ຄົນລາວ 1,659 ຄົນ ທີ່ລັກລອບເຮັດວຽກ ຢູ່ປະເທດໄທ ຖືກຈັບ

ພອນ ພູມມີທອນ
2024.06.20
ຄົນລາວ 1,659 ຄົນ ທີ່ລັກລອບເຮັດວຽກ ຢູ່ປະເທດໄທ ຖືກຈັບ ຮູບປະກອບ ເຊິ່ງເຈົ້າໜ້າທີ່ຕຳຫຼວດໄທ ເມືອງເຂມະຣາດ ແຂວງອຸບົນຣາຊະທານີ ໄດ້ຈັບຄົນງານລາວ 28 ຄົນ ຢູ່ບໍຣິເວນບ້ານຊາຍພູນ ເມືອງເຂມະຣາດ ແຂວງອຸບົນຣາຊະທານີ ຂະນະທີ່ຂີ່ລົດຕູ້ຄັນໜຶ່ງ ມຸ້ງໜ້າໄປຊອກວຽກເຮັດ ຢູ່ນະຄອນຫຼວງບາງກອກ ປະເທດໄທ ໃນວັນທີ 27 ເມສາ 2022.
RFA

ກົມການຈັດຫາງານຂອງໄທ ດຳເນີນ ນະໂຍບາຍ ປາບປາມແຮງງານ ຜິດກົດໝາຍໃນ 120 ວັນ ທັງນີ້ ສະເພາະແຕ່ມື້ວັນທີ 5 ຫາ 12 ມິຖຸນາ 2024 ທີ່ຜ່ານມາ (ເປັນໄລຍະເວລາ 8 ມື້) ສາມາດຈັບຄົນລາວ ທີ່ເຂົ້າມາເຮັດວຽກຢູ່ໄທ ແບບບໍ່ຖືກກົດໝາຍ ໄດ້ 1,659 ຄົນ. ອີງຕາມ ການລາຍງານຂອງທ່ານ ສົມຊາຍ ມໍລະກົດສີວັນ ອະທິບໍດີກົມການຈັດຫາງານ ກະຊວງແຮງງານຂອງໄທ ໃນມື້ວັນທີ 13 ມີຖຸນາ 2024 ທີ່ຜ່ານມາ.

ສຳລັບສາເຫດ ທີ່ເຮັດໃຫ້ກົມການຈັດຫາງານຂອງໄທ ດຳເນີນການປາບປາມ ຄົນງານຂ້າມຊາດ ທີ່ເຂົ້າມາເຮັດວຽກຢູ່ໄທ ແບບຜິດກົດໝາຍດັ່ງກ່າວນີ້, ສ່ວນໜຶ່ງ ເປັນຍ້ອນມີຜູ້ຮ້ອງຮຽນຈຳນວນຫລາຍ ແລະ ທາງການໄທ ອາດເປີດໃຫ້ມີການຈົດທະບຽນ ຄົນງານຂ້າມຊາດຮອບໃໝ່ ໃນໄລຍະມໍ່ໆນີ້.

ດັ່ງ ທ່ານອະດິສອນ ເກີດມົງຄົນ ເຄືອຄ່າຍອົງກອນ ດ້ານປະຊາກອນຂ້າມຊາດ (Migrant Working Group) ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 20 ມີຖຸນາ 2024 ນີ້ວ່າ:

(ພາສາໄທ) ທ່ານກ່າວວ່າ ມີຄົນຮ້ອງໄປ ເລື້ອງຂອງແຮງງານ ເຮັດວຽກຂາຍເຄື່ອງອີ່ຫຍັງຈັ່ງຊີ້ ເຂົາກໍເລີຍເຂັ້ມງວດ ຫລາຍຂຶ້ນ ແຕ່ວ່າແທ້ໆ ແລ້ວ ມັນກໍຊິເປັນ ໄລຍະໆ ຢູ່ແລ້ວ ແລ້ວມັນກໍເລີ້ມເຂົ້າໃກ້ ປາຍປີງົບປະມານ ແລ້ວກໍຫລັງໆ ພົບຄົນລັກລອບເຂົ້າມາ ຫລາຍຂຶ້ນ ກຳມະການນະໂຍບາຍເຫັນຊອບ ແລ້ວກໍລໍຖ້າເຂົ້າ ຄຣມ. ລໍຖ້າເຂົ້າທີ່ ປະຊຸມຄະນະ ລັດຖະມົນຕີ ອາທິດຫນ້າກໍຄົງເຂົ້າແລ້ວເຂົ້າປຸ໊ບ ເຂົາກໍຄົງວາງກອບ ວ່າ ຈະເລີ້ມຈົດທະບຽນມື້ໃດ ຖ້າໃຫ້ເຮົາປະເມີນນ່າ ອ່າ ກໍລະກົດ ສິງຫາ ສິງຫາກຳລັງຈະເລີ້ມແລ້ວ.”

