ທຸຣະກິຈກາງແລະນ້ອຍ ມີບັນຫາ ເງິນກູ້

ສຸພັດຕາ
2020.11.03
F-SME ຮ້ານອາຫານ, ຮ້ານກິນດື່ມ, ຮ້ານຂາຍຂອງ, ຮ້ານຕັດຜົມ, ຮ້ານເສິມສວຍ ກໍາລັງຕ້ອງການ ຄວາມຊ່ອຍເຫຼືອດ້ານການເງິນ ໂຕຢ່າງຄື: ເງິນກູ້ດອກເບັ້ຽຕໍ່າ ເພື່ອໃຫ້ກິຈການ ດໍາເນີນໄປໄດ້ຄ່ອງໂຕ
ນັກຂ່າວພົລເມືອງ

ຜ່ານມາ ຣັຖບານໄດ້ເປີດຊ່ອງທາງ ກອງທຶນສົ່ງເສີມທຸຣະກິຈ ຂນາດກາງແລະຂນາດນ້ອຍ ຫຼື SME ໃນວົງເງິນ 200 ຕື້ກີບ ໂດຍຜ່ານ ທະນາຄານ ພັທນາລາວ, ທະນາຄານ ລາວ-ວຽດ, ທະນາຄານ ສາຄອມ ແບ້ງ ແລະ ທະນາຄານ ຣູຣານ ເພື່ອໃຫ້ທຸຣະກິຈ ຂນາດກາງ ແລະຂນາດນ້ອຍ ສາມາດເຂົ້າເຖິງແຫຼ່ງເງິນທຶນໄດ້.

ຊື່ງໃນປັດຈຸບັນ ຣັຖບານໄດ້ປ່ອຍເງິນກູ້ພຽງແຕ່ 80 ຕື້ກີບເທົ່ານັ້ນ ຍັງບໍ່ຄົບຕາມວົງເງິນ 200 ຕື້ກີບ ຍ້ອນວ່າ ຜູ້ປະກອບ ການທຸຣະກິຈ ຂນາດກາງ ແລະຂນາດນ້ອຍຫຼາຍຄົນ ມີຄວາມຫຍຸ້ງຍາກ ໃນການເຂົ້າ ເຖິງການກູ້ຢືມເງິນ ຈາກທະນາຄານ ເພື່ອມາລົງທຶນ ໃນທຸຣະກິຈ SME ຂອງຕົນ ເພາະສ່ວນໃຫຍ່ ຍັງບໍ່ເຄີຍເຮັດທຸຣະກິຈ ແລະ ບໍ່ມີໃບດໍາເນີນທຸຣະກິຈ ເຖິງແມ່ນວ່າ ຈະມີໃບຕາດິນໄປ ຄໍ້າປະກັນກໍຕາມ ທາງທະນາຄານ ກໍບໍ່ອະນຸຍາດ ໃຫ້ກູ້ຢືມເງິນໄດ້ ຈຶ່ງເຮັດໃຫ້ຫຼາຍຄົນ ບໍ່ຜ່ານການພິຈາຣະນາ, ອີງຕາມຄວາມເວົ້າ ຂອງຜູ້ປະກອບການ ທຸຣະກິຈ ຂນາດນ້ອຍ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 3 ພຶສຈິກາ ນີ້:

“ແມ່ນ ບາງທະນາຄານນີ້ມັນຍາກ ເອົາໃບຕາດິນໄປຈໍາ 4-5 ຕອນ ເຂົາຍັງບໍ່ໃຫ້ ຊິເອົາ 50 ລ້ານ ເຂົາຍັງບໍ່ໃຫ້ ກະບໍ່ໄດ້ ຄັນບໍ່ມີໃບ ດໍາເນີນ ທຸຣະກິຈ ມັນຕ້ອງໄດ້ລົງ ທະບຽນກ່ອນ ມັນຕ້ອງໄດ້ສ້າງກ່ອນ ເຂົາກະເບິ່ງຣາຍຮັບ ກ່ອນຫັ້ນແຫຼະ ມັນສົມດຸນກັນບໍ່ ຫຼາຍ ບໍ່ມີໃບດໍາເນີນ ທຸຣະກິຈ ກະບໍ່ໄດ້.”

