ມາຮອດປັດຈຸບັນ ການຊື້ປີ້ໂດຍສານຣົຖໄຟ ລາວ-ຈີນ ຢູ່ຕາມສະຖານີຣົຖໄຟຫລາຍແຫ່ງ ຍັງມີຄວາມຫຍຸ້ງຍາກຫລາຍ ແລະຂາດສິ່ງອຳນວຍຄວາມສະດວກ ແກ່ຜູ້ມາລໍຖ້າໃຊ້ບໍຣິການອີກຫລາຍດ້ານ ເປັນຕົ້ນຜູ້ໂດຍສານຍັງຕ້ອງລຽນແຖວລໍຖ້າຊື້ປີ້ ເນື່ອງຈາກຍັງບໍ່ມີການຂາຍປີ້ຣົຖໄຟ ຜ່ານທາງລະບົບອ໋ອນລາຍນ໌ ແລະ ຢູ່ຕາມສະຖານີຣົຖໄຟຫລາຍແຫ່ງ ກໍຍັງບໍ່ທັນມີຫ້ອງນໍ້າ ສຳລັບຜູ້ໂດຍສານເທື່ອ ເຮັດໃຫ້ຍັງເກີດຫາງສຽງວິພາກ ວິຈານຢູ່ຫລາຍ.
ດັ່ງຊາວລາວ ນາງນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 22 ກຸມພາ ນີ້ວ່າ:
“ມັນຄືເກົ່າ ການສ້າງທາງຣົຖໄຟ ມາທັນສມັຍນ່າ ລະດັບໂລກແລ້ວ ແຕ່ລະບົບການຈອງປີ້ນ່າ ຍັງຫລ້າສມັຍ ອອ໋ນລາຍນ໌ບໍ່ມີ ຕົວແທນບໍ່ມີ ຕ້ອງໄປຊື້ສະຖານີເທົ່ານັ້ນ ສະຖານີກັບໃນເມືອງ ມັນໄກກັນເນາະ ກາຕ້ອງໄປຕໍ່ຄີວ ເຂົາອະນຸຍາດໃຫ້ຜູ້ນຶ່ງແລ່ນໄດ້ 3-4 ປີ້ຊື່ໆ.”
ຍານາງກ່າວຕື່ມວ່າ ໃນຂະນະດຽວກັນສະຖານີຣົຖໄຟລາວ-ຈີນ ຫລາຍແຫ່ງ ນອກເໜືອຈາກສະຖານີຣົຖໄຟ ນະຄອນຫລວງວຽງຈັນ ກໍຍັງບໍ່ມີສິ່ງອຳນວຍຄວາມສະດວກ ເປັນຕົ້ນຫ້ອງນໍ້າສາທາຣະນະ ສຳລັບຜູ້ໂດຍສານ ເຮັດໃຫ້ຜູ້ທີ່ໄປລໍຖ້າຊື້ປີ້ ຢູ່ໜ້າສະຖານີຫລາຍແຫ່ງ ບໍ່ມີຫ້ອງນໍ້າໃຊ້ ແລະສະຖານີຣົຖໄຟຫລາຍແຫ່ງ ກໍຍັງບໍ່ທັນມີບ່ອນຈອດຣົຖ ສຳລັບຜູ້ໂດຍສານ ຊຶ່ງເຫັນວ່າຍັງຕ້ອງປັບປຸງຫລາຍ.
ໃນຂະນະທີ່ຊາວລາວ ອີກທ່ານນຶ່ງກ່າວວ່າ ຄັນມີແຜນຢາກໃຊ້ບໍຣິການ ຣົຖໄຟລາວ-ຈີນ ໄປຍັງຕ່າງແຂວງ ກໍຍັງຈຳເປັນຕ້ອງໄດ້ຕື່ນແຕ່ເຊົ້າເພື່ອລຽນແຖວ ລໍຖ້າຊື້ປີ້ຢູ່ສະຖານີຣົຖໄຟ ແຕ່ຕອ້ງຊື້ປີ້ລ່ວງໜ້າຢ່າງໜ້ອຍ 2-3 ມື້ ຈຶ່ງສາມາດເດີນທາງໄດ້ ແລະກໍມີບາງມື້ທີ່ໄປລຽນແຖວ ຖ້າຊື້ປີ້ແຕ່ປີ້ໝົດກ່ອນ.
