ນາຍົກຈະແກ້ບັນຫາ ພາສີ

ສິດນີ
2016.08.22
F-Finance ກອງປະຊຸມວຽກງານ ວິຊາການ ງົບປະມານ ການເງິນແຫ່ງຊາດ ໃນວັນທີ 18 ສິງຫາ 2016
RFA/NY

ນາຍົກຣັຖມົນຕຼີລາວ ທ່ານ ທອງລຸນ ສີສຸລິດ ກຳລັງ ເລັ່ງລັດ ແກ້ໄຂບັນຫາ ການເກັບເງິນ ເຂົ້າ ງົບປະມານ ທີ່ ບໍ່ໄດ້ຕາມ ເປົ້າໝາຍ ທີ່ໄດ້ວາງໄວ້ ຍ້ອນມີການ ສໍ້ຣາສ-ບັງຫຼວງ ທ່ານ ໄດ້ຮຽກຮ້ອງ ໃຫ້ ພະນັກງານ ການເງິນ ຫັນປ່ຽນ ວິສັຍທັສ ໃຫມ່ ໃນການ ປະຕິບັດ ຫນ້າທີ່. ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຼີ ໄດ້ກ່າວ ກ່ຽວກັບ ເຣື້ອງນີ້ ໃນກອງປະຊຸມ ວຽກງານ ວິຊາການ ງົບປະມານ ການເງິນ ແຫ່ງຊາດ ໃນວັນທີ 18 ສິງຫາ ຜ່ານມາ ວ່າ:

“ການເກັບອາກອນ ບໍ່ໄດ້ ຍ້ອນມີການ ສໍ້ຣາສ-ບັງຫຼວງ ຂໍໃຫ້ປ່ຽນ ວິສັຍທັສ ໃໝ່ ໃຫ້ ລຶບອອກໝົດ ຣະບົບ ການເມືອງເກົ່າ ຫັນມາໃຫ້ ປະຊາຊົນ ເປັນເຈົ້າ ຫຼາຍຂຶ້ນ.”

ທ່ານໄດ້ຕັກເຕືອນ ພະນັກງານ ການເງິນ ໃຫ້ບອກ ສະມາຊິກ ເພື່ອນຮ່ວມງານ ຂອງຕົນເອງ ໃຫ້ຕັ້ງໃຈ ບຸກບືນ ເກັບຣາຍຮັບ ແບບໃໝ່ ແລະ ໃຫ້ໂປ່ງໄສ. ທ່ານ ທອງລຸນ ກ່າວວ່າ:

“ຜູ້ເປັນນາຍ ຕ້ອງບອກລູກນ້ອງ ໃຫ້ເຊົາກັນສາ ໃຫ້ ໂອກາດເຕືອນ ເອົາກັນສາ. ພຍາຍາມ ໃຫ້ຫັນລົງໄປ ສູ່ທ້ອງຖິ່ນ ຍອມຮັບ ຄວາມຈິງ ແລະ ຫັນມາ ໃສ່ການເງິນ ແບບໃໝ່ ໂປ່ງໄສ ໃຫ້ ກວດສອບໄດ້.”

ທ່ານໄດ້ເນັ້ນ ໃຫ້ ພະນັກງານ ການເງິນ ຮຽນຮູ້ບົດຮຽນ ທີ່ ບໍ່ປະສົບ ຜົນສໍາເຣັດ ແລະ ບົດຮຽນ ທີ່ໄດ້ຮັບ ຄວາມເຈັບປວດ ໃນລະຍະ ທີ່ຜ່ານມາ. ໃນຂນະດຽວກັນ ເຈົ້າຫນ້າທີ່ ຜູ້ທີ່ ເຂົ້າຮ່ວມ ກອງປະຊຸມ ທ່ານນຶ່ງ ຜູ້ທີ່ບໍ່ ປະສົງ ອອກຊື່ ໄດ້ກ່າວ ຕໍ່ ເອເຊັຽເສຣີ ວ່າ: ທ່ານ ທອງລຸນ ສີສຸລິດ ໄດ້ ຍົກຕົວຢ່າງ ເຈົ້າຂອງຮ້ານ ຂາຍເຄື່ອງຫຼາຍຄົນ ຢູ່ຕະຫລາດ ດາວເຮືອງ ເມືອງປາກເຊ ແຂວງ ຈໍາປາສັກ ບໍ່ເສັຽ ອາກອນ ຢ່າງຫຼວງຫຼາຍ, ຊຶ່ງຄວາມຈິງ ຖືກເປີດເຜີຍ ຫລັງຈາກ ທີ່ ຕະຫລາດ ດາວເຮືອງ ຖືກໄຟໄໝ້ ໃນ ເດືອນພຶສພາ ຜ່ານມາ.

ເຈົ້າຫນ້າທີ່ ທ່ານນີ້ ກ່າວຕື່ມວ່າ: ກອງປະຊຸມ ດັ່ງກ່າວ ແມ່ນມີ ແຜນການ ຈະຫັນເອົາ ຣະບົບ ການເກັບພາສີ ແບບ ເອເລັກໂທຣນິກ ມາໃຊ້ ຈະມີການ ເກັບພາສີ ນໍາເຂົ້າ ຣົດຍົນ ແລະ ນໍ້າມັນ ແບບ ເຕັມອັດຕຣາ ໂດຍ ຈະບໍ່ມີ ການຍົກເວັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.