍກ່າວວ່າ ການຫວ່າງງານຂອງຄົນລາວ ກໍເປັນໄປຕາມ ຫົວໜ້າຜແນກສົ່ງເສີມການຈັດງານ ກົມພັທນາສີມື ແຮງງານ ແລະຈັດຫາງານ ທີ່ໄດ້ຣາຍງານຕໍ່ກອງປະຊຸມ.

ຜ່ານມາທາງການກໍມີ ການຊ່ອຍເຫຼືອ ຄົນຫວ່າງງານຢູ່ໃນເບື້ອງຕົ້ນ ຊ່ອຍບໍຣິຈາກສິ່ງຂອງ ອາຫານແຫ້ງໃຫ້ ແລະກໍໃຫ້ຄົນງານ ທີ່ຫວ່າງງານມາ ລົງທະບຽນໄວ້ ເພື່ອຊອກວິທີໃຫ້ຄວາມຊ່ອຍເຫລືອ ດັ່ງທີ່ທ່ານກ່າວວ່າ:

“ຊ່ວງແຮງງານທີ່ຫລັ່ງໄຫລ ກັນເຂົ້າມາແຕ່ໄທ ຫລາຍເນາະ ໂຕນີ້ເຮົາກະລົງເກັບກໍາຂໍ້ມູລ ຕິດຕາມໃຫ້ການຊ່ອຍເຫລືອ ບໍ່ວ່າ ຈະເປັນການບັນເທົາທຸກ ໃຫ້ການຊ່ອຍເຫລືອເບື້ອງຕົ້ນ ເນາະ ໃຫ້ເຄື່ອງອາຫານແຫ້ງອິຫຍັງຕ່າງໆ ຂຶ້ນທະບຽນແຮງງານ ຜູ້ທີ່ຫວ່າງງານແທ້ໆ ແລ້ວມາເບິ່ງກັນວ່າ ຕໍາແໜ່ງງານວ່າງ ເຮົາກະມາສນອງ ໃສ່ຕໍາແໜ່ງວາງງານຫັ້ນ.”

ເຈົ້າໜ້າທີ່ກັມມະບານ ທ່ານນຶ່ງ ກໍກ່າວຕໍ່ວິທຍຸເອເຊັຽເສຣີວ່າ ກະຊວງການຮ່ວມມືດ້ານເສຖກິດ ແລະການພັທນາ ຂອງສະຫະພັນ ເຢັຽຣະມັນ ໄດ້ສນັບສນູນເງິນ ຫລາຍກວ່າ 1,8 ລ້ານ ໂດລາ ສະຫະຣັຖ ໃຫ້ແກ່ອົງການປະກັນສັງຄົມແຫ່ງຊາດ ຜ່ານອົງການ ແຮງງານສາກົລ ເພື່ອໃຫ້ເປັນເງິນອຸດໜູນ ໃນໄລຍະສັ້ນ ແກ່ຜູ້ມີປະກັນຕົນສັງຄົມເທົ່ານັ້ນ ແລະບຸກຄົນ ຫວ່າງງານທີ່ມີປະກັນ ສັງຄົມບໍ່ໄດ້ເງິນເດືອນ ໃນໂຮງງານຕັດຫຍິບ ທີ່ໄດ້ຮັບຜົລກະທົບ ເກືອບ 17 ພັນຄົນນັ້ນ ຈະໄດ້ຮັບເງິນອຸດໜູນ ຈໍານວນ 9 ແສນກີບຕໍ່ຄົນ ຊຶ່ງຈະເລີ່ມແຕ່ ເດືອນ ມີນາ ນີ້ເປັນຕົ້ນໄປ.

ແຕ່ສໍາລັບຜູ້ບໍ່ມີປະກັນສັງຄົມ ກໍຈະບໍ່ໄດ້ເງິນອຸດໜູນນັ້ນ ຊຶ່ງທາງພາກ ຣັຖກໍພຍາຍາມຊຸກຍູ້ ໃຫ້ຄົນລາວມີປະກັນສັງຄົມ ຊຶ່ງບໍ່ແມ່ນ ແຕ່ຈະໄດ້ຮັບການປິ່ນປົວ ສຸຂພາບ ແຕ່ຫາກຍັງ ມີສວັດດິການອື່ນໆ ທີ່ຮອງຮັບນໍາດ້ວຍ.

