ຂ່າວ ນຶ່ງແລວນຶ່ງເສັ້ນທາງ ຢູ່ ອາຊຽນ ຖືກຄວບຄຸມ

ໄຊຍາ
2019-06-03
ອີແມວລ໌
ຄໍາເຫັນ
Share
ພິມ
ອົງການ ຂ່າວສາກົນ INTERNEWS ໄດ້ຈັດກອງປະຊຸມ “ສື່ມວນຊົນກັບການຣາຍງານ ຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ທີ່ເກີດຈາກ ນະໂຍບາຍ ນຶ່ງແລວນຶ່ງເສັ້ນ ທາງ ຂອງຈີນ” ຂຶ້ນຢູ່ນະຄອນຢາງກຸ້ງ ປະເທດພະມ້າ ໃນມື້ວັນທີ 28 ແລະ 29 ພຶສພາ 2019
ອົງການ ຂ່າວສາກົນ INTERNEWS ໄດ້ຈັດກອງປະຊຸມ “ສື່ມວນຊົນກັບການຣາຍງານ ຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ທີ່ເກີດຈາກ ນະໂຍບາຍ ນຶ່ງແລວນຶ່ງເສັ້ນ ທາງ ຂອງຈີນ” ຂຶ້ນຢູ່ນະຄອນຢາງກຸ້ງ ປະເທດພະມ້າ ໃນມື້ວັນທີ 28 ແລະ 29 ພຶສພາ 2019
RFA/PN

ອົງການຂ່າວສາກົນ Internews ໄດ້ຈັດກອງປະຊຸມ ກ່ຽວກັບ “ສື່ມວນຊົນກັບການຣາຍງານຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມ ທີ່ ເກີດຈາກນະໂຍບາຍ ນຶ່ງແລວນຶ່ງເສັ້ນທາງຂອງຈີນ ຂຶ້ນຢູ່ ນະຄອນຢhາງກຸ້ງ ປະເທດພະມ້າ ໃນວັນທີ 28 ແລະ 29 ພຶສພາ 2019 ນີ້, ໂດຍມີນັກຂ່າວຈາກ ປະເທດສະມາຊິກອາຊຽນ, ຈາກອາເມຣິກາໃຕ້, ອາຟຣິກາ ແລະ ຈີນເຂົ້າຮ່ວມ.

ຈີນລົງທຶນເພີ່ມຂຶ້ນແບບໜ້າກັງວົນ ຢູ່ຫຼາຍປະເທດໃນໂລກ ເປັນຕົ້ນໃນກຸ່ມອາຊຽນ ຊຶ່ງ ສປປລາວ ກໍ່ເປັນເປົ້າໝາຍການລົງທຶນຂອງຈີນ ດັ່ງໂຄງການທາງຣົດໄຟ ລາວ-ຈີນ, ການສ້າງເຂື່ອນໄຟຟ້າ, ເຂດເສຖກິດພິເສດ ແລະ ການປູກກ້ວຍ ທີ່ໃຊ້ສານເຄມີແບບຊະຊາຍ ຊຶ່ງສົ່ງ ຜົນກະທົບ ຢ່າງຮ້າຍແຮງ ຕໍ່ສິ່ງແວດລ້ອມ ແລະ ປະຊາຊົນ ໂດຍທີ່ສື່ມວນຊົນໃນລາວ ຍັງຖືກຣັຖບານຄວບຄຸມ ບໍ່ໃຫ້ຣາຍງານຂ່າວ ໃຫ້ ປະຊາຊົນໄດ້ຮູ້.

ໃນກອງປະຊຸມຄັ້ງນີ້ ສື່ມວນຊົນລາວ ທ່ານນຶ່ງກ່າວວ່າ “ສື່ມວນຊົນໃນລາວ ຍັງບໍ່ສາມາດທີ່ຈະຣາຍງານຂ່າວ ໄດ້ຢ່າງເສຣີກ່ຽວກັບຜົນກະທົບ ຈາກໂຄງການລົງທຶນ ຂອງຈີນຫາກບໍ່ໄດ້ຮັບອະນຸຍາດ ຈາກທາງການລາວ ຕົວຢ່າງຜົນກະທົບເຣຶ່ອງທີ່ດິນ ແລະ ການໂຍກຍ້າຍອອກຈາກ ໂຄງການທາງຣົດໄຟ ລາວ-ຈີນ, ຈາກເຂດເສຖກິດພິເສດ, ເຂື່ອນໄຟຟ້າ ຂນະທີ່ປະຊາຊົນຫຼາຍ ພັນຄົນສູນເສັຍ ທີ່ດິນທໍາກິນ, ບໍ່ສາມາດ ຜລິດກະສິກັມ ໄດ້ຄືແຕ່ເກົ່າ, ວິຖີຊີວິດ ການເປັນຢູ່ ເກີດການປ່ຽນແປງໄປໃນລັກສນະ ທີ່ບໍ່ມີຄວາມຍັ້ງຍືນ.

