ຢູ່ລາວຄົນໃຊ້ອິນເຕິເນັດ 13 ສ່ວນຮ້ອຍ

ຈໍາປາທອງ
2015.04.01
F-Internet ນັກທ່ອງທ່ຽວ ທີ່ ໃຊ້ບໍຣິການ ອິນເຕິເນັດ ຕາມຮ້ານກາເຟ ທີ່ແຂວງ ຫລວງພຣະບາງ
AFP PHOTO/Laurent FIEVET

ຢູ່ ສປປ ລາວ ມີຄົນ ໃຊ້ ອິນເຕິເນັດ ປະມານ 13 ສ່ວນຮ້ອຍ ຂອງ ຈໍານວນ ພົລເມືອງ ລາວທັ ງໝົດ ທີ່ ມີ ກວ່າ 6 ລ້ານ ຄົນ. ຕາມ ຣາຍງານ ຂອງ ອົງການ ຂ່າວ ເອແອັຟພີ. ການ ສຶກສາ ຮ່ວມກັນ ຣະຫວ່າງ ສະມາຄົມ ອິນເຕິເນັດ ແລະ ບໍຣິສັດ ທີ່ ປຶກສາ TRPC ຊຶ່ງ ໄດ້ ເຜີຍແພ່ ໃນ ອາທິດ ນີ້ ໄດ້ ຈັດ ຈໍານວນ ຜູ້ໃຊ້ ອິນເຕິເນັດ ຢູ່ ປະເທສ ຕ່າງໆ ໃນ ເອເຊັຽ ຕາເວັນ ອອກ ສ່ຽງໃຕ້ ເປັນ 3 ປະເພດ ຄື:

1. ແມ່ນ ບັນດາ ປະເທສ ທີ່ ມີຄົນ ໃຊ້ ອິນເຕິເນັດ ຫລາຍ ກວ່າ 60 ສ່ວນຮ້ອຍ ຂຶ້ນໄປ ຄື ປະເທສ ສິງກະໂປ ມີ ປະມານ 73 ສ່ວນຮ້ອຍ ຂອງ ຈໍານວນ ພົລເມືອງ ທັງໝົດ, ມາເລເຊັຍ 67 ສ່ວນຮ້ອຍ ແລະ ບຣູໄນ 65 ສ່ວນຮ້ອຍ.

2. ແມ່ນ ປະເທສ ທີ່ ມີຄົນ ໃຊ້ ອິນເຕິເນັດ ຣະຫວ່າງ 25 ສ່ວນຮ້ອຍ ແລະ 50 ສ່ວນຮ້ອຍ ຄື: ປະເທສ ວຽດນາມ 44 ສ່ວນຮ້ອຍ, ຟີລິປປິນ 37 ສ່ວນຮ້ອຍ, ໄທ 29 ສ່ວນຮ້ອຍ.

3. ແມ່ນ ປະເທສ ທີ່ ມີຄົນ ໃຊ້ ອິນເຕິເນັດ ຕໍ່າກວ່າ 25 ສ່ວນຮ້ອຍ ຄື: ອິນໂດເນເຊັຍ 16 ສ່ວນຮ້ອຍ, ສປປ ລາວ 13 ສ່ວນຮ້ອຍ, ກໍາພູຊາ 6 ສ່ວນຮ້ອຍ ແລະ ພະມ້າ 1 ສ່ວນຮ້ອຍ.

ສໍາລັບ ຢູ່ ສປປລາວ ເມືອງ ທີ່ ມີຄົນໃຊ້ ອິນເຕິເນັດ ຫລາຍ ແມ່ນ ຫຼວງ ພຣະບາງ, ນະຄອນ ຫລວງ ວຽງຈັນ, ຈໍາປາສັກ ແລະ ເມືອງອື່ນໆ ທີ່ ມີນັກ ທ່ອງທ່ຽວ ຫລາຍ ຊຶ່ງ ຢູ່ຕາມ ຮ້ານ ອາຫານ ແລະ ໂຮງແຮມ ແມ່ນ ນິຍົມ ກັນໃຊ້ wi-fi.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.