ຜູ້ປະກອບການທຸຣະກິຈ ຂນາດນ້ອຍ ອີກທ່ານນຶ່ງ ເວົ້າວ່າ ຄົນທີ່ໄປແລ່ນເອກກະສານ ເຣື່ອງກູ້ຢືມເງິນທະນາຄານ ກໍຕ້ອງການທຶນ ມາເຮັດທຸກິຈ ຂອງຕົນເອງທັ້ງນັ້ນ ສ່ວນນຶ່ງກໍບໍ່ໄດ້ຮັບ ການອະນຸມັດ ຍ້ອນ ບໍ່ມີທຸຣະກິຈຄົງທີ່ ແລະອີກທັງ ຍັງມີຄວາມຫຍຸ້ງຍາກ ໃນການປະກອບເອກກະສານ ຕ່າງໆນໍາ ຈຶ່ງເຮັດໃຫ້ບໍ່ຜ່ານການພິຈາຣະນາ ຫຼາຍຄົນ ກໍຕັດສິນໃຈ ບໍ່ດໍາເນີນເຣື່ອງ ກູ້ຢືມເງິນນີ້ຕໍ່:

“ທີ່ເຄີຍເຂົ້າມາຢືມ ກູ້ຢືມແມ່ນຫຍັງມາຫັ່ນເດ້ ກະຫຍຸ້ງຍາກເຣື່ອງເອກກະສານ ນັ້ນແດ່ລ່ະ ທຸຣະກິຈບໍ່ຄົງທີ່ ເຂົາກະບໍ່ອະນຸຍາດໃຫ້ ບາງເທື່ອກະຫຼັກຊັບ ຄໍ້າປະກັນແຫຼະ ຢາກຫັ່ນນ່າ ກະເລີຍບໍ່ຢາກກູ້ຢືມ.”

ຂນະທີ່ ເຈົ້າໜ້າທີ່ ທະນາຄານພັທນາລາວ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງກ່າວວ່າ ເງື່ອນໄຂໃນການກູ້ຢືມເງິນ ເພື່ອສົ່ງເສີມທຸຣະກິຈ SME ນັ້ນ ຜູ້ກູ້ຢືມຕ້ອງເຮັດ ທຸຣະກິຈມາກ່ອນ ແລະຕ້ອງມີໃບດໍາເນີນ ທຸຣະກິຈ ເພື່ອໃຫ້ທາງທະນາຄານ ກວດສອບ ຣາຍຮັບ-ຣາຍຈ່າຍ ວ່າຈະສາມາດກູ້ຢືມໄດ້ຫຼືບໍ່ ແລະຕ້ອງມີຫຼັກຊັບ ໃນການຄໍ້າປະກັນນໍາ ເປັນຕົ້ນ ໃບຕາດິນຂອບຄຳ:

“ຕ້ອງເຮັດທຸຣະກິຈ ມາກ່ອນ ຕ້ອງມີໃບທະບຽນອິຫຍັງຫັ່ນນ່າ ມີຣາຍຮັບຣາຍຈ່າຍ ແລະກະຢືມເງິນເທົ່າໃດ ເພິ່ນກະມາໄລ່ລຽງກັນ ວ່າມັນ ເຫຼືອເທົ່າໃດ ມັນຈະພໍມາກຸ້ມ ກຸຸ້ມທຶນທີ່ວ່າຈະເອົາ ຈະມາຢືມເງິນ ເຮົາຈະມີຄວາມສາມາດ ຊໍາລະຕົ້ນ ຊໍາຣະດອກ ແບບໃດ ຈັ່ງຊີ້ນ່າ ຕາມທີ່ວ່າເພິ່ນຣະບຸໄວ້ ຄົບເງື່ອນໄຂ ເພິ່ນກໍໃຫ້ເອກກະສານໄປປະກອບ.”

ທາງດ້ານ ເຈົ້າໜ້າທີ່ທະນາຄານ ຣູຣານ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກໍເວົ້າຄືກັນວ່າ ຜູ້ກູ້ຢືມເງິນ ເພື່ອດໍາເນີນທຸຣະກິຈ SME ຈະຕ້ອງເຄີຍເຮັດ ທຸຣະກິຈ ມາກ່ອນ ແລະຕ້ອງມີໃບດໍາເນີນ ທຸຣະກິຈ ຕາມເງື່ອນໄຂ ເພື່ອໃຫ້ທາງທະນາຄານ ກວດສອບຣາຍຮັບ -ຣາຍຈ່າຍ ວ່າຈະກູ້ຢືມໃນວົງເງິນ ຕາມທີ່ຂໍນັ້ນໄດ້ຫຼືບໍ່ ແຕ່ຖ້າຫາກບໍ່ມີ ກໍບໍ່ສາມາດກູ້ຢືມໄດ້, ດັ່ງທ່ານກ່າວວ່າ:

“ຖ້າວ່າລູກຄ້າ ຍັງບໍ່ທັນໄດ້ດໍາເນີນທຸຣະກິຈມາເທື່ອເນາະ ກະຈະນໍາໄປກູ້ ນາມບຸກຄົນເອົາ ສໍາລັບເງື່ອນໄຂເບື້ອງຕົ້ນເນາະ ລູກຄ້າອາຈເປັນ ພະນັກງານບໍ ຫຼືວ່າຄ້າຂາຍ ໃນກໍຣະນີທີ່ວ່າລູກຄ້າເປັນພະນັກງານ ບໍຣິສັດ ຈະຂໍເປັນສະເຕສເມັ້ນ ຈະເປັນໃບຕາດິນ ຂອບທອງ ຖ້າວ່າ ລູກຄ້າ ຢູ່ນະຄອນຫຼວງ ກະຕ້ອງຂຶ້ນກັບ ຢູ່ນະຄອນຫຼວງ.”