ທ່ານກ່າວຕື່ມວ່າ ສຳລັບຄົນງານລາວ ທີ່ເດີນທາງມາເຮັດວຽກຢູ່ໄທ ແບບບໍ່ມີໃບອະນຸຍາດ ຫລື ເຮັດວຽກ ນອກເຫນືອຈາກສິດ ທີ່ສາມາດເຮັດໄດ້ ຈະມີໂທດປັບ ແຕ່ 5,000-50,000 ບາດ ໂດຍເຈົ້າຫນ້າທີ່ ທີ່ກ່ຽວຂ້ອງ ຈະໃຫ້ຄົນງານ ກຸ່ມດັ່ງກ່າວ ຍອມຮັບສາລະພາບວ່າ ກະທຳຄວາມຜິດແທ້, ຈາກນັ້ນ ຜູ້ກ່ຽວກໍຈະຖືກປັບໃໝຂັ້ນຕໍ່າປະມານ 5,000-6,000 ບາດ ແລະ ຖືກພັກດັນກັບປະເທດ ໂດຍບໍ່ມີໂທດຈຳຄຸກ. ທັງນີ້ຜູ້ກ່ຽວຈະບໍ່ສາມາດ ຂໍຮັບໃບອະນຸຍາດເຮັດວຽກໄດ້ ຈົນກວ່າ ຈະພົ້ນໂທດມາແລ້ວ ເປັນໄລຍະເວລາ 2 ປີ. ແຕ່ທີ່ຜ່ານມາ ຄົນງານລາວ ທີ່ເຂົ້າມາເຮັດວຽກຢູ່ໄທ ແບບບໍ່ຖືກກົດໝາຍ ສ່ວນຫລາຍແມ່ນພົບ ໃນວຽກງານ ຂະແຫນ່ງບໍລິການ.

ດັ່ງທ່ານ ອະດິສອນ ເກີດມົງຄົນ ເຄື່ອຂ່າຍອົງກອນ ດ້ານປະຊາກອນຂ້າມຊາດ ຜູ້ດຽວກັນນີ້ ກ່າວຕື່ມວ່າ:

(ພາສາໄທ) ທ່ານກ່າວວ່າ ເຂົາກໍເລັ່ງ 2-3 ຈຸດ ໜຶ່ງກໍຄື ຢ່ານຊຸມຊົນ ທີ່ມີການຂາຍຂອງທົ່ວໆໄປ

ສອງ ກໍຄືສ່ວນທີ່ເປັນສ່ວນບໍລິການທັງຫລາຍ ຫ້າງ ຕະຫລາດ  ແລ້ວກໍອັນທີ່ ສາມ ວຽກກໍ່ສ້າງ ພວກກໍ່ສ້າງຈະຜິດກົດໝາຍຫລາຍ (ສຳລັບຄົນງານລາວ) ຖ້າຫາກປະເມີນ ກໍຫນ້າຈະເປັນ ບໍລິການ ຂາຍເຄື່ອງ ເພາະວ່າ ຄົນລາວຈະສື່ສານໄດ້ດີກ່ວາ ໃຊ້ວີຊ້າ ທ່ອງທ່ຽວ 30 ວັນ ຫລາຍກ່ວາ ຄືຖາມວ່າ ມັນມີຜິດເລີຍບໍ່ ບໍ່ມີເອກະສານບໍ່ ມີ ແຕ່ວ່າ ເຮົາຄິດວ່າ ຄົນລາວສ່ວນຫລາຍ ກໍໃຊ້ພາດສະປອດເຂົ້າມາ ເປັນວີຊ້າທ່ອງທ່ຽວ ແລ້ວກໍເຮັດວຽກ ລັກລອບເຮັດວຽກ.    

