ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ສເນີກໍ່ສ້າງຂົວເຊື່ອມ ລາວ, ໄທຍ, ພະມ້າ

ໄຊຍາ
2023.10.03
ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ສເນີກໍ່ສ້າງຂົວເຊື່ອມ ລາວ, ໄທຍ, ພະມ້າ ຈຸດຜ່ານແດນຖາວອນ ລະຫວ່າງເມືອງຊຽງຂອງ ແຂວງຊຽງຮາຍ ປະເທດໄທຍ-ເຂດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສປປ ລາວ. ວັນທີ 11 ເດືອນກໍຣະກະດາ ປີ 2023.
RFA

ເມື່ອວັນທີ 03 ຕຸລາ ທີຜ່່ານມານີ້ໜັງສືພິມ ຜູ້ຈັດການອອນລາຍນ໌ ຂອງໄທຍ ໄດ້ຣາຍງານວ່າ ຄະນະຄຸ້ມຄອງ ເຂດເສຖກິຈພິເສດ ແຂວງບໍ່ແກ້ວ ໄດ້ເຮັດໜັງສື ໄປຫາເຈົ້າແຂວງ ແຂວງບໍ່ແກ້ວ ເພື່ອສເນີກໍ່ສ້າງໂຄງການ ຂົວຂ້າມນໍ້າຂອງ 3 ປະເທດ ທີ່ຈະເຊື່ອມຕໍ່ລະຫວ່າງ ລາວ, ໄທຍ ແລະ ພະມ້າ ເພື່ອຮອງຮັບນັກທ່ອງທ່ຽວ ທີ່ເດີນທາງ ເຂົ້າ-ອອກ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ຈຳນວນຫຼາຍແສນຄົນຕໍ່ປີ. ໂດຍກຸ່ມບໍຣິສັດ ດອກງີ້ວຄຳ ຂອງນັກລົງທຶນຈີນ ຈະເປັນຜູ້ລົງທຶນ ກໍ່ສ້າງຂົວແຫ່ງດັ່ງກ່າວ ດ້ວຍໂຕເອງໃນມູນຄ່າ ປະມານ 68 ລ້ານໂດລ້າຣ໌ສະຫະຣັຖ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຢູ່ເຂດເສຖກິຈ ພິເສດສາມຫຼ່ຽມຄໍາ ທ່ານນຶ່ງກ່າວວ່າ ສໍາລັບແຜນການກໍ່ສ້າງຂົວເຊື່ອມ 3 ປະເທດດັ່ງກ່າວ ໄດ້ມີແນວຄິດມາແຕ່ດົນແລ້ວ ແລະຫາກໍໄດ້ສເນີ ໃຫ້ທາງການແຂວງບໍ່ແກ້ວ ເປັນຜູ້ພິຈາຣະນາ ແລະ ສເນີໄປຫາຣັຖບານລາວ ອີກເທື່ອນຶ່ງ ເຊິ່ງຍັງບໍ່ຮູ້ວ່າເມື່ອໃດ ຈະໄດ້ເຣີ່ມລົງມືກໍ່ສ້າງ.

ດັ່ງທ່ານໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 03 ຕຸລານີ້ວ່າ:

“ເຂດວ່າຈະສ້າງຂົວມິຕພາບ ເພິ່ນກາມີແຜນສ້າງແລ້ວ ຈັກຊິລົງມືມື້ໃດ ເປັນແນວໃດ ກາບໍ່ຮູ້ຂໍ້ມູນ ບໍ່ໄດ້ຢູ່ໃນສັນຍາ ຊຸດກ່ອນ. ຖ້າຫາກວ່າທາງຣັຖບານລາວ ເຫັນດີຈັ່ງຄ່ອຍວ່າກັນ.”

ເພື່ອຂໍຮູ້ຄວາມຄືບໜ້າ ເພີ່ມຕື່ມ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາຫ້ອງວ່າການ ປົກຄອງແຂວງບໍ່ແກ້ວ ເພື່ອສອບຖາມຣາຍລະອຽດ ກ່ຽວກັບການຍື່ນໜັງສື ສເນີກໍ່ສ້າງໂຄງການ ຂົວແຫ່ງດັ່ງກ່າວ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຍັງບໍ່ສາມາດໃຫ້ຣາຍລະອຽດໄດ້ເທື່ອ.