ດັ່ງທ່ານກ່າວວ່າ:
“ຄືເກົ່າຕ້ອງໄດ້ຕື່ນແຕ່ເຊົ້າພຸ້ນແຫລະ ມັນກາຄືເກົ່າຫັ້ນແຫລະ ເພາະວ່າທາງຣົຖໄຟຂະເຈົ້າ ກາໃຫ້ເອົາໄດ້ແຕ່ 3 ປີ້ເດ (ຕໍ່ຄົນ) ເຮົາກາບໍ່ຮູ້ວ່າຂະເຈົ້າຊິໄປຈອງໄດ້ແບບໃດ ເພາະວ່າຊ່ວງນີ້ ຄືຮູ້ຫັ້ນແຫລະ ຄົນລາວຍັງເຫີ່ກັບຣົຖໄຟນີ້ ເຮົາເອງເຮົາຢາກໄດ້ປີ້ ກາຕ້ອງລຸກແຕ່ເຊົ້າພຸ້ນນ່າໄປຈອງ.”
ສ່ວນຊາວລາວອີກນາງນຶ່ງກ່າວວ່າ ທຸກມື້ນີ້ກໍຍັງປະກົດເຫັນ ພະນັກງານປະຈຳສະຖານີຣົຖໄຟ ລາວ-ຈີນຫລາຍແຫ່ງທີ່ຍັງຊື້ປີ້ມາຂາຍຕໍ່ ໃຫ້ແກ່ຄົນຮູ້ຈັກກັນ ຫລືຜູ້ທີ່ບໍ່ຢາກລຽນແຖວ ຊື້ປີ້ດ້ວຍຕົນເອງ ໂດຍຄິດຄ່າບໍຣິການ 20,000 ກີບ/ປີ້ ຊຶ່ງບາງເທື່ອລາວເອງ ກໍຕິດຕໍ່ຊື້ປີ້ນຳພະນັກງານດັ່ງກ່າວ.
ດັ່ງຍານາງກ່າວວ່າ:
“ອັນນີ້ມັນຂື້ນກັບເຈົ້າໜ້າທີ່ນ່າ ຖ້າເຮົາຮູ້ຈັກເຂົາກາບອກຂະເຈົ້າຈອງໃຫ້ ຂາຍໃຫ້ກໍໄດ້ລາຄາຄືກັນຫັ້ນແຫລະ ຕ່າງແຕ່ວ່າມີຄ່າຂົນສົ່ງ ຄ່າຫຍັງເຂົ້າໄປ ເຂົາກາເອົາແຕ່ 20,000 ຢູ່ລາວຍັງບໍ່ມີ ການຂາຍປີ້ຜ່ານອ໋ອນລາຍນ໌.”
ຢ່າງໃດກໍຕາມ ຫລ້າສຸດນີ້ມີຣາຍງານວ່າ ບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈຳກັດ ຕຣຽມເປີດບ່ອນຂາຍປີ້ຣົຖໄຟ ຢູ່ສູນການຄ້າວຽງຈັນ ເຊັນເຕີ້ ໃນນະຄອນຫລວງວຽງຈັນ ເພື່ອສ້າງຄວາມສະດວກ ໃຫ້ແກ່ຜູ້ທີ່ຈະໂດຍສານ ຣົຖໄຟລາວ-ຈີນ ແຕ່ຍັງບໍ່ທັນມີການກຳນົດເທື່ອວ່າ ຈະເປີດໃຫ້ການບໍຣິການໃນມື້ໃດ.
ດັ່ງພະນັກງານ ປະຈຳສູນການຄ້າ ວຽງຈັນເຊັນເຕີ້ ກ່າວວ່າ:
“ຕຣຽມຊິມາເປີດພາຍໃນໄວໆ ນີ້ ແຕ່ວ່າຍັງບໍ່ທັນເປີດຂາຍເປັນທາງການເທື່ອເດີ້ ເພາະວ່າເປັນລູກຄ້າທີ່ວ່າເພິ່ນ ມາຂາຍໃນພື້ນທີ່ຂອງວຽງຈັນເຊັນເຕີ້ນ່າ ເຈົ້າຕິດຕາມເບິ່ງໃນເພສເນາະ ພວກເຮົາຊິມີແຈ້ງການ.”
ທາງດ້ານນັກຊ່ຽວຊ່ານດ້ານຣົຖໄຟລາວ-ຈີນ ທ່ານນຶ່ງກ່າວວ່າສຳລັບການຂາຍປີ້ ຜ່ານລະບົບອ໋ອນລາຍນ໌ນັ້ນປັດຈຸບັນທາງ ບໍຣິສັດທາງຣົຖໄຟລາວ-ຈີນ ຈຳກັດກຳ ລັງຢູ່ໃນຂັ້ນຕອນ ການພັທນາລະບົບດັ່ງກ່າວຊຶ່ງຄາດວ່າຈະສຳເຣັດ ແລະເປີດໃຫ້ບໍຣິການຜ່ານລະບົບອ໋ອນລາຍນ໌ ປະມານກາງປີນີ້.