ແລະ ທ່ານ Vi Tran Long ນັກຂ່າວຈາກ ວາລະສານ Luat Khoa ຂອງວຽດນາມ ກໍ່ເວົ້າວ່າ ໂທຣະທັດ ແລະ ໜັງສືພິມ ຊຶ່ງເປັນສື່ຫຼັກ ຂອງປະເທດ ບໍ່ໄດ້ຣາຍງານຂ່າວກ່ຽວກັບຜົລປະໂຫຍດ ແລະຜົລກະທົບຂອງໂຄງການ ນຶ່ງແລວນຶ່ງເສັ້ນທາງຂອງຈີນ ຂນະທີ່ ສື່ອອນລາຍ ແລະ ສື່ທ້ອງຖິ່ນ ໃຫ້ຄວາມສົນໃຈ ແຕ່ຖືກຈໍາກັດຂໍ້ມູນ ດັ່ງທີ່ທ່ານກ່າວວ່າ:

"ສື່ຫລັກຂອງວຽດນາມ ບໍ່ເວົ້າກ່ຽວກັບຜົນປະໂຫຍດ ຂອງປະຊາຊົນ ແຕ່ຂ້ອຍກະເຫັນວ່າ ສື່ສັງຄົມອອນລາຍ ຂອງວຽດນາມສ່ວນຫຼາຍ ແມ່ນໄດ້ນໍາສເນີວ່າ ຄົນວຽດນາມສ່ວນຫລາຍ ມີບັນຫາກັບ ໂຄງການ ນຶ່ງແລວນຶ່ງເສັ້ນທາງ ຂອງຈີນນັ້ນ."

ສ່ວນທ່ານ Sun Sokhen ນັກຂ່າວຈາກ ສຽງປະຊາທິປະຕັຍ ຂອງກັມພູຊາ ເວົ້າວ່າ ຄົນກັມພູຊາສ່ວນຫຼາຍ ໄດ້ຮັບຂໍ້ມູນຂ່າວສານ ຈາກສື່ມວນຊົນເອກກະຣາດ ເຊັ່ນວິທຍຸເອເຊັຍເສຣີ, ສຽງ ອາເມຣິກາ ແລະສື່ອື່ນໆ ທີ່ບໍ່ແມ່ນສື່ຫຼັກ ຊຶ່ງຖືກຄວບຄຸມຈາກຣັຖບານ:

ສື່ຫລັກໃນກໍາພູຊາ ບໍ່ສາມາດ ຣາຍງານເຣຶ່ອງຜົນກະທົບຕໍ່ຊາວບ້ານ ແຕ່ສື່ທີ່ເປັນເອກກະຣາດ ເຊັ່ນວິທຍຸເອເຊັຍເສຣີ ແລະ ສຽງອາເມຣິກາ ສາມາດສເນີໄດ້ ເພື່ອໃຫ້ປະຊາຊົນ ຮັບຮູ້ຂໍ້ມູນຂ່າວສານ.

ແລະ ຍານາງ Vicky Bowman ຫົວໜ້າສູນຮັບຜິດຊອບ ທຸຣະກິດ ພະມ້າ MCBB ກໍໄດ້ກ່າວຕອນນຶ່ງວ່າ, ໃນເມື່ອສື່ຫຼັກໃນພະມ້າ ຖືກ ຄວບຄຸມຈາກຣັຖບານ ພາກປະຊາຊົນຕ້ອງໃຊ້ສື່ອອນລາຍ ເພື່ອເປັນຫູເປັນຕາ, ກວດກາແທນສື່ຫຼັກ ເພື່ອບໍ່ໃຫ້ເກີດການ ສໍ້ຣາດບັງຫຼວງ ດັ່ງທີ່ຍານາງກ່າວວ່າ:

"ໃນເມື່ຶອສື່ກະແສຫລັກ ບໍ່ສາມາດຣາຍງານໄດ້ ສື່ສັງຄົມອອກລາຍ ແລະນັກເຄື່ອນໄຫວ ກໍມີບົດບາດ ໃນການຕໍ່ສູ້ກັບການສໍ້ຣາດບັງຫລວງ ເພື່ອໃຫ້ເກີດການລົງທຶນທີ່ດີ ຊຶ່ງຣັຖບານ ຄວນຈະເຮັດ."

ຍານາງ ຍົກຕົວຢ່າງ ການຣາຍງານຂ່າວ ກ່ຽວກັບໂຄງການລົງທຶນຂອງຈີນ ທີ່ຜົລກະທົບໃສ່ສິ່ງແວດລ້ອມແລະສັງຄົມ, ປະຊາຊົນສູນເສັຽ ທີ່ດິນ ແລະຖືກໃຫ້ໂຍກຍ້າຍ ອອກຈາກພື້ນທີ່ຂອງຕົນ ໂດຍບໍ່ໄດ້ຮັບຄ່າຊົດເຊີຍ ແບບສົມເຫດສົມຜົນ ຕົວຢ່າງໂຄງການເຂດເສຖກິດ ຊາຍແດນ ແລະໂຄງການກໍ່ສ້າງ ເຂື່ອນໄຟຟ້າໃຫຍ່ Myitsone ເປັນຕົ້ນ.

ເຕັມຫນ້າ