ອີງຕາມການລາຍງານ ຂອງກະຊວງແຮງງານຂອງໄທ ລະບຸວ່າ ທາງການໄທ ໄດ້ດຳເນີນການກວດສອບໂຮງງານ, ສະຖານປະກອບການ ແລະ ໄຊຕ໌ກໍ່ສ້າງ ຈຳນວນ 1,774 ແຫ່ງ ພົບຄົນງານຂ້າມຊາດ 4 ສັນຊາດ ຄື: ມຽນມາ, ລາວ, ກຳພູຊາ ແລະ ຫວຽດນາມ ເຂົ້າມາເຮັດວຽກແບບຜິດກົດໝາຍ 26,189 ຄົນ, ໃນນີ້ ເປັນຄົນງານມຽນມາ 20,111 ຄົນ, ກຳພູຊາ 3,971 ຄົນ, ລາວ 1,659 ຄົນ ແລະ ຈາກປະເທດອື່ນໆ ອີກ 444 ຄົນ.

ແລະ ອີງຕາມ ການລາຍງານ ຂອງ ທ່ານ ນາງໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ ກ່າວໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 9 ວັນທີ 13 ມີຖຸນາ 2024 ນີ້ວ່າ ປັດຈຸບັນ ມີຄົນງານລາວ ອອກໄປເຮັດວຽກ ຢູ່ຕ່າງປະເທດປະມານ 415,956 ຄົນ, ໃນນີ້ ເຮັດວຽກແບບ ຖືກກົດໝາຍ 212,795 ຄົນ, ສ່ວນເຫລືອ ອີກປະມານ 203,161 ຄົນ ແມ່ນເດີນທາງໄປແບບຜິດກົດໝາຍ. ທັງນີ້ ເຂົາເຈົ້າ ສາມາດສົ່ງເງິນກັບປະເທດໄດ້ ປະມານ 52,110,000 ໂດລ້າສະຫະລັດຕໍ່ເດືອນ.

ເຖິງແມ່ນວ່າ ທາງການລາວ ຈະຮັບຮູ້ກ່ຽວກັບ ໂຕເລກຄົນງານລາວທີ່ ເດີນທາງໄປເຮັດວຽກຢູ່ຕ່າງປະເທດ ແບບຜິດກົດໝາຍ ແຕ່ສະພາບໂຕຈິງແລ້ວ ພັດມີຄົນງານລາວ ລັກລອບເດີນທາງ ໄປເຮັດວຽກຢູ່ຕ່າງປະເທດ ຫລາຍກ່ອນ 203,161 ຄົນ ດ້ວຍວິການທີ່ແຕກຕ່າງກັນໄປ.

ດັ່ງ ເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບ ການຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ຕ່າງປະເທດ ຜູ້ບໍ່ປະສົງອອກຊື່ ແລະ ຕຳແຫນ່ງ ທ່ານໜຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ເພາະວ່າໂຕເລກຊັດເຈນ ເຮົາບໍ່ສາມາດເກັບກຳໄດ້ເດ້ ເພາະວ່າທາງການໄທ ກໍຄິດວ່າຈະມີຄວາມຫຍຸ້ງຍາກ ໃນການຊອກຫາໂຕເລກ ໂຕນີ້ ເຊັ່ນດຽວກັນເນາະ ເພື່ອມີການຂຶ້ນທະບຽນແຕ່ລະຄັ້ງໆ ວ່າ ຂຶ້ນໄດ້ຈຳນວນເທົ່າໃດ. ເວລາເຮົາມີການປະຊຸມ ເຮົາຈະອີງໃສ່ ບົດ ຄາດຄະເນຂອງ IOM ຂອງ ILO ຈັ່ງຊີ້ນ່າ ຄິດວ່າ ນ່າຈະຫລາຍກວ່ານີ້ ເຮົາກໍຮູ້ຢູ່ ແຕ່ວ່າ ເຮົາກໍບໍ່ສາມາດ ໄດ້ຂໍ້ມູນຊັດເຈນ ກໍໄປໃນຫລາຍຮູບແບບ ເນາະ ໄປທ່ອງທ່ຽວ ໄປເປັນນັກສຶກສາ ໄປແລກປ່ຽນ ໄປຝືກອົບຮົມ ມັນມີຫລາຍໄປເນາະ ບາງທີ ຕມ. ເພິ່ນກໍບໍ່ສາມາດເກັບຂໍ້ມູນໄດ້ຈັດເຈນ.

