ຜ່ານມາ 24 ມື້ແລ້ວ ເຈົ້າໜ້າທີ່ ປກສ ແຂວງວຽງຈັນ ຍັງບໍ່ສະຫຼຸບສາເຫດແທ້ຈິງ ກໍລະນີ ມີຄົນເສຍຊີວິດ 2 ຄົນ ເມື່ອວັນທີ່ 3 ມິຖຸນາ 2026 ຍ້ອນດື່ມນ້ຳ ຈາກໂຮງງານນ້ຳດື່ມແສງສະອາດ ບ້ານນໍ້າແພດ ເມືອງໝື່ນ ແຂວງວຽງຈັນ.
ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ກຳລັງດຳເນີນການສືບສວນ ແລະ ກວດສອບຢ່າງລະອຽດ ໂດຍຍັງບໍ່ໄດ້ສະຫຼຸບວ່າ ສາເຫດການເສຍຊີວິດມາຈາກນ້ຳດື່ມໂດຍກົງ ຫຼື ມີປັດໄຈອື່ນຮ່ວມນຳ.
ຍັງຕ້ອງລໍຖ້າຜົນການກວດພິສູດຈາກຫ້ອງວິທະຍາສາດ ແລະ ການຊັນສູດສົບ ຊຶ່ງຈະເປັນຂໍ້ມູນສຳຄັນໃນການຢືນຢັນຂໍ້ເທັດຈິງ.
ເຈົ້າໜ້າທີ່ພະແນກສາທາລະນະສຸກ ແຂວງວຽງຈັນ ກ່າວວ່າ: ປັດຈຸບັນນີ້ ຜົນກວດກະຖືອອກມາແລ້ວ ແຕ່ວ່າ ພວກເຮົາມີການກວດຍືນຍັນຂອງຫຼາຍຫ້ອງແລັບ ນ້ຳແທ້ມັນກະບໍ່ຕາຍ ບາດແຕ່ເຮົາໄປກວດຢູ່ຫັ້ນ ມັນກະບໍ່ຕາຍ ບໍ່ເປັນຫຍັງ ເອີ… ມັນນ້ຳກະຈາຍອອກໄປເປັນ 100, 200 ຕຸກເນາະ ແຕ່ວ່າມັນເປັນຫຍັງ ມັນໄປຕາຍຢູ່ຕົງນັ້ນ ມັນກະແມ້ນສາເຫດຂອງມັນ.
ທາງດ້ານ ເຈົ້າຂອງໂຮງງານນ້ຳດື່ມແສງສະອາດ ໄດ້ຍັ່ງຍືນກັບເອເຊຍເສລີວ່າ ໂຮງງານນ້ຳດື່ມ ເປັນທຸລະກິດຄອບຄົວ ຫາກໍເປິດໄດ້ປະມານ 1 ປີປາຍ ບໍ່ມີພະນັງງານຮັບຈ້າງ ທຸກຂັ້ນຕອນດຳເນີນການດ້ວຍໂຕເອງ ຫມັ້ນໃຈໃນຄວາມສະອາດ ແລະມາດຕະຖານ ເພາະທີ່ຜ່ານມາ ລູກຄ້າໃນພື້ນທີ່ ກໍສັ່ງນ້ຳດື່ມຈາກໂຮງງານນັບມື້ເພິ່ມຂຶ້ນ ບໍ່ໄດ້ເກິດກໍລະນີເສຍຊີວິດ ຫຼື ເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ດື່ມນ້ຳ.
ພ້ອມກັນນັ້ນ ທາງໂຮງງານນ້ຳດື່ມ ກໍຍັງຮຽກຮ້ອງໃຫ້ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ສືບສວນ-ສອບສວນ ຫາຂໍ້ເທັດຈິງຢ່າງເປັນທຳກັບທຸກຝ່າຍ ແລະເປິດເຜີຍຜົນການສືບສວນ-ສອບສວນ ຕໍ່ສັງຄົມຮັບຮູ້ ເພື່ອຄວາມກະຈ່າງແຈ້ງ.
ເຈົ້າຂອງໂຮງງານນ້ຳດື່ມແສງສະອາດ ກ່າວວ່າ: ເຂົາກະມາກວດມເບິ່ງ ແລ້ວກະເອົານ້ຳໄປ ແຕ່ວ່າກະຍັງອັນ ມີຜົນການວິໄຈນ້ຳເທື່ອ ຍັງບໍ່ທັນໄດ້ສະຫຼຸບວ່າ ຢາພິດ ມັນເປັນຢາຫຍັງ ແລ້ວກະມັນມາແຕ່ໃສ ເກິດຈາກຫຍັງ, ເຮົາກະເຮັດເອງ ເຮົາກະລ້າງເອງ ເຮົາບໍ່ໄດ້ມີພະນັກງານ ເຮົາລ້າງເອງໝົດທຸກຢ່າງ ແລ້ວເຮົາກະກວດເຊັກໝົກທຸກຢ່າງ ເຮົາກະໝັ່ນໃຈວ່າຄວາມສະອາດຂອງເຮົາມີພຽງພໍຢູ່ແລ້ວ.
ພາຍຫຼັງເກິດເຫດ ເຈົ້າໜ້າທີ່ ປກສ. ແຂວງວຽງຈັນ ກໍໄດ້ກັກຕົວ ທ້າວ ວິລະສິນ ໂຄດໜໍ່ຄຳ ແລະ ທ້າວ ສັນຕິ ໂຄດໜໍ່ຄຳ ເຈົ້າຂອງໂຮງງານນໍ້າດື່ມ ແລະ ກຳລັງສຸມໃສ່ການສືບສວນ - ສອບສວນ ຊອກຫາຂໍ້ມູນຫຼັກຖານການເສຍຊີວິດ ເພື່ອນຳຕົວຜູ້ກະທຳຜິດມານຳດຳເນີນຄະດີຕາມກົດໝາຍ.
