ການແຈ້ງຊັບສິນຣັຖກອນ ຄືບໜ້າ

ສິດນີ
2017.01.31
f-corrupt ການແຈ້ງຊັພສິນ ຂອງພະນັກງານ-ຣັຖກອນ ເກືອບສຳເຣັດຮອດ 100 ເປີເຊັນ ແລ້ວ
RFA/LX

ເຈົ້າຫນ້າທີ່ ທາງການລາວ ຜູ້ບໍ່ປະສົງ ອອກຊື່ແລະສຽງ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ເມື່ອບໍ່ດົນ ມານີ້ວ່າ ການແຈ້ງຊັພສິນ ຂອງ ພະນັກງານ ຣັຖກອນ ຊັ້ນຜູ້ນ້ອຍ ໄປຮອດຂັ້ນ ອະທິບໍດີ ກົມ (ຫົວໜ້າກົມ) ສຳເຣັດໄປແລ້ວ ກວ່າ 90 ສ່ວນຮ້ອຍ ໃນທົ່ວ ປະເທສ ພາຍຫຼັງທີ່ ເຣີ້ມດຳເນີນການ ມາຕັ້ງແຕ່ ກາງປີ 2014. ທ່ານເວົ້າວ່າ:

"ດຽວນີ້ພວກທ່ານ ເຮັດສຳເຣັດ ແລ້ວ 90 ປາຍ ເປີເຊັນ ຍັງຈຳນວນນຶ່ງ ທີ່ຍັງ ບໍ່ທັນແລ້ວ. ພວກທ່ານ ກຳລັງຄົ້ນຄວ້າ ຢູ່ວ່າຊິເຮັດ ແນວໃດຕໍ່ໄປ ຈະຖອດຖອນ ບົດຮຽນ ກ່ອນວ່າ ຜ່ານມາພວກທ່ານ ເຮັດຫຍັງໄດ້ແດ່ ແລະ ເຮັດຫຍັງ ບໍ່ໄດ້ແດ່? ມັນກະທົບ ຫຍັງແດ່ ແລະອັນໃດແດ່ ທີ່ຍັງມີ ຊ່ອງຫວ່າງຢູ່".

ທ່ານກ່າວຕື່ມວ່າ ການດຳເນີນ ການແຈ້ງຊັພສິນນີ້ ແມ່ນນຶ່ງ ໃນມາຕການ ຕ້ານການສໍ້ຣາສ ບັງຫຼວງ ແລະ ຄວາມໂປ່ງໃສ ທີ່ຣັຖບານ ໄດ້ກຳນົດໄວ້ ໃນດຳຣັຖ ມາແຕ່ປີ 2013, ແຕ່ບໍ່ສາມາດ ເປີດເຜີຍຂໍ້ມູນ ໃຫ້ ສາທາຣະນະຊົນ ຮັບຮູ້ ໄດ້ວ່າ ຜູ້ໃດມີ ຊັພສິນໜ້ອຍຫຼາຍ ພຽງໃດ ຄືດັ່ງທີ່ ຫຼາຍປະເທສ ໄດ້ດຳເນີນກັນ. ມີພຽງແຕ່ ຈະກວດສອບ ບຸກຄົນໃດ ຖ້າຫາກ ມີຫາງສຽງ ຫຼື ມີພຶດຕິກັມ ທີ່ເຊື່ອວ່າ ກ່ຽວ ພັນກັບ ການສໍ້ຣາສ ບັງຫຼວງ ຈຶ່ງຈະນຳ ເອກກະສານ ການແຈ້ງ ຊັພສິນ ມາກວດສອບ ໃຫ້ ຄັກແນ່.

ໃນຂນະດຽວກັນ, ຜູ້ສື່ຂ່າວ ເອເຊັຽເສຣີ ກໍ່ໄດ້ຖາມ ປະຊາຊົນລາວ ຈຳນວນນຶ່ງວ່າ ມາຕການ ແຈ້ງຊັພສິນ ພະນັກງານຣັຖກອນ ນີ້ຈະ ສາມາດ ຫຼຸດຜ່ອນ ການສໍ້ຣາສ ບັງຫຼວງ ໃນລາວ ໄດ້ບໍ່ ແລະ ເຮັດໃຫ້ ຄວາມໂປ່ງໃສ ດີຂຶ້ນບໍ່. ປັນຍາຊົນລາວ ທ່ານນຶ່ງ ເວົ້າວ່າ:

"ກະອາຈຊິໄດ້ຢູ່ ແຕ່ວ່າມັນຫາກ ບໍ່ໄດ້ຜົລເທົ່າທີ່ຄວນ ມັນບໍ່ມີຝ່າຍ ກວດສອບ ມັນຊິໄປໂປ່ງໃສ ໄດ້ແນວໃດ, ເຈົ້າເຮັດກົດໝາຍ ອອກມາປ້ອງກັນ ເຈົ້າຢູ່ຕລອດ ມັນບໍ່ມີ ຝ່າຍຄ້ານ. ພວກກວດສອບ ມັນຈະຕ້ອງ ຄົນລະຝ່າຍກັນ ມັນຈັ່ງມີສິດ ກວດສອບ ໄດ້, ຄົນຝ່າຍດຽວກັນ ມັນຊິໄປກວດສອບ ກັນໄດ້ແນວໃດ".

ທ່ານກ່າວເພີ້ມວ່າ ເຖິງຈະບໍ່ມີ ຝ່າຍຄ້ານ, ແຕ່ຖ້າຫາກ ຣັຖບານ ຕັ້ງໃຈເຮັດແທ້ໆ ກໍ່ອາຈໂປ່ງໃສ ແຕ່ຕ້ອງໄດ້ຮັບ ການຮ່ວມມື ຈາກ ທຸກພາກສ່ວນ, ໂດຍສະເພາະ ພາກ ປະຊາສັງຄົມ:

"ໄດ້ ຖ້າວ່າຕັ້ງໃຈ ປະຕິບັດແທ້ໆ, ມີການຮ່ວມມືກັນ ຮອບດ້ານ ທຸກຂແນງການ ພາກັນກວດສອບ, ປ່ອຍໃຫ້ ເອກກະຊົນ ມີສ່ວນຮ່ວມ ໃນການ ກວດສອບອີກ ບໍ່ແມ່ນແຕ່ ຣັຖກວດສອບ ຜູ້ດຽວ".

ການດຳເນີນການ ແຈ້ງຊັພສິນຂອງ ພະນັກງານຣັຖກອນ ແມ່ນປະຕິບັດ ຕາມດຳຣັຖ ຂອງນາຍົກ ຣັຖມົນຕຼີ ເລກທີ 159/ລບ ລົງວັນທີ 04 ມິຖຸນາ 2013 ເພື່ອໃຫ້ ພະນັກງານ ຣັຖກອນ ຕາມກະຊວງ ແລະ ອົງການ ຈັດຕັ້ງຣັຖ ຂັ້ນສູນກາງ ແລະ ຂັ້ນ ທ້ອງຖິ່ນ ຫຼື ຂັ້ນແຂວງ ແຈ້ງຊັພສິນ ຂອງຕົນ ໃຫ້ທາງການຮູ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.