ການຈັດຕັ້ງ ປະຕິບັດ ເປົ້າໝາຍ ການພັທນາ ທີ່ຍືນຍົງຢູ່ ປະເທດລາວ ປະກອບດ້ວຍ 17 ເປົ້າໝາຍ, ໃນນັ້ນ ມີເປົ້າໝາຍທີ່ 4 ຄື ການສຶກສາ ທີ່ມີຄຸນນະພາບ ເພື່ອຮັບປະກັນໃຫ້ເດັກ ນ້ອຍຍິງ ແລະເດັກນ້ອຍຊາຍ ທຸກຄົນ ໄດ້ຮຽນຈົບຊັ້ນ ປະຖົມ ແລະ ມັທຍົມ ບໍ່ວ່າ ຈະຮັ່ງມີ ຫຼື ທຸກຍາກ, ໄດ້ຮັບການປົກປ້ອງ ແລະ ໄດ້ໂອກາດ ຢ່າງເທົ່າທຽມ ກັນ ເມື່ອຮອດປີ 2030.
ຢູ່ປະເທດລາວ ການຈັດຕັ້ງເປົ້າໝາຍ ທີ່ 4 ນັ້ນ ຍັງເປັນເຣື່ອງຍາກ ແລະ ໜ້າເປັນຫ່ວງ ເນື່ອງຈາກຫຼາຍແຂວງ ຍັງມີອັດຕຣາ ນັກຮຽນ ປ.1 - ມ.7 ປະລະການຮຽນ ຈໍານວນຫຼາຍ ອັນເນື່ອງມາຈາກ ຄວາມທຸກຍາກ ເປັນສາເຫດຕົ້ນຕໍ ໂດຍສະເພາະ ນັກຮຽນຊົນເຜົ່າ ຢູ່ເຂດຊົນບົດຫ່າງໄກ.
ສະເພາະ ແຂວງສວັນນະເຂດ ສົກຮຽນປີ 2020-2021 ມີນັກຮຽນຊັ້ນ ມໍປາຍ ຄື ມ.5 ຫາ ມ.7 ປະລະການຮຽນ ຢູ່ທີ່ 1,372 ຄົນ ຫຼື 9.1 %, ອັດຕຣາ ປະລະ ການຮຽນ ຈໍານວນທີ່ສູງ ດັ່ງກ່າວນັ້ນ ຈະເຮັດໃຫ້ການ ຈັດຕັ້ງເປົ້າໝາຍ ການພັທນາ ການສຶກສາ ໃຫ້ມີຄຸນນະພາບ ເປັນໄປໄດ້ຍາກ ເນື່ອງຈາກເຂດຫ່າງໄກ ມີພໍ່ແມ່ຜູ້ປົກຄອງ ທຸກຍາກ ບໍ່ມີເງິນສົ່ງເສີມ ໃຫ້ລູກຮຽນຕໍ່ ໃນຊັ້ນທີ່ສູູງກວ່າ ແລ້ວໃຫ້ລູກອອກໂຮງຮຽນ ໄປຊອກວຽກເຮັດ ຢູ່ປະເທດໄທຍ ເພື່ອສົ່ງໃຫ້ນ້ອງຮຽນ ໄດ້ແຕ່ຄົນດຽວ ເທົ່ານັ້ນ, ດັ່ງເຈົ້າໜ້າທີ່ ຜແນກສຶກສາທິການ ແລະ ກິລາ ແຂວງສວັນນະເຂດ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 30 ກັນຍານີ້ວ່າ:
"ກໍຄິດວ່າ ມັນປະຕິບັດ ໄດ້ຍາກຢູ່ເດ້ ບາງທ້ອງຖິ່ນນີ້ ພໍ່ແມ່ປະຊາຊົນ ເຂົາເຈົ້າ ຍັງບໍ່ເຂົ້າໃຈຄວາມສໍາຄັນຂອງການສຶກສາ ລູກໃຫຍ່ແນ່ໜ້ອຍນຶ່ງ ກໍໃຫ້ອອກໄປ ສ້າງເສຖກິຈ ສົ່ງນ້ອງຮຽນສາ ຜູ້ຈະອອກ ບໍ່ຢາກອອກ ແຕ່ວ່າ ບໍ່ມີເງິນຮຽນເນາະ ພໍ່ແມ່ໃຫ້ອອກ ແລ້ວຊິມາແກ້ໂຕນີ້ ຣັຖບານເຮົາ ກໍຍັງບໍ່ມີງົບປະມານນັ້ນອີກເນາະ ວ່າໃຫ້ໝົດທຸກຄົນຫັ້ນນ່າ ເມືອງທີ່ຢູ່ເຂດຊາຍ ແດນ ເພິ່ນກໍ ທໍາງານຢູ່ປະເທດ ເພື່ອນບ້ານພຸ້ນແຫຼະ, ເມືອງອື່ນ ເພິ່ນກໍມາຫາຮັບຈ້າງ ແຖວນີ້ແຫຼະ ເຮັດໄຮ່ ເຮັດນາຊ່ອຍພໍ່ແມ່ ບາງຄົນກໍອອກ ໄປສ້າງຄອບຄົວ."