ອີງຕາມ ລາຍງານລະຫວ່າງປະເທດ ເພື່ອການໂຍກຍ້າຍຖິ່ນຖານ ຫລື International Organization for Migration (IOM) ສະບັບປີ 2020 ໄດ້ປະເມີນວ່າ ໃນໄລຍະການແຜ່ລະບາດຂອງໂຄວິດ-19 ມີຄົນງານລາວ ພາຍໃນປະເທດ ຫລາຍກວ່າ 350,000 ຄົນ ບໍ່ມີວຽກເຮັດງານທຳ ແລະ ຂະນະດຽວກັນ ມີຄົນງານລາວທີ່ເຮັດວຽກຢູ່ໄທ ເດີນທາງກັບປະເທດລາວ ເປັນຈຳນວນ 200,000 ປາຍຄົນ.

ສ່ວນບົດລາຍງານຂອງ IOM ໃນປີ 2023 ກໍໄດ້ລະບຸວ່າ ລະບົບບການ ກວດສອບຂອງທາງການໄທ ໄດ້ສະແດງໃຫ້ເຫັນວ່າ ຄົນງານລາວ ທີ່ເດີນທາງເຂົ້າມາອາໄສ ແລະເຮັດວຽກພາຍໃນປະເທດໄທ ແບບບໍ່ມີເອກກະສານ ແມ່ນມີຈຳນວນທີ່ເພີ່ມສູງຂຶ້ນເລື້ອຍໆ. ທັງນີ້ ບຸກຄົນກຸ່ມດັ່ງກ່າວນີ້ ມີຄວາມສ່ຽງຕໍ່ ການຖືກຂູດຮີດແຮງງານ ແລະ ຕົກເປັນເຫຍື່ອການຄ້າມະນຸດ ຫລາຍ ເປັນພິເສດ ຍ້ອນ ບັນຫາສະພາບເງິນເຟີ້ ໃນປະເທດລາວ ປະກອບກັບຄ່າຈ້າງ ແຮງງານທີ່ບໍ່ສອດຄ່ອງ ກັບ ປັດຈຸບັນ ເຮັດໃຫ້ຄົນງານລາວຈຳນວນຫລາຍ ສົນໃຈມາເຮັດວຽກຢູ່ຕ່າງປະເທດ ນັບມື້ນັບເພີ່ມຂຶ້ນ.

ດັ່ງ ຊາວລາວຢູ່ແຂວງຫົວພັນ ທີ່ສົນໃຈເດີນທາງ ມາເຮັດວຽກຢູ່ໄທ ທ່ານໜຶ່ງ ກ່າວວ່າ:

ເອີ! ກໍຫລາຍຢູ່ ຈົບດົນແລ້ວ ກໍມີວຽກຢູ່ຫວາ ເອອ ກໍແມ່ນແຫລະ ຢາກໄປເຮັດວຽກຢູ່ໄທ ເອອ ກໍແມ່ນແຫລະ ເງິນເດືອນ ເທົ່າໃດແຫລະ 2,000,000 - 2,000,000 ປາຍ ແລ້ວຕິ. ເອີ! ກໍບໍ່ຢາກພໍຫັ້ນແຫລະ ເອອ ກ່ຽວກັບພະນັກງານລັດ ຫັ້ນແຫລະ ກໍບໍ່ພໍຕີ້ ກໍບໍ່ພໍໃຊ້ ເງິນເດືອນ ແມ່ນ ມີແຕ່ເຮັດວຽກເສີມ (ຄ່າເຮັດ MOU ມາໄທ) 20,000 (ບາດ) ກໍແພງ ແມ່ນແຫລະ ຍັງບໍ່ທັນສຶກສາ.