ເຈົ້າໜ້າທີ່ ທີ່ຢູ່ເມືອງຊຽງແສນ ແຂວງຊຽງຮາຍ ກ່າວວ່າ ກ່ອນໜ້ານີ້ທາງເຈົ້າໜ້າທີ່ ຝັ່ງໄທຍ ແລະ ເຈົ້າໜ້າທີ່ ຄະນະຄຸ້ມຄອງ ເຂດເສຖກິຈພິເສດ ຂອງແຂວງບໍ່ແກ້ວ ໄດ້ປຶກສາຫາລືກັນ ກ່ຽວກັບແຜນກໍ່ສ້າງ ຂົວຂ້າມແມ່ນໍ້າຂອງ ລະຫວ່າງເຂດເສຖກິຈພິເສດ ສາມຫຼ່ຽມຄຳ ກັບເມືອງຊຽງແສນ ແຂວງຊຽງຮາຍ ແຕ່ໃນການຫາລືດັ່ງກ່າວ ບໍ່ໄດ້ເວົ້າກ່ຽວກັບ ການເຊື່ອມຕໍ່ ກັບປະເທດພະມ້າ.

ດັ່ງທ່ານໄດ້ກ່າວວ່າ:

ໄທຍ “ມີສະເພາະ ລາວ-ໄທຍ ສ່ວນການເຊື່ອມຂົວຕໍ່ຂົວ ໄປປະເທດພະມ້ານັ້ນ ຍັງບໍ່ທັນມີຂໍ້ມູນເທື່ອ ເຊິ່ງທີ່ມີຂໍ້ມູນ ຫາກໍກຳລັງຢູ່ໃນໄລຍະ ການຫາລືກັນ ລະຫວ່າງ ລາວ-ໄທຍ ຍັງບໍ່ທັນມີພະມ້າ.”

ຊາວບ້ານ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນເຂດ ທີ່ຄາດວ່າ ຈະກໍ່ສ້າງຂົວແຫ່ງດັ່ງກ່າວ ໃນເບື້ອງລາວ ກໍຢ້ານວ່າ ຖ້າໂຄງການກໍ່ສ້າງຂົວແຫ່ງນີ້ ໄດ້ເກີດຂຶ້ນກໍຈະເຮັດໃຫ້ຊາວບ້ານ ໄດ້ຮັບຜົລກະທົບ ທາງດ້ານທີ່ດິນ ແບບຫຼີກລ້ຽງບໍ່ໄດ້ ແຕ່ຍັງບໍ່ທັນມີພາກສ່ວນໃດ ໄດ້ລົງພື້ນທີ່ ມາສຳຣວດຢ່າງລະອຽດເທື່ອ.

ດັ່ງທ່ານກ່າວວ່າ:

“ເພາະວ່າ ເຮົາຢູ່ຕິດກັບເຂດຊາຍແດນ ຂອງເຂດເສຖກິຈພິເສດ ເພາະວ່າມັນຈຸດສຸມ ແລ້ວກໍເປັນເຂດແດນຕິດຈອດກັນ ຄັນສ້າງຂົວນີ້ ຕາມເປົ້າໝາຍເຄີຍໄດ້ຍິນ ໄລຍະຜ່ານມາ ເຂົາກໍວ່າຈະເປັນຈຸດ ຂອງບ້ານນີ້ແຫຼະກໍອາດຈະແຕະຕ້ອງ ຕໍ່ປະຊາຊົນ ດິນຮົ້ວ ດິນເຮືອນ ດິນປຸກສ້າງ ຫຍັງຕ່າງໆ.”

ສໍາລັບແຜນການກໍ່ສ້າງ ຂົວຂ້າມແມ່ນໍ້າຂອງດັ່ງກ່າວ ເຮັດໃຫ້ຊາວລາວ ມີຄວາມຮູ້ສຶກເປັນຫ່ວງ ເປັນຕົ້ນຢ້ານວ່າ ອາດຈະກາຍເປັນເສັ້ນທາງ ແຫ່ງໃໝ່ ທີ່ໃຊ້ລັກຂົນສົ່ງສິ່ງຜິດກົດໝາຍ ຂ້າມປະເທດ ຖ້າວ່າບໍ່ມີການກວດກາ ຢ່າງເຂັ້ມງວດ ໂດຍສະເພາະຢາເສບຕິດ ແລະສິ່ງຜິດກົດໝາຍອື່ນໆ.