ທ່ານກ່າວ ຕື່ມວ່າ ບໍ່ແມ່ນ ມີແຕ່ອັດຕຣາ ປະລະ ການຮຽນ ຂອງນັກຮຽນຊັ້ນ ມ.ປາຍ ທີ່ສູງເທົ່ານັ້ນ ໃນສົກຮຽນປີ 2020-2021 ນີ້ ຍັງມີອັດຕຣາ ປະລະ ການຮຽນ ຂອງນັກຮຽນຊັ້ນ ປ.1 ຢູ່ທີ່ 1,539 ຄົນ ຫຼື 9.1 % ເຊິ່ງເປັນອັດຕຣາ ປະລະການຮຽນ ຂອງນັກຮຽນ ອາຍຸລະຫວ່າງ 3-5 ປີ ທີ່ສູງນໍາອີກ, ອັນນີ້ ກໍເນື່ອງຈາກວ່າ ພໍ່ແມ່ຜູ້ປົກຄອງ ຂອງນັກຮຽນຊັ້ນ ປ.1 ເອົາລູກທີ່ມີອາຍຸ ລະຫວ່າງ 3-5 ປີ ມາເຂົ້າຮຽນກ່ອນອາຍຸ ທີ່ກະຊວງສຶກສາທິການ ແລະ ກິລາ ກໍານົດໄວ້ 6 ປີ ບໍ່ໄດ້.
ຢູ່ແຂວງຫົວພັນ ເຊິ່ງເປັນແຂວງ ທີ່ມີຊົນເຜົ່າຈໍານວນຫຼາຍ ແລະສ່ວນໃຫຍ່ ຄົນຊົນເຜົ່າ ຈະມີຖານະທຸກຍາກ ຈຶ່ງເຮັດໃຫ້ ພໍ່ແມ່ ຜູ້ປົກຄອງ ໃຫ້ລູກໂຕເອງ ປະລະ ການຮຽນ ແລ້ວເຮັດ ໃຫ້ແຂວງ ມີອັດຕຣານັກຮຽນ ຊັ້ນ ມ.5 ຫາ ມ.7 ປະລະ ການຮຽນ ແລະ ໂຈະການຮຽນ ຈໍານວນຫຼາຍຄືກັນ, ດັ່ງເຈົ້າໜ້າ ທີ່ ຜແນກສຶກສາທິການ ແລະ ກິລາ ແຂວງຫົວພັນ ກ່າວເຖິງ ອັດຕຣາດັ່ງກ່າວວ່າ:
"ປະລະ ທັງໝົດຫັ້ນ ນັກຮຽນ ມ.5 ຫາ ມ.7 ແມ່ນ 1,116 ຄົນ ຍິງ ແມ່ນ 514 ຄົນ ນັກຮຽນໂຈະການຮຽນນີ້ 609 ຄົນ ຍັງ 253 ຄົນ."