ດັ່ງທ່ານກ່າວວ່າ:
"ດຽວນີ້ບໍ່ທັນສຳເຣັດເທື່ອ ເພາະວ່າທາງ ບໍຣິສັດຣົຖໄຟລາວ-ຈີນ ກຳລັງໄດ້ຫາລືກັນເພິ່ນກໍກຳລັງກວດສອບຄືນລະບົບຢູ່ ບໍ່ທັນໄດ້ສຳເຣັດເທື່ອທີ່ຕາມຄາດ ນີ້ແມ່ນເຄິ່ງປີນີ້ໃຫ້ສຳເຣັດວ່າຊັ້ນ. "
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈຳກັດເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງບໍ່ສະດວກໃຫ້ສັມພາດ.
ແຕ່ເຖິງຢ່າງໃດກໍຕາມວັນທີ 18 ກຸມພາ ທີຜ່ານມານີ້ ທ່ານ ວົງທອງ ສຸວັນທອງ ຮອງວິສະວະກັມເອກ ບໍຣິສັດ ທາງຣົຖໄຟລາວ-ຈີນ ຈຳກັດ ໃຫ້ສັມພາດຕໍ່ສື່ມວນຊົນວ່າ. ປັດຈຸ ບັນກຳລັງຢູ່ໃນຂັ້ນຕອນຫາລືເບື້ອງຕົ້ນກັບຊ່ຽວຊານ ສະເພາະເພື່ອຂາຍປີ້ຣົຖໄຟທາງອ໋ອນລາຍນ໌ ໃຫ້ແກ່ຜູ້ໂດຍສານໃນອະນາຄົດ. ແຕ່ໃນໄລຍະນີ້ ທາງບໍຣິສັດໄດ້ເພີ່ມຄວາມສະດວກຫລາຍດ້ານ ໃຫ້ແກ່ຜູ້ໂດຍສານເປັນຕົ້ນເພີ່ມຖ້ຽວ ຣົຖໄຟໃນວັນເສົາແລະວັນອາທິດ. ເອົາຂະ ບວນຣົຖໄຟ EMU ຈຳນວນ 2 ຂະບວນຕໍ່ໃສ່ກັນເພື່ອສາມາດ ບັນຈຸຜູ້ໂດຍສານໄດ້ 1,400 ຄົນ/ຖ້ຽວ ແລະ ເປີດໃຫ້ບໍຣິການຣົຖໄຟຄວາມໄວທັມມະດາ 120 ກິໂລແມັດຕໍ່ຊົ່ວໂມງຕັ້ງ ແຕ່ຕົ້ນເດືອນມີນາປີນີ້ເປັນຕົ້ນໄປ ໂດຍສາມາດບັນຈຸຜູ້ໂດຍສານໄດ້ຖ້ຽວລະ 1,000 ຄົນ ແລະ ບໍ່ຈຳເປັນຕ້ອງຊື້ປີ້ໂດຍສານລ່ວງໜ້າ.
ນອກຈາກນັ້ນ ທາງບໍຣິສັດ ທາງຣົຖໄຟລາວ-ຈີນ ຈຳກັດ ຍັງຈະແກ້ບັນຫາອື່ນໆ ອີກຫລາຍດ້ານເປັນຕົ້ນໄດ້ສົມທົບກັບເຈົ້າໜ້າທີ່ ປກສ ແລະ ກົມຕຳຣວດທາງ ຣົຖໄຟເພື່ອກວດກາຫາພໍ່ຄ້າຄົນກາງ ແລະ ພະນັກງານປະຈຳສະຖານີ ຣົຖໄຟທີ່ຊື້ປີ້ໄປກັກຕຸນແລ້ວຂາຍ ຕໍ່ໃນລາຄາແພງ, ຈະເປີດບ່ອນຂາຍປີ້ຢູ່ສູນການຄ້າວຽງຈັນເຊັນເຕີ້ ຕັ້ງແຕ່ຕົ້ນເດືອນມີນານີ້ເປັນຕົ້ນໄປ, ຈະສ້າງຫ້ອງນໍ້າສາທາຣະນະສຳລັບຜູ້ໂດຍສານ ແລະຈະສ້າງບ່ອນຈອດຣົຖ ສຳລັບພັກແຮມຄືນຂອງຜູ້ໂດຍສານ ອີງຕາມຂໍ້ມູນຈາກບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈຳກັດ.