ອີງຕາມຄໍາເວົ້າຂອງ ທ່ານ ສົມຈິດ ອິນທະມິດ ຮອງຣັຖມົນຕຣີ ກະຊວງອຸດສະຫະກັມ ແລະການຄ້າ ໃນວັນທີ່ 28 ຕຸລາຜ່ານມາ ທ່ານໄດ້ ຕອບຄໍາຊັກຖາມ ຂອງສະມາຊິກ ສະພາແຫ່ງຊາດ ໃນປະເດັນຄວາມ ຫຍຸ້ງຍາກ ໃນການເຂົ້າເຖິງແຫຼ່ງທຶນ ສົ່ງເສີມ SME ວົົງເງິນ 200 ຕື້ກີບ ໃນກອງປະຊຸມ ສມັຍສາມັນເທື່ອທີ່ 10 ຂອງສະພາ ແຫ່ງຊາດ ຊຸດທີ່ 8 ວ່າ ກອງທຶນສົ່ງເສີມ SME ຈະອະນຸມັດໄດ້ ກໍຕໍ່ເມື່ອເຂົ້າ ເງື່ອນໄຂ ຕາມທີ່ກໍານົດເທົ່ານັ້ນ, ດັ່ງທ່ານກ່າວ ຕອນນຶ່ງວ່າ:

“ທີ່ຈະເຂົ້າເຖິງແຫຼ່ງທຶນນີ້ໄດ້ ມັນມີ 5-6 ເງື່ອນໄຂ ເປັນຫົວໜ່ວຍທີ່ມີແຜນການ ດໍາເນີນທຸຣະກິຈ ຢ່າງຊັດເຈນ ໄດ້ຮັບການຝຶກອົບຮົມ ໂດຍສະເພາະ ຮູ້ຈັກວຽກບັນຊີ-ການເງິນ ຮູ້ຈັກການວາງແຜນທຸຣະກິຈ ໃນສ່ວນ ດ່ັງກ່າວນີ້ກະເປັນພື້ນຖານ ໃຫ້ແກ່ຜູ້ໄປກູ້ຢືມ ສາມາດ ນໍາເອົາເງິນໂຕນັ້ນ ໃຫ້ເກີດດອກອອກຜົນ ແລະສາມາດຊົດໃຊ້ຄືນໄດ້.”

ທ່ານກ່າວຕື່ມວ່າ ນັກທຸຣະກິຈ ຢູ່ບັນດາແຂວງຕ່າງໆ ທີ່ຍັງເຂົ້າບໍ່ເຖິງກອງທຶນສົ່ງເສີມ SME ເທື່ອນັ້ນ ຂໍໃຫ້ພວກທ່ານພຍາຍາມ ເຂົ້າເຖິງ ບັນດາທະນາຄານ ທັງ 4 ທະນາຄານ ຄື: ທະນາຄານ ພັທນາລາວ, ທະນາຄານ ລາວ-ວຽດ, ທະນາຄານ ສາຄອມແບ້ງ ແລະທະນາຄານ ຣູຣານ ໂດຍໃຫ້ເຂົ້າໄປປຶກສາຫາຣື ກັບເຈົ້າໜ້າທີ່ ສິນເຊື່ອ ຂອງ ທະນາຄານໄດ້ ແລະຂໍຢືນຢັນວ່າ ການເຂົ້າເຖິງແຫຼ່ງທຶນນີ້ ບໍ່ມີຄວາມ ຫຍຸ້ງຍາກ ພຽງແຕ່ເຮັດຕາມເງື່ອນໄຂໃຫ້ຖືກຕ້ອງ ແລ້ວຍື່ນຄໍາຮ້ອງ ໄປຫາທະນາຄານທຸຣະກິຈ ໃນແຂວງຂອງຕົນ ໂດຍບໍ່ຕ້ອງຜ່ານສະພາ ການຄ້າ ຫຼືຜແນກອຸດສາຫະກັມ ແລະການຄ້າແຂວງ ໃດໆທັ້ງສີ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.