ນອກຈາກນີ້ ກໍຍັງມີການຝຶກອົບຮົມ ສົ່ງເສີມດ້ານອາຊີບ-ສີມີແຮງງານ ໃນແຕ່ລະແຂວງ ເພື່ອໃຫ້ຄົນຫວ່າງງານມີອາຊີບ ມີວຽກ ງານເຮັດ ແລະມີຣາຍໄດ້. ແຕ່ກໍອາດຍັງບໍ່ທົ່ວເຖິງ.

ເຈົ້າໜ້າທີ່ສູນຈັດຫາງານ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງກ່າວວ່າ ປັດຈຸບັນ ມີຜູ້ຫວ່າງງານພາຍໃນ ມາລົງທະບຽນໄວ້ປະມານ 330 ຄົນ. ຄົນກຸ່ມນີ້ມີປະກັນສັງຄົມ ຊຶ່ງສ່ວນໃຫຍ່ ເປັນຄົນງານຕັດຫຍິບ ແລະ ບໍຣິການການທ່ອງທ່ຽວ ທີ່ໄລຍະໂຄວິດ-19 ຖືກໃຫ້ອອກຈາກງານ ແລະ ກໍຍັງມີຜູ້ຫວ່າງງານ ຫລາຍຄົນ ບໍ່ມາລົງທະບຽນ ຊຶ່ງພວກເຂົາເຈົ້າຈະໄປຊອກ ຫາວຽກເຮັດເອງ ດັ່ງທີ່ທ່ານກ່າວວ່າ:

“ຜູ້ຫວ່າງງານທີ່ເຂົ້າມາລົງ ໃນຣະບົບປະກັນສັງຄົມ ສ່ວນຫລາຍເຂົາຈະມາລົງໃນຣະບົບໂຕນີ ມີທັງໝົດ 337 ຄົນເພື່ອເຂົາຢາກແລ່ນ ເງິນອຸດໜູນປະກັນຫວ່າງງານ ທີ່ຢູ່ພາຍໃນ ປະເທດທີ່ເຂົາເຈົ້າໄດ້ອອກຈາກວຽກ  ຄືແບບໃນຊ່ວງໂຄວິດເນາະ ເຂົາຈະຄັດພະນັກງານ ອອກ ເຣື່ອງນີ້ມີຫລາຍ ແຕ່ເຂົາເຈົ້າບໍ່ໄດ້ມາລົງ ເຂົາເຈົ້າໄປສມັກເອງຊອກເອງ.”

ມາຮອດມື້ນີ້ ທາງການກໍຍັງບໍ່ໄດ້ຊ່ອຍເຫລືອ ກຸ່ມຄົນຫວ່າງງານ ທີ່ບໍ່ມີປະກັນສັງຄົມ. ແຕ່ຜ່ານມາໃນໄລຍະໂຄວິດ-19 ຣະບາດ ປີ 2020 ພາກຣັຖກໍມີນະໂຍບາຍ ຈ່າຍເງິນຊ່ອຍເຫຼືອ ຜູ້ຫວ່າງງານ ສໍາລັບຜູ້ມີປະກັນສັງຄົມ ໃນໄລຍະສັ້ນ.

ພ້ອມດຽວກັນ ກໍຊ່ອຍເຫລືອກຸ່ມນັກທຸຣະກິດ ໃນດ້ານການຫລຸດຜ່ອນ ພາສີອາກອນ 3 ເດືອນ, ມີການຫລຸດຜ່ອນການຈ່າຍຄ່າເຊົ່າ ທີ່ຢູ່ອາສັຍ ຫ້ອງພັກ ໂດຍແມ່ນເຈົ້າຂອງກິຈການ ມີສ່ວນຮ່ວມໃນການຊ່ວຍເຫລືອນໍາດ້ວຍ.

ເມື່ອເດືອນມິຖຸນາ 2020 ໃນໄລຍະໂຄວິດ-19 ຣະບາດ, ອີງຕາມການຣາຍງານ ຂອງອົງ ການອາຫານ ແລະການກະເສດ ຂອງ ສະຫະປະຊາຊາດ ຫລື FAO, ປະເທດລາວ ມີຄົນຫວ່າງງານປະມານ 350 ພັນຄົນ. ໃນນັ້ນມາຈາກປະເທດໄທ ປະມານ 200 ພັນຄົນ, ຂແນງທ່ອງທ່ຽວພາຍໃນ 50 ພັນຄົນ ແລະຢູ່ຕາມໂຮງງານ ປະມານ 100 ພັນຄົນ. ປັດຈຸ ບັນຖືວ່າ ຄົນຫວ່າງງານຢູ່ລາວ ເພີ່ມຂຶ້ນຫລາຍ ແລະມີແນວໂນ້ມ ຈະເພີ່ມຂຶ້ນອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.