0:00 / 0:00
ຫລັງຈາກ ທ່ານ ສຸຣະພົງ ໂຕວິຈັກໄຊກຸນ ຮອງນາຍົກ ຣັຖມົນຕຣີໆ ຕ່າງປະເທດ ຂອງໄທ ໄດ້ກ່າວສລຸບ ໃນກອງປະຊຸມ ການຮ່ວມມື ໄທ-ລາວ ຄັ້ງທີ 18 ແລ້ວ ທ່ານ ທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີໆ ຕ່າງປະເທດ ຂອງລາວ ກໍໄດ້ກ່າວ ເຫັນດີນໍາ ທ່ານ ສຸຣະພົງ. (ເຊີນຟັງສຽງ)
ກ່ຽວກັບ ການສໍາຣວດ ແລະ ປັກປັນຫລັກໝາຍ ຊາຍແດນ ນັ້ນທ່ານວ່າ ທັງສອງຝ່າຍ ເຫັນດີ ຈັດກອງປະຊຸມ ຄະນະ ເຈົ້າໜ້າທີ່ ອາວຸດໂສ ຄະນະ ກັມມະການ ຊາຍແດນ ລາວ-ໄທ ຂຶ້ນ ໃນເດືອນ ພຶສພາ ປີນີ້ ແລະ ຈະຈັດ ກອງປະຊຸມ ຄະນະ ກັມມະການ ຊາຍແດນ ລາວ-ໄທ ໃນເດືອນສິງຫາ ທີ່ ປະເທດໄທ ເປັນເຈົ້າພາບ. ກ່ຽວກັບ ການຮ່ວມມື ທາງເສຖກິດ ນັ້ນ ທ່ານ ທອງລຸນ ກ່າວວ່າ. (ເຊີນຟັງສຽງ)
ໃນຕອນທ້າຍ ທ່ານ ທອງລຸນ ໄດ້ກ່າວຂອບໃຈ ຝ່າຍໄທ ໃນການ ຊ່ວຍເຫລືອລາວ. ກ່ອນການ ຖແລງຕໍ່ ສື່ມວນຊົນ ຝ່າຍໄທ ໄດ້ໄດ້ມອບເງິນ ຊ່ວຍເຫລືອລ້າ ແກ່ລາວ ຈໍານວນ 2 ລ້ານບາດ ເພື່ອພັທນາ ໂຮງຮຽນ ໃນເຂດ ຊົນນະບົດ ຂອງລາວ ໃນ ທົ່ວປະເທດ.