ດັ່ງທ່ານກ່າວວ່າ:

“ຜົລດີກາມີ ອັນດີກາມີ ອັນຮ້າຍຄຽງຄູ່ກັນໄປຫັ້ນແຫຼະ ຢ້ານຊິເປັນແນວນັ້ນຫັ້ນແຫຼະ ມັນທາງສະດວກສະບາຍ ແລ້ວເຂົາກໍຂົນງ່າຍ ສິນຄ້າຜິດກົດໝາຍຫັ້ນ ງ່າຍກາຊິງ່າຍໂອ ໃສ່ຣົຖແລ້ວກາໄປເລີຍ.”

ຊາວບ້ານອີກທ່ານນຶ່ງ ເຫັນວ່າ ໂຄງການກໍ່ສ້າງ ຂົວຂ້າມແມ່ນໍ້າຂອງ 3 ປະເທດ ດັ່ງກ່າວ ຈະເປັນຜົລດີຫຼາຍກ່ວາຜົລເສັຍ ເນື່ອງຈາກຈະເອື້ອອຳນວຍ ຄວາມສະດວກ ໃຫ້ແກ່ຫຼາຍດ້ານ ທັງດ້ານການທ່ອງທ່ຽວ, ການການຂົນສົ່ງສິນຄ້າ ແລະ ການລົງທຶນ ແຕ່ຍັງບໍ່ຮູ້ທັນແຜນການ ຢ່າງຄັກແນ່.

ດັ່ງທ່ານກ່າວວ່າ:

“ຄິດວ່າຊີດີພໍສົມຄວນຫັ້ນແຫຼະ ວ່າຊັ້ນສາເນາະ ມັນມີຜົລດີຕໍ່ການທ່ອງທ່ຽວຫັ້ນແຫຼະ ການທ່ອງທ່ຽວ ການຄ້າ ການລົງທຶນ ວ່າຊີ້ສາເນາະ ເຮົາກາບໍ່ຮູ້ນຳແຜນການເພິ່ນເນາະ ເຮົາກໍບໍ່ໄດ້ຢູ່ໃນຄະນະກັມມະການວິໄຈນຳເພິ່ນເນາະ ເຮົາກາບໍ່ຮູ້ວ່າເພິ່ນວິໄຈອອກມາແບບໃດ ແນວໃດ.”

ຂໍ້ມູນເບື້ອງຕົ້ນລະບຸວ່າ ສໍາລັບຮູບແບບຂົວຂ້າມນໍ້າຂອງ 3 ປະເທດ ລາວ, ໄທຍ ແລະ ພະມ້າ ຈະມີຄວາມຍາວ 1,520 ແມັດ ຈາກຝັ່ງລາວ ຫາຝັ່ງໄທຍ ແລະ ຈຸດກາງຂົວ ຈະມີທາງແຍກ ໄປຫາປະເທດພະມ້າ ຄວາມຍາວປະມານ 500 ແມັດ. ລວມຄວາມຍາວ ທັງໝົດ 2,520 ແມັດ ໂດຍຈະເປັນຂົວ ທີ່ມີຂນາດກວ້າງ 20 ແມັດເຄິ່ງ ແລະ ຍົກສູງ ຈາກລະດັບແມ່ນໍ້າຂອງ ເພື່ອໃຫ້ເຮືອຂົນສົ່ງສິນຄ້າ ສາມາດແລ່ນລອດໃຕ້ຂົວໄດ້.

ຫຼ້າສຸດມີຣາຍງານຕື່ມວ່າ ທາງການແຂວງບໍ່ແກ້ວ ໄດ້ສເນີແຜນການກໍ່ສ້າງຂົວແຫ່ງດັ່ງກ່າວ ໄປຫາຫ້ອງວ່າການ ສຳນັກງານນາຍົກຣັຖມົນຕຣີ ເພື່ອໃຫ້ມີການພິຈາຣະນາ ແລະ ໄດ້ມີຄວາມເຫັນຊຸກຍູ້ ໂຄງການນີ້ເນື່ອງຈາກ ຄາດວ່າ ຈະສົ່ງຜົລດີຕໍ່ເສຖກິຈ-ສັງຄົມ ແລະ ສ້າງລາຍຮັບ ເຂົ້າສູ່ປະເທດ. ອີງຕາມຂໍ້ມູນຈາກໜັງສືພິມ ຜູ້ຈັດການອອນລາຍນ໌.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.