ທີ່ຜ່ານມາ ການເດີນທາງມາເຮັດວຽກຢູ່ໄທ ຕາມລະບົບ MOU ແມ່ນມີຄ່າໃຊ້ຈ່າຍປະມານ 16,500-21,000 ບາດ ຕໍ່ຄົນ ເຊິ່ງເປັນລາຄາທີ່ຂ້ອນຂ້າງຫລາຍ ຈຶ່ງເຮັດໃຫ້ຄົນງານລາວ ຕັດສິນໃຈ ເດີນທາງມາເຮັດວຽກຢູ່ໄທ ແບບ ບໍ່ມີໃບອະນຸຍາດ, ແຕ່ປັດຈຸບັນ ການທີ່ບໍຣິສັດຈັດຫາງານ ບັງຄັບໃຫ້ຄົນງານລາວ ເຮັດສັນຍາ ນຳນາຍຈ້າງທັນທີ ໂດຍບໍ່ໃຫ້ເຂົາເຈົ້າຮຽນຮູ້ງານ ຫລື ປັບໂຕ ເຂົ້າກັບນາຍຈ້າງກ່ອນ ກໍເປັນອີກປັດຈັຍສຳຄັນ ທີ່ເຮັດໃຫ້ຄົນງານລາວ ບໍ່ຕ້ອງການເດີນທາງມາເຮັດວຽກຢູ່ໄທ ຕາມລະບົບ MOU ຫລາຍຂຶ້ນ.

ດັ່ງ ນາຍຫນ້າຈັດຫາງານ ໃຫ້ແກ່ຄົນງານລາວໃນໄທ ນາງໜຶ່ງ ກ່າວວ່າ:

ເອີ! ເຂົາກໍຕ້ອງເບິ່ງກ່ອນວ່າ ເຂົາຢູ່ໄດ້ບໍ່ ບາງຄົນເຮັດງານ 4 ວັນ 5 ວັນ ຫລື 15 ວັນ. ເອີ ແລ້ວໃຫ້ເຂົາເຮັດເລີຍ ແລ້ວເຂົາກໍບໍ່ຢາກເຮັດ ເຂົາຍັງບໍ່ຮູ້ເລີຍວ່າ ນາຍຈ້າງຊິຈັ່ງໃດ ຫລືວ່າ ແບບເຂົາຊິຢູ່ໄດ້ບໍ່ ບໍ່ຫລາຍກໍຕ້ອງໃຫ້ໂອກາດເຂົາຈັກເດືອນສອງເດືອນ ໃຫ້ເຂົາພໍໄດ້ປັບໂຕ ຄັນສົມມຸດວ່າ ເຂົາເຮັດໄດ້ປະມານ 15​ມື້ 16​ມື້ ຫລືວ່າ ປະມານເດືອນໜຶ່ງ ເຂົາກໍຮູ້ແລ້ວ ວ່າເຂົາຢູ່ໄດ້ ແຕ່ວ່າບໍຣິສັດຈັດຫາງານຫັ້ນ ບັງຄັບໃຫ້ເຂົາເຮັດ ເຮັດງານ 15​ ວັນ ແລ້ວກໍຢາກໃຫ້ເຂົາເຮັດເລີຍ ເຂົາກໍບໍ່ຮູ້ວ່າ ເຂົາຊິຢູ່ໄດ້ບໍ່.

ອີງຕາມການລາຍງານຂອງ ກຸ່ມງານພັດທະນາ ລະບົບຄວບຄຸມ ການເຮັດວຽກຂອງຄົນງານຕ່າງດ້າວ ສຳນັກ ບໍລິຫານແຮງງານ ຕ່າງດ້າວ ກະຊວງແຮງງານຂອງໄທ ສບັບ ເດືອນພືດສະພາ 2024 ລະບຸວ່າ ປັດຈຸບັນ ມີຄົນງານລາວ ທີ່ເຮັດວຽກຢູ່ປະເທດໄທ ສະເພາະ ແບບຖືກກົດໝາຍ ມີຈຳນວນ 268,465 ຄົນ, ໃນນີ້ ສ່ວນຫລາຍ ແມ່ນເຮັດວຽກຢູ່ ນະຄອນຫລວງບາງກອກ 73,227 ຄົນ, ແຂວງນົນທະບຸຣີ 11,561 ຄົນ, ຊົນບຸຣີ 10,505 ຄົນ, ປະທຸມທານີ 9,387 ຄົນ, ສະຫມຸດປຣາການ 7,005 ຄົນ, ສະຫມຸດສາຄອນ 6,485 ຄົນ ແລະ ຈັນທະບຸຣີ 6,359.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.