ການຈັດຕັ້ງ ປະຕິບັດ ເປົ້າໝາຍ ການພັທນາ ທີ່ຍືນຍົງ ໃນການສນອງ ການສຶກສາ ທີ່ມີຄຸນນະພາບ ໃຫ້ກັບນັກຮຽນ ພາຍໃນແຂວງ ເປັນເຣື່ອງ ທີ່ຄາດການບໍ່ໄດ້ ຍ້ອນວ່າ ມັນຂຶ້ນຢູ່ກັບ ເສຖກິຈ ຂອງ ຄອບຄົວນັກຮຽນ ທີ່ທາງການ ບໍ່ສາມາດ ຊ່ອຍເຫຼືອ ໄດ້ທັງໝົດ ຈຶ່ງເຮັດໃຫ້ນັກຮຽນ ຊົນເຜົ່າມົ້ງ ສ່ວນໃຫຍ່ ນິຍົມປະລະການຮຽນ ຫຼື ໂຈະການຮຽນ ເພື່ອອອກໄປ ເອົາຜົວເອົາເມັຽ, ດັ່ງນາຍຄຣູ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ທ່ານນຶ່ງ ກ່າວວ່າ:
"ເຮົາກໍບໍ່ຮູ້ ແກ້ໄຂ ແນວນີ້ ແນວນັ້ນ ເພາະວ່າ ນັກຮຽນ ຈຸນີ້ລະແມ່ນ ເຮົາກໍສຶກສາ ອົບຮົມ ແຕ່ວ່າ ເພິ່ນບໍ່ຍອມ ບໍ່ມາຮຽນເລີຍ ຈັກເຮົາ ຊິເຮັດແນວໃດ ເພາະວ່າ ສ່ວນຫຼາຍ ກໍເປັນນັກ ຮຽນ ທຸກຍາກເນາະ ເຮົາກໍ ເຂົາກໍສນອງບໍ່ໄດ້ເນາະ ກ່ຽວກັບເງິນຄໍາ ທີ່ມາຮຽນ ອັນທີ່ສອງ ກ່ຽວກັບເຣື່ອງ ຄວາມມັກຮັກ ໄປກິນຈຽງມາເນາະ ອອກໂຮງຮຽໜ ໄປເອົາດຽວ ກັນນັ້ນນ່າ ຈຸເດັກນ້ອຍເຂົາວ່າ ຮຽນຈົບ ມາແຕ່ສູງ ຮຽນເກັ່ງມາ ກໍບໍ່ມີວຽກເຮັດ ບໍ່ໄດ້ງານເຮັດ ເຮົາອອກໄປ ແຕ່ດຽວນີ້ ເອົາຜົວ ເອົາເມັຽ ດີກວ່າບໍ."
ຢູ່ແຂວງເຊກອງ ສົກຮຽນ ປີ 2020-2021 ມີອັດຕຣາ ປະລະການຮຽນ ຂອງນັກຮຽນແຕ່ຊັ້ນ ມ.1 ຫາ ມ.7 ສູງຂຶ້ນ ຈາກສົກຮຽນ 2019-2020 ຢູ່ທີ່ 1.15 % ຄື ສົກຮຽນ ປີ 2019-2020 ມີອັດຕຣາ ປະລະການຮຽນ ຢູ່ທີ່ 8.40 % ມາ ສົກຮຽນ 2020-2021 ນີ້ ມີ ອັດຕຣາ ປະລະການຮຽນ ຂອງນັກຮຽນ ຊັ້ນ ມ.1 ຫາ ມ.7 ຢູ່ ທີ່ 9.55 %, ດັ່ງ ເຈົ້າໜ້າທີ່ ຜແນກສຶກສາທິການ ແລະ ກິລາ ແຂວງ ເຊກອງ ກ່າວວ່າ:
"ສ່ວນຫຼາຍກໍ ພາກຣັຖ ສນອງຢູ່ ເປັນຕົ້ນວ່າ ນັກຮຽນ ທຸກຍາກ ອິຫຼີ ມັນມີເງິນ ເບັ້ຽລ້ຽງ ເດືອນ ນຶ່ງ 105,000 ກີບ ຕໍ່ເດືອນ ຕໍ່ຄົນ ແຕ່ວ່າ ມັນຢູ່ໃນຈໍາກັດ ແຕ່ວ່າສ່ວນຫຼາຍ ເວົ້າແທ້ ມັນເປັນນໍາໂຕ ເດັກຫັ້ນແຫຼະ ມັນບໍ່ຢາກຮຽນ ຫັ້ນແຫຼະ ຢາກອອກເອົາລູກເອົາຜົວ ໄປເຮັດລ້າເຮັດການໄປຫັ້ນນ່າ."
ຂນະທີ່ ຜູ້ປົກຄອງ ເດັກນ້ອຍນັກຮຽນ ຢູ່ເມືອງງອຍ ແຂວງຫຼວງພຣະບາງ ທ່ານນຶ່ງ ເວົ້າວ່າ ໂຕທ່ານເອງ ແມ່ນ ໂຕແທນ ຜູ້ປົກຄອງ ຜູ້ນຶ່ງ ທີ່ໄດ້ພົບພໍ້ ກັບບັນຫາ ທີ່ພໍ່ແມ່ ຜູ້ປົກ ຄອງທຸກຍາກ ໃຫ້ລູກ ປະລະການຮຽນ ແມ່ນມີ ຫຼາຍເຫດຜົນ ນຶ່ງໃນເຫດຜົນນັ້ນ ກໍຍ້ອນວ່າ ນັກຮຽນພາຍໃນ ເມືອງງອຍຢູ່ເຂດຫ່າງໄກ ຈະຕ້ອງເດີນທາງ ຈາກບ້ານມາ ໂຮງຮຽນ ໂດຍຜ່ານ ທາງເຮືອ, ທາງຣົດ ໃຊ້ເວລາໃນການ ເດີນທາງ 2-3 ຊົ່ວໂມງ ເພື່ອມາກິນນອນ ຢູ່ຫໍພັກນັກຮຽນ, ດັ່ງຜູ້ປົກຄອງ ຜູ້ນີ້ເວົ້າວ່າ:
"ຄືວ່າໂຮງຮຽນ ເມືອງງອຍ ມັນຈະມີເຖິງ ມ.7 ຄົນແຖວນອກ ແຖວຂີ່ເຮືອ ຜ່ານດິນແດງໄປ ເຂົາເຈົ້າຈະມາເຂົ້າໂຮງຮຽນ ຈະມາຢູ່ຫໍພັກ ບາງຄົນເປັນຜູ້ຊາຍ ກໍຕິດຢາມ້າໄປ ແລ້ວກໍ ຜູ້ຍິງບາງຄົນ ກໍໄປເຮັດຫັ້ນເຮັດນີ້ ບໍ່ດີໄປຕິດຜູ້ບ່າວ ໄດ້ອອກ ໂຮງຮຽນຫັ້ນນ່າ ບັນຫາກໍ ເປັນແນວ ນ້ອງເວົ້າຫັ້ນ ທີ່ວ່າການໄປການມາຫຍຸ້ງຍາກ ແລ້ວກໍ ພໍ່ແມ່ ຜູ້ປົກຄອງ ເບິ່ງແຍງຢ່າງລະອຽດ."
ໃນສົກຮຽນ ປີ 2019-2020 ທົ່ວປະເທດລາວ ມີນັກຮຽນຊັ້ນ ມ.ຕົ້ນ 429,150 ຄົນ ໃນນັ້ນ ມີນັກຮຽນປະລະການຮຽນ 44,202 ຄົນ ເທົ່າກັບ 10.3 %, ຂນະທີ່ ທົ່ວປະເທດ ມີນັກຮຽນ ມ.ປາຍ 205,574 ຄົນ ໃນນັ້ນ ມີນັກຮຽນ ປະລະການຮຽນ 18,296 ຄົນ ເທົ່າກັບ 8.8 % ນັກຮຽນຊັ້ນ ມ.ຕົ້ນ ແລະ ມ.ປາຍ ມີທັງໝົດ 634,724 ຄົນ ໃນນັ້ນ ມີນັກຮຽນ ປະລະການຮຽນ 62,498 ຄົນ, ສ່ວນສົກຮຽນ ປີ 2020-2021 ນັ້ນ ທາງ ກະຊວງສຶກສາທິການ ແລະ ກິລາ ຍັງບໍ່ໄດ້ ເປີດເຜີຍ ຂໍ້ມູນຢ່າງ ເປັນທາງການເທື່ອ.
